ຫວຽດ​ນາມ ແລະ ອິນ​ເດຍ ຍົກ​ລະ​ດັບ​ການພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານແບບ​ເພີ່ມ​ທະ​ວີ

12:49 | 07/05/2026

ສອງ​ຝ່າຍ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ເຮັດ​ໃຫ້​ສາຍ​ພົວ​ພັນ ຫວຽດ​ນາມ - ອິນ​ເດຍ ເລິກ​ເຊິ່ງກວ່າ​ອີກ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ. ກ​ານ​ນຳ​ສອງ​ທ່ານ​ກໍ​ຕົກ​ລົງ​ເປັນ​ເອ​ກະ​ພາບຍ​ົກ​ລະ​ດັບ​ສາຍ​ພົວ​ພັນ​ສອງ​ຝ່າຍ ຫວຽດ​ນາມ - ອິນ​ເດຍ ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ແບບ​ເພີ່ມ​ທະ​ວີ.

ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ມິດ​ຕະ​ພາບ ຫວຽດ​ນາມ - ຈີນ, ຍົກ​ສູງ​ກາ​ນ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່
ການຢ້ຽມຢາມລາວຂອງທ່ານເລຂາທິການໃຫຍ່ ໂຕເລີມ: ​ເປີດ​ກາລະ​ໂອກາດ​ໃຫ້​ແກ່​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ ​ແລະ ຍືນ​ຍົງ​ໃນ​ຫຼາຍ​ຂົງ​ເຂດ​ຍຸດ​ທະ​ສາດ
ຫວຽດ​ນາມ ແລະ ອິນ​ເດຍ ຍົກ​ລະ​ດັບ​ການພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານແບບ​ເພີ່ມ​ທະ​ວີ
ພິ​ທີ​ຕ້ອນ​ຮັບ ​ທ່ານ ໂຕ​ເລິມ​ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ (ພາບ: VOV)

ຕອນ​ເຊົ້າ​ວັນ​ທີ 06 ພຶດ​ສະ​ພາ, ຢູ່​ນະ​ຄອນຫຼວງ New Delhi ໄດ້​ດຳ​ເນີນ​ພິ​ທີ​ຕ້ອນ​ຮັບ ​ທ່ານ ໂຕ​ເລິມ​ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ທີ່ພວມ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ອິນ​ເດຍ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ ​ທ່ານ Narendra Modi ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ. ອິນ​ເດຍ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Droupadi Murmu ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Narendra Modi ຮ່ວມ​ກັນ​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ.

ຕອນ​ບ່າຍ​ວັນ​ທີ 06 ພຶດ​ສະ​ພາ, ຢູ່​ນະ​ຄອນຫຼວງ New Delhi, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Narendra Modi ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ.

ຫວຽດ​ນາມ ແລະ ອິນ​ເດຍ ຍົກ​ລະ​ດັບ​ການພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານແບບ​ເພີ່ມ​ທະ​ວີ
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ພົບ​ປະ​ສອງ​ຝ່າຍ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ Narendra Modi (ພາບ: VOV)

ສອງ​ຝ່າຍ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ເຮັດ​ໃຫ້​ສາຍ​ພົວ​ພັນ ຫວຽດ​ນາມ - ອິນ​ເດຍ ເລິກ​ເຊິ່ງກວ່າ​ອີກ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ. ກ​ານ​ນຳ​ສອງ​ທ່ານ​ກໍ​ຕົກ​ລົງ​ເປັນ​ເອ​ກະ​ພາບຍ​ົກ​ລະ​ດັບ​ສາຍ​ພົວ​ພັນ​ສອງ​ຝ່າຍ ຫວຽດ​ນາມ - ອິນ​ເດຍ ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ແບບ​ເພີ່ມ​ທະ​ວີ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Narendra Modi ກໍ​ເຫັນ​ດີເປັນເອກະພາບ​ຮັກ​ສາ​ການ​ພົບ​ປະ​​ທຸກ​ຂັ້ນ​ເປັນ​ປະ​ຈຳ, ພິ​ເສດ​ແມ່ນ​ການ​ພົບ​ປະ​ຂັ້ນ​ສູງ. ສອງ​ຝ່າຍ​ເຫັນ​ດີເປັນເອກະພາບ​ວາງ​ເປົ້າ​ໝາຍຮອດ​ປີ 2030 ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍບັນ​ລຸ

25 ຕື້ USD. ສອງ​ຝ່າຍ​ຢັ້ງ​ຢືນ​ຄືນ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ​ແມ່ນ​ເສົາ​ຄ້ຳ​ສຳ​ຄັນ​ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ແບບ​ເພີ່ມ​ທະ​ວີ ຫວຽດ​ນາມ - ອິນ​ເດຍ.

