ກວາງຈິ (ຫວຽດນາມ) ແລະ ສະຫວັນນະເຂດ (ລາວ) ເພີ່ມທະວີການສົມທົບໃນວຽກງານຄຸ້ມຄອງຊາຍແດນ

ກວາງຈິ (ຫວຽດນາມ) ແລະ ສະຫວັນນະເຂດ (ລາວ) ເພີ່ມທະວີການສົມທົບໃນວຽກງານຄຸ້ມຄອງຊາຍແດນ

ຍສໝ - ແຂວງກວາງຈິ (ຫວຽດນາມ) ແລະ ແຂວງສະຫວັນນະເຂດ (ລາວ) ເຫັນດີສືບຕໍ່ຊີ້ນໍາບັນດາກໍາລັງຄຸ້ມຄອງ, ປ້ອງກັນຊາຍແດນ ພ້ອມດ້ວຍບັນດາອົງການທີ່ກ່ຽວຂ້ອງ, ທ້ອງຖິ່ນສົມທົບກັນຢ່າງແໜ້ນແຟ້ນໃນແລກປ່ຽນປະສົບການ, ແບ່ງປັນຂໍ້ມູນຂ່າວສານໃນວຽກງານການທະຫານ-ການປ້ອງກັນຄວາມສະຫງົບ ແລະ ຊາຍແດນ.

ໄຕນິງ: ຂີດໝາຍໃນວຽກງານທາງການທູດປະຊາຊົນເຂດຊາຍແດນໃນປີ 2024

ໄຕນິງ: ຂີດໝາຍໃນວຽກງານທາງການທູດປະຊາຊົນເຂດຊາຍແດນໃນປີ 2024

ຍສໝ - ປີ 2024 ​ແມ່ນຂີດໝາຍ​ບັນດາບາດກ້າວ​​ສຳຄັນ​ໃນ​ການ​ພົວພັນ​ທາງ​ການ​ທູດ​ປະຊາຊົນ​ຂອງແຂວງ ​ໄຕ​ນິງ, ປະກອບສ່ວນ​ປັບປຸງ​ການ​ພົວພັນຖານ​ບ້ານໃກ້ເຮືອນຄຽງ​ທີ່​ເປັນ​ມິດຕະພາບກັບ​ບັນດາ​ແຂວງ​ຊາຍ​ແດນ​ຂຶ້ນກັບ ລາຊະອານາຈັກ ​ກຳປູ​ເຈຍ. ໂດຍປະຕິບັດຄໍາສັ່ງເລກທີ 12-CT/TW ຂອງຄະນະເລຂາທິການວ່າດ້ວຍການເພີ່ມທະວີການນຳພາຂອງພັກ, ຍົກສູງວຽກງານການທູດປະຊາຊົນໃນສະພາບການໃໝ່ຢ່າງມີປະສິດທິຜົນ, ແຂວງສາມາດບັນລຸໄດ້ຜົນງານທີ່ພົ້ນເດັ່ນຫຼາຍຢ່າງ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ຄວາມໝັ້ນຄົງ ແລະ ການພັດທະນາເຂດ​ຊາຍ​ແດນ​.

ຄ້າຍທະຫານຊາຍແດນດ່ານອາເດີດ ຢ້ຽມຢາມ, ມອບຂອງຂວັນໃຫ້ກອງຮ້ອຍປົກປັກຮັກສາຊາຍແດນ 531

ຄ້າຍທະຫານຊາຍແດນດ່ານອາເດີດ ຢ້ຽມຢາມ, ມອບຂອງຂວັນໃຫ້ກອງຮ້ອຍປົກປັກຮັກສາຊາຍແດນ 531

ຫວ່າງແລ້ວນີ້, ຄ້າຍທະຫານຊາຍແດນດ່ານອາເດີດ (ທະຫານຊາຍແດນແຂວງ ເທື່ອທຽນເຫວ້) ໄດ້ສົມທົບກັບຕາແສງເລິມເດີດ (ເມືອງອາເລື້ອຍ) ຢ້ຽມຢາມ, ອວຍພອນກອງຮ້ອຍປົກປັກຮັກສາຊາຍແດນ 531, ປ້ອມຕໍາຫຼວດຕາວ່າງ ແລະອໍານາດການປົກຄອງທ້ອງຖິ່ນ, ປະຊາຊົນບ້ານກະໂລ (ແຂວງເຊກອງ, ລາວ).

