| ໂຄສະນາພາບພົດຂອງ ຫວຽດນາມ ສູ່ເພື່ອນມິດ ດານມາກ ແລະ ສາກົນ | |
| ການເຊື່ອມຕໍ່ການຄ້າ ລະຫວ່າງ ວິສາຫະກິດທ່ອງທ່ຽວ ຫວຽດນາມ ແລະ ສາກົນ |
![]() |
| ທ່ານ ເອກອັກຄະລັດຖະທູດຫວຽດນາມ ປະຈຳດານມາກ ຫງວຽນເລແທັງ ກ່າວປາໄສໄຂພິທີ. (ແຫຼ່ງຂໍ້ມູນ: ສະຖານທູດຫວຽດນາມ ປະຈຳດານມາກ) |
ຢູ່ທີ່ກິດຈະກຳ ພ້ອມທັງໄດ້ປະກາດບັນດາກິດຈະກຳທີ່ຕໍ່ເນື່ອງ ເພື່ອສະເຫຼີມສະຫຼອງ 55 ປີວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ-ດານມາກ ຄົບຮອບ ໃນປີ 2026.
ເຂົ້າຮ່ວມກິດຈະກຳມີ ປະທານ ແລະ ບັນດາສະມາຊິກ ສະໂມສອນແມ່ຍິງສາກົນ ຢູ່ ໂຄເປັນຮາກັນ, ໃນນັ້ນມີບັນດານັກຂ່າວ, ຜູ້ສື່ຂ່າວ ຢູ່ ດານມາກ; ອຳນວຍການ, ການນຳຂອງບາງໂຮງຮຽນ ພ້ອມກັບຜູ້ຕາງໜ້າບັນດາອົງການ ແລະ ການຈັດຕັ້ງຂອງດານມາກ.
![]() |
| ພະນັກງານສະຖານທູດ ນຳສະເໜີກ່ຽວກັບບັນດາຂີດໝາຍແຫ່ງການພັດທະນາຂອງຫວຽດນາມ. (ແຫຼ່ງຂໍ້ມູນ: ສະຖານທູດຫວຽດນາມ ປະຈຳ ດານມາກ) |
ກ່າວປາໄສໄຂພິທີ, ທ່ານ ຫງວຽນເລແທັງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳດານມາກ ໄດ້ເນັ້ນໜັກວ່າ ກິດຈະກຳແມ່ນໂອກາດເພື່ອ "ນຳຫວຽດນາມ ເຂົ້າມາໃກ້ຊິດຕື່ມອີກ ກັບໝູ່ເພື່ອນດານມາກ ແລະ ສາກົນ", ບໍ່ພຽງແຕ່ກ່ຽວກັບໄລຍະຫ່າງທາງພູມສາດເທົ່ານັ້ນ ແຕ່ສິ່ງທີ່ສຳຄັນກວ່າແມ່ນກ່ຽວກັບຄວາມເຂົ້າອົກເຂົ້າໃຈ ແລະ ການເຊື່ອມຕໍ່ລະຫວ່າງຄົນກັບຄົນ.
ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ, ຫວຽດນາມໃນປັດຈຸບັນ ແມ່ນປະເທດທີ່ມີຄວາມຫ້າວຫັນ, ສ້າງສັນ ແລະ ພວມພັດທະນາຢ່າງວ່ອງໄວ, ຍືນຍົງ; ສະແດງຄວາມມຸ່ງມາດປາດຖະໜາວ່າ ຜ່ານບັນດາກິດຈະກຳແລກປ່ຽນວັດທະນະທຳ, ການສຶກສາ ແລະ ການຮ່ວມມືຫຼາຍດ້ານ, ສອງປະເທດຈະສືບຕໍ່ຮັດແໜ້ນພື້ນຖານສາຍພົວພັນມິດຕະພາບທີ່ສະໜິດແໜ້ນ, ຂະຫຍາຍ ແລະ ເຮັດໃຫ້ການຮ່ວມມືໃນບັນດາຂົງເຂດເລິກເຊິ່ງກວ່າອີກ, ໂດຍສະເພາະແມ່ນດ້ານນະວັດຕະກຳ, ການຫັນເປັນດິຈິຕອນ ແລະ ການພັດທະນາແບບຍືນຍົງ.
