ຫວຽດນາມ ສະເໜີບັນດາບຸລິມະສິດໃນການຮັບມືກັບວິກິດການ ຢູ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48

23:27 | 09/05/2026

ຍສໝ - ບັນດາຂໍ້ສະເໜີຂອງ ຫວຽດນາມ ກ່ຽວກັບການເພີ່ມທະວີຄວາມສາມາດໃນການເພິ່ງຕົນເອງ, ຄວາມໝັ້ນຄົງດ້ານພະລັງງານ ແລະ ການຍົກສູງຂີດຄວາມສາມາດໃນການປັບຕົວຂອງພາກພື້ນ ໄດ້ຮັບການຕ້ອນຮັບ ແລະ ຕີລາຄາສູງຈາກບັນດາຜູ້ນຳອາຊຽນ (ASEAN) ທັງທາງດ້ານເນື້ອໃນ ແລະ ຄວາມເໝາະສົມກັບສະພາບການ.

ຂໍ້ມູນກ່ຽວກັບໝາກຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ແລະ ການເລືອກຕັ້ງສະພາແຫ່ງຊາດ ຊຸດທີ XVI ຢູ່ ລາວ
ຊຸກຍູ້ການແລກປ່ຽນລະຫວ່າງປະຊາຊົນ ຫວຽດນາມ - ຕວກກີ
ຫວຽດນາມ ສະເໜີບັນດາບຸລິມະສິດໃນການຮັບມືກັບວິກິດການ ຢູ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48
ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng) ເຂົ້າຮ່ວມກອງປະຊຸມວາລະເຕັມຄະນະ ຂອງກອງປະຊຸມສຸດຍອດອາຊຽນ (ASEAN) ຄັ້ງທີ 48. (ພາບ: Dương Giang/TTXVN)

ຕາມລາຍງານຂອງນັກຂ່າວພິເສດສຳນັກຂ່າວສານ ຫວຽດນາມ (TTXVN), ໃນຕອນເຊົ້າວັນທີ 08 ພຶດສະພາ ຢູ່ທີ່ສູນປະຊຸມ Mactan Expo ໃນ Cebu (ຟີລິບປິນ) ໄດ້ມີພິທີເປີດ ແລະ ກອງປະຊຸມວາລະເຕັມຄະນະ ຂອງກອງປະຊຸມສຸດຍອດອາຊຽນ (ASEAN) ຄັ້ງທີ 48. ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng) ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມບັນດາເຫດການດັ່ງກ່າວ.

ກ່າວຄຳປາໄສໃນພິທີເປີດກອງປະຊຸມ, ທ່ານປະທານາທິບໍດີ ຟີລິບປິນ Ferdinand Marcos Jr. ໄດ້ເນັ້ນໜັກເຖິງຄວາມໝາຍອັນສຳຄັນຂອງກອງປະຊຸມ ໃນການທີ່ອາຊຽນກ້າວເຂົ້າສູ່ໄລຍະການພັດທະນາໃໝ່ ບົນພື້ນຖານວິໄສທັດປະຊາຄົມອາຊຽນ 2045.

ໂດຍສະເພາະ, ໃນສະພາບການທີ່ສະຖານະການສາກົນມີການຜັນແປຢ່າງສັບສົນໃນປັດຈຸບັນ, ກອງປະຊຸມແມ່ນໂອກາດສຳຄັນເພື່ອໃຫ້ບັນດາຜູ້ນຳອາຊຽນໄດ້ແບ່ງປັນການຕີລາຄາ ກໍຄືບັນດາມາດຕະການຕົວຈິງ ເພື່ອຊ່ວຍໃຫ້ອາຊຽນ ແລະ ແຕ່ລະປະເທດສະມາຊິກຮັບມືກັບສິ່ງທ້າທາຍຫຼາຍມິຕິ.

