ອາຊຽນ ເພີ່ມທະວີການຮ່ວມມືດ້ານປ້ອງກັນປະເທດ ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ການສ້າງຄວາມເຂັ້ມແຂງດ້ວຍຕົນເອງ

14:00 | 07/03/2024

ຍສໝ - ວັນ​ທີ 5 ມີນາ​ນີ້ ຢູ່​ແຂວງ​ຫຼວງ​ພະ​ບາງ, ພາກ​ເໜືອ​ຂອງ ​ລາວ, ໄດ້ດຳເນີນກອງ​ປະຊຸມໃນວົງແຄບ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ ອາ​ຊຽນ (ADMM ແຄບ) ​ໂດຍການເປັນປະທານຂອງ​ທ່ານ​ພົນ​ເອກ ຈັນ​ສະໝອນ ຈັນຍາລາດ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ລາວ.

ອາຊຽນ ແລະ ຍີ່ປຸ່ນ ໄດ້ຮັບຮອງເອົາຖະແຫຼງການວິໄສທັດກ່ຽວກັບການພົວພັນມິດຕະພາບ ແລະ ການຮ່ວມມື ອາຊຽນ - ຍີ່ປຸ່ນ: ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ອາຊຽນ ແລະ ຍີ່ປຸ່ນ ໄດ້ຮັບຮອງເອົາຖະແຫຼງການວິໄສທັດກ່ຽວກັບການພົວພັນມິດຕະພາບ ແລະ ການຮ່ວມມື ອາຊຽນ - ຍີ່ປຸ່ນ: ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ
ບັນດາຖ້ຽວກຳປັ່ນທີ່ເຕັມໄປດ້ວຍຄວາມມິດຕະພາບ ເພື່ອສັນຕິພາບ ແລະ ສະຖຽນລະພາບຢູ່ທະເລ ບັນດາຖ້ຽວກຳປັ່ນທີ່ເຕັມໄປດ້ວຍຄວາມມິດຕະພາບ ເພື່ອສັນຕິພາບ ແລະ ສະຖຽນລະພາບຢູ່ທະເລ

ໂດຍ​ເຂົ້າ​ຮ່ວມ​ກອງ​ປະຊຸມມີ ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ, ການ​ນຳ​ກະຊວງ​ປ້ອງ​ກັນ​ປະ​ເທດ​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ຮອງ​ເລຂາທິການ​ໃຫຍ່ ອາ​ຊຽນ ທ່ານ Dato' Astanah Abdul Aziz. ທ່ານພົນໂທ ຫງວຽນເຕີນເກືອງ, ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ນໍາໜ້າຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.

ກ່າວ​ຄຳປາໄສທີ່​ກອງ​ປະຊຸມ, ທ່ານ​ພົນເອກ ຈັນ​ສະໝອນ ຈັນຍາລາດ ​ເນັ້ນ​ໜັກ​ວ່າ ​ໃນ​ຊຸມ​ປີ​ທີ່ຜ່ານມານີ້, ການ​ຮ່ວມ​ມື​ໃນ​ຂອບ​ເຂດກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ (ADMM) ສືບ​ຕໍ່​ບັນລຸ​ໄດ້ບັນດາ​ບາດກ້າວທີ່ກ້າວ​ໜ້າ, ກ່ຽວກັບການສ້າງຕັ້ງບັນດາ​ກົນ​ໄກ​ຮ່ວມ​ມື​ໃໝ່ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ອື່ນໆ​ທີ່​ກ່ຽວຂ້ອງ; ຢືນຢັນ​ວ່າ ນີ້​ແມ່ນສິ່ງພິສູດໃຫ້ຄຳ​ໝັ້ນ​ສັນຍາ​ຂອງ​ບັນດາ​ປະ​ເທດ​ໃນ​ການເພີ່ມທະວີຄວາມໝັ້ນຄົງ, ຄວາມ​ສາມັກຄີ ​ແລະ ບົດບາດ​ໃຈກາງ​ຂອງ ອາ​ຊຽນ ​ເພື່ອ​ກໍ່ສ້າງ ອາ​ຊຽນ ​ເປັນ​ພາກ​ພື້ນ​ສັນຕິພາບ, ສະຖຽນ​ລະ​ພາບ​, ຄວາມໝັ້ນຄົງ ​ແລະ ພັດທະນາ​ຕາມ​ວິ​ໄສ​ທັດ ອາ​ຊຽນ 2025.

