ທະຫານປ້ອງກັນຊາຍແດນແຂວງ ເງ້ອານ ແລະ ກອງຮ້ອຍທະຫານປ້ອງກັນຊາຍແດນ 217 (ລາວ) ລາດຕະເວນສອງຝ່າຍ ເພື່ອປ້ອງກັນຊາຍແດນ

09:44 | 08/06/2024

ຍສໝ - ວັນທີ 6 ແລະ 7 ມິຖຸນາ, ຄ້າຍທະຫານປ້ອງກັນຊາຍແດນ ຈີ່ເລ, ທະຫານປ້ອງກັນຊາຍແດນແຂວງ ເງ້ອານ ໄດ້ສົມທົບກັບກອງຮ້ອຍທະຫານປ້ອງກັນຊາຍແດນ 217, ກອງບັນຊາການແຂວງ ຫົວພັນ, ລາວ ຈັດການລາດຕະເວນສອງຝ່າຍຢູ່ດ່ານຊາຍແດນຂອງ 2 ຫົວໜ່ວຍຮັບຜິດຊອບ.

ຫຼາຍການເຄື່ອນໄຫວທີ່​ຟົດຟື້ນ​ໃນ​ງານ​ບຸນເກັບໝາກໝັ້ນປີ 2024 ຢູ່​ຕາ​ແສງເຂດຊາຍແດງ ​ເງ້ອານ
ຊຸກຍູ້​​ການ​ຮ່ວມ​ມື​ດ້ານ​ປັນຍາ​ປະດິດ, ການທ່ອງທ່ຽວ ​ແລະ​ແຮງ​ງານ ​ເງ້ອານ - Gwangju
ທະຫານປ້ອງກັນຊາຍແດນແຂວງ ເງ້ອານ ແລະ ກອງຮ້ອຍທະຫານປ້ອງກັນຊາຍແດນ 217 (ລາວ) ລາດຕະເວນສອງຝ່າຍ ເພື່ອປ້ອງກັນຊາຍແດນ

ຄະນະລາດຕະເວນຄ້າຍທະຫານປ້ອງກັນຊາຍແດນ ຈີ່ເລ, ທະຫານປ້ອງກັນຊາຍແດນແຂວງ ເງ້ອານ ແລະ ກອງຮ້ອຍທະຫານປ້ອງກັນຊາຍແດນ 217, ກອງບັນຊາການທະຫານແຂວງ ຫົວພັນ, ລາວ ໄດ້ດໍາເນີນພິທີເຄົາລົບຫຼັກໝາຍຊາຍແດນ ຫວຽດນາມ-ລາວ.

ໜ່ວຍ​ລາດຕະ​ເວນ​ ຄ້າຍທະຫານປ້ອງກັນຊາຍ​ແດນ ຈີ່ເລ ​ໂດຍ​ທ່ານ​ພັນເອກສາມດາວ ໂງຊ່ວນ​ແທ່ງ ເປັນຫົວໜ້າ​; ໜ່ວຍລາດຕະ​ເວນ ກອງຮ້ອຍທະຫານປ້ອງກັນຊາຍ​ແດນ 217, ກອງບັນຊາການທະຫານແຂວງ ຫົວພັນ, ລາວ ໂດຍທ່ານ ຮ້ອຍເອກ ຄຳຫລ້າ ສຸດທະພອນ, ຮັກສາການຫົວໜ້າກອງຮ້ອຍ ເປັນຫົວໜ້າ.

ໂດຍຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຍ້ອນພູມສັນຖານເຂດ​ພູດ​ອຍທີ່ທຸລະກັນດານ​ ​ແລະ ສະພາບ​ອາກາດ​ບໍ່​ສະດວກ, ໜ່ວຍລາດຕະ​ເວນ​ທັງ​ສອງ​ຝ່າຍ​ໄດ້​ລົງ​ກວດກາ​ລະບົບ​ເສັ້ນຊາຍ​ແດນ ​ແລະ ຫຼັກ​ໝາຍ​ຊາຍ​ແດນ​ ຢູ່​ເຂດ​ແຕ່​ຫຼັກ 376 ຫາ 377 ​ຊາຍ​ແດນ ຫວຽດນາມ - ລາວ, ໃຊ້ລະບົບສະທ້ອນແສງໄລຍະເບິ່ງເຫັນຢູ່ເຂດຊາຍແດນ. .