ສໍາຫຼວດ, ພົບປະສອງຝ່າຍລະຫວ່າງແຂວງດ້ຽນບຽນ ແລະແຂວງຜົ້ງສາລີ

ສໍາຫຼວດ, ພົບປະສອງຝ່າຍລະຫວ່າງແຂວງດ້ຽນບຽນ ແລະແຂວງຜົ້ງສາລີ

ຫວ່າງແລ້ວນີ້, ທີ່ເຂດຊາຍແດນສາມປະເທດຫວຽດນາມ-ລາວ-ຈີນ, ຄະນະປະຕິບັດລະຫວ່າງຂະແໜງການດ້ຽນບຽນ (ຫວຽດນາມ) ແລະຄະນະປະຕິບັດງານແຂວງຜົ້ງສາລີ (ລາວ) ໄດ້ດໍາເນີນການສໍາຫຼວດສອງຝ່າຍ ແລະພົບປະສອງຝ່າຍກ່ຽວກັບການສ້າງ ເຮືອນກຸ່ມປະຕິບັດງານຊາຍແດນ ແລະເປີດກວ້າງທາງລາດຕະເວນຊາຍແດນຢູ່ຈຸດຕັດກັນເບື້ອງຫວຽດນາມ.

ລາດຕະເວນສອງຝ່າຍປົກປັກຮັກສາຊາຍແດນທາງບົກຫວຽດນາມ-ຈີນ

ລາດຕະເວນສອງຝ່າຍປົກປັກຮັກສາຊາຍແດນທາງບົກຫວຽດນາມ-ຈີນ

ຍສໝ - ຫວ່າງມໍ່ໆມານີ້, ທະຫານຊາຍແດນແຂວງກາວບັງ (ຫວຽດນາມ) ແລະທະຫານຊາຍແດນເຂດກວາງຊີ (ຈີນ) ໄດ້ສົມທົບກັນຈັດຕັ້ງພິທີເລີ່ມການດໍາເນີນລາດຕະເວນຮ່ວມຢູ່ຫຼັກໝາຍທີ 807, 808 ແລະແຕ່ຫຼັກໝາຍທີ 813 ຮອດຫຼັກໝາຍທີ 816 ຢູ່ເສັ້ນຊາຍແດນທາງບົກ ຫວຽດນາມ-ຈີນ.

ກໍ່ສ້າງເຂດຊາຍແດນສັນຕິພາບ, ສະຖຽນລະພາບ ແລະພັດທະນາ

ກໍ່ສ້າງເຂດຊາຍແດນສັນຕິພາບ, ສະຖຽນລະພາບ ແລະພັດທະນາ

ຍສໝ - ຫວ່າງແລ້ວນີ້, ຢູ່ແຂວງເຊກອງ, ກອງບັນຊາການທະຫານແຂວງເຊກອງ (ລາວ) ແລະກອງບັນຊາການທະຫານຊາຍແດນແຂວງ ກວາງນາມ, ເທື່ອທຽນເຫວ້, ກອນຕູມ (ຫວຽດນາມ) ໄດ້ຈັດຕັ້ງກອງປະຊຸມພົບປະ ຄັ້ງທີ 18 ປີ 2024.

ເພື່ອຄວາມສະຫງົບສຸກຢູ່ເຂດສາມແຍກອິນດູຈີນ

ເພື່ອຄວາມສະຫງົບສຸກຢູ່ເຂດສາມແຍກອິນດູຈີນ

ຍສໝ - ງອກໂຮ່ຍ (ແຂວງກອນຕູມ) ແມ່ນເມືອງຊາຍແດນ, ມີເສັ້ນຊາຍແດນຕິດຈອດກັບສອງປະເທດລາວ ແລະກຳປູເຈຍ, ມີດ່ານສາກົນ ເບີອີ. ຢູ່ທີ່ນີ້, “ເມື່ອໄກ່ຂັນທັງສາມປະເທດຮ່ວມຟັງໄດ້ ”, ຫຼືວ່າ “ສາມແຍກອິນດູຈີນ”, ແມ່ນບໍລິເວນທີ່ມີຄວາມສັບສົນດ້ານຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍກໍ່ຄືອາດຊະຍາກຳຢາເສບຕິດ.

ງານ​ວາງ​ສະ​ແດງ​ພາບ​ຖ່າຍ “ສີ​ສັນ​ບັນ​ດາ​ເຜົ່າ​ຂອງຫວຽດ​ນາມ”: ແນະ​ນຳ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ

ງານ​ວາງ​ສະ​ແດງ​ພາບ​ຖ່າຍ “ສີ​ສັນ​ບັນ​ດາ​ເຜົ່າ​ຂອງຫວຽດ​ນາມ”: ແນະ​ນຳ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ

ຍສໝ - ງານວາງສະແດງພາບຖ່າຍ “ສີສັນບັນດາເຜົ່າຂອງຊາດຫວຽດນາມ” ຖືກໄຂຂຶ້ນຢູ່ຮ່າໂນ້ຍ.

