ກອນລຳແຜ່ຂະຫຍາຍສານແຫ່ງສັນຕິພາບ ຫວຽດນາມ - ນິວຊີແລນ

12:16 | 23/04/2026

ຍສໝ - ໃນວັນທີ 21 ເມສາ ຢູ່ທີ່ຮ່າໂນ້ຍ, ໄດ້ມີການຈັດກອງປະຊຸມພົບປະແລກປ່ຽນກອນລຳ ຫວຽດນາມ - ນິວຊີແລນ ພາຍໃຕ້ຫົວຂໍ້ “ກອນລຳ ແລະ ການເຊື່ອມຈອດເພື່ອສັນຕິພາບ”, ເຊິ່ງໄດ້ປະກອບສ່ວນເຂົ້າໃນການເສີມສ້າງຄວາມເຂົ້າອົກເຂົ້າໃຈ, ຊຸກຍູ້ການແລກປ່ຽນວັດທະນະທຳ ແລະ ຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ.

ທ່ານນາຍົກລັດຖະມົນຕີ ນິວຊີແລນ: ຫວຽດນາມ ພວມພັດທະນາກະໂດດຂັ້ນຄືດັ່ງມັງກອນ
ຍູ້ແຮງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ນິວຊີແລນ

ລາຍການດັ່ງກ່າວມີການເຂົ້າຮ່ວມຂອງ ທ່ານ ພົນຕີ, ວີລະຊົນແຮງງານ, ນັກຂຽນ ຮຶວເອືອກ; ທ່ານ ພັນໂທ, ນັກກະວີ ລົບຫວູ; ທ່ານ ປອ, ນັກກະວີ Christien Chen (ຊາວນິວຊີແລນ ເຊື້ອສາຍຈີນ) ພ້ອມດ້ວຍບັນດານັກກະວີ, ນັກຂຽນ ແລະ ສິລະປິນຢ່າງຫຼວງຫຼາຍຈາກຫຼາຍທ້ອງຖິ່ນ. ເຫດການນີ້ໄດ້ຮັບຄວາມສົນໃຈຢ່າງສູງຈາກວົງການວັນນະຄະດີ, ກາຍເປັນເວທີປຶກສາຫາລືທີ່ເປີດກວ້າງລະຫວ່າງບັນດານັກປະພັນທັງພາຍໃນ ແລະ ຕ່າງປະເທດ.

ກ່າວຄຳປາໄສໃນລາຍການ, ນັກຂຽນ ຮຶວເອືອກ ໄດ້ເນັ້ນໜັກວ່າ, ໃນສະພາບການເຊື່ອມໂຍງສາກົນທີ່ນັບມື້ນັບເລິກເຊິ່ງ, ບັນດາກິດຈະກຳແລກປ່ຽນວັດທະນະທຳ-ສິລະປະ ມີບົດບາດສຳຄັນໃນການເພີ່ມທະວີການເຊື່ອມຈອດລະຫວ່າງບັນດາປະເທດ. ຕາມທ່ານແລ້ວ, ກອນລຳທີ່ມີຈຸດເດັ່ນໃນດ້ານຄວາມຮູ້ສຶກທີ່ອຸດົມສົມບູນ ແລະ ຄວາມເປັນມະນຸດສະທຳ ແມ່ນວິທີການທີ່ມີປະສິດທິຜົນໃນການຖ່າຍທອດສານແຫ່ງສັນຕິພາບ, ປະກອບສ່ວນຫຼຸດຜ່ອນໄລຍະຫ່າງ ແລະ ຊຸກຍູ້ຄວາມເຫັນອົກເຫັນໃຈລະຫວ່າງບັນດາຊາດ.

ໃນຂອບເຂດຂອງເຫດການ, “ປຶ້ມລວມກອນລຳ ຫວຽດນາມ - ນິວຊີແລນ” ແບບສອງພາສາ ອັງກິດ - ຫວຽດນາມ ຂອງ 21 ນັກປະພັນຈາກສອງປະເທດ ໄດ້ຖືກນຳສະເໜີຕໍ່ມວນຊົນ. ສື່ສິ່ງພິມນີ້ຄາດວ່າຈະວາງຈຳໜ່າຍໃນຕະຫຼາດສາກົນຜ່ານ Prodigy (ສະຫະລັດອາເມລິກາ), ເຊິ່ງຈະປະກອບສ່ວນໂຄສະນາວັນນະຄະດີຫວຽດນາມອອກສູ່ໂລກ, ພ້ອມທັງເປີດຊ່ອງທາງໃຫ້ຜູ້ອ່ານສາກົນໄດ້ສຶກສາຮຽນຮູ້ກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ.