ຕາມທ່ານພົນເອກ ຈັນສະໝອນ ຈັນຍາລາດ ແລ້ວ, ເຖິງວ່າແນວນັ້ນກໍ່ຕາມ, ອາຊຽນ ຍັງພວມປະເຊີນໜ້າກັບບັນດາສິ່ງທ້າທາຍ, ຂົ່ມຂູ່ເຖິງດ້ານຄວາມປອດໄພແບບເກົ່າ ແລະ ແບບໃໝ່, ພິເສດແມ່ນໃນສະພາບການການເມືອງດ້ານຄວາມໝັ້ນຄົງພາກພື້ນ ແລະ ໂລກ ສືບຕໍ່ຜັນແປສັບສົນຢ່າງສັບສົນ, ຄາດເດົາ​ໄດ້ຍາກ, ການ​ແກ່ງແຍ້ງລະຫວ່າງບັນດາປະເທດໃຫຍ່ເພີ່ມຂຶ້ນ ເຊິ່ງໄດ້ສົ່ງຜົນສະທ້ອນເຖິງພາກພື້ນ,... ດ້ວຍ​ເຫດ​ນັ້ນ, ກອງ​ປະຊຸມ​ຄັ້ງ​ນີ້ ​ຈຶ່ງ​ແມ່ນ​ໂອກາດ​ທີ່​ດີ​ເພື່ອ​ປຶກສາ​ຫາລື​ຢ່າງ​ກົງ​ໄປ​ກົງ​ມາ​ກ່ຽວກັບບັນດາ​ບັນຫາ​ທີ່​ໄດ້​ຍົກ​ອອກ, ໃນນັ້ນ ຖືເປັນສຳຄັນການຮັກສາ​ຄວາມ​ສາມັກຄີ, ເປັນ​ເອກະ​ພາບ​ຂອງ ​ອາ​ຊຽນ.

ກ່າວຄຳປາໄສທີ່ກອງປະຊຸມ, ທ່ານ​ພົນ​ໂທ ຫງວຽນເຕີນເກືອງ ໄດ້​ຕີ​ລາຄາ​ສູງ​ຫົວ​ຂໍ້ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ ລາວ ​ໄດ້​ເລືອກ​ໃຫ້ບັນດາກອງປະຊຸມປ້ອງກັນຊາດ - ການທະຫານ ອາ​ຊຽນ ໃນປີ ອາ​ຊຽນ 2024: “ອາ​ຊຽນ: ຮ່ວມກັນເພື່ອສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ”. ທ່ານພົນໂທ ຫງວຽນເຕີນເກືອງ ເນັ້ນໜັກວ່າ ປີ 2024 ແມ່ນປີບານພັບ ເພື່ອຍົກອອກຍຸດທະສາດໄລຍະຍາວໃຫ້ແກ່ວິໄສທັດຂອງ ອາຊຽນ ພາຍຫຼັງປີ 2025, ເພື່ອໜູນຊ່ວຍ ອາຊຽນ ຮັກສາ ແລະ ຜັນຂະຫຍາຍບັນດາຜົນສຳເລັດ; ປັບປຸງຄວາມ​ສາມັກຄີ, ເຫັນດີເປັນ​ເອກະ​ພາບ​​ບົດບາດ​ໃຈກາງ ​ແລະ ​ຍົກສູງການສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງ​ ອາ​ຊຽນ ດ້ວຍ​ວິ​ໄສ​ທັດ ​ແລະ ການຄັດ​ເລືອກ​ຍຸດ​ທະ​ສາດລວມ, ນັ້ນ​ແມ່ນ​ການ​ຮ່ວມ​ມື ​ແລະ ພ້ອມກັນກະທຳເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ແລະ ຄວາມໝັ້ນຄົງ​ໃນ​ພາກ​ພື້ນ, ແກ້ໄຂໄພຄວາມສ່ຽງ, ຍົກສູງຄວາມ​ອາດສາມາດດັດປັບຕໍ່ບັນດາການຜັນແປໃໝ່ຂອງສະພາບການສາກົນ ແລະ ພາກພື້ນ.

