| ສືບຕໍ່ “ການເດີນທາງຫວ່ານເມັດພັນຂຽວແຫ່ງຄວາມຫວັງ” ໃຫ້ແກ່ເດັກພິການຢູ່ ດຽນບຽນ (Điện Biên) | |
| ເປີດກວ້າງຂົວຕໍ່ແຫ່ງການຮ່ວມມື ຫວຽດນາມ - ໄທ ຢູ່ແຂວງ ຮ້ອຍເອັດ (Roi Et) |
ຢູ່ພາຍໃດວາລະການເຮັດວຽກ, ທ່ານ ພົນເອກ ຄຳກິ່ງ ຜຸຍຫຼ້າມະນີວົງ ໄດ້ສະແດງຄວາມປະທັບໃຈຕໍ່ກັບບັນດາຜົນສຳເລັດທີ່ແຂວງ ຟູເຖາະ (Phú Thọ) ບັນລຸໄດ້ ພາຍໃດການພັດທະນາເສດຖະກິດ - ສັງຄົມ, ການຮັບປະກັນວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ພາຍໃດໄລຍະຜ່ານມາ.
ພ້ອມທັງແຈ້ງຂໍ້ມູນກ່ຽວກັບທ່າແຮງ, ເງື່ອນໄຂອັນສະດວກ ກໍຄືຜົນສຳເລັດອັນພົ້ນເດັ່ນ ພາຍໃດວຽກງານການກໍ່ສ້າງພັກ, ການພັດທະນາເສດຖະກິດ - ສັງຄົມ ຂອງແຂວງ ຫຼວງນ້ຳທາ, ທ່ານເລຂາຄະນະພັກແຂວງ ຫຼວງນ້ຳທາ ມຸ່ງຫວັງຢາກໃຫ້ສອງທ້ອງຖິ່ນສືບຕໍ່ເປີດກວ້າງການຮ່ວມມືຮ່ວມກັນພາຍໃດຕໍ່ໜ້າ. ພາຍໃດນັ້ນ, ແຂວງ ຫຼວງນ້ຳທາ ໄດ້ສະເໜີໃຫ້ແຂວງ ຟູເຖາະ ເອົາໃຈໃສ່ສ້າງເງື່ອນໄຂອັນສະດວກ ເພື່ອໃຫ້ບັນດາວິສາຫະກິດຂອງແຂວງ ເດີນທາງມາທັດສະນະສຶກສາ, ຊອກຮູູ້ໂອກາດການລົງທຶນ; ສືບຕໍ່ມອບທຶນການສຶກສາໃຫ້ແກ່ນັກຮຽນ-ນັກສຶກສາລາວ ເຂົ້າມາສຶກສາຮ່ຳຮຽນຢູ່ແຂວງ ຟູເຖາະ; ເພີ່ມທະວີການພົບປະແລກປ່ຽນ, ແບ່ງປັນບົດຮຽນ ພາຍໃດວຽກງານການນຳພາ, ບໍລິຫານຂອງຄະນະພັກ ແລະ ອຳນາດການປົກຄອງ ກ່ຽວກັບການກໍ່ສ້າງພັກ ແລະ ການພັດທະນາເສດຖະກິດ - ສັງຄົມ.
![]() |
| ທ່ານ ຟາມດ້າຍເຢືອງ (Phạm Đại Dương) - ເລຂາຄະນະພັກແຂວງ ຟູເຖາະ ກ່າວປາໄສຢູ່ພາຍໃດວາລະການເຮັດວຽກ. (ພາບ: ທູເຮືອງ - Thu Hương/TTXVN). |
ທ່ານ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ໄດ້ຢືນຢັນວ່າ ແຂວງ ຫຼວງນ້ຳທາ ຈະປະສານງານກັນຢ່າງສະໜິດແໜ້ນກັບແຂວງ ຟູເຖາະ ແນໃສ່ຫັນບັນດາເນື້ອໃນການແລກປ່ຽນໃຫ້ເປັນຮູບປະທຳ, ປະກອບສ່ວນນຳພາສາຍພົວພັນການຮ່ວມມືລະຫວ່າງສອງທ້ອງຖິ່ນ ໃຫ້ກາຍເປັນສັນຍະລັກແຫ່ງສາຍພົວພັນມິດທະພາບ ຫວຽດນາມ - ລາວ.
