| ຫວຽດນາມ (VietNam) - ສ.ເກົາຫຼີ (Korea) ມຸ່ງໄປສູ່ເປົ້າໝາຍມູນຄ່າການຄ້າສອງຝ່າຍ 150 ຕື້ USD | |
| ສະຖານທູດຫວຽດນາມ ປະຈຳ ສ.ເກົາຫຼີ ຊຸກຍູ້ການເຊື່ອມຕໍ່ແຫຼ່ງຊັບພະຍາກອນມະນຸດ ຫວຽດນາມ-ສ.ເກົາຫຼີ |
![]() |
| |
ເພື່ອຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ ໃຫ້ມີປະສິດທິຜົນ, ແທດຈິງກວ່າ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ສະເໜີໃຫ້ 2 ຝ່າຍສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ບົນພື້ນຖານເປີດກວ້າງການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດໃຫ້ແທດຈິງກວ່າ; ສະເໜີໃຫ້ 2 ຝ່າຍສົມທົບກັນຜັນຂະຫຍາຍບັນດາໝວດໜ້າທີ່ໃນແຜນການກະທຳປະຕິບັດເປົ້າໝາຍນຳວົງເງິນການຄ້າ 2 ຝ່າຍໃຫ້ຂຶ້ນເຖິງ 150 ຕື້ USD ຕາມທິດດຸ່ນດ່ຽງກວ່າໃນປີ 2030; ສືບຕໍ່ເປີດກວ້າງຕະຫຼາດໃຫ້ແກ່ສິນຄ້າຂອງ 2 ປະເທດ; ຊຸກຍູ້ການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ…
ທ່ານປະທານາທິບໍດີ Lee Jae Myung ຢືນຢັນວ່າ ສ.ເກົາຫຼີ ພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບ ຫວຽດນາມ ບົນເສັ້ນທາງຫັນບັນດາເປົ້າໝາຍພັດທະນາໃຫ້ປະກົດຜົນເປັນຈິງ, ນຳ ຫວຽດນາມ ກາຍເປັນປະເທດພວມພັດທະນາ ມີອຸດສາຫະກຳທັນສະໄໝເມື່ອຮອດປີ 2030, ແລະ ກາຍເປັນປະເທດພັດທະນາ, ມີລາຍຮັບສູງເມື່ອຮອດປີ 2045.
ຕາມ vovworld.vn
ຕາມ https://vovworld.vn/lo-LA/khaawedn/thaannaanyokldthamonhii-elminyng-phobpasonthanaakbpathaanaathibmdii-sekoaahlii-2429976.vov5
| ຊຸກຍູ້ການພົວພັນຫວຽດນາມ - ສ.ເກົາຫຼີ ຜ່ານການຮ່ວມມືລະຫວ່າງປະຊາຊົນ ຍສໝ - ໃນຂອບເຂດການຢ້ຽມຢາມມິດຕະພາບ ສ.ເກົາຫຼີ ແຕ່ວັນທີ 29 ກໍລະກົດ ຫາວັນທີ 2 ສິງຫາ, ຄະນະຜູ້ແທນຂັ້ນສູງສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດຍທ່ານປະທານ ໂດວັນຈ້ຽນ ນຳໜ້າ ໄດ້ມີການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ ເພື່ອແນໃສ່ເພີ່ມທະວີການເຊື່ອມໂຍງເຂົ້າກັບປະຊາຄົມຊາວ ຫວຽດນາມ ຢູ່ ສ.ເກົາຫຼີ ແລະ ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດ. |
| ປະສົບການ Hanbok ແລະ ດົນຕີ Kpop ຢູ່ “ງານບຸນວັດທະນະທຳມິດຕະພາບ ຫວຽດນາມ - ສ.ເກົາຫຼີ 2025” ຍສໝ - ນັບແຕ່ວັນທີ 26-27 ກໍລະກົດ, ຢູ່ນະຄອນ ໂຮ່ຈີມິນ ຈະດຳເນີນ “ງານບຸນວັດທະນະທຳມິດຕະພາບ ຫວຽດນາມ - ສ.ເກົາຫຼີ 2025” ດ້ວຍການເຄື່ອນໄຫວວັດທະນະທຳ ແລະ ບັນເທີງຫຼາຍຢ່າງ. |
ຕາມ vovworld.vn