ທ່ານປະທານາທິບໍດີ ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຂອງ ຟີລິບປິນ ໃນບົດບາດເປັນປະເທດປະທານອາຊຽນ 2026 ທີ່ຈະສືບຕໍ່ຮ່ວມກັບບັນດາປະເທດສະມາຊິກຮັດແໜ້ນຄວາມສາມັກຄີ, ຍົກສູງຄວາມສາມາດໃນການເພິ່ງຕົນເອງ, ເສີມຂະຫຍາຍບົດບາດສູນກາງ, ນ້ຳໃຈຊ່ວຍເຫຼືອເຊິ່ງກັນແລະກັນ, ເພີ່ມທະວີການປະສານງານລະຫວ່າງບັນດາປະເທດສະມາຊິກ ແລະ ກັບບັນດາຄູ່ຮ່ວມມື ເພື່ອຮັບມືກັບສິ່ງທ້າທາຍຕ່າງໆຢ່າງມີປະສິດທິຜົນ, ຮັກສາກຳລັງຊຸກດັນແຫ່ງການຮ່ວມມື, ມຸ່ງໝັ້ນຫັນບັນດາເປົ້າໝາຍທີ່ວາງໄວ້ໃນວິໄສທັດປະຊາຄົມອາຊຽນໃຫ້ປະກົດຜົນເປັນຈິງ.

ຢູ່ທີ່ກອງປະຊຸມວາລະເຕັມຄະນະທັນທີຫຼັງຈາກພິທີເປີດ, ບັນດາຜູ້ນຳອາຊຽນໄດ້ແບ່ງປັນການຕີລາຄາກ່ຽວກັບຜົນກະທົບທາງລົບຂອງບັນດາການຜັນແປທາງດ້ານພູມສາດການເມືອງທີ່ສັບສົນໃນໂລກ, ໂດຍສະເພາະແມ່ນການປະທະກັນຢູ່ ຕາເວັນອອກກາງ, ຕໍ່ກັບສັນຕິພາບ, ສະຖຽນລະພາບ, ຕ່ອງໂສ້ການສະໜອງພະລັງງານສາກົນ, ແລະ ໄພຂົ່ມຂູ່ຕໍ່ຊີວິດຂອງພົນລະເມືອງ.

ບັນດາຜູ້ນຳໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ ແລະ ບັນດາຫຼັກການສຳຄັນກ່ຽວກັບການຊຸກຍູ້ການສົນທະນາ, ການແກ້ໄຂໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ.

ບັນດາຜູ້ນຳຍັງໄດ້ແບ່ງປັນ ແລະ ສະໜັບສະໜູນບັນດາທິດທາງ ແລະ ບຸລິມະສິດຂອງ ຟີລິບປິນ ສຳລັບການຮ່ວມມືອາຊຽນໃນປີ 2026 ພາຍໃຕ້ຫົວຂໍ້ “ຮ່ວມກັນຂັບເຄື່ອນອະນາຄົດລວມ” ດ້ວຍ 3 ຈຸດສຸມໃຫຍ່, ລວມມີ: ການຮ່ວມມືຮັບມືກັບສິ່ງທ້າທາຍທີ່ບໍ່ແມ່ນແບບດັ້ງເດີມ ເພື່ອເປັນຫຼັກຄ້ຳປະກັນໃຫ້ແກ່ສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ; ຖືເອົາການເຊື່ອມຕໍ່ເສດຖະກິດ, ການຫັນເປັນດິຈິຕອນ, ການພັດທະນາແບບກວມລວມ ແລະ ຍືນຍົງ ເປັນກຳລັງຊຸກດັນການພັດທະນາແລວທາງແຫ່ງຄວາມຈະເລີນຮຸ່ງເຮືອງ; ແລະ ຖືເອົາປະຊາຊົນອາຊຽນເປັນສູນກາງຂອງການພັດທະນາປະຊາຄົມ.

