ຫວຽດນາມ ເຂົ້າຮ່ວມງານວາງສະແດງປ້ອງກັນຊາດອາຊີ ຢູ່ ມາເລເຊຍ

12:16 | 23/04/2026

ຍສໝ - ຕອບສະໜອງຕາມຄຳເຊີນຂອງ ກະຊວງປ້ອງກັນປະເທດ ມາເລເຊຍ, ຄະນະຜູ້ແທນຂັ້ນສູງ ກະຊວງປ້ອງກັນປະເທດ ຫວຽດນາມ ໂດຍແມ່ນ ທ່ານ ພົນໂທ ຫງວຽນ ເຈື່ອງ ທັ່ງ, ກຳມະການສູນກາງພັກ, ກຳມະການປະຈຳຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ເປັນຫົວໜ້າຄະນະ ເຂົ້າຮ່ວມງານວາງສະແດງ ປ້ອງກັນຊາດອາຊີ ແລະ ຄວາມໝັ້ນຄົງແຫ່ງຊາດອາຊີ (DSA) ຄັ້ງທີ 19, ເຊິ່ງຈັດຂຶ້ນຢູ່ ປະເທດມາເລເຊຍ.

[ຮູບພາບ] ທ່ານປະທານສະພາຕ່ຳ ມາເລເຊຍ ແລະພັນລະຍາໄດ້ໄປຢ້ຽມຢາມຮ່ອງຮອຍແຫ່ງຊາດພິເສດ ວັນໝຽວ - ກວກຕຶ້ຢ໋າມ
ງານລາຕີພົບປະແລກປ່ຽນວັດທະນະທຳເອກະລັກພິເສດເຊື່ອມຕໍ່ນ້ຳໃຈມິດຕະພາບ ຫວຽດນາມ - ມາເລເຊຍ
ຫວຽດນາມ ເຂົ້າຮ່ວມງານວາງສະແດງປ້ອງກັນຊາດອາຊີ ຢູ່ ມາເລເຊຍ

ທ່ານ ພົນໂທ ຫງວຽນເຈື່ອງທັ່ງ ພ້ອມດ້ວຍຄະນະຜູ້ແທນ ກະຊວງປ້ອງກັນປະເທດ ຢ້ຽມຊົມບັນດາຮ້ານວາງສະແດງພາຍໃນງານ. ຮູບ: ກະຊວງປ້ອງກັນປະເທດ

ວັນທີ 20 ເມສາ, ຄະນະຜູ້ແທນໄດ້ເຂົ້າຮ່ວມພິທີເປີດງານວາງສະແດງປ້ອງກັນຊາດອາຊີ (DSA) ແລະ ງານວາງສະແດງຄວາມໝັ້ນຄົງແຫ່ງຊາດອາຊີ (NATSEC) 2026 ພາຍໃຕ້ການເປັນປະທານຂອງ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ມາເລເຊຍ.

ງານວາງສະແດງປ້ອງກັນຊາດອາຊີ DSA 2026 ໄດ້ດຶງດູດແຂກທຸລະກິດປະມານ 50.000 ຄົນ, ຄະນະຜູ້ແທນພົນລະເຮືອນ ແລະ ຜູ້ແທນຂັ້ນສູງຈາກກະຊວງປ້ອງກັນປະເທດ ແລະ ກອງທັບ 600 ຄະນະ ຈາກ 60 ປະເທດ, ໃນນັ້ນມີ 38 ປະເທດເຂົ້າຮ່ວມການວາງສະແດງ ແລະ ມີປະມານ 1.400 ບໍລິສັດ, ກຸ່ມບໍລິສັດອຸດສາຫະກຳປ້ອງກັນຊາດຊັ້ນນຳຂອງໂລກ.

ງານວາງສະແດງໃນປີນີ້ ໄດ້ຈັດສະແດງ 15 ກຸ່ມຫົວຂໍ້ສະເພາະ, ທີ່ໂດດເດັ່ນແມ່ນບັນດາຜະລິດຕະພັນທາງການທະຫານທີ່ທັນສະໄໝ ເປັນຕົ້ນແມ່ນ ເຮືອບິນ, ເຮືອຮົບ, ລົດຫຸ້ມເກາະ, ລູກສອນໄຟໄລຍະໃກ້ແບບປະທັບບ່າ, ລະບົບປືນຕໍ່ສູ້ອາກາດຍານ, ປືນເລເຊີ..., ຕະຫຼອດຮອດລູກກະສຸນຊະນິດຕ່າງໆ, ເຄື່ອງນຸ່ງຫົ່ມ, ອຸປະກອນການທະຫານ ທີ່ຮັບໃຊ້ໃຫ້ແກ່ວຽກງານປ້ອງກັນຊາດ.