ໃນ​ສະ​ພາບ​ກາ​ນ​ພູ​ມີ​ສາດ​ການ​ເມືອງ ແລະ ເສດ​ຖະ​ກິດ​ໂລກ​ມີ​ການ​ຜັນ​ແປຫຼາຍ​ຢ່າງ​ນັ້ນ, ສອງ​ຝ່າຍ​ໄດ້​ເນັ້ນ​ໜັກ​ເຖິງ​ການ​ເຕົ້າ​ໂຮມ​ຍຸດ​ທະ​ສາດ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ເດຍ ແນ​ໃສ່​ຊຸກ​ຍູ້​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ສາ​ກົນ​ອີງ​ໃສ່​ກົດ​ໝາຍ​ສາ​ກົນ, ບົນ​ພື້ນ​ຖານ​ສັນ​ຕິ​ພາບ, ສະ​ຖຽນ​ລ​ະ​ພາບ, ການ​ຮ່ວມ​ມື ແລະ ຄວາມ​ວັດ​ຖະ​ນາ​ຖາ​ວອນ​ຢູ່​ພາກ​ພື້ນ ແລະ ໃນ​ໂລກ. ຫວຽດ​ນາມ ແມ່ນ​ເສົາ​ຄ້ຳ​ສຳ​ຄັນ​ໃນ​ນະ​ໂຍ​ບາຍ​ເຄື່ອນ​ໄຫວ​ມຸ່ງ​ໄປ​ເຖິງ​ທິດ​ຕາ​ເວັນ​ອອກ, ວິ​ໄສ​ທັດ​ ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ ຂອງ ອິນ​ເດຍ. ສອງ​ຝ່າຍ​ຢັ້ງ​ຢືນ​ຄືນ​ວິ​ໄສ​ທັດ​ລວມ ກ່ຽວ​ກັບ​ພາກ​ພື້ນ​ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ ເສ​ລີ, ເປີດກວ້າງ ແລະ ອີງ​ໃສ່​ກົດ​ໝາຍ​ສາ​ກົນ.

ເມ​ື່ອ​ກ່າວ​ຄຳ​ເຫັນ​ໃນ​ການ​ຖະ​ແຫຼງ​ຂ່າວ​ພາຍຫຼັງ​ການ​ພົບ​ປະ​ສອງ​ຝ່າຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ຮູ້​ວ່າ:

“ພວກ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ດີ​ສືບ​ຕໍ່​ຍົກ​ສູງ​ສາຍ​ພົວ​ພັນ​ສອງ​ຝ່າຍ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ແບບ​ເພີ່ມ​ທະ​ວີ. ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ ຈະ​ນຳ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ເຂົ້າ​ສູ່​ລວງ​ເລິກ​ໃນ​ບາງ​ແງ່​ມູມ. ທີ​ໜຶ່ງ​ແມ່ນ, ສືບ​ຕໍ່​ເຮັດ​ໃຫ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງເລິກ​ເຊິ່ງ​ຂຶ້ນ​ຕື່ມ. ທີ​ສອງ​ແມ່ນ, ຍົກ​ລະ​ດັບ​ການ​ຮ່ວມ​ມື​ສາ​ກົນ​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃຫ້​ກາຍ​ເປັນ​ເສົາ​ຄ້ຳ​ຍຸດ​ທະ​ສາດ. ທີ​ສາມ​ແມ່ນ, ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ຈະ​ແຈ້ງກວ່າ​ໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ, ເປີດກວ້າງ​ຕະຫຼາດ​ໃຫ້​ແກ່​ກັນ. ທີ​ສີ່​ແມ່ນ, ຖື​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ການຫັນ​ເປັນ​ດີ​ຈີ​ຕອນ​ແມ່ນ​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື, ເປີດ​ອອກ​ບັນ​ດາ​ຂົງ​ເຂ​ດ​ພັດ​ທະ​ນາ​ທີ່​ມີ​ມູນຄ່າ​ເພີ່ມ​ສູງ. ທີ​ຫ້າ​ແມ່ນ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ສາ​ສະ​ໜາ, ປັບ​ປຸງ​ພື້ນ​ຖານ​ສັງ​ຄົມ​ແບບ​ຍື​ນ​ຍົງ​ໃນ​ສາຍ​ພົວ​ພັນ​ຂອງ​ສອງ​ປະ​ເທດ”.

ສ່ວນ​ທ່ານ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ Narendra Modi ຢັ້ງ​ຢືນ​ວ່າ ສາຍ​ພົວ​ພັນ​ຫາ​ກໍ​ໄດ້​ຍົກ​ລະດັບ​ຂຶ້ນ​ນັ້ນ ແມ່ນ​ພື້ນ​ຖານ​ເພື່ອ​ໃຫ້ ຫວຽດ​ນາມ ແລະ ອິນ​ເດຍ ພ້ອມ​ກັນ​ປະ​ຕິ​ບັດ​ຄວາມ​ຄາດ​ຫວັງ​ລວມ, ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ.

