ຫວຽດນາມ, ຍີ່ປຸ່ນ ມອບເອກະສານການຮ່ວມມືທີ່ສຳຄັນຫຼາຍສະບັບ

09:17 | 03/05/2026

ຍສໝ - ໃນຕອນເຊົ້າວັນທີ 2/5, ຢູ່ສຳນັກງານລັດຖະບານ, ພາຍຫຼັງສິ້ນສຸດການເຈລະຈາ, ທ່ານນາຍົກລັດຖະມົນຕີ ເລ ມິງ ຮືງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Takaichi Sanae ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີມອບ-ຮັບບັນດາເອກະສານການຮ່ວມມື.

​ເພີ່ມ​ທະວີ​ການ​ພົວພັນ ​ແລະ ສະໜັບສະໜູນ​ການ​ພັດທະນາ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ຍີ່ປຸ່ນ
ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ
ຫວຽດນາມ, ຍີ່ປຸ່ນ ມອບເອກະສານການຮ່ວມມືທີ່ສຳຄັນຫຼາຍສະບັບ

ທ່ານນາຍົກລັດຖະມົນຕີ ເລ ມິງ ຮືງ ແລະ ທ່ານນາຍົກລັດຖະມົນຕີ Takaichi Sanae ເປັນສັກຂີພິຍານໃນການມອບ-ຮັບ ສັນຍາກູ້ຢືມ (L/A) ສຳລັບໂຄງການພັດທະນາຊົນນະບົດປັບຕົວເຂົ້າກັບໄພທຳມະຊາດ ລະຫວ່າງ ລັດຖະບານ ຫວຽດນາມ ແລະ ອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) - ຮູບ: VGP/Nhat Bac

ທ່ານນາຍົກລັດຖະມົນຕີ Takaichi Sanae ພວມຢູ່ໃນໄລຍະການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 1-3/5, ຕາມຄຳເຊີນຂອງທ່່ານນາຍົກລັດຖະມົນຕີ ເລ ມິງ ຮືງ.

ໃນການເຈລະຈາ, ນາຍົກລັດຖະມົນຕີທັງສອງທ່ານ ໄດ້ແລກປ່ຽນຄວາມຄິດເຫັນຢ່າງກວ້າງຂວາງ ແລະ ແທດຕົວຈິງ ກ່ຽວກັບບັນດາທິດທາງໃຫຍ່ ແລະ ມາດຕະການລະອຽດ ເພື່ອສືບຕໍ່ຊຸກຍູ້ສາຍພົວພັນຄູ່ຮ່ວມຢຸດທະສາດຮອບດ້ານ ລະຫວ່າງ ສອງປະເທດ ໃຫ້ພັດທະນານັບມື້ນັບ "ເລິກເຊິ່ງກວ່າ, ອຸດົມສົມບູນກວ່າ, ແທດຕົວຈິງກວ່າ ແລະ ມີປະສິດທິຜົນກວ່າ" ໃນທຸກຂົງເຂດທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ຫວຽດນາມ, ຍີ່ປຸ່ນ ມອບເອກະສານການຮ່ວມມືທີ່ສຳຄັນຫຼາຍສະບັບ

ທ່ານນາຍົກລັດຖະມົນຕີ ເລ ມິງ ຮືງ ແລະ ທ່ານນາຍົກລັດຖະມົນຕີ Takaichi Sanae ເປັນສັກຂີພິຍານໃນການມອບ-ຮັບ ບົດບັນທຶກການຮ່ວມມືກ່ຽວກັບການເຕີບໂຕກາກບອນຕ່ຳ ລະຫວ່າງ ລັດຖະບານ ແຫ່ງ ສສ ຫວຽດນາມ ແລະ ລັດຖະບານ ຍີ່ປຸ່ນ ເພື່ອຈັດຕັ້ງປະຕິບັດກົນໄກສິນເຊື່ອຮ່ວມ - ຮູບ: VGP/ Nhat Bac

ໃນຂອບເຂດການຢ້ຽມຢາມ, ສອງຝ່າຍໄດ້ລົງນາມເອກະສານທີ່ສຳຄັນ 6 ສະບັບ ໃນຂົງເຂດເຕັກໂນໂລຊີອາວະກາດ, ຂໍ້ມູນຂ່າວສານ-ການສື່ສານ, ຊົນລະປະທານ, ການພັດທະນາພື້ນຖານໂຄງລ່າງປັບຕົວເຂົ້າກັບໄພທຳມະຊາດ, ການປ່ຽນແປງດິນຟ້າອາກາດ ແລະ ການເຕີບໂຕກາກບອນຕ່ຳ.

ບັນດາເອກະສານການຮ່ວມມືທີ່ໄດ້ມອບ-ຮັບ ຕໍ່ໜ້າການເປັນສັກຂີພິຍານຂອງນາຍົກລັດຖະມົນຕີທັງສອງທ່ານ ລວມມີ:

1. ສັນຍາກູ້ຢືມ (L/A) ສຳລັບໂຄງການພັດທະນາຊົນນະບົດປັບຕົວເຂົ້າກັບໄພທຳມະຊາດ ລະຫວ່າງ ລັດຖະບານ ຫວຽດນາມ ແລະ ອົງການຮ່ວມມືສາກົນ ຍີ່ປຸ່ນ (JICA).

