ເປີດກວ້າງຂົວຕໍ່ແຫ່ງການຮ່ວມມື ຫວຽດນາມ - ໄທ ຢູ່ແຂວງ ຮ້ອຍເອັດ (Roi Et)

15:32 | 09/06/2026

ຍສໝ - ພາຍໃຕ້ຂອບເຂດໂຄງການເພີ່ມທະວີການເຊື່ອມຕໍ່ທ້ອງຖິ່ນ ຫວຽດນາມ - ໄທ, ແຕ່ວັນທີ 5-6/6/2026, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ຂອນແກ່ນ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຮ່ວມກັບການນຳແຂວງ ຮ້ອຍເອັດ, ພ້ອມທັງເຂົ້າຮ່ວມບັນດາກິດຈະກຳທາງດ້ານວັດທະນະທຳຢູ່ພາຍໃດທ້ອງຖິ່ນ.

ກຳນົດບາດກ້າວໃໝ່ໃຫ້ແກ່ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ
ວິສາຫະກິດ ຫວຽດນາມ ຢູ່ ຍີ່ປຸ່ນ - ໄທ - ຫວຽດນາມ ເຊື່ອມຕໍ່ ແລະ ຮ່ວມມື

ໂຄງການເຄື່ອນໄຫວວຽກງານ ຂອງສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ຂອນແກ່ນ ຢູ່ທີ່ຈັງຫວັດ ຮ້ອຍເອັດ ໄດ້ປະກອບສ່ວນເຂົ້າໃສ່ການເປີດກວ້າງຕາໜ່າງຄູ່ຮ່ວມມືການຮ່ວມມື ຢູ່ເຂດຕາເວັນອອກສ່ຽງເໜືອຂອງໄທ, ຊຸກຍູ້ສາຍພົວພັນມິດທະພາບ, ການຮ່ວມມືລະຫວ່າງທ້ອງຖິ່ນ, ມຸ່ງໜ້າສູ່ການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ໄທ ຄົບຮອບ 50 ປີ (6/8/1976 – 6/8/2026).

ກ່າວປາໄສຢູ່ພາຍໃດວາລະການເຮັດວຽກ, ທ່ານກົງສຸນໃຫຍ່ ດິງຮວ່າງລິງ (Đinh Hoàng Linh) ໄດ້ສະແດງຄວາມປິຕິຊົມຊື່ນ ຕໍ່ກັບສາຍພົວພັນ ຫວຽດນາມ - ໄທ ທີ່ພວມຂະຫຍາຍຕົວຢ່າງດີງາມທີ່ສຸດພາຍໃດທຸກໆຂົງເຂດ. ເປັນພິເສດ, ການເດີນທາງໄປຢ້ຽມຢາມຢ່າງເປັນທາງການຢູ່ ປະເທດໄທ ທີ່ຜ່ານມາ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ແມ່ນປະສົບຜົນສຳເລັດຢ່າງຈົບງາມ, ຊ່ວຍເພີ່ມທະວີຄວາມເຊື່ອໝັ້ນທາງດ້ານການເມືອງ, ຊຸກຍູ້ທາງດ້ານຄຸນນະພາບຂອງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ; ໃນຂະນະດຽວກັນ, ກໍໄດ້ເປີດໂອກາດການຮ່ວມມືຫຼາກຫຼາຍປະການ ລະຫວ່າງທ້ອງຖິ່ນຂອງສອງປະເທດ.

ເປີດກວ້າງຂົວຕໍ່ແຫ່ງການຮ່ວມມື ຫວຽດນາມ - ໄທ ຢູ່ແຂວງ ຮ້ອຍເອັດ (Roi Et)
ທ່ານກົງສຸນໃຫຍ່ ດິງຮວ່າງລິງ (Đinh Hoàng Linh) ໄດ້ເຂົ້າຮ່ວມພິທີໄຂງານບຸນປະເພນີບັ້ງໄຟ (Bun Bang Fai Lai Sri Phum) ປະຈຳປີ 2026 ຢູ່ທີ່ເມືອງ ສຸວັນນະພູມ. (ພາບ: ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ຂອນແກ່ນ)

