ຫວຽດນາມ ຕີລາຄາສູງບັນດາບຸລິມະສິດຂອງປະຊາຄົມວັດທະນະທໍາ-ສັງຄົມອາຊຽນ

16:55 | 27/03/2024

ຍສໝ - ທີ່ກອງປະຊຸມ, ບັນດາລັດຖະມົນຕີ, ຫົວໜ້າຄະນະໄດ້ຊົມເຊີຍທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວລາວ ທີ່ໄດ້ເປັນປະທານປະຊາຄົມວັດທະນະທໍາ-ສັງຄົມອາຊຽນ 2024 ແລະໃຫ້ການສະໜັບສະໜູນຢ່າງແຮງ ດ້ວຍຫົວຂໍ້ “ອາຊຽນ: ຊຸກຍູ້ການເຊື່ອມຕໍ່ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ”.

ວັນທີ 24 ມີນາ, ກອງປະຊຸມສະພາປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ຄັ້ງທີ 31 ໄດ້ຈັດຕັ້ງຢູ່ແຂວງຫຼວງພະບາງ ພາຍໃຕ້ການເປັນປະທານຂອງທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວລາວ. ນີ້ແມ່ນເຫດການສຳຄັນ, ແມ່ນກອງປະຊຸມຄັ້ງທຳອິດໃນປີ 2024 ດ້ວຍການເຂົ້າຮ່ວມຂອງບັນດາລັດຖະມົນຕີ, ຫົວໜ້າຄະນະຮັບຜິດຊອບປະຊາຄົມວັດທະນະທໍາ-ສັງຄົມຂອງ 10 ປະເທດສະມາຊິກ ອາຊຽນ ແລະທ່ານເລຂາທິການໃຫຍ່ອາຊຽນ.

ຫວຽດນາມ ຕີລາຄາສູງບັນດາບຸລິມະສິດຂອງປະຊາຄົມວັດທະນະທໍາ-ສັງຄົມອາຊຽນ

ກອງປະຊຸມສະພາປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ຄັ້ງທີ 31 ໄດ້ຈັດຂຶ້ນຢູ່ແຂວງຫຼວງພະບາງ, ປະເທດລາວ. ພາບ: ກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມ

ຄະນະຜູ້ແທນທີ່ມາຈາກ ຕີມໍຕາເວັນອອກ ກໍ່ໄດ້ເຂົ້າຮ່ວມກອງປະຊຸມໃນຖານະເປັນຜູ້ສັງເກດການ. ທ່ານ ລືວກວາງຕ໊ວນ ຫົວໜ້າກົມຮ່ວມມືສາກົນ ໄດ້ຮັບການມອບສິດຈາກທ່ານ ດ່າວຫງອັກຢຸງ ລັດຖະມົນຕີກະຊວງແຮງງານ-ທະຫານເສຍອົງຄະ ແລະສັງຄົມ ຫວຽດນາມ ເປັນຫົວໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ.

ບັນດາບຸລິມະສິດຂອງປະຊາຄົມວັດທະນະທໍາ-ສັງຄົມ ໃນປີ 2024

ທີ່ກອງປະຊຸມ, ບັນດາລັດຖະມົນຕີ, ຫົວໜ້າຄະນະໄດ້ຊົມເຊີຍທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວລາວ ທີ່ໄດ້ເປັນປະທານປະຊາຄົມວັດທະນະທໍາ-ສັງຄົມອາຊຽນ 2024 ແລະໃຫ້ການສະໜັບສະໜູນຢ່າງແຮງ ດ້ວຍຫົວຂໍ້ “ອາຊຽນ: ຊຸກຍູ້ການເຊື່ອມຕໍ່ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ”.

ປີ 2024 ໄດ້ຮັບການຕີລາຄາວ່າ ແມ່ນຈຸດເວລາທີ່ສຳຄັນໃນວິວັດການສ້າງປະຊາຄົມກັບເລື່ອງອາຊຽນ ປັບປຸງວິໄສທັດປະຊາຄົມອາຊຽນ 2025 ສົມບູນໂດຍພື້ນຖານເພື່ອຫັນປ່ຽນໄປສູ່ວິໄສທັດປະຊາຄົມອາຊຽນ 2045.