ນຳເອົາຄວາມຮູ້ທາງດ້ານກົດໝາຍມາໃຫ້ພໍ່ແມ່ປະຊາຊົນດານລາຍ

ນຳເອົາຄວາມຮູ້ທາງດ້ານກົດໝາຍມາໃຫ້ພໍ່ແມ່ປະຊາຊົນດານລາຍ

ຍສໝ - ໂດຍຜ່ານປ່າໄມ້ດ້ວຍໄລຍະທາງກວ່າ 20 ກິໂລແມັດ, ຄະນະປະຕິບັດງານລວມມີພະນັກງານຄ້າຍທະຫານຊາຍແດນມົນເຊີນ (ທະຫານຊາຍແດນແຂວງເງະອານ) ພ້ອມດ້ວຍພະນັກງານ, ສະມາຊິກ, ສະມາຊິກຊາວໜຸ່ມຂອງສະຫະພັນແມ່ຍິງ ແລະຄະນະຊາວໜຸ່ມຕາແສງ ມົນເຊີນ, ເມືອງກອນກວງ (ແຂວງເງະອານ) ໄດ້ມີໜ້າຢູ່ບ້ານກໍຟາດ, ຕາແສງມົນເຊີນ ເພື່ອໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ພໍ່ແມ່ປະຊາຊົນຢູ່ທີ່ນີ້.

ເສີມສ້າງນໍ້າໃຈມິດຕະພາບ, ປະຕິບັດວຽກງານຊາຍແດນໃຫ້ມີປະສິດທິຜົນຕື່ມອີກ

ເສີມສ້າງນໍ້າໃຈມິດຕະພາບ, ປະຕິບັດວຽກງານຊາຍແດນໃຫ້ມີປະສິດທິຜົນຕື່ມອີກ

ຍສໝ - ຕອນເຊົ້າວັນທີ 14 ພະຈິກ, ທີ່ຮ່າໂນ້ຍ, ກອງບັນຊາການທະຫານຊາຍແດນ ຈັດຕັ້ງພິທີໄຂງານແຂ່ງຂັນເວົ້າພາສາປະເທດບ້ານໃກ້ເຮືອນຄຽງໃນໝູ່ທະຫານຊາຍແດນປີ 2024.

ສ້າງກຳລັງແຮງສັງລວມໃນການປ້ອງກັນ ແລະ ຕ້ານອາດຊະຍາກຳການຄ້າມະນຸດຢູ່ຊາຍແດນ ຫວຽດນາມ - ລາວ

ສ້າງກຳລັງແຮງສັງລວມໃນການປ້ອງກັນ ແລະ ຕ້ານອາດຊະຍາກຳການຄ້າມະນຸດຢູ່ຊາຍແດນ ຫວຽດນາມ - ລາວ

ຍສໝ - ປະສົບຜົນສຳ​ເລັດ​ໃນການ​ຕໍ່ສູ້ ​ແລະ ທຳລາຍລ້າງ​​ອົງກອນ​ອາດຊະຍາ​ກຳ​ທີ່ເຄື່ອນໄຫວ​ການ​ຄ້າ​ມະນຸດ ​ແລະ ການ​ສໍ້​ໂກງ​ທາງ​ອອນ​ລາຍ​ເປັນ​ຂອບຂະໜາດ​ໃຫຍ່... ​ການເຄື່ອນໄຫວນີ້ໄດ້​ປະກອບສ່ວນ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ທາງ​ການ​ເມືອງ ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ຢູ່​ເຂດ​ຊາຍ​ແດນ, ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ - ສັງຄົມ, ​ເພີ່ມ​ທະວີ​ການພົວພັນ​ຮ່ວມ​ມື, ມິດຕະພາບ ​ແລະ ຄວາມ​ສາມັກຄີ​ລະຫວ່າງ ຫວຽດນາມ ແລະ ລາວ.

ຄ່ອງແຄ້ວພາສາຂອງປະເທດເພື່ອນ, ພ້ອມກັນປົກປັກຮັກສາສັນຕິພາບຊາຍແດນ

ຄ່ອງແຄ້ວພາສາຂອງປະເທດເພື່ອນ, ພ້ອມກັນປົກປັກຮັກສາສັນຕິພາບຊາຍແດນ

ຍສໝ - ການຮຽນຮູ້ ແລະ ການນຳໃຊ້ພາສາບ້ານໃກ້ເຮືອນຄຽງບໍ່ພຽງແຕ່ແມ່ນຄວາມຕ້ອງການດ້ານວຽກງານເທົ່ານັ້ນ, ຫາກຍັງແມ່ນຂົວຕໍ່ໃນການເພີ່ມພູນຄູນສ້າງນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ ແລະ ປະເທດເພື່ອນບ້ານ. ການ​ແຂ່ງ​ຂັນພາສາ​ບ້ານໃກ້ເຮືອນຄຽງໃນທະຫານຊາຍ​ແດນ ປີ 2024 ໄດ້​ຢືນຢັນ​ບົດບາດ​ຂອງ​ພາສາ​ຕ່າງປະ​ເທດ​ອີກເທື່ອໜຶ່ງໃນ​ການ​ປົກ​ປັກ​ຮັກສາ​ເຂດ​ຊາຍ​ແດນ​ສັນຕິພາບ, ປະກອບສ່ວນ​ສ້າງສາຍພົວພັນ​ສາມັກຄີ, ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ.