ບັນດາຂົງເຂດເຕັກໂນໂລຊີທີ່ໂດດເດັ່ນ ລວມມີ: ການສູ້ຮົບທາງເອເລັກໂຕຣນິກ, ຄວາມປອດໄພທາງໄຊເບີ, ປັນຍາປະດິດ, ການສູ້ຮົບຫຼາຍມິຕິ, ໂຣບົດ ແລະ ລະບົບທີ່ບໍ່ມີຄົນຂັບ, ເສນາຮັກ.

ງານວາງສະແດງຈະດຳເນີນໄປຈົນເຖິງທ້າຍວັນທີ 23 ເມສາ ຢູ່ທີ່ ສູນການຄ້າ ແລະ ງານວາງສະແດງສາກົນ ມາເລເຊຍ (MITEC).

ການທີ່ ກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມງານວາງສະແດງໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມສົນໃຈຕໍ່ກັບການຮ່ວມມືສາກົນດ້ານອຸດສາຫະກຳປ້ອງກັນຊາດ, ທັງເປັນການຢືນຢັນວ່າ ລັດຖະບານ ແລະ ກະຊວງປ້ອງກັນປະເທດ ຫວຽດນາມ ຍາມໃດກໍສ້າງເງື່ອນໄຂອຳນວຍຄວາມສະດວກ ເພື່ອເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືສາກົນໃນຂົງເຂດອຸດສາຫະກຳປ້ອງກັນຊາດ ຕາມຫຼັກການສະເໝີພາບ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ເຄົາລົບກົດໝາຍຂອງຫວຽດນາມ ແລະ ບັນດາພັນທະສັນຍາສາກົນອື່ນໆ.

ໃນຕອນເຊົ້າມື້ນີ້ເຊັ່ນກັນ, ທ່ານ ພົນໂທ ຫງວຽນເຈື່ອງທັ່ງ ໄດ້ມີການພົບປະສອງຝ່າຍກັບບັນດາຫົວໜ້າຄະນະຜູ້ແທນບາງປະເທດ; ພ້ອມດ້ວຍຄະນະຜູ້ແທນ ກະຊວງປ້ອງກັນປະເທດ ຫວຽດນາມ ຢ້ຽມຊົມບັນດາຮ້ານວາງສະແດງ, ຊຸກຍູ້ການແລກປ່ຽນ, ຊອກຫາຊ່ອງທາງຄວາມເປັນໄປໄດ້ໃນການຮ່ວມມື ໃຫ້ສອດຄ່ອງກັບຂີດຄວາມສາມາດຂອງແຕ່ລະຝ່າຍ, ກໍຄືເພີ່ມທະວີສາຍພົວພັນການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ ລະຫວ່າງ ຫວຽດນາມ ກັບບັນດາປະເທດໃນຕໍ່ໜ້າ.

ມາເລເຊຍ ຍູ້ແຮງການສົ່ງອອກ ໄປຍັງຕະຫຼາດຫວຽດນາມ ມາເລເຊຍ ຍູ້ແຮງການສົ່ງອອກ ໄປຍັງຕະຫຼາດຫວຽດນາມ

ຫວ່າງແລ້ວນີ້, ກະຊວງການລົງທຶນ, ການຄ້າ ແລະ ອຸດສາຫະກຳຂອງມາເລເຊຍ (MITI) ໄດ້ອອກຖະແຫຼງຂ່າວ ໂດຍລະບຸວ່າ: ມາເລເຊຍຮັບປະກັນມູນຄ່າສິນຄ້າສົ່ງອອກໄປທີ່ຕະຫຼາດຫວຽດນາມ ບັນລຸ 3,3 ຕື້ RM (ປະມານ 717 ລ້ານ USD) ລວມມີ ສິນຄ້າເຄື່ອງໄຟຟ້າ ແລະ ເອເລັກໂຕຼນິກ (E&E), ນ້ຳມັນປາມ, ສານເຄມີ ແລະ ...

ທ່ານເອກອັກຄະລັດຖະທູດ ມາເລເຊຍ: ຫວຽດນາມ ຂຸດຄົ້ນ “ຫົວຄິດປະດິດສ້າງ” ຢູ່ APEC ເພື່ອຍົກສູງຄວາມສາມາດ ທ່ານເອກອັກຄະລັດຖະທູດ ມາເລເຊຍ: ຫວຽດນາມ ຂຸດຄົ້ນ “ຫົວຄິດປະດິດສ້າງ” ຢູ່ APEC ເພື່ອຍົກສູງຄວາມສາມາດ

ຍສໝ - ຫວຽດນາມ ​ແມ່ນ​ສະມາຊິກ​ທີ່​ຕັ້ງໜ້າ​ຂອງ​ຫຼາຍ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ ​ແລະ ພາກ​ພື້ນ​ຄື ອາ​ຊຽນ, APEC ​ແລະ WTO

ແທັງຮັ່ງ