ໝາກຜົນແມ່ນລະບົບ​ຫຼັກ​ໝາຍ​ຊາຍ​ແດນ​​ໄດ້ຮັບການ​ຮັກສາ​ໄວ້​ສະພາບເດີມ, ບໍ່​ມີ​ການ​ເຄື່ອນ​ໄຫວ​ລະ​ເມີດ​ລະບຽບ​ການ​ເຂດ​ຊາຍ​ແດນ. ສິ້ນ​ສຸດ​ການ​ລາດຕະ​ເວນ, 2 ຝ່າຍ​ໄດ້​ດຳ​ເນີນ​ການ​ໂອ້ລົມເຈລະຈາ​ເພື່ອ​ປຶກສາ​ຫາລື​ບາງສະພາບ​​ການກ່ຽວກັບວຽກງານ​ຄຸ້ມ​ຄອງ​ປ້ອງ​ກັນ​ຊາຍ​ແດນ ​ແລະ ຕ້ານ​ອາດຊະຍາ​ກຳ.

ເຊັກອິນຢູ່ ຫ້ວຍທີ່ມີປາຄຳນັບພັນໂຕ ຢູ່ ເງ້ອານ ເຊັກອິນຢູ່ ຫ້ວຍທີ່ມີປາຄຳນັບພັນໂຕ ຢູ່ ເງ້ອານ

ຍສໝ - ຫ້ວຍມີຄວາມຍາວກວ່າ 500 ແມັດ ມີປາຄຳນັບພັນໂຕ ທີ່ມີຫຼາຍຂະໜາດ ແລະ ສີສັນແຕກຕ່າງກັນ. ຫວ່າງ​ມໍ່ໆ​ມາ​ນີ້, ຫ້ວຍປາຄຳແຄຕໍ້ ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ​ໂດຍ​ສະ​ເພາະ​ແມ່ນໄວ​ໜຸ່ມ.

ແຂວງແທງຮ໋ວາ - ເງ້ອານ - ຮ່າຕິງ ເຊື່ອມຕໍ່ ໜຶ່ງຈຸດໝາຍປາຍທາງ, ຫຼາຍປະສົບການ ແຂວງແທງຮ໋ວາ - ເງ້ອານ - ຮ່າຕິງ ເຊື່ອມຕໍ່ ໜຶ່ງຈຸດໝາຍປາຍທາງ, ຫຼາຍປະສົບການ

ຍສໝ - ແຂວງ​ແທງ​ຮ໋ວາ - ​ເງ້ອານ - ຮ່າ​ຕິ້ງ ຫາ​ກໍ່​ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ສົ່ງ​ເສີມ​ການທ່ອງທ່ຽວ ດ້ວຍ​ຫົວ​ຂໍ້ “ສາມ​ທ້ອງ​ຖິ່ນ, ຈຸດໝາຍ​ປາຍທາງ​ດຽວ, ຫຼາຍ​ປະສົບ​ການ” ​ເພື່ອ​ແນະນຳ​ບັນດາ​ທ່າ​ແຮງ ​ແລະ ຜະລິດ​ຕະພັນ​ທ່ອງ​ທ່ຽວ​ໃໝ່, ​ເປັນ​ປົກກະຕິ​ຂອງ 3 ​ແຂວງ, ພິ​ເສດ​ແມ່ນແນະນຳ tour ເຊື່ອມ​ຕໍ່ “3 ທ້ອງຖິ່ນ, ໜຶ່ງຈຸດໝາຍປາຍທາງ”.

ມິງດຶກ

ເຫດການ
302 Found

Found

The document has moved here.