ກອງທັບເຮືອ ຫວຽດນາມ - ໄທ ປະຕິບັດການລາດຕະເວນຮ່ວມ ຄັ້ງທີ 50

ກອງທັບເຮືອ ຫວຽດນາມ - ໄທ ປະຕິບັດການລາດຕະເວນຮ່ວມ ຄັ້ງທີ 50

ຍສໝ - ຕອນ​ເຊົ້າ​ວັນ​ທີ 21 ພະຈິກ, ກອງເຮືອ 263 ​ແລະ 265 ຂອງ​ກອງ​ບັນຊາ​ການ​ເຂດ 5 ກອງທັບ​ເຮືອ​ປະຊາຊົນ​ ຫວຽດນາມ ​ໄດ້ເຂົ້າທຽບ​ທ່າ​ກຳ​ປັ່ນທະຫານ​ເຂດ 5, ​ສິ້ນ​ສຸດ​ການລາດຕະເວນ​​ຮ່ວມ​ປະຈຳ​ປີ ຄັ້ງທີ 50 ກັບ​ກອງເຮືອ 511 ​ແລະ 521 ຂອງ​ກອງທັບ​ເຮືອ​ ໄທ.

ເມື່ອສອງໝູ່ບ້ານ ຫວຽດນາມ - ລາວ ປະສານສົມທົບການດຳລົງຊີວິດຢ່າງກົມກຽວ

ເມື່ອສອງໝູ່ບ້ານ ຫວຽດນາມ - ລາວ ປະສານສົມທົບການດຳລົງຊີວິດຢ່າງກົມກຽວ

ຍສໝ​ - ຮູບ​ແບບ​ເເຮກສ່ຽວໝູ່​ບ້ານຢູ່ເຂດຊາຍ​ແດນ ​ຫວຽດ​ນາມ - ລາວ ພວມ​ກາຍ​ເປັນ​ສັນ​ຍາ​ລັກ​ແຫ່ງ​ການ​ພົວ​ພັນ​ມິດ​ຕະ​ພາບແບບຍືນຍົງ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ. ຢູ່​ເຂດ​ຊາຍ​ແດນ​ທີ່​ຫ່າງ​ໄກ​ສອກຫຼີກ​ນີ້, ປະຊາຊົນ​ສອງ​ປະ​ເທດ​ບໍ່​ພຽງ​ແຕ່​ດຳລົງ​ຊີວິດຮ່ວມກັນຢ່າງສັນຕິພາບ​ເທົ່າ​ນັ້ນ ຫາກ​ຍັງ​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ທຸກ​ສະພາບ​ການ, ສ້າງ​ຄວາມ​ສາມັກຄີ, ​ຕິດພັນກັນ​ຄື​ເປັນສາຍເລືອດ​ດຽວກັນ.

“ຕິດປີກຄວາມໄຝ່ຝັນ” ໃຫ້ແກ່ນັກຮຽນຢູ່ເຂດຊາຍແດນ

“ຕິດປີກຄວາມໄຝ່ຝັນ” ໃຫ້ແກ່ນັກຮຽນຢູ່ເຂດຊາຍແດນ

ຍສໝ - ວັນ​ທີ 15 ພະຈິກ 2024, ຢູ່ຕາ​ແສງ​ຊາຍແດນ ນາ​ງອຍ, ​ເມືອງ​ ກີ​ເຊີນ, ​ແຂວງ ​ເງ້ອານ, ຄະນະ​ປະຕິບັດ​ງານ​ຫ້ອງການ​ກະຊວງ​ຕຳຫຼວດ ​ໂດຍ​ທ່ານພັນເອກສາມດາວ ຟ້າ​ມຮືວ​ຟຸກ, ຮອງຫົວໜ້າຫ້ອງການກະຊວງ​ຕຳຫຼວດ ໄດ້ເປັນປະທານ ເຊິ່ງປະສານສົມທົບກັບໜ່ວຍແຂ່ງຂັນເລກ 4 ກຸ່ມອົງຄະນະ ແລະ ບໍລິສັດ ເຕີມຊ໋າງ ຈຳກັດ ໄດ້ຈັດຕັ້ງໂຄງການອາສາສະໝັກກໍ່ສ້າງຫ້ອງຮຽນ ແລະ ມອບຕູ້ປື້ມຫໍສະໝຸດ “ຕິດປີກຄວາມໄຝ່ຝັນ” ໃຫ້ແກ່ນັກຮຽນຢູ່ເຂດຊາຍແດນ.

