ລາດຕະເວນກວດກາ, ປ້ອງກັນຊາຍແດນ ຫວຽດນາມ-ລາວ

17:09 | 14/06/2024

ຍສໝ - ວັນ​ທີ 12 ມິຖຸນາ​, ຄ້າຍທະຫານ​ປ້ອງ​ກັນ​ຊາຍ​ແດນ ​ແກງດູ່, ທະຫານປ້ອງກັນຊາຍແດນ ​ແຂວງ ​ເງ້ອານ ​ໄດ້​ຈັດ​ການ​ລາດຕະເວນປ້ອງກັນໄລຍະ​ຊາຍ​ແດນ​ ຫວຽດນາມ - ລາວ.

ທະຫານປ້ອງກັນຊາຍແດນແຂວງ ເງ້ອານ ແລະ ກອງຮ້ອຍທະຫານປ້ອງກັນຊາຍແດນ 217 (ລາວ) ລາດຕະເວນສອງຝ່າຍ ເພື່ອປ້ອງກັນຊາຍແດນ
ເປີດ​ຕົວລາຍການ "ແມ່​ອຸປະກາລະ" ຢູ່ປ້ອມປ້ອງກັນຊາຍແດນ ອີຕີ
ລາດຕະເວນກວດກາ, ປ້ອງກັນຊາຍແດນ ຫວຽດນາມ-ລາວ

ຈັດ​ການ​ລາດຕະເວນປ້ອງກັນ​ຊາຍ​ແດນ​ ຫວຽດນາມ - ລາວ.

ການເຄື່ອນໄຫວນີ້ ແມ່ນເພື່ອແນ່ໃສ່ຄົ້ນພົບບັນດາການລະເມີດກົດລະບຽບຊາຍແດນຢ່າງທັນການ, ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນບົນເສັ້ນຂີດຂັ້ນຊາຍແດນ, ຮັກສາຄວາມສະຫງົບປອດໄພຢູ່ເຂດຊາຍແດນ; ພ້ອມ​ກັນ​ນັ້ນ, ກໍ່ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ຢູ່​ເຂດ​ຊາຍ​ແດນ​ ຫວຽດນາມ - ລາວ ທີ່​ຫົວໜ່ວຍ​ຮັບຜິດຊອບ.

ລາດຕະເວນກວດກາ, ປ້ອງກັນຊາຍແດນ ຫວຽດນາມ-ລາວ
ລາດຕະເວນກວດກາ, ປ້ອງກັນຊາຍແດນ ຫວຽດນາມ-ລາວ

ທະຫານ​ປ້ອງ​ກັນ​ຊາຍ​ແດນ ​ເງ້ອານ ຕ້ອງ​ຜ່ານ​ຜ່າ​ພູມີປະເທດທີ່​ຫຍຸ້ງຍາກ ​ແລະ ສັບສົນ (​ທັງ​ທາງບົກ ​ແລະ ​ແມ່​ນ້ຳ​ລຳ​ເຊ)... ​ເພື່ອ​ປະຕິບັດ​ໜ້າ​ທີ່.

ທ່ານພັນໂທ ຮວ່າງງອກແທ໋ກ, ຮອງຫົວໜ້າຄ້າຍທະຫານຊາຍແດນ ແກງດູ່, ຫົວໜ້າໜ່ວຍລາດຕະເວນ ໃຫ້ຮູ້ວ່າ: ກຳລັງທະຫານລາດຕະເວນ ໄດ້ຜ່ານຜ່າຄວາມຫຍຸ້ງຍາກໃນສະພາບດິນຟ້າອາກາດປຽກຊຸ່ມ ແລະ ພູມສັນຖານທີ່ຫຍຸ້ງຍາກໃນການກວດກາເສັ້ນທາງຊາຍແດນ, ສະພາບຄວາມປອດໄພຂອງລະບົບຫຼັກໝາຍຊາຍແດນ ຫວຽດນາມ - ລາວ ແຕ່ບໍລິເວນຫຼັກໝາຍທີ 397/7 (1) ຫາ 398/3 (1) ແລະ ຫຼັກໝາຍຊາຍແດນແຫ່ງຊາດ ເລກທີ 398 ມີຄວາມຍາວກວ່າ 27 ກິໂລແມັດ.

ໜ່ວຍ​ລາດຕະ​ເວນໄດ້​ລົງ​ກວດ​ສະພາບ​ຂອງ​ບັນດາຫຼັກໝາຍຊາຍແດນ​ຕ່າງໆ, ​ໄດ້​ຖາງ​ພຸ່ມໄມ້ຕຶບໜາອອກໃຫ້ກ້ຽງ ເພື່ອເອົາໄລຍະການເບິ່ງ ​ແລະ ​ໄດ້​ມ້ຽນມັດອະນາໄມ​ຢູ່​ອ້ອມ​ຮອບ​ບັນດາຫຼັກໝາຍ​ຕ່າງໆ...