ກອນລຳແຜ່ຂະຫຍາຍສານແຫ່ງສັນຕິພາບ ຫວຽດນາມ - ນິວຊີແລນ

ບັນດານັກປະພັນຖ່າຍຮູບຮ່ວມກັນໃນພິທີເປີດຕົວ “ປຶ້ມລວມກອນລຳ ຫວຽດນາມ - ນິວຊີແລນ”. (ພາບ: ໜັງສືພິມ ໂລກ ແລະ ຫວຽດນາມ)

ທ່ານ ສາດສະດາຈານ, ນັກກະວີ ຈິ້ງກົວຖັງ ຖືວ່າ, ຢູ່ຫວຽດນາມ, ກອນລຳບໍ່ພຽງແຕ່ແມ່ນສິລະປະປະເພດໜຶ່ງເທົ່ານັ້ນ ແຕ່ຍັງແມ່ນໝາກຜົນຂອງປະຫວັດສາດ ແລະ ວັດທະນະທຳຂອງຊາດ. ໃນຕະຫຼອດໄລຍະເວລາຫຼາຍພັນປີ, ກອນລຳຍາມໃດກໍ່ຄຽງຄູ່ກັບປະເທດຊາດ, ປະກົດຕົວໃນຊີວິດນັບຕັ້ງແຕ່ຊັ້ນຄົນກະສັດ ຈົນເຖິງບັນດາຜູ້ນຳເຊັ່ນ ປະທານ ໂຮ່ຈີມິນ, ຕະຫຼອດຮອດຊີວິດປະຈຳວັນຂອງປະຊາຊົນ ແລະ ນັກຮົບ. ໃນປາງສົງຄາມ, ກອນລຳແມ່ນແຫຼ່ງກຳລັງໃຈທາງດ້ານຈິດໃຈ, ສ່ວນໃນຍາມສະຫງົບ ແມ່ນພາຫະນະແບ່ງປັນ ແລະ ຊ່ວຍຍົກສູງຊີວິດທາງດ້ານຈິດວິນຍານຂອງມະນຸດ.

ທ່ານຍັງໄດ້ແນະນຳໃຫ້ເພື່ອນມິດສາກົນຮູ້ຈັກກັບຈຸດພິເສດຂອງວັດທະນະທຳຫວຽດນາມ ໂດຍຜ່ານຮີດຄອງປະເພນີການຄວັດກອນລຳໃສ່ໜ້າຜາ ແລະ ສິລາຈາລຶກມາແຕ່ບູຮານນະການ ເຊິ່ງແມ່ນຮູບແບບການເກັບຮັກສາກອນລຳທີ່ເປັນເອກະລັກ, ປະກອບສ່ວນຢັ້ງຢືນວ່າ ຫວຽດນາມ ແມ່ນ “ດິນແດນແຫ່ງກອນລຳ”.

ໃນເຫດການດັ່ງກ່າວ, ນັກກະວີ Christien Chen ໄດ້ສະແດງຄວາມປະທັບໃຈຕໍ່ການຕ້ອນຮັບຂອງບັນດາເພື່ອນຮ່ວມອາຊີບຫວຽດນາມ. ທ່ານນາງກ່າວວ່າ ຄວາມສົນໃຈຕໍ່ຫວຽດນາມໄດ້ຖືກສ້າງຂຶ້ນຕັ້ງແຕ່ດົນນານ ແລະ ໄດ້ຮັບການເພີ່ມທະວີຜ່ານການລົງເຄື່ອນໄຫວຕົວຈິງ, ສຶກສາກ່ຽວກັບປະຫວັດສາດ, ວັດທະນະທຳ ແລະ ຄົນຫວຽດນາມ.

ທ່ານນາງແບ່ງປັນວ່າ, ຕັ້ງແຕ່ຍັງນ້ອຍກໍ່ໄດ້ຮູ້ຈັກຫວຽດນາມຜ່ານບັນດາຮູບເງົາ ແລະ ພາບຖ່າຍກ່ຽວກັບສົງຄາມ ເຊິ່ງໄດ້ເປັນແຮງຈູງໃຈໃຫ້ທ່ານນາງດຳເນີນການເດີນທາງທ່ຽວຫວຽດນາມດ້ວຍລົດຈັກ ເມື່ອ 25 ກວ່າປີກ່ອນ ເພື່ອຊອກຮູ້ຕົວຈິງກ່ຽວກັບ ຫວຽດນາມ, ລາວ ແລະ ກຳປູເຈຍ. ປະສົບການເຫຼົ່ານີ້ໄດ້ຊ່ວຍໃຫ້ທ່ານນາງສ້າງສາຍພົວພັນທີ່ເລິກເຊິ່ງກັບຫວຽດນາມ, ບໍ່ພຽງແຕ່ໃນການປະພັນເທົ່ານັ້ນ ແຕ່ຍັງໃນແງ່ມຸມຂອງວັດທະນະທຳອີກດ້ວຍ.