ບ່ອນທີ່ໄວ້ເນື້ອເຊື່ອໃຈໃນການເບິ່ງ​ແຍງ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ສອງ​ຟາກ​ຊາຍ​ແດນ​ ຫວຽດ​ນາມ - ລາວ

ບ່ອນທີ່ໄວ້ເນື້ອເຊື່ອໃຈໃນການເບິ່ງ​ແຍງ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ສອງ​ຟາກ​ຊາຍ​ແດນ​ ຫວຽດ​ນາມ - ລາວ

ຍສໝ​ - ສຸກສາລາການເເພດທະຫານ ແລະ ປະຊາຊົນ ມິດຕະພາບຊາຍແດນ ຫວຽດນາມ - ລາວ (ຂຶ້ນກັບຄ້າຍທະຫານຊາຍແດນ ລ໋ອງ​ເຊິບ - ທະຫານຊາຍແດນແຂວງ ເຊີນລາ) ຢືນຢູ່ຕາແສງ ລ໋ອງ​ເຊິບ, ເມືອງ ມົກເຈົາ, ແຂວງ ເຊີນລາ. ນີ້​ແມ່ນ​ບ່ອນທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ສອງ​ຟາກຊາຍ​ແດນ​ເມື່ອ​ຕ້ອງ​ກວດ, ປິ່ນປົວ​ພະຍາດ ​ແລະ ເບິ່ງແຍງດູແລສຸຂະພາບ.

ສົນທິສັນຍາຂອງ ສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ: ດ້ວຍຄຸນຄ່າອັນຄົບຖ້ວນ, ສ້າງພື້ນຖານໃຫ້ແກ່ການຄຸ້ມຄອງທະເລ ແລະ ມະຫາສະໝຸດ

ສົນທິສັນຍາຂອງ ສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ: ດ້ວຍຄຸນຄ່າອັນຄົບຖ້ວນ, ສ້າງພື້ນຖານໃຫ້ແກ່ການຄຸ້ມຄອງທະເລ ແລະ ມະຫາສະໝຸດ

ຍສໝ - ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ ມີ​ຜົນ​ສັກສິດ (ແຕ່​ວັນ​ທີ 16 ພະຈິກ 1994 ຫາ​ວັນ​ທີ 16 ພະຈິກ 2024), ກຳມະການສຳຮອງຄະນະບໍລິຫານງານ​ສູນ​ກາງ​ພັກ, ຮອງ​ລັດຖະມົນຕີ​ຖາວອນກະຊວງ​ການ​ຕ່າງປະ​ເທດ ທ່ານ ຫງວຽນ​ມິນຫ​ວູ໊ ໄດ້ຕອບ​ສຳພາດ​ຕໍ່​ນັກ​ຂ່າວ.

ແຮກສ່ຽວບ້ານ-ບ້ານ: ພື້ນ​ຖານ​ການເພີ່ມພູນຄູນສ້າງການ​ພົວ​ພັນ​ແບບ​ຍືນ​ຍົງ​ ຫວຽດ​ນາມ - ລາວ

ແຮກສ່ຽວບ້ານ-ບ້ານ: ພື້ນ​ຖານ​ການເພີ່ມພູນຄູນສ້າງການ​ພົວ​ພັນ​ແບບ​ຍືນ​ຍົງ​ ຫວຽດ​ນາມ - ລາວ

ຍສໝ​ - ການແຮກສ່ຽວ ບ້ານ-ບ້ານ ​ໄດ້ ແລະ ພວມ​ສ້າງ​ຂົວ​ເຊື່ອມ​ຕໍ່​ທີ່ໝັ້ນຄົງ, ສະໜິດຕິດພັນປະ​ຊາ​ຊົນ​ຢູ່​ເຂດ​ຊາຍ​ແດນ​ຫວຽດ​ນາມ - ລາວ. ຍ້ອນ​ຮູບ​ແບບ​ນີ້, ບັນດາໝູ່​ບ້ານ​ຂອງ​ສອງ​ປະ​ເທດ​ບໍ່​ພຽງ​ແຕ່​ປົກ​ປັກ​ຮັກ​ສາ​ເສັ້ນ​ຊາຍ​ແດນ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຮ່ວມ​ກັນ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ພິ​ເສດ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ.

ລາດຕະເວນກວດກາ, ປ້ອງກັນຊາຍແດນ ຫວຽດນາມ-ລາວ

ລາດຕະເວນກວດກາ, ປ້ອງກັນຊາຍແດນ ຫວຽດນາມ-ລາວ

ຍສໝ - ວັນ​ທີ 12 ມິຖຸນາ​, ຄ້າຍທະຫານ​ປ້ອງ​ກັນ​ຊາຍ​ແດນ ​ແກງດູ່, ທະຫານປ້ອງກັນຊາຍແດນ ​ແຂວງ ​ເງ້ອານ ​ໄດ້​ຈັດ​ການ​ລາດຕະເວນປ້ອງກັນໄລຍະ​ຊາຍ​ແດນ​ ຫວຽດນາມ - ລາວ.

