ສີສັນ ຫວຽດນາມ ໂດດເດັ່ນຢູ່ ເທດສະການວັດທະນະທຳທົ່ວໂລກ ຊອງນາມ (ເກົາຫຼີໃຕ້)

09:41 | 11/05/2026

ຍສໝ - ບູດວາງສະແດງຂອງ ຫວຽດນາມ ໂດຍ ສະມາຄົມເຈົ້າສາວ ຫວຽດ ແລະ ນັກສຶກສາຕ່າງປະເທດ ຫວຽດນາມ ຢູ່ທີ່ນະຄອນ ຊອງນາມ ຈັດຕັ້ງຂຶ້ນ, ດຶງດູດແຂກເຂົ້າຮ່ວມຊົມຢ່າງຫຼວງຫຼາຍ.

ຍົກລະດັບຖານະຂອງຊາດ: ກຳລັງແຮງຈາກນະໂຍບາຍການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ແລະ ສີສັນ
ການ​ພົບ​ປະ​ແລກປ່ຽນ​ດ້ານ​ສິລະ​ປະ​ເພື່ອ​ແນ​ໃສ່​ເຄົາລົບ​ສີສັນ​ວັດທະນະທຳ​ຂອງ​ສະມາຊິກ​ອາ​ຊຽນ

ວັນທີ 10 ເດືອນ ພຶດສະພາ, ອຳນາດການປົກຄອງນະຄອນ ຊອງນາມ ຂຶ້ນກັບແຂວງ ຄຽງກີ, ທາງພາກໃຕ້ຂອງນະຄອນຫຼວງ ເຊອຸນ ຂອງ ເກົາຫຼີໃຕ້, ໄດ້ຈັດຕັ້ງເທດສະການວັດທະນະທຳທົ່ວໂລກ ຄັ້ງທີ 15 ຢູ່ທີ່ເດີ່ນກວ້າງຫໍວ່າການນະຄອນ ພາຍໃຕ້ຫົວຂໍ້ “ປະສົບການງານແຕ່ງດອງແບບດັ້ງເດີມຂອງໂລກ”.

ສີສັນ ຫວຽດນາມ ໂດດເດັ່ນຢູ່ ເທດສະການວັດທະນະທຳທົ່ວໂລກ ຊອງນາມ (ເກົາຫຼີໃຕ້)

ທ່ານນາງ ຊົງມຸນຢອງ - ຜູ້ອຳນວຍການສູນໜູນຊ່ວຍຄອບຄົວຫຼາຍວັດທະນະທຳນະຄອນ ຊອງນາມ ແລະ ທີ່ປຶກສາອັກຄະລັດຖະທູດ ຫງວຽນທິຖ້າຍບິ່ງ ກັບ ບັນດາເຈົ້າສາວ ຫວຽດ, ນັກສຶກສາຕ່າງປະເທດ ຫວຽດນາມ ຢູ່ທີ່ນະຄອນ ຊອງນາມ ໃນງານເທດສະການ. ຮູບພາບ: ເຈື່ອງຢາງ/VNA

ງານເທດສະການມີການສະແດງແຫ່ຂະບວນທຸງຂອງ 28 ປະເທດ, ມອບລາງວັນໃຫ້ແກ່ບັນດາການປະກອບສ່ວນອັນດີເດັ່ນໃນວຽກງານການຕ່າງປະເທດຫຼາຍວັດທະນະທຳ ແລະ ບັນດາລາຍການແນະນຳວັດທະນະທຳງານແຕ່ງດອງແບບດັ້ງເດີມຂອງຫຼາຍປະເທດ. ລວມທັງໝົດມີ 38 ບູດວາງສະແດງ, ປະສົບການ ແລະ ອານາຈັກອາຫານ.

ບັນດາບູດວາງສະແດງໄດ້ວາງສະແດງວັດທະນະທຳ ແລະ ຊຸດແຕ່ງດອງແບບດັ້ງເດີມຂອງ 5 ປະເທດ, ລວມມີ ເກົາຫຼີໃຕ້, ຫວຽດນາມ, ຈີນ, ກຳປູເຈຍ ແລະ ຟີລິບປິນ. ຢູ່ທີ່ບູດອາຫານ, ແຂກຜູ້ມີກຽດແມ່ນໄດ້ລິ້ມລອງບັນດາເຍື່ອງອາຫານທີ່ມີຊື່ສຽງຈາກ 10 ປະເທດ, ເຊັ່ນ: ບຸ໋ນຈ໋າ ຫວຽດນາມ, ເຂົ້າໝູພະໂລ້ ຈີນ, ຢາກິໂຕຣິ ຍີ່ປຸ່ນ, ລຸມເປຍ ຟີລິບປິນ, ເຂົ້າໜົມຊິ້ນ ການາ, ເຂົ້າໜົມຊາໂມຊາ ອິນເດຍ ແລະ ເຊວໂຣຕິ ເນປານ.

