ປະເທດລາວໄດ້ຈັດພິທີເອົາທຸງຊາດຂຶ້ນສູ່ຍອດເສົາ ເພື່ອສະເຫຼີມສະຫຼອງວັນຄົບຮອບ 53 ປີຂອງອາຊຽນ

09:32 | 06/08/2020

ວັນທີ 4 ສິງຫາ 2020 ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນ ຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດເປັນປະ ທານໃນພິທີເອົາທຸງຊາດລາວ ແລະ ທຸງອາຊຽນຂຶ້ນສູ່ຍອດເສົາ ເນື່ອງໃນໂອກາດສະເຫຼີມສະຫຼອງ ຄົບຮອບ 53 ປີ ແຫ່ງການສ້າງຕັ້ງປະຊາຄົມອາຊຽນ (8 ສິງຫາ 1967-8 ສິງຫາ 2020) ແລະ ຄົບຮອບ 23 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກ ປະຊາຄົມອາຊຽນ (23 ກໍລະ ກົດ 1997-23 ກໍລະກົດ 2020).

ປະເທດລາວໄດ ຈ ດພ ທ ເອ າທ ງຊາດຂ ນສ ຍອດເສ າ ເພ ອສະເຫ ມສະຫ ອງວ ນຄ ບຮອບ 53 ປ ຂອງອາຊຽນ ປະເທດລາວ ໄດ້ເຂົ້າສູ່ໄລຍະທີ 5 ຂອງການປ້ອງກັນ ແລະ ຄວບຄຸມພະຍາດ COVID-19
ປະເທດລາວໄດ ຈ ດພ ທ ເອ າທ ງຊາດຂ ນສ ຍອດເສ າ ເພ ອສະເຫ ມສະຫ ອງວ ນຄ ບຮອບ 53 ປ ຂອງອາຊຽນ ປະເທດລາວ ຈັດພິທີເປີດອານຸສອນສະຖານຄຸກກັກຂັງຜູ້ນຳພັກ-ແນວລາວຮັກຊາດ

ເຂົ້າຮ່ວມໃນພິທີສຳຄັນຄັ້ງນີ້ມີ ບັນດາລັດຖະມົນຕີ ທັງສາມເສົາຄຳ້ປະຊາຄົມອາຊຽນ, ບັນດາ ຮອງລັດຖະມົນຕີ, ເອກອັກຄະ ລັດຖະທູດປະເທດສະມາຊິກອາຊຽນ ປະຈຳ ສປປ ລາວ, ຄະ ນະກົມ ແລະ ພະນັກງານລັດຖະກອນທີ່ກ່ຽວຂ້ອງເຂົ້າຮ່ວມ.

ປະເທດລາວໄດ ຈ ດພ ທ ເອ າທ ງຊາດຂ ນສ ຍອດເສ າ ເພ ອສະເຫ ມສະຫ ອງວ ນຄ ບຮອບ 53 ປ ຂອງອາຊຽນ
ປະເທດລາວໄດ້ຈັດພິທີເອົາທຸງຊາດ ເພື່ອສະເຫຼີມສະຫຼອງວັນຄົບຮອບ 53 ປີຂອງອາຊຽນ. (ພາບ: ກະຊວງການຕ່າງປະເທດລາວ)