ກ່າວປາໄສຢູ່ພາຍໃດວາລະການເຮັດວຽກ, ທ່ານ ຟາມດ້າຍເຢືອງ (Phạm Đại Dương) - ເລຂາຄະນະພັກແແຂວງ ຟູເຖາະ ໄດ້ເນັ້ນໜັກວ່າ ສາຍພົວພັນມິດທະພາບ, ຄວາມສາມັກຄີພິເສດ ຫວຽດນາມ - ລາວ ແມ່ນຊັບສົມບັດອັນລ້ຳຄ່າ, ເຊິ່ງໄດ້ຮັບການເພີ່ມພູນຄູນສ້າງຈາກປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ພ້ອມດ້ວຍບັນດາຮຸ່ນຜູ້ນຳ ແລະ ປະຊາຊົນສອງປະເທດ ດ້ວຍຄວາມອົດທົນພະຍາຍາມ. ອີງຕາມການກ່າວຂອງທ່ານ, ຄວາມຮັບຜິດຊອບຂອງຄົນຮຸ່ນປັດຈຸບັນ ແມ່ນການສືບຕໍ່ປົກປັກຮັກສາ, ເສີມຂະຫຍາຍ ແລະ ສືບທອດໃຫ້ແກ່ຄົນຮຸ່ນຕໍ່ໆໄປ ຕໍ່ກັບສາຍພົວພັນອັນເປັນແບບຢ່າງ, ທີ່ເຕັມໄປດ້ວຍຄວາມຈົງຮັກພັກດີ ແລະ ໃສສະອາດບໍລິສຸດນັ້ນ.
ເມື່ອທົບທວນຄືນຜົນສຳເລັດແຫ່ງການຮ່ວມມືລະຫວ່າງສອງທ້ອງຖິ່ນ, ທ່ານເລຂາຄະນະພັກແຂວງ ຟູເຖາະ ໃຫ້ຮູ້ວ່າ ທາງແຂວງໄດ້ ແລະ ພວມຜັນຂະຫຍາຍບັນດາກິດຈະກຳຕົວຈິງຫຼາກຫຼາຍປະການຢູ່ທີ່ ຫຼວງນ້ຳທາ ເປັນຕົ້ນແມ່ນ ການສະໜັບສະໜູນພື້ນຖານໂຄງລ່າງສາທາລະນະສຸກ, ການກໍ່ສ້າງສຳນັກງານເຮັດວຽກ, ໂຮງຮຽນ ແລະ ການບຳລຸງສ້າງຊັບພະຍາກອນມະນຸດ. ພາຍໃດໄລຍະປີ 2021-2025, ຟູເຖາະ ໄດ້ສະໜັບສະໜູນທຶນການສຶກສາຫຼັກສູດເຕັມຈຳນວນ 640 ທຶນ ໃຫ້ແກ່ນັກສຶກສາລາວ; ໃນຂະນະດຽວກັນ ກໍຈະສືບຕໍ່ຮັກສານະໂຍບາຍສະໜັບສະໜູນການບຳລຸງສ້າງນັກສຶກສາລາວຈຳນວນ 100 ທຶນໃນແຕ່ລະປີ ຕາມມະຕິຂອງສະພາກປະຊາຊົນແຂວງ.