ໃນຂອບເຂດຂອງງານເທດສະການ, ບູດວາງສະແດງຂອງ ຫວຽດນາມ ໂດຍ ສະມາຄົມເຈົ້າສາວ ຫວຽດ ແລະ ນັກສຶກສາຕ່າງປະເທດ ຫວຽດນາມ ຢູ່ທີ່ນະຄອນ ຊອງນາມ ຈັດຕັ້ງຂຶ້ນ, ດຶງດູດແຂກເຂົ້າຮ່ວມຊົມຢ່າງຫຼວງຫຼາຍ ດ້ວຍຫຼາຍກິດຈະກຳແນະນຳວັດທະນະທຳ, ອາຫານ ແລະ ພາບພົດປະເທດຊາດ, ຄົນ ຫວຽດນາມ. ບັນດາລາຍການສະແດງສິລະປະແບບດັ້ງເດີມ, ຜະລິດຕະພັນວັດທະນະທຳທີ່ເປັນເອກະລັກ ສະເພາະ ພ້ອມກັບຫຼາຍເຍື່ອງອາຫານທີ່ເຂັ້ມຂຸ້ນໄປດ້ວຍເອກະລັກຂອງຊາດ ໄດ້ສ້າງຄວາມປະທັບໃຈອັນດີງາມໃຫ້ແກ່ເພື່ອນມິດສາກົນ ແລະ ປະຊາຊົນທ້ອງຖິ່ນ.

ຖະໜົນ​ເມືອງເກົ່າ​ຮ່າ​ໂນ້ຍ ຮຸ່ງເຮືອງເຫຼືອງເຫຼື້ອມ​ດ້ວຍ​ສີສັນ​ພື້ນ​ເມືອງ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດປີຂານ ຖະໜົນ​ເມືອງເກົ່າ​ຮ່າ​ໂນ້ຍ ຮຸ່ງເຮືອງເຫຼືອງເຫຼື້ອມ​ດ້ວຍ​ສີສັນ​ພື້ນ​ເມືອງ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດປີຂານ

ຍສໝ - ໃນຊຸມວັນນີ້, ຖະໜົນຮ່າງມ໊າ ເຕັມໄປດ້ວຍສີແດງ ແລະສີເຫຼືອງ ຈາກໂຄມໄຟ, ຄຳກອນຄູ່ (ປະຕິຄູ່), ຊອງອັງເບົາ, ເຈົ້າພໍ່ຂຸນຄັງ ຫຼືສີຂຽວຂອງເຂົ້າຕົ້ມ... ທຸກສິ່ງທຸກຢ່າງ ສ້າງເປັນພາບທີ່ເຕັມໄປດ້ວຍສີສັນຕ້ອນຮັບປີໃໝ່ປະຈໍາຊາດປີຂານ 2022 ທີ່ໃກ້ຈະວຽນມາແລ້ວ.

ສາຍການບິນ ຫວຽດນາມ ໄດ້ໂຈະການບິນລະຫວ່າງ ຫວຽດນາມ ແລະ ເກົາຫຼີໃຕ້ ສາຍການບິນ ຫວຽດນາມ ໄດ້ໂຈະການບິນລະຫວ່າງ ຫວຽດນາມ ແລະ ເກົາຫຼີໃຕ້

ຍສໝ - ຕອນຄ່ຳວັນທີ 02 ມີນາ, ບໍລິສັດການບິນແຫ່ງຊາດ ຫວຽດນາມ (Vietnam Airlines) ໃຫ້ຮູ້ວ່າ: ຕໍ່ໜ້າສະພາບການສັບສົນຂອງໂລກລະບາດ Covid-19 ຢູ່ ສ.ເກົາຫຼີ, Vietnam Airlines ໄດ້ໂຈະບັນດາຖ້ຽວບິນລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ຊົ່ວຄາວນັບແຕ່ວັນທີ 05 ມີນາ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