2. ສັນຍາກູ້ຢືມ (L/A) ສຳລັບໂຄງການພັດທະນາພື້ນຖານໂຄງລ່າງປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ເພື່ອສະໜັບສະໜູນການຜະລິດໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ຢູ່ບັນດາແຂວງເຂດພູດອຍ ແລະ ເນີນສູງພາກເໜືອ ລະຫວ່າງ ລັດຖະບານ ຫວຽດນາມ ແລະ ອົງການຮ່ວມມືສາກົນ ຍີ່ປຸ່ນ (JICA).

3. ບົດບັນທຶກການຮ່ວມມື ກ່ຽວກັບການເຕີບໂຕກາກບອນຕ່ຳ ລະຫວ່າງ ລັດຖະບານ ແຫ່ງ ສສ ຫວຽດນາມ ແລະ ລັດຖະບານ ຍີ່ປຸ່ນ ເພື່ອຈັດຕັ້ງປະຕິບັດກົນໄກສິນເຊື່ອຮ່ວມ.

ຫວຽດນາມ, ຍີ່ປຸ່ນ ມອບເອກະສານການຮ່ວມມືທີ່ສຳຄັນຫຼາຍສະບັບ

ທ່ານນາຍົກລັດຖະມົນຕີ ເລ ມິງ ຮືງ ແລະ ທ່ານນາຍົກລັດຖະມົນຕີ Takaichi Sanae ເປັນສັກຂີພິຍານໃນການມອບ-ຮັບ ບົດບັນທຶກການຮ່ວມມື ລະຫວ່າງ ກົມຄຸ້ມຄອງ ແລະ ກໍ່ສ້າງກິດຈະການຊົນລະປະທານ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ແລະ ກົມໃຫຍ່ພັດທະນາຊົນນະບົດ, ກະຊວງກະສິກຳ, ປ່າໄມ້ ແລະ ການປະມົງ ຍີ່ປຸ່ນ ກ່ຽວກັບການແລກປ່ຽນເຕັກໂນໂລຊີ, ເຕັກນິກ ໃນຂົງເຂດຊົນລະປະທານ - ຮູບ: VGP/ Nhat Bac

4. ບົດບັນທຶກການຮ່ວມມື ລະຫວ່າງ ກົມຄຸ້ມຄອງ ແລະ ກໍ່ສ້າງກິດຈະການຊົນລະປະທານ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ແລະ ກົມໃຫຍ່ພັດທະນາຊົນນະບົດ, ກະຊວງກະສິກຳ, ປ່າໄມ້ ແລະ ການປະມົງ ຍີ່ປຸ່ນ ກ່ຽວກັບການແລກປ່ຽນເຕັກໂນໂລຊີ, ເຕັກນິກ ໃນຂົງເຂດຊົນລະປະທານ.

ຫວຽດນາມ, ຍີ່ປຸ່ນ ມອບເອກະສານການຮ່ວມມືທີ່ສຳຄັນຫຼາຍສະບັບ

ທ່ານນາຍົກລັດຖະມົນຕີ ເລ ມິງ ຮືງ ແລະ ທ່ານນາຍົກລັດຖະມົນຕີ Takaichi Sanae ເປັນສັກຂີພິຍານໃນການມອບ-ຮັບ ບົດບັນທຶກລະຫວ່າງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ແລະ ກະຊວງພາຍໃນ ແລະ ການສື່ສານ ຍີ່ປຸ່ນ ກ່ຽວກັບການຮ່ວມມືໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ, ການສື່ສານ ແລະ ການຫັນເປັນດີຈີຕອນ - ຮູບ: VGP/ Nhat Bac

5. ບົດບັນທຶກ ລະຫວ່າງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ແລະ ກະຊວງພາຍໃນ ແລະ ການສື່ສານ ຍີ່ປຸ່ນ ກ່ຽວກັບການຮ່ວມມືໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ, ການສື່ສານ ແລະ ການຫັນເປັນດີຈີຕອນ.

ຫວຽດນາມ, ຍີ່ປຸ່ນ ມອບເອກະສານການຮ່ວມມືທີ່ສຳຄັນຫຼາຍສະບັບ

ທ່ານນາຍົກລັດຖະມົນຕີ ເລ ມິງ ຮືງ ແລະ ທ່ານນາຍົກລັດຖະມົນຕີ Takaichi Sanae ເປັນສັກຂີພິຍານໃນການມອບ-ຮັບ ຂໍ້ຕົກລົງ ລະຫວ່າງ ສູນອາວະກາດ ຫວຽດນາມ ສັງກັດວິທະຍາສະຖານວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ແລະ ອົງການການບິນອາວະກາດ ຍີ່ປຸ່ນ ກ່ຽວກັບການແລກປ່ຽນຂໍ້ມູນດາວທຽມ - ຮູບ: VGP/ Nhat Bac

  1. ຂໍ້ຕົກລົງ ລະຫວ່າງ ສູນອາວະກາດ ຫວຽດນາມ ສັງກັດວິທະຍາສະຖານວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ແລະ ອົງການການບິນອາວະກາດ ຍີ່ປຸ່ນ ກ່ຽວກັບການແລກປ່ຽນຂໍ້ມູນດາວທຽມ.
ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ

ຍສໝ - ວັນທີ 27 ແລະ 28 ພະຈິກ, ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ໃນນັ້ນໄດ້ເນັ້ນໜັກເຖິງເລື່ອງທ່ານປະທານປະເທດ ຫວໍວັນເຖືອງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ເຫັນດີຍົກລະດັບການພົວພັນລະຫວ່າງ 2 ປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ ...

ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ

ຍສໝ - ໃນລະຫວ່າງວັນທີ 19 – 20 ຕຸລາ, ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide.

ແທັງຮັ່ງ