| ເອກອັກຄະລັດຖະທູດ ຕວກກີ ເຂົ້າຢ້ຽມຂ່ຳນັບທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ | |
| ຫວຽດນາມ - ຕວກກີ ຈະເພີ່ມວົງເງິນການຄ້າສອງຝ່າຍຂຶ້ນເປັນ 4 ຕື້ USD ໂດຍໄວ |
![]() |
| ທ່ານພົນໂທ ຫງວຽນ ເຈື່ອງ ທັງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ Yasar Guler, ລັດຖະມົນຕີກະຊວງປ້ອງກັນປະເທດ ຕວກກີ. (ຮູບ: ກະຊວງປ້ອງກັນປະເທດ) |
ໃນຂອບເຂດການຢ້ຽມຢາມ ຕວກກີ ແລະ ເຂົ້າຮ່ວມງານວາງສະແດງປ້ອງກັນຊາດ ແລະ ການບິນອາວະກາດ (SAHA) 2026, ໃນຕອນບ່າຍວັນທີ 6 ພຶດສະພາ, ທ່ານພົນໂທ ຫງວຽນ ເຈື່ອງ ທັງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ Yasar Guler, ລັດຖະມົນຕີກະຊວງປ້ອງກັນປະເທດ ຕວກກີ.
ເພື່ອເປັນການຕ້ອນຮັບຄະນະທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຕວກກີ, ທ່ານລັດຖະມົນຕີ Yasar Guler ໄດ້ສະແດງຄວາມຂອບໃຈມາຍັງ ກະຊວງປ້ອງກັນປະເທດ ຫວຽດນາມ ທີ່ໄດ້ສົ່ງຄະນະຜູ້ແທນຂັ້ນສູງເຂົ້າຮ່ວມງານວາງສະແດງທີ່ມີຂະໜາດໃຫຍ່ນີ້.
ທ່ານພົນໂທ ຫງວຽນ ເຈື່ອງ ທັງ ໄດ້ກ່າວຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດຂອງການນຳກະຊວງປ້ອງກັນປະເທດ ຕວກກີ, ພ້ອມທັງຕີລາຄາສູງຕໍ່ຂະໜາດ, ຊື່ສຽງຂອງງານວາງສະແດງ SAHA 2026 ແລະ ຄວາມເປັນມືອາຊີບໃນການຈັດຕັ້ງຂອງຝ່າຍ ຕວກກີ.
ທ່ານພົນໂທ ຫງວຽນ ເຈື່ອງ ທັງ ເນັ້ນໜັກວ່າ, ຫວຽດນາມ ຕີລາຄາສູງຕໍ່ບົດບາດ ແລະ ຖານະບົດບາດຂອງ ຕວກກີ ໃນເວທີສາກົນ ແລະ ພາກພື້ນ, ຖືວ່າ ຕວກກີ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ສຳຄັນແຖວໜ້າໃນພາກພື້ນ.
ໃນໄລຍະຜ່ານມາ, ການຮ່ວມມືປ້ອງກັນຊາດລະຫວ່າງສອງຝ່າຍບັນລຸໄດ້ໝາກຜົນອັນຕັ້ງໜ້າໃນຫຼາຍຂົງເຂດ ເຊັ່ນ: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ; ການເປີດຫ້ອງການທີ່ປຶກສາທູດຝ່າຍປ້ອງກັນຊາດປະຈຳຢູ່ແຕ່ລະປະເທດ; ສ້າງຂອບການຮ່ວມມື, ຜັນຂະຫຍາຍກົນໄກການສົນທະນານະໂຍບາຍປ້ອງກັນຊາດ ຂັ້ນຮອງລັດຖະມົນຕີ; ການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ, ການຄ້າທາງການທະຫານ, ການບຳລຸງສ້າງ...
![]() |
| ທ່ານພົນໂທ ຫງວຽນ ເຈື່ອງ ທັງ ຢ້ຽມຢາມຮ້ານວາງສະແດງຂອງກຸ່ມບໍລິສັດ Aselsan ຂອງ ຕວກກີ. (ຮູບ: ກະຊວງປ້ອງກັນປະເທດ) |
ໃນຕໍ່ໜ້າ, ເພື່ອຊຸກຍູ້ການຮ່ວມມືປ້ອງກັນຊາດສອງຝ່າຍຕາມທິດທາງທີ່ແທດຕົວຈິງ ແລະ ມີປະສິດທິຜົນ, ທ່ານພົນໂທ ຫງວຽນ ເຈື່ອງ ທັງ ປາດຖະໜາຢາກໃຫ້ທ່ານລັດຖະມົນຕີ ເອົາໃຈໃສ່ຊີ້ນຳບັນດາອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ ຕວກກີ ສົມທົບກັນຜັນຂະຫຍາຍບາງເນື້ອໃນ ເຊັ່ນ: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຜັນຂະຫຍາຍກົນໄກການສົນທະນານະໂຍບາຍປ້ອງກັນຊາດ ຂັ້ນຮອງລັດຖະມົນຕີ ໃຫ້ມີປະສິດທິຜົນ; ການຮ່ວມມືບຳລຸງສ້າງ; ເພີ່ມທະວີການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ ແລະ ການຄ້າທາງການທະຫານ; ຊຸກຍູ້ການຮ່ວມມືໃນບາງຂົງເຂດທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ...
