![]() |
| |
ຕອນຄ່ຳວັນທີ 18 ເມສາ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ພ້ອມດ້ວຍພັນລະຍາ ທ່ານນາງ ຫງວຽນທິແທັງງາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງມາຮອດສະໜາມບິນ ໂນ້ຍບາຍ, ຮ່າໂນ້ຍ ສິ້ນສຸດການປະຕິບັດງານເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາສາກົນ ຄັ້ງທີ 152 (IPU) ຢູ່ Istanbul ປະເທດ ຕວັກກີ, ດຳເນີນການເຄື່ອນໄຫວສອງຝ່າຍຈຳນວນໜຶ່ງຢູ່ ຕວັກກີ ແລະ ຢ້ຽມຢາມ ສ. ອີຕາລີ ຢ່າງເປັນທາງການແຕ່ວັນທີ 11 ເມສາ - 17 ເມສາ 2026 ຢ່າງຈົບງາມ.
ດ້ວຍບັນດາການເຄື່ອນໄຫວທີ່ແທດຈິງ, ການປະຕິບັດງານ ໄດ້ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບບັນດາອົງການຈັດຕັ້ງຫຼາຍຝ່າຍ, ສະແດງໃຫ້ເຫັນວ່າ ຫວຽດນາມ ມີບັນດາການປະກອບສ່ວນຢ່າງແທດຈິງ, ມີປະສິດທິຜົນ ແລະ ມີຄວາມຮັບຜິດຊອບ.
ຜ່ານການຢ້ຽມຢາມສອງປະເທດ, ສາຍພົວພັນຮ່ວມມືລະຫວ່າງບັນດາອົງການສ້າງກົດໝາຍໄດ້ຮັບການຍູ້ແຮງນັບທັງດ້ານຄຸນນະພາບ, ປະສິດທິຜົນໃນທຸກຂົງເຂດລັດຖະສະພາ, ເສດຖະກິດ, ການຄ້າ, ການລົງທຶນ ສ້າງກຳລັງໜູນໃໝ່ ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດທີ່ມີກຳລັງບົ່ມຊ້ອນ, ເຊັ່ນ: ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການສຶກສາ - ບຳລຸງສ້າງ, ວັດທະນະທຳ ແລະ ການພົວພັນແລກ່ປຽນປະຊາຊົນ.
ຕາມ vovworld.vn
ຕາມ https://vovworld.vn/lo-LA/khaawedn/pa-thaan-sa-phaa-eihng-saad-echin-eithng-ehmin-sin-sud-kaan-ynym-yaam-ii-haa-lii-eila-hwk-kii-yaang-2428836.vov5
| ປະທານສະມາຄົມມິດຕະພາບສະວິດ - ຫວຽດນາມ: ຄວາມພາກພູມໃຈທີ່ໄດ້ເຫັນການເຕີບໂຕຂອງຫວຽດນາມ ພາຍຫຼັງ 80 ປີແຫ່ງວັນຊາດ ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ (2 ກັນຍາ 1945 – 2 ກັນຍາ 2025), ທ່ານນາງ Anjuska Marija Weil, ປະທານສະມາຄົມມິດຕະພາບສະວິດ - ຫວຽດນາມ ໄດ້ແບ່ງປັນຄວາມຕື້ນຕັນໃຈເມື່ອໄດ້ເຫັນປະເທດ ເຊິ່ງນາງເຄີຍຕໍ່ສູ້ເພື່ອສັນຕິພາບ ແລະ ເອກະລາດກັບເພື່ອນມິດສາກົນ, ປະຈຸບັນໄດ້ພັດທະນາຢ່າງເຂັ້ມແຂງ ແລະ ... |
| ປະທານປະເທດ ເລື່ອງເກື່ອງ ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ອັງໂກລາ ຢ່າງຈົບງາມ ການຢ້ຽມຢາມ ໄດ້ສະແດງໃຫ້ເຫັນຂອບຂະໜາດການພົວພັນຕ່າງປະເທດຂອງ ຫວຽດນາມ ໃນສັງກາດໃໝ່, ທັງປະຕິບັດເປົ້າໝາຍນຳການພົວພັນຂອງ ຫວຽດນາມ ກັບບັນດາຄູ່ຮ່ວມມືສຳຄັນໃນພາກພື້ນຄື ອີຢິບ ແລະ ອັງໂກລາ ຂຶ້ນສູ່ລະດັບສູງໃໝ່, ທັງຢັ້ງຢືນສານນະໂຍບາຍສຳຄັນຂອງ ຫວຽດນາມ ສຳລັບບັນດາປະເທດໃນພາກພື້ນ ອາຟະລິກາ. |
ຕາມ vovworld.vn
