![]() |
| ທ່ານນາຍົກລັດຖະມົນຕີ ເລມິງຮຶງ (ຂວາ) ແລະ ທ່ານນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກໄທ Anutin Charnvirakul. (ພາບ: VGP/ຍິຶດບັກ) |
ຕອບສະໜອງຕາມຄຳເຊີນຂອງ ທ່ານນາຍົກລັດຖະມົນຕີ ເລມິງຮຶງ, ທ່ານນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກໄທ Anutin Charnvirakul ໄດ້ເດີນທາງມາຢ້ຽມຢາມຢ່າງເປັນທາງການຢູ່ ຫວຽດນາມ ແລະ ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ ຄັ້ງທີ 3, ແຕ່ວັນທີ 08 - 09/6/2026.
ຢູ່ພາຍໃດວາລະການເຈລະຈາ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນຕໍ່ ທ່ານນາຍົກລັດຖະມົນຕີໄທ ແລະ ຄະນະຜູ້ແທນລັດຖະບານລາຊະວົງໄທ ທີ່ເດີນທາງມາຢ້ຽມຢາມຢ່າງເປັນທາງການຢູ່ ຫວຽດນາມ; ພ້ອມທັງສະແດງຄວາມປິຕິຊົມຊື່ນທີ່ໄດ້ກັບມາພົບກັບ ທ່ານນາຍົກລັດຖະມົນຕີໄທ ອີກຄັ້ງ ພາຍຫຼັງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ຢູ່ທີ່ Cebu, ປະເທດ ຟີລິບປິນ.
![]() |
| ທ່ານນາຍົກລັດຖະມົນຕີ ເລມິງຮຶງ ເຈລະຈາກັບ ທ່ານນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກໄທ Anutin Charnvirakul. (ພາບ: VGP/ຍຶດບັກ) |
ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຕໍ່ລາຊະວົງ, ລັດຖະບານ, ປະຊາຊົນໄທ ແລະ ສ່ວນຕົວທ່ານນາຍົກລັດຖະມົນຕີໄທ ພ້ອມດ້ວຍອານິຍາ ທີ່ໄດ້ໃຫ້ການຕ້ອນຮັບຢ່າງສົມເກດ, ສະນິດສະໜົມ ແລະ ອົບອຸ່ນ ຕໍ່ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm), ອານິຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ພາຍໃດການເດີນທາງໄປຢ້ຽມຢາມຢ່າງເປັນທາງການຢູ່ ປະເທດໄທ ທີ່ຜ່ານມາ; ພ້ອມທັງຕີລາຄາວ່າ ການຢ້ຽມຢາມດັ່ງກ່າວແມ່ນບັນລຸໄດ້ຜົນສຳເລັດອັນສຳຄັນ, ເປັນຮູບປະທຳ, ສ້າງກຳລັງຂັບເຄື່ອນໃໝ່ໃຫ້ແກ່ສາຍພົວພັນລະຫວ່າງສອງປະເທດ.
ທ່ານນາຍົກລັດຖະມົນຕີໄທ ໄດ້ສະແດງຄວາມປິຕິຊົມຊື່ນ ທີ່ໄດ້ເດີນທາງມາຢ້ຽມຢາມຢ່າງເປັນທາງການຢູ່ ຫວຽດນາມ ເປັນຄັ້ງທຳອິດ, ເປັນພິເສດແມ່ນເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດຮ່ວມກັນ ຄົບຮອບ 50 ປີ; ພ້ອມທັງຢືນຢັນວ່າ ໄທ ຍາມໃດກໍໃຫ້ຄວາມສຳຄັນ ແລະ ມຸ່ງຫວັງທີ່ຈະສືບຕໍ່ຊຸກຍູ້ການຮ່ວມມືຮອບດ້ານ, ເປັນຮູບປະທຳກັບ ຫວຽດນາມ ພາຍໃດທຸກໆຂົງເຂດ.
ທ່ານນາຍົກລັດຖະມົນຕີໄທ ມຸ່ງຫວັງວ່າ ສອງຝ່າຍຈະຜັນຂະຫຍາຍຜົນສຳເລັດ ຂອງການເດີນທາງໄປຢ້ຽມຢາມຢ່າງເປັນທາງການຢູ່ ປະເທດໄທ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢ່າງມີປະສິດທິຜົນ, ພາຍໃດນັ້ນມີ ແຜນການເຄື່ອນໄຫວຜັນຂະຫຍາຍສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໄລຍະ 2026 - 2031.