ບັນດາຜູ້ນຳອາຊຽນຍັງໄດ້ເນັ້ນໜັກວ່າ ໃນສະພາບການປັດຈຸບັນ, ບັນດາປະເທດອາຊຽນຕ້ອງສືບຕໍ່ຮັດແໜ້ນຄວາມສາມັກຄີ, ບົດບາດສູນກາງ, ເພີ່ມທະວີ ແລະ ຂະຫຍາຍການຮ່ວມມືກັບບັນດາຄູ່ຮ່ວມມື, ຊຸກຍູ້ ແລະ ຍົກສູງປະສິດທິຜົນຂອງການຜັນຂະຫຍາຍບັນດາແຜນການ ແລະ ແຜນງານການຮ່ວມມື, ໂດຍສະເພາະແມ່ນການຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານສະບຽງອາຫານ, ສະຖຽນລະພາບທາງດ້ານເສດຖະກິດ, ຮັບປະກັນຕ່ອງໂສ້ການສະໜອງ ແລະ ການຊ່ວຍເຫຼືອປະຊາຊົນອາຊຽນ.

ກ່າວຄຳເຫັນທີ່ກອງປະຊຸມວາລະເຕັມຄະນະ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng) ຢືນຢັນເຖິງການສະໜັບສະໜູນ ແລະ ຄຳໝັ້ນສັນຍາການຮ່ວມມືຂອງ ຫວຽດນາມ ກັບປະທານ ຟີລິບປິນ ແລະ ບັນດາປະເທດສະມາຊິກ ເພື່ອຫັນບັນດາບຸລິມະສິດ ແລະ ຂໍ້ລິເລີ່ມຂອງ ຟີລິບປິນ ໃນປີ 2026 ໃຫ້ປະກົດຜົນເປັນຈິງ.

ເນັ້ນໜັກວ່າ ຕໍ່ໜ້າສິ່ງທ້າທາຍທີ່ມີລັກສະນະເຊື່ອມໂຍງ ແລະ ຫຼາຍມິຕິ, ຄຳຖາມທີ່ຕັ້ງຂຶ້ນສຳລັບອາຊຽນບໍ່ແມ່ນ “ຈະໄດ້ຮັບຜົນກະທົບຫຼືບໍ່?” ແຕ່ແມ່ນອາຊຽນຈະ “ຮັບມືແນວໃດ ແລະ ຮ່ວມກັນຮັບມືຄືແນວໃດ?” - ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ຍົກຂໍ້ສະເໜີໃຫຍ່ 3 ປະການ:

ກ່ອນອື່ນໝົດ, ທ່ານນາຍົກລັດຖະມົນຕີ ເຫັນວ່າ ຕ້ອງສຸມໃສ່ແຫຼ່ງທຶນ ເພື່ອຮັບປະກັນຄວາມຕ້ອງການດ້ານຄວາມໝັ້ນຄົງທີ່ຈຳເປັນ ລວມມີ ຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຄວາມໝັ້ນຄົງຂອງມະນຸດ, ໃນນັ້ນມີການໃຫ້ສັດຕະຍາບັນ ແລະ ຜັນຂະຫຍາຍສັນຍາຄວາມໝັ້ນຄົງດ້ານນ້ຳມັນເຊື້ອໄຟອາຊຽນຢ່າງມີປະສິດທິຜົນ, ຈັດຕັ້ງປະຕິບັດແຜນການເຄື່ອນໄຫວຮ່ວມມືດ້ານພະລັງງານອາຊຽນ ໄລຍະ 2026-2030 ໃຫ້ເປັນຮູບປະທຳ, ຕາໜ່າງໄຟຟ້າອາຊຽນ ແລະ ລະບົບທໍ່ສົ່ງອາຍແກັສອາຊຽນ; ເຮັດໃຫ້ແຫຼ່ງພະລັງງານມີຄວາມຫຼາກຫຼາຍ, ຊຸກຍູ້ການຫັນປ່ຽນພະລັງງານ, ເພີ່ມທະວີການເຂົ້າເຖິງການເງິນສີຂຽວ ແລະ ເຕັກໂນໂລຊີທີ່ທັນສະໄໝ; ຍົກສູງປະສິດທິຜົນຂອງບັນດາຂອບການຮ່ວມມື ແລະ ຂໍ້ຕົກລົງກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານທີ່ມີຢູ່ແລ້ວ, ເພີ່ມທະວີການແຮໄວ້ທາງດ້ານຍຸດທະສາດ ແລະ ສ້າງຕັ້ງກົນໄກແຮໄວ້ສຸກເສີນ, ສະເພາະສຳລັບເຂົ້າສານ ແລະ ສິນຄ້າຈຳເປັນອື່ນໆ.

