| ຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ເຂົ້າຮ່ວມວາງພວງມາລາຢ້ຽມຢາມສຸສານປະທານ ໂຮ່ຈີມິນ | |
| Pedro da Oliveira: ຈາກຫ້ອງບັນຍາຍ Sao Paulo ຫາຂົວເຊື່ອມຕໍ່ ຫວຽດນາມ - ບຣາຊິນ |
ວັນທີ 9 ເດືອນ ພຶດສະພາ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ ຄົບຮອບ 136 ປີ (19 ເດືອນ ພຶດສະພາ 1890 - 19 ເດືອນ ພຶດສະພາ 2026) ແລະ ຄົບຮອບ 37 ປີ ວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ບຣາຊິນ (8 ເດືອນ ພຶດສະພາ 1989 - 8 ເດືອນ ພຶດສະພາ 2026), ສະຖານທູດ ຫວຽດນາມ ປະຈຳ ບຣາຊິນ ໄດ້ປະສານງານກັບ ສະມາຄົມມິດຕະພາບ ບຣາຊິນ - ຫວຽດນາມ (ABRAVIET) ຈັດຕັ້ງພິທີວາງຊໍ່ດອກໄມ້ຢ່າງສົມກຽດ ຢູ່ບໍລິເວນວາງແຜ່ນປ້າຍຮູບອານຸສອນເພື່ອສະດຸດີເພິ່ນ ຢູ່ທີ່ນະຄອນ ຣີໂອ ເດ ຈາເນໂຣ.
![]() |
| ພິທີວາງຊໍ່ດອກໄມ້ ຢູ່ບໍລິເວນແຜ່ນປ້າຍຮູບອານຸສອນເພື່ອສະດຸດີປະທານ ໂຮ່ຈີມິນ ຢູ່ທີ່ນະຄອນ ຣີໂອ ເດ ຈາເນໂຣ. ຮູບພາບ: VNA |
ພິທີວາງຊໍ່ດອກໄມ້ ຢູ່ບໍລິເວນແຜ່ນປ້າຍຮູບອານຸສອນເພື່ອສະດຸດີປະທານ ໂຮ່ຈີມິນ ຢູ່ທີ່ນະຄອນ ຣີໂອ ເດ ຈາເນໂຣ. ຮູບພາບ: VNA
ກ່າວປາໄສໃນພິທີ, ທ່ານທູດ ບຸ່ຍວັນຫງິ ຕີລາຄາສູງຕໍ່ການທີ່ອຳນາດການປົກຄອງລັດ ຣີໂອ ເດ ຈາເນໂຣ ໄດ້ປົກປັກຮັກສາບໍລິເວນອະນຸສອນສະຖານເພື່ອສະດຸດີປະທານ ໂຮ່ຈີມິນ, ສະແດງໃຫ້ເຫັນສາຍພົວພັນມິດຕະພາບ ແລະ ຄວາມຜູກພັນອັນພິເສດ ລະຫວ່າງ ປະຊາຊົນ ຫວຽດນາມ ແລະ ບຣາຊິນ, ພ້ອມກັນນັ້ນກໍສະແດງຄວາມມຸ່ງມາດປາດຖະໜາວ່າ ສອງຝ່າຍຈະສືບຕໍ່ຍູ້ແຮງບັນດາຂໍ້ລິເລີ່ມການຮ່ວມມືດ້ານວັດທະນະທຳ, ການສຶກສາ ແລະ ປະຫວັດສາດ, ກໍຄືຈັດຕັ້ງບັນດາກິດຈະກຳສະດຸດີປະທານ ໂຮ່ຈີມິນ ໃຫ້ຫຼາຍຂຶ້ນຕື່ມອີກ, ຜ່ານນັ້ນປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຄວາມສາມັກຄີ ແລະ ຄວາມຜູກພັນສະໜິດແໜ້ນ ລະຫວ່າງ ປະຊາຊົນສອງປະເທດ.
ໃນໂອກາດນີ້, ຄະນະປະຕິບັດງານຂອງສະຖານທູດ ຫວຽດນາມ ປະຈຳ ບຣາຊິນ ໄດ້ເຂົ້າຮ່ວມກອງປະຊຸມເສວະນາ ພາຍໃຕ້ຫົວຂໍ້ “ບຣາຊິນ - ຫວຽດນາມ: ການເຈລະຈາກ່ຽວກັບມໍລະດົກ ໂຮ່ຈີມິນ” ໂດຍສະພາຜະລິດຕະກຳລັດ ຣີໂອ ເດ ຈາເນໂຣ ຈັດຕັ້ງຂຶ້ນ. ບັນດານັກວິທະຍາກອນ ບຣາຊິນ ຢືນຢັນວ່າ ປະທານ ໂຮ່ຈີມິນ ຍາມໃດກໍໄດ້ຮັບຄວາມເຄົາລົບຮັກອັນພິເສດຈາກປະຊາຊົນປະເທດ ອາເມລິກາໃຕ້ ນີ້, ພ້ອມກັນນັ້ນກໍຕີລາຄາສູງຕໍ່ບັນດາຜົນສຳເລັດແຫ່ງການພັດທະນາຂອງ ຫວຽດນາມ ໃນປັດຈຸບັນ, ຖືວ່ານັ້ນແມ່ນຂໍ້ພິສູດໃຫ້ແກ່ຄຸນຄ່າອັນຍືນຍົງຄົງຕົວຂອງແນວຄິດ ໂຮ່ຈີມິນ ກ່ຽວກັບສິດກຳນົດຊະຕາກຳກຳມະສິດຂອງຊາດ, ການຮ່ວມມືລະຫວ່າງບັນດາປະເທດພວມພັດທະນາ ແລະ ເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງບັນດາປະຊາຊາດ.
| ສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ນະຄອນ ໂຮ່ຈີມິນ ມອບປື້ມໃຫ້ໂຮງຮຽນຢູ່ ຫວຽດນາມ 11 ແຫ່ງ ຍສໝ - ຕອນເຊົ້າວັນທີ 4 ເມສາ, ສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ນະຄອນ ໂຮ່ຈີມິນ ໄດ້ມອບປື້ມອ້າງອີງເຖິງໂຮງຮຽນຢູ່ ຫວຽດນາມ 11 ແຫ່ງ ດ້ວຍຫຼາຍຫົວປື້ມ. |
| ທ່ານປະທານປະເທດ ເລືອງເກື່ອງ ພົບປະເຈລະຈາກັບທ່ານ ປະທານາທິບໍດີ ບຣາຊິນ ຍສໝ - ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດ ເລືອງເກື່ອງ, ທ່ານປະທານນາທິບໍດີ ສາທາລະນະລັດສະຫະພັນ ບຣາຊິນ Luiz Inácio Lula da Silva ເປັນນຳໜ້າຄະນະຜູ້ແທນຂັ້ນສູງປະເທດສາທາລະນະລັດສະຫະພັນ ບຣາຊິນ ປະຕິບັດການໄປຢ້ຽມຢາມທາງລັດໄປຍັງ ຫວຽດນາມ ແຕ່ວັນທີ 27 – 29 ມີນາ 2025. |