![]() |
| ທ່ານນາຍົກລັດຖະມົນຕີ ເລມິງຮຶງ ກ່າວປາໄສຢູ່ພາຍໃດວາລະການເຈລະຈາກັບ ທ່ານນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກໄທ Anutin Charnvirakul. (ພາບ: VGP/ຍຶດບັກ) |
ນາຍົກລັດຖະມົນຕີທັງສອງທ່ານ ໄດ້ສະແດງຄວາມເພິ່ງພໍໃຈຕໍ່ກັບການພັດທະນາຢ່າງແຮງກ້າ ຂອງສາຍພົວພັນ ຫວຽດນາມ - ໄທ ພາຍໃດໄລຍະ 50 ປີທີ່ຜ່ານມາ ນັບຕັ້ງແຕ່ໄດ້ມີການສ້າງຕັ້ງສາຍພົວພັນການທູດຮ່ວມກັນ (1976 - 2026); ພ້ອມທັງຕີລາຄາວ່າ ສາຍພົວພັນທວິພາຄີໃນປັດຈຸບັນ ແມ່ນພວມຢູ່ໃນໄລຍະແຫ່ງການພັດທະນາອັນດີງາມທີ່ສຸດຢ່າງບໍ່ເຄີຍມີມາກ່ອນ, ບົົນພື້ນຖານແຫ່ງຄວາມເຊື່ອໝັ້ນທາງດ້ານການເມືອງອັນໜັກແໜ້ນ, ການຮ່ວມມືທາງດ້ານເສດຖະກິດທີ່ມີຄວາມຂະຫຍັນຂະຫຍავ ແລະ ການພົບປະແລກປ່ຽນປະຊາຊົນທີ່ນັບມື້ນັບມີຄວາມຜູກພັນສະໜິດແໜ້ນ.
ສອງຝ່າຍໄດ້ເຫັນດີເປັນເອກະພາບກັນສືບຕໍ່ເພີ່ມທະວີຄວາມເຊື່ອໝັ້ນທາງດ້ານການເມືອງ ໂດຍຜ່ານການຮັກສາບັນດາກິດຈະກຳການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະ ແຕ່ລະຂັ້ນ ຢູ່ເທິງທຸກໆຊ່ອງທາງຢ່າງເປັນປະຈຳ; ເສີມຂະຫຍາຍປະສິດທິຜົນຂອງບັນດາກົນໄກການຮ່ວມມືທວິພາຄີທີ່ມີຢູ່ໃນປັດຈຸບັນ, ເປັນພິເສດແມ່ນກົນໄກການຮ່ວມປະຊຸມຄະນະລັດຖະບານຮ່ວມຂັ້ນນາຍົກລັດຖະມົນຕີ ແລະ ບັນດາກົນໄກການຮ່ວມມືຂັ້ນກະຊວງ; ປະສານງານກັນຢ່າງສະໜິດແໜ້ນ ແນໃສ່ຜັນຂະຫຍາຍສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ມີປະສິດທິຜົນພາຍໃດຕໍ່ໜ້າ.
ສອງຝ່າຍໄດ້ເຫັນດີເປັນເອກະພາບກັນເພີ່ມທະວີການຮ່ວມມືທາງດ້ານການປ້ອງກັນຊາດ ແລະ ຄວາມໝັ້ນຄົງ; ຮັກສາການຮ່ວມລາດຕະເວນຮ່ວມກັນທາງທະເລ; ປະສານງານກັນພາຍໃດການຕໍ່ສູ້ສະກັດກັ້ນ ແລະ ຕ້ານອາດຊະຍາກຳຂ້າມຊາດ ເປັນພິເສດແມ່ນການຄ້າຂາຍຢາເສບຕິດ, ການຄ້າມະນຸດ ແລະ ອາດຊະຍາກຳທາງດ້ານເຕັກໂນໂລຊີສູງ; ພ້ອມທັງຢືນຢັນຄືນໃໝ່ເຖິງຄຳໝັ້ນສັນຍາ ທີ່ຈະບໍ່ອະນຸຍາດໃຫ້ບຸກຄົນ ຫຼື ອົງການຈັດຕັ້ງໃດໆ ນຳໃຊ້ດິນແດນຂອງປະເທດນີ້ ເພື່ອເຄື່ອນໄຫວຕ້ານຄືນປະເທດອື່ນ.