ໃນພິທີດັ່ງກ່າວ, ທ່ານ ສະເຫຼີມ ໄຊ ກົມມະສິດ ໄດ້ກ່າວເຖິງຜົນສຳເລັດຂອງອາຊຽນໃນໄລຍະ 53 ປີຜ່ານມາ ອັນໄດ້ປະກອບ ສ່ວນສຳຄັນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນະຖາວອນ ໃນ ພາກພື້ນ ແລະ ໃນໂລກ. ຜົນສຳ ເລັດອັນໜຶ່ງແມ່ນອາຊຽນ ໃນນາມເປັນອົງການຈັດຕັ້ງພາກ ພື້ນລະຫວ່າງລັດຖະບານໄດ້ສືບຕໍ່ຮັດແໜ້ນການພົວພັນຮ່ວມ ມືລະຫວ່າງປະເທດສະມາຊິກອາຊຽນດ້ວຍກັນກໍ່ຄືກັບປະເທດຄູ່ຮ່ວມເຈລະຈາ ແລະ ຄູ່ຮ່ວມ ມືພາຍນອກອາຊຽນ ບົນພື້ນຖານຫຼັກການທີ່ກຳນົດໄວ້ໃນກົດບັດອາຊຽນ, ສົນທິສັນຍາໄມຕີຈິດ ແລະ ການຮ່ວມມື (TAC) ແລະ ບັນດາກົນໄກທີ່ອາຊຽນເປັນຜູ້ສ້າງຂຶ້ນ (ຫຼັກການແຫ່ງການ ຢູ່ຮ່ວມກັນໂດຍສັນຕິ; ເຄົາລົບ ເອກະລາດ, ອະທິປະໄຕ, ຜືນແຜ່ນ ດິນອັນຄົບຖ້ວນ, ການບໍ່ແຊກ ແຊງເຂົ້າໃນວຽກງານພາຍ ໃນ ຂອງກັນ ແລະ ກັນ; ແກ້ໄຂບັນ ຫາໂດຍສັນຕິວິທີ, ຫຼັກການ ຄວາມເປັນເອກະສັນ, ຕ່າງຝ່າຍ ຕ່າງມີຜົນປະໂຫຍດ ແລະ ອີງ ໃສ່ຄວາມຫຼາກຫຼາຍຂອງປະເທດສະມາຊິກ ທີ່ເອີ້ນວ່າ “ວິຖີທາງຂອງອາຊຽນ” (ASEAN Way).

ທ່ານ ສະເຫຼີມໄຊ ຍັງໄດ້ເນັ້ນຕື່ມອີກວ່າ: ຕະຫຼອດໄລຍະ 23 ປີ ທີ່ ສປປ ລາວ ເຮົາໄດ້ເຂົ້າເປັນສະມາຊິກອາຊຽນ, ສປປ ລາວ ໄດ້ ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ເປັນເຈົ້າການສູງໃນຂະບວນການ ລວມຂອງອາຊຽນອັນໄດ້ເຮັດ ໃຫ້ບົດບາດຂອງ ສປປ ລາວ ໃນ ພາກພື້ນ ແລະ ສາກົນ ນັບມື້ພົ້ນ ເດັ່ນຂຶ້ນ. ສະເພາະຂົງເຂດເສດ ຖະກິດ, ເຂດການຄ້າເສລີ ແລະ ການລົງທຶນອາຊຽນ ແລະ ອາ ຊຽນກັບບັນດາປະເທດຄູ່ເຈລະຈາກໍໄດ້ປະກອບສ່ວນອັນສຳຄັນ ໃນການເຮັດການຄ້າ ແລະ ການລົງທຶນຢູ່ປະເທດເຮົາຂະຫຍາຍຕົວໃນຈັງຫວະສູງຂຶ້ນຢ່າງຕໍ່ ເນື່ອງ.

