ປະຊາຊົນລາວ 53 ຄົນຢູ່ແຂວງກ່ອນຕຸ່ມ ໄດ້ຮັບສັນຊາດຫວຽດນາມ

13:53 | 18/12/2019

ຍສໝ - ວັນທີ 16 ທັນວານີ້, ພະແນກຍຸຕິທຳ ແຂວງ ກ່ອນຕຸ່ມ ໄດ້ປະກາດ ແລະ ມອບຄຳຕັດສິນຂອງປະທານປະເທດໃນການໃຫ້ສັນຊາດຫວຽດນາມແກ່ພົນລະເມືອງລາວ 15 ຄົນທີ່ອົບພະຍົບຢ່າງອິດສະຫຼະ ແລະ ແຕ່ງງານໂດຍນອກສົມລົດກັບຄົນຫວຽດນາມ ຢູ່ຊາຍແດນຫວຽດນາມ - ລາວ.

ວັນທີ 16 ທັນວານີ້, ພະແນກຍຸຕິທຳ ແຂວງ ກ່ອນຕຸ່ມ ໄດ້ປະກາດ ແລະ ມອບຄຳຕັດສິນຂອງປະທານປະເທດໃນການໃຫ້ສັນຊາດຫວຽດນາມແກ່ພົນລະເມືອງລາວ 15 ຄົນທີ່ອົບພະຍົບຢ່າງອິດສະຫຼະ ແລະ ແຕ່ງງານໂດຍນອກສົມລົດກັບຄົນຫວຽດນາມ ຢູ່ຊາຍແດນຫວຽດນາມ - ລາວ.

ບຸກຄົນທີ່ໄດ້ຮັບສັນຊາດຫວຽດນາມ ສະແດງຄວາມຮູ້ບຸນຄຸນຕໍ່ຄວາມເອົາໃຈໃສ່ຂອງຜູ້ນຳພັກ, ລັດ, ລັດຖະບານຫວຽດນາມ ແລະ ອຳນາດການປົກຄອງທ້ອງຖິ່ນ ເມື່ອພວກເຂົາໄດ້ຊ່ວຍເຫຼືອໃນການດຳ ເນີນຂັ້ນຕອນທາງກົດໝາຍ, ອຳນວຍຄວາມສະດວກໄດ້ຮັບສັນຊາດຫວຽດນາມ.

ປະຊາຊົນລາວ 53 ຄົນຢູ່ແຂວງກ່ອນຕຸ່ມ ໄດ້ຮັບສັນຊາດຫວຽດນາມ

ປະຊາຊົນລາວ 53 ຄົນຢູ່ແຂວງກ່ອນຕຸ່ມ ໄດ້ຮັບສັນຊາດຫວຽດນາມ

ພ້ອມດຽວກັນນີ້, ໄດ້ສັນຍາວ່າຈະພະຍາຍາມ ທີ່ຈະສ້າງຄວາມສາມັກຄີແຫ່ງຊາດກັບຊຸມຊົນທ້ອງຖິ່ນທີ່ອາໄສ, ເພີ່ມທະວີພັດທະນາເສດຖະກິດ, ເຮັດໃຫ້ຊີວິດຄອບຄົວມີສະຖຽນລະພາບ ແລະ ປະຕິບັດແນວທາງຂອງພັກ ແລະ ນະໂຍບາຍ, ກົດໝາຍຂອງລັດຫວຽດນາມ ເປັນຢ່າງດີ.

ພາຍຫຼັງການຮັບສັນຊາດຫວຽດນາມ, ອົງການທີ່ມີໜ້າທີ່ ແລະ ອຳນາດການປົກຄອງທ້ອງຖິ່ນ ຈະຊີ້ນຳ ແລະ ຊ່ວຍພົນລະເມືອງລາວດຳເນີນລະບຽບການຕ່າງໆເຊັ່ນ: ໃບແຈ້ງການເກີດ; ອອກໃບຢັ້ງຢືນຖານະພົນລະເມືອງ, ສຳມະໂນຄົວ, ເອກະສານທະບຽນແຕ່ງງານ, ເອກະສານສ່ວນຕົວ; ການແກ້ໄຂບັນດາລະບອບ ແລະ ນະໂຍບາຍຕ່າງໆ ເພື່ອຮັບປະກັນສິດທິຂອງພົນລະເມືອງ, ເພື່ອໃຫ້ປະຊາຊົນມີຊີວິດສະຖຽນລະພາບ ແລະ ເຊື່ອມໂຍງເຂົ້າກັບຊີວິດເສດຖະກິດ - ສັງຄົມໃນທ້ອງຖິ່ນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.