![]() |
| ທ່ານນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກໄທ Anutin Charnvirakul ກ່າວປາໄສ. (ພາບ: VGP/ຍຶດບັກ) |
ພາຍໃດຂົງເຂດເສດຖະກິດ, ຜູ້ນຳທັງສອງທ່ານໄດ້ເຫັນດີເປັນເອກະພາບກັນຜັນຂະຫຍາຍຍຸດທະສາດ “ສາມການເຊື່ອມຕໍ່” ຢ່າງມີປະສິດທິຜົນ; ຊຸກຍູ້ການເຊື່ອມຕໍ່ທາງດ້ານຄົມມະນາຄົມ, logistics, ການການບິນ ແລະ ການທ່ອງທ່ຽວ; ຄົ້ນຄວ້າພັດທະນາບັນດາເສັ້ນທາງຂົນສົ່ງທາງບົກ ແລະ ທາງນ້ຳລຽບຕາມຊາຍຝັ່ງທະເລ ທີ່ເຊື່ອມຕໍ່ສອງປະເທດ ແລະ ເຂດອະນຸພາກພື້ນແມ່ນ້ຳຂອງ; ເສີມຂະຫຍາຍປະສິດທິຜົນກົນໄກຄະນະກຳມະການຮ່ວມທາງດ້ານການຄ້າ ຫວຽດນາມ - ໄທ; ຫຼຸດຜ່ອນບັນດາຮູບແບບກີດກັນທາງດ້ານການຄ້າ, ສ້າງເງື່ອນໄຂອັນສະດວກໃຫ້ແກ່ສິນຄ້າພາຍໃດການເຂົ້າເຖິງຕະຫຼາດຂອງກັນແລະກັນ; ສູ້ຊົນໃຫ້ບັນລຸຄາດໝາຍຍອດມູນຄ່າການຄ້າ 25 ຕື້ໂດລາສະຫະລັດໂດຍໄວ ແລະ ມຸ່ງໜ້າສູ່ 50 ຕື້ໂດລາສະຫະລັດ ຕາມທິດທາງທີ່ມີຄວາມສົມດຸນ ແລະ ຍືນຍົງ.
ສອງຝ່າຍກໍໄດ້ເຫັນດີເປັນເອກະພາບກັນຊຸກຍູ້ການເປີດກວ້າງການຮ່ວມມືພາຍໃດຂົງເຂດກະສິກຳ, ຮັບປະກັນຄວາມໝັ້ນຄົງທາງດ້ານອາຫານ ແລະ ບັນດາຂົງເຂດໃໝ່ ເປັນຕົ້ນແມ່ນ ວິທະຍາສາດ, ເຕັກໂນໂລຊີ, ປັນຍາປະດິດ (AI), ການຫັນເປັນດີຈີຕອນ, ເສດຖະກິດດີຈີຕອນ, ເສດຖະກິດຂຽວ, ການຫັນປ່ຽນພະລັງງານຢ່າງຍຸຕິທຳ ແລະ ຂໍ້ລິເລີ່ມສ້າງສັນໃໝ່. ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ຢືນຢັນວ່າ ຫວຽດນາມ ຍາມໃດກໍຍິນດີຕ້ອນຮັບ, ຊຸກຍູ້ ແລະ ສ້າງເງື່ອນໄຂອັນສະດວກໃຫ້ແກ່ນັກລົງທຶນຕ່າງປະເທດ, ພາຍໃດນັ້ນມີ ໄທ ເຂົ້າມາລົງທຶນ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ.