ກອງປະຊຸມໄດ້ຊົມເຊີຍ ແລະຄອງຄອຍການຫັນບຸລິມະສິດຂອງເສົາຄໍ້າວັດທະນະທໍາ-ສັງຄົມໃນປີ 2024 ໃຫ້ປະກົດຜົນເປັນຈິງ ເຊິ່ງລວມມີ: ວັດທະນະທໍາ ແລະສິລະປະ: ຊຸກຍູ້ບົດບາດຂອງວັດທະນະທໍາ ແລະສິລະປະອາຊຽນ ເພື່ອການເຊື່ອມໂຍງ ແລະຍືນຍົງ; ຊຸກຍູ້ການຮ່ວມມືດ້ານສິ່ງແວດລ້ອມ: ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ແມ່ຍິງ ແລະເດັກນ້ອຍ: ຊຸກຍູ້ບົດບາດຂອງແມ່ຍິງ ແລະເດັກນ້ອຍ ແນໃສ່ຫັນປ່ຽນການກະທໍາໃນພາກພື້ນອາຊຽນ ແລະສາທາລະນະສຸກ: ຄວາມສາມາດຟື້ນຟູການພັດທະນາຂະແໜງສາທາລະນະສຸກອາຊຽນ ໃນສະພາບການໃໝ່.

ທີ່ກອງປະຊຸມ, ໃນບົດກ່າວປາໄສຂອງຕົນ, ທ່ານລັດຖະມົນຕີ, ຫົວໜ້າຄະນະບັນດາປະເທດສະມາຊິກອາຊຽນ ໄດ້ແບ່ງປັນທັດສະນະ, ຂໍ້ລິເລີ່ມ ແລະການເຄື່ອນໄຫວລະດັບຊາດຈຳນວນໜຶ່ງເພື່ອຕອບສະໜອງຫົວຂໍ້ “ຊຸກຍູ້ການເຊື່ອມຕໍ່ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ” ກໍ່ຄື ບຸລິມະສິດຂອງປະຊາຄົມວັດທະນະທໍາ-ສັງຄົມໃນປີນີ້.

ຫວຽດນາມ ກຽມພ້ອມສົມທົບໃນການຜັນຂະຫຍາຍຂໍ້ລິເລີ່ມ ແລະບຸລິມະສິດ

ໃນສະພາບການທີ່ມີຫຼາຍທ່າອ່ຽງ ແລະກາລະໂອກາດວັດທະນະທໍາ-ສັງຄົມຫາກໍພົ້ນເດັ່ນຂຶ້ນ, ໄປຄຽງຄູ່ກັບເປົ້າໝາຍພັດທະນາເສດຖະກິດແລ້ວ, ບັນດາປະເທດລ້ວນແຕ່ຖືເປົ້າໝາຍກ່ຽວກັບວັດທະນະທໍາ-ສັງຄົມ, ຮັບປະກັນຊີວິດສັງຄົມແມ່ນປັດໄຈສຳຄັນໃຫ້ແກ່ການຮັບປະກັນຄວາມໝັ້ນຄົງແຫ່ງຊາດ.

ຫວຽດນາມ ຕີລາຄາສູງບັນດາບຸລິມະສິດຂອງປະຊາຄົມວັດທະນະທໍາ-ສັງຄົມອາຊຽນ

ບັນດາລັດຖະມົນຕີ, ຫົວໜ້າຄະນະ ທີ່ເຂົ້າຮ່ວມກອງປະຊຸມປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ຢູ່ລາວ. ພາບ: ກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດ່າວຫງອັກຢຸງ ລັດຖະມົນຕີກະຊວງແຮງງານ-ທະຫານເສຍອົງຄະ ແລະສັງຄົມ ຫວຽດນາມ ໄດ້ຕີລາຄາສູງຕໍ່ບຸລິມະສິດຂອງປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ໂດຍ ລາວ ຍົກອອກໃນປີ 2024 ແລະເຊື່ອໝັ້ນວ່າບັນດາໝາກຜົນໃນປີ 2024, ພາຍໃຕ້ການນຳພາຂອງປະເທດລາວ ຈະປະກອບສ່ວນສຳຄັນເຂົ້າໃນການຮ່ວມມືໃນພາກພື້ນ, ຢັ້ງຢືນອິດທິພົນຊື່ສຽງ, ທີ່ຕັ້ງ ແລະບົດບາດຂອງອາຊຽນຢູ່ພາກພື້ນ ແລະບົນເວທີສາກົນ.