ໄຂງານວາງສະແດງ “ຮ່ວາງຊາ, ເຈື່ອງຊາຂອງຫວຽດນາມ - ພະຍານຫຼັກຖານປະຫວັດສາດ ແລະນິຕິກໍາ” ຢູ່ເມືອງ ກຣົງນັງ

ໄຂງານວາງສະແດງ “ຮ່ວາງຊາ, ເຈື່ອງຊາຂອງຫວຽດນາມ - ພະຍານຫຼັກຖານປະຫວັດສາດ ແລະນິຕິກໍາ” ຢູ່ເມືອງ ກຣົງນັງ

ຍສໝ - ຕອນເຊົ້າວັນທີ 1 ພະຈິກ, ຢູ່ສະໜາມຫຼວງ ກຣົງນັງ, ເມືອງ ກຣົງນັງ, ພະແນກຖະແຫຼງຂ່າວ ແລະສື່ສານແຂວງດັກລັກ ໄດ້ສົມທົບກັບຄະນະກຳມະການປະຊາຊົນເມືອງ ກຣົງນັງ ຈັດຕັ້ງງານວາງສະແດງ “ຮ່ວາງຊາ, ເຈື່ອງຊາຂອງຫວຽດນາມ - ພະຍານຫຼັກຖານປະຫວັດສາດ ແລະນິຕິກໍາ”.

ຫຼໍ່ລ້ຽງນ້ຳໃຈ​ມິດຕະພາບ​ຊາຍ​ແດນ

ຫຼໍ່ລ້ຽງນ້ຳໃຈ​ມິດຕະພາບ​ຊາຍ​ແດນ

ຍສໝ - ກ້າວ​ຂຶ້ນ​ສູ່​ເວທີຂອງລາຍການ “ພົບປະ​ແລກປ່ຽນ​ວຽກ​ງານ​ການ​ເມືອງ ​ແລະ ນາຍທະຫານຫນຸ່ມຂອງກອງທັບສອງປະເທດ ຫວຽດນາມ - ລາວ: ຄວາມເຊື່ອໝັ້ນທີ່ຊື່ສັດຈິງໃຈ” ​ໃນ​ເດືອນ​ຕຸລາ ປີ 2024 ຢູ່​ເມືອງ ມົກ​ເຈົາ, ແຂວງ ເຊີນ​ລາ, ນາງ ຕຸ່ນ​ແພງ ຄຳ​ສີ, ນັກຮຽນ​ຊັ້ນ ມ6 ຂອງ​ໂຮງຮຽນ​ມັດ​ທະ​ຍົມ​ປາຍ ກຸ່ມສີ​ບຸນ​ເຮືອງ, ​ເມືອງ​ ສົບເບົາ, ​ແຂວງ​ຫົວພັນ (ລາວ) ​ຍິ້ມ​ແຍ້ມ​ ເມື່ອໄດ້​ພົບ​ປະ​ກັບ​ທະຫານ​ປ້ອງ​ກັນ​ຊາຍ​ແດນ​ຫວຽດນາມ​ອີກ.

ພິທີປິດຊຸດຝຶກອົບຮົມວິຊາສະເພາະປ້ອງກັນຊາຍແດນໃຫ້ແກ່ພະນັກງານທະຫານ ລາວ

ພິທີປິດຊຸດຝຶກອົບຮົມວິຊາສະເພາະປ້ອງກັນຊາຍແດນໃຫ້ແກ່ພະນັກງານທະຫານ ລາວ

ຍສໝ - ຕອນ​ບ່າຍ​ວັນ​ທີ 28 ຕຸລາ​, ຢູ່ກອງພັນການຝຶກອົບຮົມ-ເຄື່ອນທີ່ (ຕາແສງ ເຮືອງເຖາະ), ກອງ​ບັນຊາ​ການ​ທະຫານ​ປ້ອງກັນຊາຍແດນແຂວງ ໄດ້​ຈັດ​ພິທີ​ປິດ​ຊຸດຝຶກ​ອົບຮົມ​ວິຊາສະເພາະ​ປ້ອງ​ກັນ​ຊາຍ​ແດນ​ໃຫ້​ພະນັກງານ​ກອງ​ບັນຊາ​ການ​ທະຫານ​ແຂວງ ​ສາລະ​ວັນ - ລາວ. ທ່ານພັນໂທ ເຈີ່ນມິງຕວານ, ກໍາມະການຄະນະປະຈໍາ - ຮອງຫົວໜ້າຜູ້ບັນຊາການ, ທັງເປັນຫົວໜ້າເສນາທິການທະຫານ​ປ້ອງກັນຊາຍແດນແຂວງ ເຂົ້າຮ່ວມ ແລະ ຊີ້ນໍາພິທີ.