ທ່ານນາຍົກລັດຖະມົນຕີໄທ ໄດ້ຕີລາຄາສູງຕໍ່ກັບສະພາບແວດລ້ອມການລົງທຶນ ແລະ ການດຳເນີນທຸລະກິດຂອງ ຫວຽດນາມ; ສະແດງຄວາມຂອບໃຈ ແລະ ຫວັງວ່າລັດຖະບານຫວຽດນາມ ຈະສືບຕໍ່ເອົາໃຈໃສ່, ສະໜັບສະໜູນແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດໄທ ທີ່ພວມເຄື່ອນໄຫວຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີໄທ ໄດ້ຢືນຢັນວ່າ ຈະຊຸກຍູ້ໃຫ້ວິສາຫະກິດໄທເປີດກວ້າງການລົງທຶນພາຍໃດບັນດາຂົງເຂດທີ່ມີທ່າແຮງ ແລະ ສອດຄ່ອງກັບທິດທາງການພັດທະນາຂອງ ຫວຽດນາມ; ມຸ່ງຫວັງຢາກໃຫ້ວິສາຫະກິດຫວຽດນາມ ເພີ່ມທະວີການລົງທຶນໄປຍັງ ໄທ; ຊຸກຍູ້ການເຊື່ອມຕໍ່ວິສາຫະກິດ, ຕ່ອງໂສ້ອຸປະທານ ແລະ ບັນດາໂຄງການຮ່ວມມືຍຸດທະສາດລະຫວ່າງສອງປະເທດ.
ສອງຝ່າຍໄດ້ເຫັນດີເປັນເອກະພາບກັນເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ການຮ່ວມມືທາງດ້ານວັດທະນະທຳ, ການທ່ອງທ່ຽວ ແລະ ການຜູກສ່ຽວລະຫວ່າງທ້ອງຖິ່ນ. ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານໄທ ທີ່ໄດ້ເອົາໃຈໃສ່ສະໜັບສະໜູນຄະນະຊຸມຊົນຄົນຫວຽດນາມຢູ່ ໄທ, ສ້າງເງື່ອນໄຂອັນສະດວກໃຫ້ແກ່ວຽກງານການອະນຸລັກ ແລະ ເສີມຂະຫຍາຍມູນຄ່າຂອງບັນດາເຂດປູຊະນີຍະສະຖານປະທານ ໂຮ່ຈີມິນ ກໍຄືລະບົບວັດຫວຽດນາມຢູ່ ໄທ; ພ້ອມທັງສະເໜີໃຫ້ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ຄະນະຊຸມຊົນຄົນຫວຽດນາມ ພາຍໃດການດຳລົງຊີວິດ, ສຶກສາຮ່ຳຮຽນ ແລະ ເຮັດວຽກຢ່າງໝັ້ນຄົງຢູ່ ໄທ.
ທ່ານນາຍົກລັດຖະມົນຕີໄທ ໄດ້ຕີລາຄາສູງຕໍ່ຄວາມໝາຍແຫ່ງການຮ່ວມມືລະຫວ່າງສອງປະເທດ ພາຍໃດໂຄງການອະນຸລັກນົກກະຮຽນຫົວແດງ ຢູ່ອຸທິຍານແຫ່ງຊາດ ຈ່າມຈີມ (Tràm Chim), ພ້ອມທັງຢືນຢັນວ່າ ໄທ ພ້ອມແລ້ວທີ່ຈະຖ່າຍທອດພໍ່ພັນ-ແມ່ພັນນົກກະຮຽນຫົວແດງຈາກ ໄທ ໃຫ້ແກ່ ຫວຽດນາມ ແນໃສ່ອະນຸລັກຄວາມຫຼາກຫຼາຍທາງຊີວະພາບ ແລະ ການພັດທະນາຢ່າງຍືນຍົງ.
ຕໍ່ກັບບັນດາບັນຫາພາກພື້ນ ແລະ ສາກົນ, ທ່ານນາຍົກລັດຖະມົນຕີທັງສອງ ໄດ້ເຫັນດີເປັນເອກະພາບກັນສືບຕໍ່ປະສານງານກັນຢ່າງສະໜິດແໜ້ນຢູ່ ອາຊຽນ ແລະ ບັນດາກົນໄກພຫູພາຄີ; ເນັ້ນໜັກເຖິງຄວາມສຳຄັນຂອງວຽກງານການຮັກສາຄວາມສາມັກຄີ, ເອກະພາບ ແລະ ບົດບາດສູນກາງຂອງ ອາຊຽນ; ຊຸກຍູ້ຈຸດຢືນຮ່ວມຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ ບົນພື້ນຖານກົດໝາຍສາກົນ, ເປັນພິເສດແມ່ນ ສົນທິສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລ ປີ 1982 (UNCLOS 1982).