ເນື່ອງ​ໃນ​ໂອ​ກາດ​ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Narendra Modi ໄດ້​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ ແລະ ມອບ​ເອ​ກະ​ສານ​ຮ່ວມ​ມືຫຼາຍ​ສະ​ບັບ​ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຂອງສອງ​ປະ​ເທດ.

ຫວຽດ​ນາມ ແລະ ອິນ​ເດຍ ຍົກ​ລະ​ດັບ​ການພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານແບບ​ເພີ່ມ​ທະ​ວີ
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Narendra Modi ໃນ​ການ​ຖະ​ແຫຼງ​ຂ່າວ ພາຍຫຼັງ​ການ​ພົບ​ປະ​ສອງ​ຝ່າຍ (ພາບ: VOV)

ກໍ​ໃນ​ວັນ​ດຽວ​ກັນ, ສອງ​ຝ່າຍ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ. ຖະ​ແຫຼງ​ການ​ຮ່ວມ​ຢັ້ງ​ຢືນ​ສອງ​ຝ່າຍ​ໄດ້​ມີ​ການ​ພົບ​ປະ​​ຮອບ​ດ້ານ, ແລກ​ປ່ຽນ​ກ່ຽວ​ກັບ​ສາຍ​ພົວ​ພັນ​ສອງ​ຝ່າຍ ແລະ ບັນ​ຫາ​ພາກ​ພື້ນ, ສາ​ກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​.

ການ​ນຳ​ສອງ​ປະ​ເທດ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບສົ່ງເສີມການ​ຜັນ​ຂະ​ຫຍາຍ​ໂຄງ​ການ​ດຳ​ເນີນ​ງານ ຫວຽດ​ນາມ - ອິນ​ເດຍ ໄລ​ຍະ 2024 – 2028 ແລະ ຖະ​ແຫຼງ​ການ​ຮ່ວມ​ສະ​ບັບ​ນີ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ຕາມ​ນັ້ນ​ແລ້ວ, ກໍ່ຮ່ວມ​ມືກັນ​ໃນ​ທຸກ​ຂົງ​ເຂດ: ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ; ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ; ການ​ເດີນ​ເຮືອ, ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ, ຮ່ວມ​ມື​ກັນ​ພັດ​ທະ​ນາ; ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ ແລະ ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ…

ຕາມ vovworld.vn

https://vovworld.vn/lo-LA/khaawehdkaan/hwnyd-naam-eila-in-e%E2%80%A6epn-khuu-wm-myy-nyud-tha-saad-b-daaneibb-ephiim-2432947.vov5

ຍົກ​ສູງ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລາວ ຂຶ້ນ​ສູ່​ລະ​ດັບ​ໃໝ່ ແລະ ສ້າງ​ບາດ​ກ້າວ​ພັດ​ທະ​ນາ​ໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ. ຍົກ​ສູງ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລາວ ຂຶ້ນ​ສູ່​ລະ​ດັບ​ໃໝ່ ແລະ ສ້າງ​ບາດ​ກ້າວ​ພັດ​ທະ​ນາ​ໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ.

ຍສໝ - ຕາມ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ເລ​ຮ່ວາຍ​ຈູງ ​ແລ້ວ, ກອງ​ປະຊຸມ​ຄັ້ງ​ທີ 48 ຂອງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ຫວຽດນາມ - ລາວ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ 2 ພັກ ​ແລະ ລັດ ​ເພື່ອ​ຍົກ​ສູງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ໃໝ່, ມີ​ການ​ພົວພັນ​ຍຸດ​ທະ​ສາດ.

ຫວຽດນາມ ​ແລະ ລາວ ​ເພີ່ມ​ທະວີ​ການ​ພົວພັນ​ທາງ​ການ​ທູດ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຍຸດ​ທະ​ສາດ​ຢ່າງ​ເລິກ​ເຊິ່ງ. ຫວຽດນາມ ​ແລະ ລາວ ​ເພີ່ມ​ທະວີ​ການ​ພົວພັນ​ທາງ​ການ​ທູດ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຍຸດ​ທະ​ສາດ​ຢ່າງ​ເລິກ​ເຊິ່ງ.

ຍສໝ - ທ່ານ ທອງ​ສະຫວັນ ພົມວິຫານ ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລາວ ​ໄດ້​ມາ​ຢ້ຽມຢາມ​ຫວຽດນາມ ​ແຕ່​ວັນ​ທີ 17-20 ທັນວາ 2025, ​ແລະ ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ປຶກສາ​ຫາລື​ການ​ເມືອງ​ປະຈຳ​ປີ​ຄັ້ງ​ທີ 12 ຢູ່​ຂັ້ນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ - ລາວ.

ຕາມ vovworld.vn

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