![]() |
| ນັກຂຽນ ໂຊເຣນເດວິດເຊັນ ກ່າວປາໄສກ່ຽວກັບບັນດາຈຸດພິເສດທີ່ເປັນເອກະລັກຂອງວັດທະນະທຳ ແລະ ຄົນຫວຽດນາມ. (ແຫຼ່ງຂໍ້ມູນ: ສະຖານທູດຫວຽດນາມ ປະຈຳ ດານມາກ) |
ຢູ່ທີ່ກິດຈະກຳ, ນັກຂຽນ ໂຊເຣນເດວິດເຊັນ, ຮອງປະທານກຸ່ມບໍລິສັດ ເດວິດເຊັນ-ເຄ, ຜູ້ທີ່ເຄີຍດຳລົງຊີວິດ ແລະ ເຮັດວຽກເປັນເວລາຫຼາຍປີຢູ່ຫວຽດນາມ, ໄດ້ແບ່ງປັນບັນດາມຸມມອງທີ່ເລິກເຊິ່ງ ຈາກມຸມມອງຂອງຊາວດານມາກ ກ່ຽວກັບວັດທະນະທຳ ແລະ ຄົນຫວຽດນາມ.
ທ່ານໄດ້ຍ້ອງຍໍຊົມເຊີຍນ້ຳໃຈເອກະລາດ, ຕົນຕົວເພິ່ງຕົນເອງ, ນະໂຍບາຍການຕ່າງປະເທດ, ການເຊື່ອມໂຍງສາກົນ ແລະ ບັນດາຜົນສຳເລັດແຫ່ງການພັດທະນາຢ່າງກະໂດດຂັ້ນຂອງຫວຽດນາມ; ເນັ້ນໜັກເຖິງບັນດາຄຸນຄ່າທີ່ເປັນເອກະລັກ ເຊັ່ນ: ນ້ຳໃຈຮັກແພງແຂກຄົນ, ຄວາມຫ້າວຫັນ, ຄວາມສາມາດໃນການປັບຕົວ ແລະ ຄວາມມຸ່ງມາດປາດຖະໜາທີ່ຈະກ້າວຂຶ້ນຂອງຄົນຫວຽດນາມ.
ພ້ອມກັນນັ້ນ, ທ່ານຖືວ່າ, ສາຍພົວພັນ ຫວຽດນາມ-ດານມາກ ນັບມື້ນັບໄດ້ຮັບການພັດທະນາຕາມທິດເປັນຄູ່ຮ່ວມມືທີ່ສະເໝີພາບ, ໄວ້ເນື້ອເຊື່ອໃຈກັນ, ຮ່ວມກັນແບ່ງປັນຜົນປະໂຫຍດ ແລະ ວິໄສທັດລວມ ໃນສະພາບການຮ່ວມມືສາກົນທີ່ນັບມື້ນັບກວ້າງຂວາງ ແລະ ເລິກເຊິ່ງ.
![]() |
| ບັນດາແຂກຖືກເຊີນ ສົນທະນາແລກປ່ຽນກັນຢ່າງຟົດຟື້ນ ຢູ່ທີ່ກິດຈະກຳ. (ແຫຼ່ງຂໍ້ມູນ: ສະຖານທູດຫວຽດນາມ ປະຈຳດານມາກ) |
ບັນດາຜູ້ແທນທີ່ເຂົ້າຮ່ວມ ໄດ້ສົນທະນາແລກປ່ຽນກັນຢ່າງຟົດຟື້ນ, ແບ່ງປັນຄວາມຮູ້ສຶກ ແລະ ປະສົບການສ່ວນຕົວ ກ່ຽວກັບຫວຽດນາມ. ຫຼາຍຄຳຄິດຄຳເຫັນ ໄດ້ສະແດງຄວາມປະທັບໃຈຢ່າງເລິກເຊິ່ງ ກ່ຽວກັບຄວາມສວຍງາມຂອງທຳມະຊາດ, ຄວາມອຸດົມສົມບູນຂອງວັດທະນະທຳ ແລະ ໂດຍສະເພາະແມ່ນຄວາມເປັນກັນເອງ, ການຮັກແພງແຂກຄົນ ຂອງປະຊາຊົນຫວຽດນາມ.