ສະແດງຄວາມຍິນດີຕໍ່ກັບບັນດາຜົນສຳເລັດຂອງແຂວງ ຮ້ອຍເອັດ ພາຍໃດໄລຍະຜ່ານມາ, ທ່ານກົງສຸນໃຫຍ່ ດິງຮວ່າງລິງ (Đinh Hoàng Linh) ໄດ້ຕີລາຄາວ່າ ຮ້ອຍເອັດ ແມ່ນສູນກາງການຜະລິດກະສິກຳແບບຍືນຍົງຊັ້ນນຳ ຢູ່ເຂດຕາເວັນອອກສ່ຽງເໜືອຂອງໄທ ພ້ອມກັບຜະລິດຕະພັນເຂົ້າ Hom Mali ທີ່ມີກິ່ນຫອມອັນແຊບຊ້ອຍ ແລະ ມີຊື່ສຽງໂດ່ງດັງ. ນີ້ແມ່ນທ່າແຮງ ແລະ ເປັນທ່າແຮງບົ່ມຊ້ອນອັນພົ້ນເດັ່ນຂອງທ້ອງຖິ່ນ.

ທ່ານກົງສຸນໃຫຍ່ ດິງຮວ່າງລິງ ມຸ່ງຫວັງຢາກໃຫ້ຈັງຫວັດ ຮ້ອຍເອັດ ເພີ່ມທະວີການສົ່ງເສີມການລົງທຶນ, ການຮ່ວມມືທາງດ້ານການຄ້າ, ການທ່ອງທ່ຽວ ແລະ ການຜະລິດກະສິກຳ ຮ່ວມກັບບັນດາທ້ອງຖິ່ນຂອງຫວຽດນາມ. ທາງສະຖານກົງສຸນໃຫຍ່ ຫວຽດນາມ ແມ່ນພ້ອມແລ້ວທີ່ຈະສະໜັບສະໜູນການເຊື່ອມຕໍ່ການຮ່ວມມື ເພື່ອຜົນປະໂຫຍດຕົວຈິງຂອງທ້ອງຖິ່ນ, ວິສາຫະກິດ ແລະ ປະຊາຊົນສອງປະເທດ.

ຢູ່ພາຍໃດວາລະການເຮັດວຽກ, ທ່ານ Chatchawan Benjasiriwong, ເຈົ້າແຂວງ ຮ້ອຍເອັດ ໄດ້ຕີລາຄາສູງຕໍ່ກັບບົດບາດຂອງສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ຂອນແກ່ນ ພາຍໃດວຽກງານການຊຸກຍູ້ສາຍພົວພັນການຮ່ວມມືລະຫວ່າງທ້ອງຖິ່ນຂອງສອງປະເທດ, ພ້ອມທັງສະແດງຄວາມມຸ່ງຫວັງທີ່ຈະກໍ່ສ້າງຮູບແບບການຮ່ວມມື ຮ່ວມກັບທ້ອງຖິ່ນຂອງຫວຽດນາມ.

ເປີດກວ້າງຂົວຕໍ່ແຫ່ງການຮ່ວມມື ຫວຽດນາມ - ໄທ ຢູ່ແຂວງ ຮ້ອຍເອັດ (Roi Et)
ບັນດາລາຍການສະແດງຢູ່ພາຍໃດງານບຸນປະເພນີບັ້ງໄຟ. (ພາບ: ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ຂອນແກ່ນ)

ເຫັນດີເປັນເອກະພາບກັບຂໍ້ສະເໜີດັ່ງກ່າວ, ທ່ານ ເຈົ້າແຂວງ Chatchawan ໄດ້ເນັ້ນໜັກວ່າ ການຮ່ວມມືທາງດ້ານເສດຖະກິດລະຫວ່າງບັນດາວິສາຫະກິດເອກະຊົນ ຈະມີບົດບາດເປັນຜູ້ບຸກເບີກ, ຮ່ວມເດີນທາງໄປພ້ອມກັບທ້ອງຖິ່ນ. ທາງຈັງຫວັດແມ່ນຍິນດີຕ້ອນຮັບບັນດາວິສາຫະກິດ ແລະ ທ້ອງຖິ່ນຂອງຫວຽດນາມ ທີ່ເຂົ້າມາສຶກສາຊອກຮູູ້ໂອກາດການລົງທຶນ, ການຮ່ວມມືທາງດ້ານກະສິກຳ, ການຄ້າ ແລະ ການທ່ອງທ່ຽວ.