ສຸດທ້າຍ, ທ່ານລັດຖະມົນຕີ ໄດ້ຢືນຢັນເຖິງຄວາມໝາຍໝັ້ນ ຂອງ ສປປ ລາວ ທີ່ຈະສືບຕໍ່ເຂົ້າຮ່ວມໃນຂະບວນການລວມຂອງ ອາຊຽນຢ່າງສະເໝີຕົ້ນສະເໝີປາຍເພື່ອສາມາດບັນລຸໄດ້ການ ສ້າງປະຊາຄົມອາຊຽນ ໃນປີ 2025 ແລະ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອ, ສະໜັບສະໜູນ ແລະ ຮ່ວມມືຂອງບັນດາປະເທດສະມາຊິກອາຊຽນ ແລະ ປະເທດຄູ່ເຈລະຈາກໍຄືຄູ່ຮ່ວມມື ພາຍນອກອາຊຽນທີ່ໄດ້ເຮັດໃຫ້ ສປປ.ລາວ ສາມາດປະຕິບັດຄວາມໝາຍໝັ້ນຂອງຕົນໃນຖາ ນະປະເທດສະມາຊິກຕະຫຼອດ ໄລຍະ 2 ທົດສະວັດຜ່ານມາໄດ້ ຢ່າງເຕັມສ່ວນ, ມີປະສິດທິພາບສູງ ແລະ ນໍາເອົາຜົນປະໂຫຍດ ສູງສຸດມາສູ່ ສປປ ລາວ.

ປະເທດລາວໄດ ຈ ດພ ທ ເອ າທ ງຊາດຂ ນສ ຍອດເສ າ ເພ ອສະເຫ ມສະຫ ອງວ ນຄ ບຮອບ 53 ປ ຂອງອາຊຽນ ທະນາຄານ HSBC ຕີລາຄາສູງການເຕີບໂຕດ້ານເສດຖະກິດຂອງຫວຽດນາມ

ຍສໝ - ປະເທດຫວຽດນາມ ແມ່ນປະເທດທີ່ມີການເຕີບໂຕໄລຍະຍາວທີ່ດີທີ່ສຸດ ໃນພາກພື້ນອາຊີ.

ປະເທດລາວໄດ ຈ ດພ ທ ເອ າທ ງຊາດຂ ນສ ຍອດເສ າ ເພ ອສະເຫ ມສະຫ ອງວ ນຄ ບຮອບ 53 ປ ຂອງອາຊຽນ Foreign Policy: ຫວຽດ​ນາມ​ ສະ​ແດງ​ໃຫ້​ເຫັນ​ຄວາມ​ສາ​ມາດ​ໃນ​ການ​ນຳ​ພາກ​ຢ່າງ​ດີ​ເດັ່ນ​ໃນ​ອາ​ຊຽນ

ຍ​ສ​ໝ - ​ເດືອນ​ພະ​ຈິກ​ປີ 2019, ຫວຽດ​ນາມ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທາ​ນ​ອາ​ຊຽນ ໃນ​ປີ 2020, ຫຼັງ​ຈາກ​ນັ້ນ, ຫວຽດ​ນາມ ໄດ້​ກະ​ກຽມ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ ແລະ ກຽມ​ພ້ອມ​ໃຫ້​ແກ່​ປີ​ສຳ​ຄັນ​ນີ້.

ປະເທດລາວໄດ ຈ ດພ ທ ເອ າທ ງຊາດຂ ນສ ຍອດເສ າ ເພ ອສະເຫ ມສະຫ ອງວ ນຄ ບຮອບ 53 ປ ຂອງອາຊຽນ ປະຊາຊົນລາວ 53 ຄົນຢູ່ແຂວງກ່ອນຕຸ່ມ ໄດ້ຮັບສັນຊາດຫວຽດນາມ

ຍສໝ - ວັນທີ 16 ທັນວານີ້, ພະແນກຍຸຕິທຳ ແຂວງ ກ່ອນຕຸ່ມ ໄດ້ປະກາດ ແລະ ມອບຄຳຕັດສິນຂອງປະທານປະເທດໃນການໃຫ້ສັນຊາດຫວຽດນາມແກ່ພົນລະເມືອງລາວ 15 ຄົນທີ່ອົບພະຍົບຢ່າງອິດສະຫຼະ ແລະ ແຕ່ງງານໂດຍນອກສົມລົດກັບຄົນຫວຽດນາມ ຢູ່ຊາຍແດນຫວຽດນາມ - ລາວ.

kongthap.la

ເຫດການ
302 Found

Found

The document has moved here.