ຫວຽດນາມ ສະເໜີບັນດາບຸລິມະສິດໃນການຮັບມືກັບວິກິດການ ຢູ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48
ກອງປະຊຸມວາລະເຕັມຄະນະ ຂອງກອງປະຊຸມສຸດຍອດອາຊຽນ (ASEAN) ຄັ້ງທີ 48. (ພາບ: Dương Giang/TTXVN)

ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະສະໜັບສະໜູນດ້ານສະບຽງອາຫານໃນສະຖານະການສຸກເສີນ, ແບ່ງປັນບົດຮຽນທີ່ກ່ຽວຂ້ອງກັບບັນດາປະເທດສະມາຊິກອາຊຽນ (ASEAN) ແລະ ຈະສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນກັບບັນດາປະເທດສະມາຊິກອາຊຽນ ໃນວຽກງານຊ່ວຍເຫຼືອພົນລະເມືອງ.

ທີສອງ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng) ໄດ້ສະເໜີໃຫ້ຊຸກຍູ້ການຮ່ວມມືຕົວຈິງ ເພື່ອແນໃສ່ເພີ່ມທະວີຂີດຄວາມສາມາດພາຍໃນ ແລະ ຄວາມສາມາດໃນການປັບຕົວຂອງອາຊຽນ. ຕາມນັ້ນແລ້ວ, ຕ້ອງຜັນຂະຫຍາຍສັນຍາການຄ້າສິນຄ້າອາຊຽນ (ATIGA) ຢ່າງມີປະສິດທິຜົນ ແລະ ເຮັດໃຫ້ສັນຍາຂອບເສດຖະກິດດິຈິຕອນອາຊຽນ (DEFA) ສຳເລັດໂດຍໄວ.

ສຸດທ້າຍ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ຮຽກຮ້ອງໃຫ້ເພີ່ມທະວີການປະສານສົມທົບ ແລະ ຄວາມສາມັກຄີອາຊຽນ, ໃນນັ້ນຕ້ອງຍົກສູງປະສິດທິຜົນຂອງການປຶກສາຫາລື ແລະ ການປະສານງານລະຫວ່າງຂະແໜງການໃນສະຖານະການສຸກເສີນ, ກໍຄືສືບຕໍ່ເສີມຂະຫຍາຍບົດບາດການປະສານງານຂອງ ກອງເລຂາອາຊຽນ ເພື່ອຮັບປະກັນໃຫ້ບັນດາຄຳໝັ້ນສັນຍາຂອງພາກພື້ນໄດ້ຮັບການຜັນຂະຫຍາຍຢ່າງຕໍ່ເນື່ອງ, ເປັນເອກະພາບ ແລະ ມີປະສິດທິຜົນ.

ບັນດາຂໍ້ສະເໜີຂອງ ຫວຽດນາມ ໄດ້ຮັບການຕ້ອນຮັບ ແລະ ຕີລາຄາສູງຈາກບັນດາຜູ້ນຳອາຊຽນ ທັງທາງດ້ານເນື້ອໃນ ແລະ ຄວາມເໝາະສົມກັບສະພາບການ.