ພາຍຫຼັງສິ້ນສຸດວາລະການເຮັດວຽກດັ່ງກ່າວ, ທ່ານກົງສຸນໃຫຍ່ ດິງຮວ່າງລິງ (Đinh Hoàng Linh) ໄດ້ເຂົ້າຮ່ວມພິທີໄຂງານບຸນປະເພນີບັ້ງໄຟ (Bun Bang Fai Lai Sri Phum) ປະຈຳປີ 2026 ຢູ່ທີ່ເມືອງ ສຸວັນນະພູມ. ນີ້ແມ່ນງານບຸນອັນເປັນເອກະລັກສະເພາະຂອງເຂດ ອີສານ (Isan) ເຊິ່ງມີຄວາມໝາຍພາຍໃດການຂໍຟ້າຂໍຝົນໃຫ້ຕົກຖືກຕ້ອງຕາມລະດູການ, ພືດພັນທັນຍາຫານອຸດົມສົມບູນ. ງານບຸນດັ່ງກ່າວແມ່ນຖືກຈັດຂຶ້ນເປັນປະຈຳທຸກໆປີ ແນໃສ່ອະນຸລັກຮັກສາເອກະລັກທາງດ້ານວັດທະນະທຳປະເພນີ, ປະກອບສ່ວນເຂົ້າໃສ່ການໂຄສະນາການທ່ອງທ່ຽວ ແລະ ພັດທະນາເສດຖະກິດຂອງທ້ອງຖິ່ນ.

ສະມາຄົມມິດຕະພາບ ຫວຽດນາມ - ໄທ ເຂົ້າຮ່ວມໂຄງການ “ພົບປະໄທ” ຄັ້ງທີ 2 ຢູ່ແຂວງ ລາວກາຍ ສະມາຄົມມິດຕະພາບ ຫວຽດນາມ - ໄທ ເຂົ້າຮ່ວມໂຄງການ “ພົບປະໄທ” ຄັ້ງທີ 2 ຢູ່ແຂວງ ລາວກາຍ

ຍສໝ - ທ່ານພົນໂທ ຮສຈ.ປອ ຫງວຽນວັນແທງ, ອະດີດກຳມະການ​ສູນ​ກາງ​ພັກ, ຮອງ​ປະທານຮັບຜິດຊອບສະ​ພາ​ທິດ​ສະ​ດີ​ສູນ​ກາງ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ໄທ ຫາກໍ່ເຂົ້າ​ຮ່ວມ​ໂຄງ​ການ “ພົບ​ປະ​ໄທ” ຄັ້ງ​ທີ 2 ທີ່ໄດ້ຈັດຕັ້ງຢູ່​ແຂວງ ລາວ​ກາຍ ແຕ່​ວັນ​ທີ 27-30 ສິງຫາ 2024.

ການບູລະນະຫໍເທບທິດາປະເທດ ລາວ ຢູ່ແຂວງ ນິງບິ່ງ ການບູລະນະຫໍເທບທິດາປະເທດ ລາວ ຢູ່ແຂວງ ນິງບິ່ງ

ຍສໝ - ຫໍເທບທິດາປະເທດ ​ລາວ (ຢູ່​ແຂວງ ນິງບິ່ງ) ຈະ​ໄດ້​ຮັບ​ການ​ບູລະນະ, ຍົກ​ລະ​ດັບ​ເປັນ​ສວນ​ສາທາລະນະເປັນ “ສວນ​ວັດ​ທະ​ນະ​ທຳ​ທ່ອງ​ທ່ຽວ ​ຫວຽດ​ນາມ - ລາວ”.

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