ໃນໂອກາດນີ້, ທ່ານພົນໂທ ຫງວຽນ ເຈື່ອງ ທັງ ໄດ້ສົ່ງຄຳເຊີນຂອງ ທ່ານພົນເອກ ຟານ ວັນ ຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເຖິງທ່ານລັດຖະມົນຕີ Yasar Guler ພ້ອມດ້ວຍຄະນະວິສາຫະກິດປ້ອງກັນຊາດ ຕວກກີ ເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ ຄັ້ງທີ 3 ໃນເດືອນທັນວາ ປີ 2026 ຢູ່ ຫວຽດນາມ.
ທ່ານລັດຖະມົນຕີ Yasar Guler ໄດ້ສະແດງຄວາມຂອບໃຈ ແລະ ຝາກຄຳຢ້ຽມຢາມຖາມຂ່າວມາຍັງ ທ່ານພົນເອກ ຟານ ວັນ ຢາງ, ພ້ອມທັງກ່າວວ່າ ຕວກກີ ຈະສົ່ງຄະນະຜູ້ແທນເຂົ້າຮ່ວມງານວາງສະແດງ ແລະ ສົ່ງບັນດາວິສາຫະກິດອຸດສາຫະກຳປ້ອງກັນຊາດໃຫຍ່ເຂົ້າຮ່ວມວາງສະແດງຜະລິດຕະພັນ.
ທ່ານລັດຖະມົນຕີ Yasar Guler ໄດ້ຕີລາຄາສູງຕໍ່ບົດບາດ ແລະ ຖານະບົດບາດຂອງ ຫວຽດນາມ, ພ້ອມທັງຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ສຳຄັນໃນພາກພື້ນ ອາຊີ-ປາຊີຟິກ ຂອງ ຕວກກີ, ທ່ານປາດຖະໜາຢາກໃຫ້ການຮ່ວມມືປ້ອງກັນຊາດລະຫວ່າງສອງປະເທດ ນັບມື້ນັບພັດທະນາຂຶ້ນສູ່ລະດັບສູງໃໝ່, ເລິກເຊິ່ງ, ແທດຕົວຈິງ ແລະ ມີປະສິດທິຜົນ.
ທ່ານລັດຖະມົນຕີ Yasar Guler ປາດຖະໜາໃຫ້ສອງຝ່າຍຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເພີ່ມທະວີການຮ່ວມມືລະຫວ່າງບັນດາເຫຼົ່າທັບ. ຕວກກີ ພ້ອມແລ້ວທີ່ຈະຮ່ວມມື ແລະ ຊ່ວຍເຫຼືອ ຫວຽດນາມ ໃນຂົງເຂດອຸດສາຫະກຳປ້ອງກັນຊາດ ເຊັ່ນ: ການຕໍ່ເຮືອ, ການຍົກລະດັບ, ສ້ອມແປງອຸປະກອນ ແລະ ຖ່າຍທອດເຕັກໂນໂລຊີໃຫ້ແກ່ ຫວຽດນາມ.
ທ່ານລັດຖະມົນຕີ Yasar Guler ຍັງໄດ້ສະແດງຄວາມປາດຖະໜາວ່າ ຈະໄດ້ຕ້ອນຮັບ ທ່ານພົນເອກ ຟານ ວັນ ຢາງ ມາຢ້ຽມຢາມ ຕວກກີ ໃນໄວໆນີ້, ເພື່ອສ້າງແຮງຊຸກຍູ້ເພີ່ມເຕີມໃຫ້ແກ່ການຂະຫຍາຍການຮ່ວມມືປ້ອງກັນຊາດລະຫວ່າງສອງປະເທດໃນຫຼາຍຂົງເຂດໃໝ່.
![]() |
| ທ່ານພົນໂທ ຫງວຽນ ເຈື່ອງ ທັງ ຢ້ຽມຢາມຮ້ານວາງສະແດງຂອງກຸ່ມບໍລິສັດ MKE ຂອງ ຕວກກີ. (ຮູບ: ກະຊວງປ້ອງກັນປະເທດ) |
ໃນວັນດຽວກັນ, ທ່ານພົນໂທ ຫງວຽນ ເຈື່ອງ ທັງ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມຮ້ານວາງສະແດງຂອງກຸ່ມບໍລິສັດ MKE ແລະ Aselsan ຂອງ ຕວກກີ.