ນັກກະວີ Christien Chen ຍັງໄດ້ເນັ້ນໜັກເຖິງຄວາມຄ້າຍຄືກັນໃນພື້ນຖານວັດທະນະທຳຕົວອັກສອນ, ເມື່ອເຫັນໄດ້ເຖິງຄວາມກ່ຽວພັນລະຫວ່າງຕົວອັກສອນຮັ້ນ (ຈີນບູຮານ) ໃນວັດທະນະທຳຫວຽດນາມ ແລະ ຮາກເຫງົ້າຂອງຕົນເອງ. ທ່ານນາງກ່າວວ່າ ຈະສືບຕໍ່ແປປຶ້ມລວມກອນລຳນີ້ເປັນພາສາຈີນ ເພື່ອຂະຫຍາຍຂອບເຂດການແຜ່ຂະຫຍາຍ ແລະ ນຳເອົາກອນລຳຫວຽດນາມເຂົ້າໃກ້ກັບຜູ້ອ່ານສາກົນຫຼາຍຂຶ້ນ.

ໃນລາຍການ, ບັນດານັກປະພັນຫວຽດນາມ ໄດ້ນຳສະເໜີບົດກອນທີ່ດີເດັ່ນຫຼາຍບົດ ເຊິ່ງສະທ້ອນໃຫ້ເຫັນເຖິງປະຫວັດສາດ, ຄົນ ແລະ ເອກະລັກວັດທະນະທຳຂອງຊາດ. ບັນດາບົດປະພັນກ່ຽວກັບ ປະທານ ໂຮ່ຈີມິນ, ທ່ານ ພົນເອກ ຫວໍ ຫງວຽນ ຢາບ, ຕະຫຼອດຮອດບົດກອນກ່ຽວກັບປະເທດຊາດ, ຄົນຫວຽດນາມ ແລະ ມິດຕະພາບສາກົນ ໄດ້ປະກອບສ່ວນເຮັດໃຫ້ຄຸນຄ່າມະນຸດສະທຳ ແລະ ຈິດວິນຍານແຫ່ງສັນຕິພາບຂອງກອນລຳພົ້ນເດັ່ນຂຶ້ນ.

ຕີລາຄາກ່ຽວກັບຄວາມໝາຍຂອງເຫດການ, ນັກກະວີ ບຸຍຫວຽດໝີ, ຮອງປະທານສະມາຄົມນັກຂຽນຮ່າໂນ້ຍ ຖືວ່າ ນີ້ແມ່ນກິດຈະກຳທີ່ມີຄວາມໝາຍຕົວຈິງ ເພື່ອແນໃສ່ຊຸກຍູ້ການແລກປ່ຽນວັນນະຄະດີສາກົນ, ສ້າງເງື່ອນໄຂໃຫ້ນັກປະພັນໄດ້ແລກປ່ຽນບົດຮຽນ, ຍົກສູງຄຸນນະພາບການປະພັນ, ພ້ອມທັງຄ່ອຍໆນຳວັນນະຄະດີຫວຽດນາມ ເຊື່ອມໂຍງເຂົ້າກັບຊີວິດວັດທະນະທຳທົ່ວໂລກຢ່າງເລິກເຊິ່ງກວ່າເກົ່າ.

ຫວຽດນາມ ແລະ ນິວຊີແລນ ຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານ ຫວຽດນາມ ແລະ ນິວຊີແລນ ຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານ

ນີ້ແມ່ນການຢ້ຽມຢາມທາງການຄັ້ງທຳອິດຂອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ເຖິງ ນິວຊີແລນ.

ຊຸກຍູ້ການສົ່ງອອກໝາກມັງກອນໄປອົດສະຕາລີ ແລະ ນິວຊີແລນ ຊຸກຍູ້ການສົ່ງອອກໝາກມັງກອນໄປອົດສະຕາລີ ແລະ ນິວຊີແລນ

ຍສໝ - ບັນດາ​ບໍລິສັດ​ລ້ວນ​ແຕ່​ຕີ​ລາຄາ​ສູງ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ຜະລິດ​ຕະພັນ​ໝາກມັງກອນ​ຂອງ​ຫວຽດນາມ.

ແທັງຮັ່ງ