ໂດຍເຫັນດີເປັນເອກະພາບຕໍ່ການກໍານົດທິດສຸມໃສ່ການພັດທະນາແບບຍືນຍົງ, ເພີ່ມທະວີການຮ່ວມມືດ້ານວັດທະນະທໍາ-ສິລະປະ ແລະຊຸກຍູ້ບົດບາດຂອງແມ່ຍິງ ແລະເດັກນ້ອຍ, ຫວຽດນາມ ຢັ້ງຢືນວ່າ ໄປຄຽງຄູ່ກັບການສະໜັບສະໜູນບົດບາດເປັນປະທານປະຊາຄົມວັດທະນະທໍາ-ສັງຄົມໃນປີ 2024 ແລ້ວ, ຫວຽດນາມ ພ້ອມແລ້ວທີ່ຈະສົມທົບກັນ, ໜູນຊ່ວຍໃນການຜັນຂະຫຍາຍຂໍ້ລິເລີ່ມ, ບຸລິມະສິດໃນຂົງເຂດລົງເລິກຂະແໜງ.

ລະອຽດແມ່ນຂະບວນການເຮັດຖະແຫຼງການອາຊຽນ ໃຫ້ສົມບູນກ່ຽວກັບການປ້ອງກັນ, ຕ້ານ ແລະລົບລ້າງແຮງງານເດັກ; ຖະແຫຼງການກ່ຽວກັບຄວາມສາມາດໃນ ເຂິການເຄື່ອນຍ້າຍ, ການຮັບຮູ້ເຊິ່ງກັນ ແລະກັນ ແລະພັດທະນາທັກສະອາຊີບໃຫ້ແຮງງານອົບພະຍົບເພື່ອຍື່ນສະເໜີຕໍ່ການນໍາຂັ້ນສູງອາຊຽນ; ບົດແນະນຳ, ບົດລາຍງານຕີລາຄາພາກພື້ນ ກໍ່ຄືການຈັດຕັ້ງການເຄື່ອນໄຫວ ແລະເຫດການທີ່ສຳຄັນ, ໃນນັ້ນມີເວທີປາໄສເດັກນ້ອຍອາຊຽນ ຄັ້ງທີ 8, ການເຈລະຈາລະຫວ່າງຂະແໜງການຂັ້ນສູງອາຊຽນ ກ່ຽວກັບການຮັບປະກັນຊີວິດສັງຄົມ ແລະກອງປະຊຸມສຸດຍອດແມ່ຍິງກ່ຽວກັບເສດຖະກິດການດູແລ.

ສິ້ນສຸດກອງປະຊຸມ, ບັນດາລັດຖະມົນຕີ, ຫົວໜ້າຄະນະໄດ້ອອກຖະແຫຼງການຮ່ວມ ແລະເຫັນດີເປັນເອກະພາບກັນຮັບຮອງເອົາຫຼັກການສໍາລັບບັນຊີລາຍຊື່ເອກະສານ, ຖະແຫຼງການຂອງປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ຄາດວ່າຈະຍື່ນສະເໜີຕໍ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 45 ໃນທ້າຍປີນີ້.

ບັນດາລັດຖະມົນຕີ, ຫົວໜ້າຄະນະ ກໍ່ເຫັນດີເປັນເອກະພາບກ່ຽວກັບເນື້ອໃນຂອງບົດລາຍງານກອງປະຊຸມຄັ້ງທີ 31 ເພື່ອຍື່ນສະເໜີຕໍ່ການນຳຂັ້ນສູງອາຊຽນ.

ໂດຍໄດ້ຮູ້ວ່າ ກອງປະຊຸມຂັ້ນລັດຖະມົນຕີຮັບຜິດຊອບ 15 ຂົງເຂດຮ່ວມມືລົງເລິກຂະແໜງຂອງປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ໄດ້ຈັດຂຶ້ນ 2 ຄັ້ງຕໍ່ປີ ເຊິ່ງຈະຈັດຕັ້ງກ່ອນ ຫຼືໃກ້ກັບກອງປະຊຸມສຸດຍອດອາຊຽນ ເພື່ອກວດກາຄືນການປະຕິບັດການເຄື່ອນໄຫວ ແລະການກະກຽມເອກະສານໃນຂົງເຂດຮັບຜິດຊອບຂອງປະຊາຄົມວັດທະນະທໍາ-ສັງຄົມໃນການເຄື່ອນໄຫວຮ່ວມມືອາຊຽນ ເພື່ອຍື່ນສະເໜີຕໍ່ກອງປະຊຸມສຸດຍອດອາຊຽນ ຮັບຮອງເອົາ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.