ທ່ານພົນໂທ ຫງວຽນ ເຈື່ອງ ທັງ ໄດ້ຕີລາຄາສູງຕໍ່ຖານະບົດບາດແຖວໜ້າຂອງ MKE ແລະ Aselsan ໃນການຜະລິດອາວຸດ, ລູກປືນ, ທາດລະເບີດ, ເຄື່ອງມືການທະຫານ, ອຸປະກອນປ້ອງກັນຊາດເຕັກໂນໂລຊີສູງ, ອຸປະກອນເອເລັກໂຕຣນິກການທະຫານທີ່ທັນສະໄໝ ສຳລັບທະຫານເຮືອ, ທະຫານບົກ, ທະຫານອາກາດ, ລະບົບຣາດາ (radar), ລູກສອນໄຟນຳວິຖີ...
![]() |
| ທ່ານພົນໂທ ຫງວຽນ ເຈື່ອງ ທັງ ໃຫ້ກຽດເຊື້ອເຊີນການນຳກຸ່ມບໍລິສັດ MKE, Aselsan ເຂົ້າຮ່ວມວາງສະແດງ ແລະ ແນະນຳຜະລິດຕະພັນຢູ່ ງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ 2026. (ຮູບ: ກະຊວງປ້ອງກັນປະເທດ) |
ທ່ານພົນໂທ ຫງວຽນ ເຈື່ອງ ທັງ ໄດ້ກ່າວຂອບໃຈ ແລະ ຮັບຊາບບັນດາຂໍ້ມູນທີ່ການນຳ MKE, Aselsan ໄດ້ແລກປ່ຽນໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ SAHA 2026, ພ້ອມທັງໄດ້ສະເໜີບັນດາມາດຕະການລະອຽດ ເພື່ອຊຸກຍູ້ການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດລະຫວ່າງສອງຝ່າຍ.
ທ່ານພົນໂທ ຫງວຽນ ເຈື່ອງ ທັງ ໄດ້ໃຫ້ກຽດເຊື້ອເຊີນການນຳກຸ່ມບໍລິສັດ MKE, Aselsan ເຂົ້າຮ່ວມວາງສະແດງ ແລະ ແນະນຳຜະລິດຕະພັນຢູ່ ງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ 2026, ເຊິ່ງຈະຈັດຂຶ້ນໃນເດືອນທັນວາ ປີ 2026 ຢູ່ ຮ່າໂນ້ຍ.
ການນຳກຸ່ມບໍລິສັດ MKE, Aselsan ປາດຖະໜາວ່າ ໃນຕໍ່ໜ້າຈະຂະຫຍາຍການຮ່ວມມືກັບບັນດາວິສາຫະກິດປ້ອງກັນຊາດ ຫວຽດນາມ ໃນຂົງເຂດທີ່ມີທ່າແຮງບົ່ມຊ້ອນ ແລະ ມີລັກສະນະຍຸດທະສາດ.
| ລັດເຊຍ ຍູ້ແຮງການຮ່ວມມື ກັບຈີນ ແລະ ຕວກກີ ວັນທີ 25 ມີນາ ປະທານາທິບໍດີລັດເຊຍ ປູຕິນ ໄດ້ມີການເຈລະຈາທາງໂທລະສັບກັບຄູ່ຕຳແໜ່ງຕວກກີ ເອໂດການ ເພື່ອແນໃສ່ປຶກສາຫາລືບັນດາບັນຫາທີ່ທີ່ກ່ຽວຂ້ອງເຖິງພົວພັນຄູ່ຮ່ວມມືສອງຝ່າຍໃນຫຼາຍຂົງເຂດ. |
| ຊາວຫວຽດນາມຢູ່ ຕວກກີ ໄດ້ຕີລາຄາສູງການໜູນຊ່ວຍຂອງສະຖານທູດ ຍສໝ ສະຖານທູດໄດ້ມີແຜນການສົມທົບກັບປະຊາຄົມຊາວຫວຽດນາມ ຢູ່ຕວກກີ ເພື່ອຜັນຂະຫຍາຍບັນດາໂຄງການໜູນຊ່ວຍອັນສຳຄັນໃຫ້ແກ່ປະຊາຊົນ ເພື່ອໃຫ້ຊີວິດການເປັນຢູ່ກັບຄືນສູ່ສະພາບປົກກະຕິໂດຍໄວ. |
ແທັງຮັ່ງ



