ຊາວຫວຽດນາມ ຢູ່ 11 ປະເທດ ແລະ 5 ເຂດແຄ້ວນ ເຂົ້າຮ່ວມງານແຂ່ງຂັນປິງປອງມິດຕະພາບທົ່ວເອີຣົບ

14:16 | 08/05/2026

ຍສໝ - ງານແຂ່ງຂັນປິງປອງມິດຕະພາບທົ່ວເອີຣົບ ຫາກໍ່ຈັດຂຶ້ນໃນບັນຍາກາດທີ່ຟົດຟື້ນ ແລະ ຕື່ນເຕັ້ນ ຢູ່ທີ່ສູນກິລາ Teleki Blanka utca 6, ບູດາເປສ (Budapest), ຮົງກາລີ (Hungary).

ໝູ່ເພື່ອນ ຈີເລ ໄດ້ມາຢ້ຽມຢາມ ແລະ ຮຽນຮູ້ກ່ຽວກັບຫວຽດນາມ ແລະ ຊາວຫວຽດນາມ.
ຕູ້​ປຶ້ມ​ພາສາ​ຫວຽດນາມ: ປະກອບສ່ວນ​ກໍ່ສ້າງ ​ແລະ ຮັກສາ​ພາສາ​ຫວຽດນາມ​ຢູ່ 5 ທະວີບ
ຊາວຫວຽດນາມ ຢູ່ 11 ປະເທດ ແລະ 5 ເຂດແຄ້ວນ ເຂົ້າຮ່ວມງານແຂ່ງຂັນປິງປອງມິດຕະພາບທົ່ວເອີຣົບ

ງານແຂ່ງຂັນປິງປອງມິດຕະພາບທົ່ວເອີຣົບ ປີ 2026 ແມ່ນກິດຈະກຳປະຈຳປີ ເພື່ອແນໃສ່ເຊື່ອມຕໍ່ ແລະ ຮັດແໜ້ນຄວາມສາມັກຄີຂອງຊຸມຊົນຊາວຫວຽດນາມ ທີ່ອາໄສຢູ່ຫ່າງໄກຈາກບ້ານເກີດເມືອງນອນ. ງານແຂ່ງຂັນປີນີ້ ມີນັກກິລາເກືອບ 170 ຄົນ ຈາກ 11 ປະເທດ ແລະ 5 ເຂດແຄ້ວນ ເຂົ້າຮ່ວມຊີງໄຊໃນຫຼາຍລາຍການ. ພາບທີ່ໜ້າປະທັບໃຈທີ່ສຸດແມ່ນການເຂົ້າຮ່ວມຂອງນັກກິລາທີ່ມີອາຍຸນ້ອຍທີ່ສຸດ (10 ປີ) ແລະ ອາຍຸສູງທີ່ສຸດ (84 ປີ), ເຊິ່ງເປັນການຢັ້ງຢືນເຖິງຈິດໃຈກິລາທີ່ທົນທານ ແລະ ຄວາມຜູກພັນລະຫວ່າງຄົນແຕ່ລະຮຸ່ນ. ພາຍຫຼັງການແຂ່ງຂັນທີ່ດຸເດືອດເປັນເວລາສອງວັນ, ຄະນະນັກກິລາຈາກ ເຢຍລະມັນ ຍາດໄດ້ລາງວັນທີ 1 ຢ່າງໂດດເດັ່ນ, ລາງວັນທີ 2 ແມ່ນ ສາທາລະນະລັດ ເຊັກ ແລະ ລາງວັນທີ 3 ແມ່ນ ໂປໂລຍ. ກິດຈະກຳນີ້ ບໍ່ພຽງແຕ່ຊ່ວຍຍົກສູງຊີວິດການເປັນຢູ່ທາງດ້ານຈິດໃຈ, ສົ່ງເສີມການອອກກຳລັງກາຍເພື່ອສຸຂະພາບເທົ່ານັ້ນ, ແຕ່ຍັງສ້າງພາບພົດຂອງຊຸມຊົນຊາວຫວຽດນາມ ຢູ່ ເອີຣົບ ໃຫ້ນັບມື້ນັບສີວິໄລ ແລະ ແໜ້ນແຟ້ນກວ່າເກົ່າ.ງານແຂ່ງຂັນໃນປີ 2027 ຄາດວ່າຈະຈັດຂຶ້ນຢູ່ ສາທາລະນະລັດ ເຊັກ.

ຊາວຫວຽດນາມ ຢູ່ ໂປໂລຍ: ປະຊາຄົມສາມັກຄີ, ລະບົບຈັດຕັ້ງສະມາຄົມຄົບຊຸດໃນທຸກຂົງເຂດ ຊາວຫວຽດນາມ ຢູ່ ໂປໂລຍ: ປະຊາຄົມສາມັກຄີ, ລະບົບຈັດຕັ້ງສະມາຄົມຄົບຊຸດໃນທຸກຂົງເຂດ

ຍສໝ - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ເຮັດວຽກຢູ່ ໂປໂລຍ ແຕ່​ວັນ​ທີ 5-8 ກໍລະກົດ 2025, ທ່ານ​ນາງ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ເລ​ທິທູ​ຮັ່ງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ຮຽນ​ຮູ້​ສະພາບ​ການ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ​ໂປ​ໂລຍ.

ຊາວຫວຽດນາມ ອາໄສຢູ່ຕ່າງປະເທດກັບຄືນເຂົ້າຮ່ວມພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ແລະຊອກຫາກາລະໂອກາດລົງທຶນຢູ່ ຝູເຖາະ ແລະ ຕວຽນກວ່າງ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດກັບຄືນເຂົ້າຮ່ວມພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ແລະຊອກຫາກາລະໂອກາດລົງທຶນຢູ່ ຝູເຖາະ ແລະ ຕວຽນກວ່າງ

ຍສໝ - ຄະນະ​ຜູ້​ແທນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ 50 ຄົນ​ທີ່​ມາ​ຈາກ 20 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ແລະ ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື​ລົງທຶນ​ຢູ່​ແຂວງ ເຖາະ ​ແລະ ຕວຽນກວ່າງ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ອ່ານຫຼາຍທີ່ສຸດ