ບົນພື້ນຖານຂໍ້ສະເໜີຂອງ ຫວຽດນາມ, ກອງປະຊຸມໄດ້ປຶກສາຫາລື ແລະ ເຫັນດີເປັນເອກະພາບອອກ ຖະແຫຼງການຜູ້ນຳອາຊຽນ ກ່ຽວກັບບັນດາການເຄື່ອນໄຫວບຸລິມະສິດ ເພື່ອຮັດແໜ້ນຄວາມສາມາດໃນການເພິ່ງຕົນເອງຂອງພາກພື້ນ ເພື່ອຮັບມືກັບຜົນກະທົບຈາກສະຖານະການຢູ່ ຕາເວັນອອກກາງ; ສະແດງໃຫ້ເຫັນທັດສະນະທາງການເມືອງຂອງອາຊຽນ ຕໍ່ກັບຜົນກະທົບຈາກສະຖານະການຢູ່ ຕາເວັນອອກກາງ, ວິໄສທັດຂອງບັນດາຜູ້ນຳໃນການກຳນົດທີ່ຕັ້ງຂອງອາຊຽນ ຢູ່ໃນໂຄງສ້າງພາກພື້ນ, ພ້ອມກັບຍຸດທະສາດ ແລະ ມາດຕະການຮັບມືລວມທີ່ມີລັກສະນະການເຄື່ອນໄຫວ ແລະ ມີການຈັດຕັ້ງປະຕິບັດຕົວຈິງສູງ.

ປ່ຽນ ປ່ຽນ "ຄວາມໃກ້ຊິດທາງດ້ານພູມສາດ" ໃຫ້ກາຍເປັນ "ທ່າແຮງແຫ່ງການຮັດແໜ້ນຍຸດທະສາດ" ລະຫວ່າງ 3 ປະເທດ ຫວຽດນາມ, ກຳປູເຈຍ ແລະ ລາວ

ຍສໝ - ວັນທີ 08 ພຶດສະພາ, ໃນໂຄງການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ (ASEAN) ຄັ້ງທີ 48 ຢູ່ ເຊບູ (Cebu), ຟີລິບປິນ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng) ໄດ້ມີການຮ່ວມຮັບປະທານອາຫານເຊົ້າ ແລະ ເຮັດວຽກກັບ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ...

“ຫາໄດ້ຍາກທີ່ປະເທດໃດຈະມີຮູບແບບຄວາມສາມັກຄີລະຫວ່າງສາສະໜາຄືຢູ່ ຫວຽດນາມ” “ຫາໄດ້ຍາກທີ່ປະເທດໃດຈະມີຮູບແບບຄວາມສາມັກຄີລະຫວ່າງສາສະໜາຄືຢູ່ ຫວຽດນາມ”

ຍສໝ - ບັນດາຫ້ອງຝຶກອົບຮົມທີ່ຈັດຂຶ້ນຢູ່ພາຍໃນວິຫານອິດສະລາມ ໂດຍມີການເຂົ້າຮ່ວມຂອງບັນດາພະເຖລານຸເຖລະທາງພຸດທະສາສະໜາ; ບັນດາໂຮງຄົວສົງເຄາະຊ່ວຍເຫຼືອຊຸມຊົນໃນໄລຍະການລະບາດໃຫຍ່ຂອງພະຍາດ COVID-19; ການເຄື່ອນໄຫວປະສານສົມທົບເບິ່ງແຍງດູແລຜູ້ປ່ວຍ HIV/AIDS ຢູ່ ເຫ້ວ (Huế)... ແມ່ນໜຶ່ງໃນບັນດາຮູບແບບການຮັດແໜ້ນຄວາມສາມັກຄີ ແລະ ປະສານສົມທົບລະຫວ່າງສາສະໜາທີ່ດີເດັ່ນຢູ່ ຫວຽດນາມ.

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