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ຕີລາຄາສູງຕໍ່ກັບບົດບາດຂອງ ໄທ ພາຍໃດການຊຸກຍູ້ການຮ່ວມມື ACMECS ແລະ ບັນດາກົນໄກການຮ່ວມມືອະນຸພາກພື້ນ; ສະເໜີໃຫ້ສອງຝ່າຍປະສານງານກັນລະດົມແຫຼ່ງຊັບພະຍາກອນ, ເພີ່ມທະວີການເຊື່ອມຕໍ່ພື້ນຖານໂຄງລ່າງ, ການຄ້າ, ການລົງທຶນ, ການຄຸ້ມຄອງຊັບພະຍາກອນນ້ຳ, ການຮັບມືກັບການປ່ຽນແປງສະພາບພູມອາກາດ, ການຫັນເປັນດີຈີຕອນ, ການຫັນເປັນຂຽວ ແລະ ຂໍ້ລິເລີ່ມສ້າງສັນໃໝ່.
ທ່ານນາຍົກລັດຖະມົນຕີໄທ ໄດ້ສະແດງຄວາມເຫັນດີເຫັນພ້ອມເປັນຢ່າງສູງ ຕໍ່ກັບບັນດາຂໍ້ສະເໜີຂອງ ຫວຽດນາມ ແລະ ຢືນຢັນວ່າ ຈະສືບຕໍ່ປະສານງານກັນຢ່າງສະໜິດແໜ້ນ ແນໃສ່ຍົກສູງປະສິດທິຜົນຂອງບັນດາກົນໄກການຮ່ວມມືອະນຸພາກພື້ນ, ປະກອບສ່ວນຊຸກຍູ້ການພັດທະນາຢ່າງຍືນຍົງ ແລະ ຄວາມວັດທະນາຖາວອນຮ່ວມກັນຂອງເຂດອະນຸພາກພື້ນແມ່ນ້ຳຂອງ.
ທ່ານນາຍົກລັດຖະມົນຕີທັງສອງ ໄດ້ຢືນຢັນເຖິງຄວາມເດັດດ່ຽວໜັກແໜ້ນພາຍໃດການຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ຢ່າງມີປະສິດທິຜົນ, ນຳພາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ ໃຫ້ພັດທະນານັບມື້ນັບເລິກເຊິ່ງ, ເປັນຮູບປະທຳ ແລະ ມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃສ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາຍໃດພາກພື້ນ.
ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີໄທ ໄດ້ໃຫ້ກຽດຮຽນເຊີນ ທ່ານນາຍົກລັດຖະມົນຕີ ເລມິງຮຶງ ເດີນທາງໄປຢ້ຽມຢາມຢ່າງເປັນທາງການຢູ່ ປະເທດໄທ. ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ສະແດງຄວາມຂອບໃຈ ແລະ ໃຫ້ຮູ້ວ່າ ຈະຈັດສັນເວລາເພື່ອເດີນທາງໄປຢ້ຽມຢາມ ໄທ ພາຍໃດເວລາທີ່ເໝາະສົມ.
| ຫວຽດນາມ - ລາວ: ຊຸກຍູ້ມູນຄ່າການຄ້າສອງຝ່າຍໃຫ້ບັນລຸໄດ້ຫຼາຍກວ່າ 4 ຕື້ໂດລາສະຫະລັດ ໃນປີ 2026 ຍສໝ - ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ລາວ ໄດ້ເຫັນດີເປັນເອກະພາບຕໍ່ແຜນການຮ່ວມມືລະອຽດ ໃນບັນດາຂົງເຂດຈຸດສຸມ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການເຊື່ອມຕໍ່ພື້ນຖານໂຄງລ່າງ ແລະ ຕັດສິນໃຈເຮັດໃຫ້ມູນຄ່າການຄ້າສອງຝ່າຍບັນລຸໄດ້ບັນດາຕົວເລກສະຖິຕິໃໝ່. |
| ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ເດີນທາງໄປເຂົ້າຮ່ວມກອງປະຊຸມຂັ້ນສູງສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ອາຊຽນ - ຍີ່ປຸ່ນ ຍສໝ - ວັນທີ 15 ທັນວາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງອອກຈາກ ນະຄອນຫຼວງ ຮ່າໂນ້ຍ ໄປເຂົ້າຮ່ວມກອງປະຊຸມຂັ້ນສູງສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ອາຊຽນ - ຍີ່ປຸ່ນ. |



