ລາຍການຄອນເສີດມິດຕະພາບ ຫວຽດນາມ - ໂປໂລຍ ພາຍໃຕ້ຫົວຂໍ້ “The Flow of Music - ສາຍທານແຫ່ງດົນຕີ” ມີການເຂົ້າຮ່ວມຂອງສອງສິລະປິນປີອາໂນ (Piano) ຕົວແທນຈາກສອງປະເທດ ຄື: ທ່ານ Rafał A. Łuszczewski ຈາກໂປໂລຍ ແລະ ທ່ານ ຫງວຽນ ຫວຽດ ຈຸງ ຈາກຫວຽດນາມ.
ເຫດການນີ້ມີຄວາມໝາຍອັນເລິກເຊິ່ງທາງດ້ານການທູດວັດທະນະທຳ, ແມ່ນໂອກາດເພື່ອເຊີດຊູສາຍພົວພັນມິດຕະພາບທີ່ແໜ້ນແຟ້ນລະຫວ່າງສອງຊາດ, ທັງເປັນການຢືນຢັນບົດບາດຂອງດົນຕີໃນຖານະເປັນພາສາສາກົນທີ່ບໍ່ມີຂີດຈຳກັດ.
![]() |
| ຄ່ຳຄືນດົນຕີມີການເຂົ້າຮ່ວມຂອງ 2 ສິລະປິນຕົວແທນຈາກສອງປະເທດ ຫວຽດນາມ ແລະ ໂປໂລຍ. (ຮູບ: ອົງການຈັດຕັ້ງ) |
ສິລະປິນ Rafał A. Łuszczewski - ສິລະປິນ Steinway ທີ່ມີປະສົບການສະແດງລະດັບສາກົນຫຼາຍກວ່າ 25 ປີ. ທ່ານເຄີຍສະແດງຢູ່ຫໍປະຊຸມທີ່ມີຊື່ສຽງຫຼາຍແຫ່ງໃນທົ່ວໂລກ. Rafał A. Łuszczewski ໄດ້ຮັບການຕີລາຄາວ່າຍັງເປັນໜຶ່ງໃນສິລະປິນທີ່ຖ່າຍທອດບົດເພງຂອງ Chopin ໄດ້ຢ່າງເລິກເຊິ່ງ ແລະ ມີຊື່ສຽງ, ດ້ວຍລາຍການສະແດງທີ່ຫຼາກຫຼາຍ ພ້ອມກັບລາງວັນຫຼາຍສະບັບຈາກການປະກວດປີອາໂນລະດັບສາກົນ.
ຕົວແທນຈາກຫວຽດນາມ ແມ່ນສິລະປິນປີອາໂນໜຸ່ມ ຫງວຽນ ຫວຽດ ຈຸງ - ໃບໜ້າທີ່ໂດດເດັ່ນຂອງສິລະປິນຮຸ່ນໃໝ່ໃນປັດຈຸບັນ. ທ່ານເຄີຍຍາດໄດ້ລາງວັນທີ 1 ໃນງານມະຫະກຳປີອາໂນແຫ່ງຊາດ ຢູ່ໂປໂລຍ (ປີ 2021), ເຂົ້າຮ່ວມການປະກວດປີອາໂນສາກົນ Chopin ຢູ່ໂປໂລຍ ແລະ ສະແດງຢູ່ເວທີໃຫຍ່ຫຼາຍແຫ່ງໃນເອີຣົບ, ອາຊີ ແລະ ສະຫະລັດອາເມລິກາ. ດ້ວຍພື້ນຖານການຝຶກອົບຮົມທີ່ເປັນລະບົບ ບວກກັບອາຊີບໃນລະດັບສາກົນທີ່ພວມຂະຫຍາຍຕົວ, ຫງວຽນ ຫວຽດ ຈຸງ ໄດ້ຮັບການຍອມຮັບໃນຄວາມສາມາດໃນການສະແດງບົດເພງຂອງ Chopin ແລະ ບັນດານັກປະພັນດົນຕີຄລາສສິກອື່ນໆ ໄດ້ຢ່າງປານີດ.