ແນໃສ່ນຳພາສາຍພົວພັນການຮ່ວມມືລະຫວ່າງ ຟູເຖາະ ແລະ ຫຼວງນ້ຳທາ ໃຫ້ຂະຫຍາຍຕົວຢ່າງເລິກເຊິ່ງ ແລະ ກວ້າງຂວາງກວ່າເກົ່າ, ການນຳແຂວງ ຟູເຖາະ ໄດ້ສະເໜີໃຫ້ສອງຝ່າຍສຸມໃສ່ເຂົ້າໃສ່ບັນດາກຸ່ມຂົງເຂດຈຸດສຸມ ຄື: រັດແໜ້ນຄວາມເຊື່ອໝັ້ນທາງດ້ານການເມືອງ, ປັບປຸງກົນໄກການປະສານງານລະຫວ່າງສອງທ້ອງຖິ່ນໃຫ້ສົມບູນ; ຍູ້ແຮງການຮ່ວມມືທາງດ້ານການສຶກສາ, ການບຳລຸງສ້າງ ແລະ ພັດທະນາຊັບພະຍາກອນມະນຸດ; ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ; ເພີ່ມທະວີການຮ່ວມມືທາງດ້ານກະສິກຳ ແລະ ພັດທະນາຊົນນະບົດ; ເປີດກວ້າງການພົບປະແລກປ່ຽນວັດທະນະທຳ, ການທ່ອງທ່ຽວ ແລະ ການພົບປະແລກປ່ຽນປະຊາຊົນ.
![]() |
| ພິທີມອບ-ຮັບ ຫຼຽນໄຊພັດທະນາ ຂອງລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ແກ່ແຂວງ ຟູເຖາະ. (ພາບ: ທູເຮືອງ - Thu Hương/TTXVN). |
ພາຍຫຼັງສິ້ນສຸດວາລະການເຮັດວຽກ, ໄດ້ມີພິທີມອບ-ຮັບ ຫຼຽນໄຊ ຂອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ພາຍໃດນັ້ນ, ທ່ານ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ໄດ້ໃຫ້ກຽດປະດັບ ຫຼຽນໄຊມິດທະພາບ ໃຫ້ແກ່ລວມໝູ່ແຂວງ ຟູເຖາະ (ອະດີດ), ມອບ ຫຼຽນໄຊມິດທະພາບ ໃຫ້ແກ່ລວມໝູ່ແຂວງ ວິງຟຸກ ( ອະດີດ) ແລະ ມອບ ຫຼຽນໄຊພັດທະນາ ຊັ້ນ III ໃຫ້ແກ່ລວມໝູ່ແຂວງ ວິງຟຸກ (ອະດີດ).
| ໄຂມາກຢ່າງສົມເກດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມຊາວນາຫວຽດນາມ ຄັ້ງທີ IX ຍສໝ - ໃນຕອນເຊົ້າວັນທີ 8/6, ຢູ່ທີ່ນະຄອນຫຼວງ ຮາໂນ້ຍ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມຊາວນາຫວຽດນາມ ຄັ້ງທີ IX, ວາລະດຳລົງຕຳແໜ່ງປີ 2026 - 2031 ໄດ້ໄຂມາກຂຶ້ນຢ່າງສົມເກດ ໂດຍມີຄະນະຜູ້ແທນດີເດັ່ນ 600 ທ່ານ ເຊິ່ງເປັນຕົວແທນໃຫ້ແກ່ພະນັກງານ, ສະມາຊິກສະມາຄົມ ແລະ ຊາວນາເກືອບ 10 ລ້ານຄົນໃນທົ່ວປະເທດ ເດີນທາງມາເຂົ້າຮ່ວມກອງປະຊຸມໃຫຍ່. |
| ອົງການ Sunflower Mission (ອາເມລິກາ) ອຸປະຖຳໂຄງການກໍ່ສ້າງການສຶກສາ ມູນຄ່າ 4,9 ຕື້ດົ່ງ ຢູ່ແຂວງ ອານຢາງ ຍສໝ - ໃນຕອນເຊົ້າວັນທີ 8/6, ສະຫະພັນບັນດາອົງການຈັດຕັ້ງມິດທະພາບແຂວງ ອານຢາງ (An Giang), ອົງການ Sunflower Mission (ອາເມລິກາ) ຮ່ວມກັບ ຄະນະກຳມະການປະຊາຊົນຕາແສງ ອານຝູ (An Phú) ຈັດຕັ້ງພິທີສະຫຼອງ ແລະ ມອບ-ຮັບ ຫ້ອງຮຽນຈຳນວນ 6 ຫ້ອງ ຢູ່ທີ່ໂຮງຮຽນປະຖົມ "B" ... |