ກໍ່ສ້າງ​ເຂດ​ທະ​ເລ​ແຫ່ງສັນຕິພາບ, ສະຖຽນ​ລະ​ພາບ, ມິດຕະພາບ, ການ​ຮ່ວມ​ມື ​ແລະພັດທະນາ

ກໍ່ສ້າງ​ເຂດ​ທະ​ເລ​ແຫ່ງສັນຕິພາບ, ສະຖຽນ​ລະ​ພາບ, ມິດຕະພາບ, ການ​ຮ່ວມ​ມື ​ແລະພັດທະນາ

ຍສໝ - ກຳ​ລັງຕຳຫຼວດທະເລຂອງ​ສອງປະເທດຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຫາກໍ່ສຳ​ເລັດ​ການ​ຊ້ອມ​ຮົບ​ຮ່ວມ​ຢູ່​ເຂດ​ທະ​ເລ​ນອກ​ຝັ່ງ​ທະ​ເລ​ແຂວງ ບາ​ເຣ້ຍ - ຫວຸງ​ເຕົ່າ ຢ່າງຈົບງາມ.ເຫດການນີ້ໄດ້ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ, 2 ກຳລັງ; ແມ່ນ​ໂອກາດ​ເພື່ອ​ໃຫ້​ພະນັກງານ, ນັກຮົບ​ຂອງ​ສອງ​ປະ​ເທດ​ໄດ້​ແລກປ່ຽນ, ຮ່ຳຮຽນ, ມີປະສົບການອັນ​ລ້ຳ​ຄ່າຕື່ມອີກ​ໃນ​ການ​ປະຕິບັດ​ໜ້າ​ທີ່​ຮັບປະກັນ​ຄວາມໝັ້ນຄົງ, ຄວາມ​ປອດ​ໄພ, ປະຕິບັດ​ກົດໝາຍ​ຢູ່​ທະ​ເລ.

ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ໄດ້ດໍາເນີນຢູ່ແຂວງຫົວພັນ

ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ໄດ້ດໍາເນີນຢູ່ແຂວງຫົວພັນ

ຍສໝ - ໂດຍສືບ​ຕໍ່​ກິດຈະກໍາເຄື່ອນໄຫວ​ຢູ່​ເມືອງ ມົກ​ເຈົາ (ແຂວງ ເຊີນ​ລາ), ຕອນ​ເຊົ້າ​ວັນ​ທີ 23 ຕຸລາ, ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ​ສືບຕໍ່​ດຳ​ເນີນ​ບັນດາກິດຈະກໍາຢູ່ເມືອງສົບເບົາ (ແຂວງຫົວພັນ), ເລີ່ມຕົ້ນດ້ວຍພິທີຕ້ອນຮັບຄະນະຜູ້ແທນຫວຽດນາມ ຢູ່ດ່ານຊາຍແດນ ປາຮາງ.

ທະຫານປ້ອງກັນຊາຍແດນແຂວງ ເງ້ອານ ແລະ ກອງຮ້ອຍທະຫານປ້ອງກັນຊາຍແດນ 217 (ລາວ) ລາດຕະເວນສອງຝ່າຍ ເພື່ອປ້ອງກັນຊາຍແດນ

ທະຫານປ້ອງກັນຊາຍແດນແຂວງ ເງ້ອານ ແລະ ກອງຮ້ອຍທະຫານປ້ອງກັນຊາຍແດນ 217 (ລາວ) ລາດຕະເວນສອງຝ່າຍ ເພື່ອປ້ອງກັນຊາຍແດນ

ຍສໝ - ວັນທີ 6 ແລະ 7 ມິຖຸນາ, ຄ້າຍທະຫານປ້ອງກັນຊາຍແດນ ຈີ່ເລ, ທະຫານປ້ອງກັນຊາຍແດນແຂວງ ເງ້ອານ ໄດ້ສົມທົບກັບກອງຮ້ອຍທະຫານປ້ອງກັນຊາຍແດນ 217, ກອງບັນຊາການແຂວງ ຫົວພັນ, ລາວ ຈັດການລາດຕະເວນສອງຝ່າຍຢູ່ດ່ານຊາຍແດນຂອງ 2 ຫົວໜ່ວຍຮັບຜິດຊອບ.

ຈຸດພົ້ນເດັ່ນໃນການພົວພັນຕ່າງປະເທດເຂດຊາຍແດນ ຫວຽດນາມ-ລາວ

ຈຸດພົ້ນເດັ່ນໃນການພົວພັນຕ່າງປະເທດເຂດຊາຍແດນ ຫວຽດນາມ-ລາວ

ຍສໝ - ສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື, ພ້ອມກັນພັດທະນາແມ່ນໜຶ່ງໃນບັນດາເນື້ອໃນຈຸດສຸມໃນໜ້າທີ່ປົກປັກຮັກສາອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ ແລະຊາຍແດນຂອງປະເທດຊາດ.