ລາດຕະເວນກວດກາ, ປ້ອງກັນຊາຍແດນ ຫວຽດນາມ-ລາວ

ໜ່ວຍລາດຕະເວນ ຄ້າຍຊາຍແດນ ແກງດູ່, ທະຫານປ້ອງກັນຊາຍແດນແຂວງ ເງ້ອານ ຢູ່ຫຼັກໝາຍ 398 ຊາຍແດນ ຫວຽດນາມ-ລາວ.

ຍ້ອນ​ເຫດ​ນັ້ນ, ສັນຍານເສັ້ນທາງຊາຍ​ແດນ​ບໍ່​ໄດ້​ເຄື່ອນ​ຍ້າຍ, ບັນດາຫຼັກ​ໝາຍ​ຊາຍ​ແດນ​ໄດ້​ຮັບ​ປະ​ກັນ​ຄວາມ​ໝັ້ນຄົງ ​ແລະ ປອດ​ໄພ; ບໍ່​ມີ​ສັນຍານ​ທີ່​ລະເມີດກົດໝາຍ, ລະເມີດ​ລະບຽບ​ການ​ຊາຍ​ແດນ, ​ລັກ​ລອບ​ເຂົ້າ ຫຼື ຂ້າມ​ຊາຍ​ແດນ​ຢ່າງ​ຜິດ​ກົດໝາຍ; ຮັບປະກັນຄວາມປອດໄພຂອງປະຊາຊົນ, ອາວຸດອຸປະກອນຢ່າງເດັດຂາດ./.

ກຽມພ້ອມໃຫ້ການພົບປະແລກປ່ຽນນາຍທະຫານໜຸ່ມທະຫານປ້ອງກັນຊາຍແດນ ຫວຽດນາມ ກັບນາຍທະຫານໜຸ່ມກົມໃຫຍ່ສັນຕິບານ, ກົມໃຫຍ່ຕຳຫຼວດ ລາວ ກຽມພ້ອມໃຫ້ການພົບປະແລກປ່ຽນນາຍທະຫານໜຸ່ມທະຫານປ້ອງກັນຊາຍແດນ ຫວຽດນາມ ກັບນາຍທະຫານໜຸ່ມກົມໃຫຍ່ສັນຕິບານ, ກົມໃຫຍ່ຕຳຫຼວດ ລາວ

ຍສໝ ​- ໃນລະຫວ່າງ 2 ວັນຂອງວັນທີ 30 ແລະ 31 ພຶດສະພາ, ຄະນະປະຕິບັດງານຂອງກົມການເມືອງທະຫານປ້ອງກັນຊາຍແດນ ໂດຍທ່ານ ພັນເອກ ຫງວຽນແທ່ງຫາຍ, ຮອງຫົວໜ້າກົມການເມືອງ ທະຫານປ້ອງກັນຊາຍແດນ ໄດ້ລົງເຄື່ອນໄຫວສຳຫຼວດ, ວິເຄາະ, ຕີລາຄາແຕ່ລະຈຸດທີ່ຕັ້ງ, ສະຖານທີ່ ຮັບໃຊ້​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ການ​ພົບ​ປະ​ແລກປ່ຽນ​ພະນັກງານ​ໜຸ່ມ​ທະຫານ​ປ້ອງ​ກັນ​ຊາຍ​ແດນ ​ຫວຽດນາມ ກັບ​ພະນັກງານ​ໜຸ່ມ​ກົມ​ໃຫຍ່​​ສັນຕິບານ, ກົມ​​ໃຫຍ່ຕຳຫຼວດ​ ​ລາວ, ຢູ່ ...

ທະຫານປ້ອງກັນຊາຍແດນ ກວາງຈີ້ ປະກອບສ່ວນປັບປຸງ, ເພີ່ມທະວີສາຍພົວພັນປະຊາຊົນລະຫວ່າງ ຫວຽດນາມ - ລາວ ທະຫານປ້ອງກັນຊາຍແດນ ກວາງຈີ້ ປະກອບສ່ວນປັບປຸງ, ເພີ່ມທະວີສາຍພົວພັນປະຊາຊົນລະຫວ່າງ ຫວຽດນາມ - ລາວ

ຍສໝ - ຢູ່​ແຂວງ ກວາງ​ຈີ້, ​ໄດ້​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ປະຊາຊົນ​ສອງປະເທດ ຫວຽດນາມ - ລາວ, ທະຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ​ໃນ 5 ປີທີ່​ຜ່ານ​ມາ ​ໄດ້​ຕິດ​ພັນ, ​ຮ່ວມ​ເດີນທາງກັບ​ປະຊາຊົນ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດແຄວ້ນ, ຄວາມໝັ້ນຄົງຊາຍ​ແດນ​ຂອງ​ຊາດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຊາຍແດນ, ທະເລ, ໝູ່ເກາະ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.