ລາຍການ “The Flow of Music - ສາຍທານແຫ່ງດົນຕີ” ແບ່ງອອກເປັນສອງພາກ. ພາກທີ I ສະແດງໂດຍສິລະປິນ ຫງວຽນ ຫວຽດ ຈຸງ, ເລີ່ມຕົ້ນດ້ວຍບົດເພງຂອງ Franz Schubert ເຊັ່ນ: Impromptu Op. 90 No. 1 & 2, ຕໍ່ດ້ວຍ Sonata ເບີ 3 ຂອງ Prokofiev. ສິລະປິນຍັງໄດ້ສະແດງບົດເພງທີ່ໂດດເດັ່ນຂອງ Chopin ລວມມີ Ballade ເບີ 4 (F minor) ແລະ Andante spianato ພ້ອມກັບ Grande Polonaise brillante Op. 22.
ພາກທີ II ສະແດງໂດຍສິລະປິນ Rafał A. Łuszczewski, ເຊິ່ງຈະນຳເອົາບັນຍາກາດດົນຕີທີ່ເຕັມໄປດ້ວຍຈິນຕະນາການດ້ວຍ Rhapsody Op. 79 No. 1 ຂອງ Brahms, ພ້ອມກັບບົດເພງທີ່ຄຸ້ນເຄີຍຂອງ Chopin ເຊັ່ນ: Waltz Op. 34, Nocturne Op. 15 ແລະ Scherzo ເບີ 3. ລາຍການຈະອັດລົງດ້ວຍບົດເພງ “Warsaw Concerto” ຂອງ Richard Addinsell, ເຊິ່ງເປັນບົດເພງທີ່ເຕັມໄປດ້ວຍອາລົມຄວາມຮູ້ສຶກ, ສະແດງໃຫ້ເຫັນເຖິງຄວາມເລິກເຊິ່ງທາງດ້ານປະຫວັດສາດ ແລະ ວັດທະນະທຳເອີຣົບ.
“The Flow of Music - ສາຍທານແຫ່ງດົນຕີ” ໄດ້ຖືກສ້າງຂຶ້ນຄືກັບການເດີນທາງທາງດ້ານສິລະປະທີ່ຕໍ່ເນື່ອງ, ຜ່ານບັນດາຜົນງານອັນລ້ຳຄ່າຂອງນັກປະພັນດົນຕີຜູ້ຍິ່ງໃຫຍ່ ທີ່ຖືກຖ່າຍທອດຜ່ານສິລະປິນສອງຮຸ່ນ. ລາຍການນີ້ສັນຍາວ່າຈະເປັນການສົນທະນາທາງດົນຕີທີ່ປານີດ, ກາຍເປັນຂົວຕໍ່ເພື່ອປະກອບສ່ວນເຮັດໃຫ້ສາຍພົວພັນການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ໂປໂລຍ ເລິກເຊິ່ງຕື່ມອີກ, ພ້ອມທັງນຳເອົາປະສົບການສິລະປະລະດັບສູງມາສູ່ມວນຊົນ ໃນຂອບເຂດຂອງໂຮງລະຄອນ ໂຮ່ກືອມ - ສັນຍະລັກແຫ່ງວັດທະນະທຳໃໝ່ຂອງຫວຽດນາມ ແລະ ພາກພື້ນ.
| ຊາວຫວຽດນາມ ຢູ່ ໂປໂລຍ: ປະຊາຄົມສາມັກຄີ, ລະບົບຈັດຕັ້ງສະມາຄົມຄົບຊຸດໃນທຸກຂົງເຂດ ຍສໝ - ໃນຂອບເຂດການຢ້ຽມຢາມ, ເຮັດວຽກຢູ່ ໂປໂລຍ ແຕ່ວັນທີ 5-8 ກໍລະກົດ 2025, ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ເລທິທູຮັ່ງ ໄດ້ໄປຢ້ຽມຢາມ ແລະ ຮຽນຮູ້ສະພາບການຂອງປະຊາຄົມຊາວ ຫວຽດນາມ ຢູ່ ໂປໂລຍ. |
| ສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ແລະທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 50 ປີ ພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ແລະທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 50 ປີ (30 ເມສາ 1975 / 30 ເມສາ 2025) ລະດັບຊາດ ໂດຍ ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແລະນະຄອນ ໂຮ່ຈີມິນ ຈັດຕັ້ງໃນວັນທີ 30 ເມສາ ທີ່ເສັ້ນທາງ ... |
ແທັງຮັ່ງ