ນັກຮຽນຮູ້ສາກົນແບ່ງປັນປະສົບການກ່ຽວກັບການຮ່ວມມື, ການຄຸ້ມຄອງເຂດຊາຍແດນດິນຕໍ່ດິນ ແລະທະເລ

ນັກຮຽນຮູ້ສາກົນແບ່ງປັນປະສົບການກ່ຽວກັບການຮ່ວມມື, ການຄຸ້ມຄອງເຂດຊາຍແດນດິນຕໍ່ດິນ ແລະທະເລ

ຍສໝ - ວັນທີ 8 ຕຸລາ 2024, ການສຳມະນາສາກົນ “ຮ່ວມມືເພື່ອຊາຍແດນ, ທະເລ, ໝູ່ເກາະ ສັນຕິພາບ ແລະ ການພັດທະນາ” ໄດ້ຈັດຂຶ້ນຢ່າງສຳເລັດຜົນ ຢູ່ຮ່າໂນ້ຍ.

ເສີມສ້າງຄຸນສົມບັດທະຫານລຸງໂຮ່: ຂໍຂອບອົກຂອບໃຈ... ອາວທະຫານຫວຽດນາມ

ເສີມສ້າງຄຸນສົມບັດທະຫານລຸງໂຮ່: ຂໍຂອບອົກຂອບໃຈ... ອາວທະຫານຫວຽດນາມ

ຍສໝ - ອບອົກຂອບໃຈ... ອາວທະຫານຫວຽດນາມ. ນັ້ນແມ່ນຄຳເວົ້າຂອງເດັກນ້ອຍເຍົາວະຊົນຜູ້ 1 ຢູ່ນະຄອນ Pasay, ເຂດຕົວເມືອງ Manila (ຟີລິບປິນ) ເມື່ອໄດ້ຮັບຂອງຂວັນຈາກບັນດາພະນັກງານ, ນັກຮົບຕໍາຫຼວດທະເລເຂດ 2 (ກອງບັນຊາການຕໍາຫຼວດທະເລຫວຽດນາມ).

ແຮກສ່ຽວບ້ານ-ບ້ານ ເສີມສ້າງນໍ້າໃຈມິດຕະພາບຫວຽດນາມ-ລາວ

ແຮກສ່ຽວບ້ານ-ບ້ານ ເສີມສ້າງນໍ້າໃຈມິດຕະພາບຫວຽດນາມ-ລາວ

ຍສໝ - ຜ່ານພຶດຕິກໍາຕົວຈິງແຫ່ງການຜັນຂະຫຍາຍຮູບແບບແຮກສ່ຽວບ້ານ-ບ້ານ ຢູ່ສອງຟາກຊາຍແດນໄດ້ຢັ້ງຢືນທີ່ຕັ້ງ, ບົດບາດອັນໃຫຍ່ຫຼວງຂອງມະຫາຊົນໃນພາລະກິດສ້າງສາ ແລະປົກປັກຮັກສາອະທິປະໄຕຄວາມສະຫງົບຢູ່ເຂດຊາຍແດນແຫ່ງຊາດຂອງສອງປະເທດ ຫວຽດນາມ-ລາວ.

ນ້ຳໃຈທະຫານປະຊາຊົນໃນມື້ທີ່ແດດຮ້ອນ ແຫ້ງແລ້ງ

ນ້ຳໃຈທະຫານປະຊາຊົນໃນມື້ທີ່ແດດຮ້ອນ ແຫ້ງແລ້ງ

ຍສໝ - ມາ​ຮອດ​ເມືອງ ເຈີ່ນວັນເທີຍ, ອູ່ມິງ ແລະ ເຖີຍບິ່ງ ຂອງ​ແຂວງ ກາເມົາ​ ໃນ​ຊຸມ​ມື້​ສຸດ​ທ້າຍ​ຂອງ​ເດືອນ ເມສາ 2024, ຫຢູ່ຫຼາຍຄອງ​ນ້ຳ, ຮ່ອງນ້ຳກໍ​ແຫ້ງ​ແລ້ງ​​, ນ້ຳບາດານຫຼາຍ​ແຫ່ງ ກໍໝົດກ້ຽງ, ທັນຍາຫານທີ່ຫ່ຽວແຫ້ງ, ປະຊາຊົນ​ຂາດ​ທັງນ້ຳເພື່ອກິນ, ດື່ມ. ອາກາດ​ທີ່​ແຫ້ງ​ແລ້ງ​ຢູ່​ທີ່​ນີ້ ​ໄດ້​ກາຍເປັນຄວາມຮ້ອນເຮັ່ງໃຈກ່ວາ, ແຕ່ເມື່ອ​ໄດ້​ຮັບ​ນ້ຳ​ເຢັນ​ທີ່​ສົ່ງ​ມາ​ຈາກບັນດາ​ທະຫານ​ກອງທັບ​ເຮືອ ກໍ່ມີຄວາມຊຸ່ມຊື່ນໃຈກວ່າ.

|< < 1 2 3 4 5 > >|
ເຫດການ