ຜູ້ແທນບາງທ່ານ ໄດ້ເລົ່າຄືນບັນດາຄວາມຊົງຈຳທີ່ໜ້າຈົດຈຳ ໃນບັນດາການທ່ຽວຊົມຢູ່ຫວຽດນາມ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ກັບປະຫວັດສາດແຫ່ງການຕໍ່ສູ້ຢ່າງອົງອາດກ້າຫານ ແລະ ສະຫງ່າອົງອາດ ຂອງຊາດຫວຽດນາມ.
![]() |
| ທ່ານເອກອັກຄະລັດຖະທູດ ຫງວຽນເລແທັງ ຕອບບັນດາຄຳຖາມຂອງແຂກຖືກເຊີນ. (ແຫຼ່ງຂໍ້ມູນ: ສະຖານທູດຫວຽດນາມ ປະຈຳ ດານມາກ) |
ທ່ານເອກອັກຄະລັດຖະທູດ ຫງວຽນເລແທັງ ຕອບບັນດາຄຳຖາມຂອງແຂກຖືກເຊີນ. (ແຫຼ່ງຂໍ້ມູນ: ສະຖານທູດຫວຽດນາມ ປະຈຳດານມາກ)
ບັນດາແຂກຖືກເຊີນ ຕີລາຄາສູງຕໍ່ກັບການທີ່ສະຖານທູດ ຈະຈັດຕັ້ງບັນດາກິດຈະກຳທີ່ຕໍ່ເນື່ອງ ເພື່ອສະເຫຼີມສະຫຼອງ ຄົບຮອບ 55 ປີວັນສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດ, ພ້ອມທັງສະແດງຄວາມມຸ່ງມາດປາດຖະໜາຢາກເຂົ້າຮ່ວມ ແລະ ຢືນຢັນວ່າ ຫວຽດນາມ ຈະກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວຂອງຕົນເອງ, ຄອບຄົວ ແລະ ໝູ່ເພື່ອນ.
ກິດຈະກຳໄດ້ດຳເນີນໄປໃນບັນຍາກາດທີ່ເປີດກວ້າງ, ເປັນກັນເອງ ແລະ ໄດ້ສ້າງຄວາມປະທັບໃຈທີ່ດີງາມ ແລະ ເປັນໜ້າຊື່ນຊົມໃຫ້ແກ່ບັນດາແຂກຖືກເຊີນ, ຜ່ານນັ້ນໄດ້ປະກອບສ່ວນສືບຕໍ່ໂຄສະນາພາບພົດຂອງຫວຽດນາມ ທີ່ທັນສະໄໝ, ເຊື່ອມໂຍງສາກົນ ແລະ ອຸດົມສົມບູນໄປດ້ວຍເອກະລັກທາງວັດທະນະທຳ ມາຍັງໝູ່ເພື່ອນສາກົນ.
| ທ່ານເລຂາທິການໃຫຍ່ເປັນປະທານກອງປະຊຸມ ກົມການເມືອງ, ຄະນະເລຂາ ເພື່ອພິຈາລະນາບັນຫາພົ້ນເດັ່ນຢູ່ພາຍໃນປະເທດ ແລະ ສາກົນ ຫວຽດນາມ ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງໃນຫຼາຍຂົງເຂດຄື: ການພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນ ຕ້ານໂລກລະບາດໂຄວິດ-19. |
| ຫວຽດນາມ - ຈີນ ເຄົາລົບກົດໝາຍສາກົນ ແລະ ແກ້ໄຂບັນດາບັນຫາຢູ່ທະເລຕາເວັນອອກຢ່າງສົມເຫດສົມຜົນ ຍສໝ - ຫວຽດນາມ ແລະ ຈີນ ຫາກໍ່ສິ້ນສຸດການເຈລະຈາ ຮອບທີ 15 ກຸ່ມວຽກງານກ່ຽວກັບເຂດນ່ານທະເລນອກອ່າວພາກເໜືອ ແລະ ຮອບທີ 12 ກຸ່ມວຽກງານປຶກສາຫາລືກ່ຽວກັບການຮ່ວມມືພ້ອມກັນພັດທະນາຢູ່ທະເລ, ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນສອງປະເທດ, ການແກ້ໄຂບັນຫາຢູ່ທະເລມີຢ່່າງມີສົມເຫດສົມຜົນ... |
ແທັງຮັ່ງ