ອາຊຽນ ເພີ່ມທະວີການຮ່ວມມືດ້ານປ້ອງກັນປະເທດ ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ການສ້າງຄວາມເຂັ້ມແຂງດ້ວຍຕົນເອງ

ທ່ານພົນໂທ ຫງວຽນເຕີນເກືອງ, ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຢູ່ກອງ​ປະຊຸມລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາຊຽນ ​ວົງແຄບ

ຕາມທ່ານພົນໂທ ຫງວຽນເຕີນເກືອງ ແລ້ວ, ການເປີດກວ້າງການພົວພັນດ້ານປ້ອງກັນຊາດຂອງ ອາຊຽນ ໂດຍຜ່ານການສ້າງຕັ້ງກົນໄກກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ ເປີດກ້ວາງ (ADMM+) ແລະ ຜັນຂະຫຍາຍກຸ່ມຊ່ຽວຊານ ADMM+ 7 ກຸ່ມ ກໍ່ໄດ້ສະແດງໃຫ້ເຫັນວ່າ ADMM+ ແມ່ນກົນໄກທີ່ມີປະສິດທິຜົນໃນການສ້າງຄວາມເຊື່ອໝັ້ນ, ຊຸກຍູ້​ການ​ຮ່ວມ​ມື, ການ​ສົນທະນາ​ລະຫວ່າງ​ ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື. ເລື່ອງນັບມື້ນັບມີບັນດາຄູ່ຮ່ວມມືນອກ ADMM+ ຫຼາຍຂຶ້ນ ໄດ້ສະແດງຄວາມປາຖະຫນາທີ່ຢາກຈະເຂົ້າຮ່ວມໃນ ADMM+ ໂດຍຮູບແບບຕ່າງໆ ສ່ວນໃດຫນຶ່ງໄດ້ສ່ອງແສງໃຫ້ເຫັນຜົນສໍາເລັດ ແລະຄວາມເປັນໜ້າສົນໃຈຂອງກົນໄກນີ້.

ທ່ານພົນໂທ ຫງວຽນເຕີນເກືອງ ຖື​ວ່າ ​ເພື່ອຍົກສູງບົດບາດ​ໃຈກາງ, ຄຸນຄ່າ​ຍຸດ​ທະ​ສາດ​ຂອງ ອາ​ຊຽນ ​ເວົ້າ​ລວມ, ສ້າງ​ກຳລັງຜັກດັນ​ຊຸກຍູ້​ບັນດາຂະ​ບວນການ​ສົນທະນາ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈເພື່ອສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ຄວາມສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ​ແລະ ສາກົນ, ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນຂອບເຂດ ADMM ແລະ ADMM+ ຕ້ອງເຄົາລົບ ແລະ ຖືຕາມຫຼັກການພື້ນຖານຂອງກົດບັດ ອາຊຽນ ແລະ ລະບຽບການ, ຂະບວນການຂອງອາຊຽນ; ຮັກສາ​ບົດບາດ​ໃຈກາງ​ຂອງ​ ອາ​ຊຽນ ​ແລະ ມີການປະກອບສ່ວນທີ່ແທດຈິງ, ມີ​ຄວາມ​ຮັບຜິດຊອບເຂົ້າໃນ​ສັນຕິພາບ, ຄວາມສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງລວມຂອງ​ພາກ​ພື້ນ.

ນອກຈາກ​ນັ້ນ, ADMM+ ​ຍັງແມ່ນ​ກົນ​ໄກ​ຮ່ວມ​ມື​ເປີດ ​ແລະ ຮັບເອົາ, ສະ​ນັ້ນ, ຫວຽດນາມ ສະໜັບສະໜູນ​ການ​ສືບ​ຕໍ່​ຜັນຂະຫຍາຍໂຄງການນັກສັງເກດການບັນດາກຸ່ມຊ່ຽວຊານ ADMM+ ພ້ອມ​ທັງຊົມເຊີຍບັນດາ​ປະ​ເທດລົງທະບຽນເຂົ້າ​ຮ່ວມ​ເພື່ອ​ປະກອບສ່ວນ​ຢ່າງ​ແທດ​ຈິງ, ມີ​ປະສິດທິ​ຜົນ ເພື່ອສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຂອງ​ພາກ​ພື້ນ. ທ່ານພົນໂທ ຫງວຽນເຕີນເກືອງ ກໍ່ເນັ້ນໜັກວ່າ ຕ້ອງຢຶດໝັ້ນ ແລະ ສະເໝີຕົ້ນສະເໝີປາຍຕໍ່ຫຼັກໝັ້ນ, ຫຼັກການຂອງ ອາຊຽນ ກ່ຽວກັບບັນດາບັນຫາສາກົນ, ພາກພື້ນ ທີ່ມີຜົນກະທົບໂດຍກົງຕໍ່ ອາຊຽນ ເພື່ອຮັກສາ ແລະ ເສີມຂະຫຍາຍຄວາມເປັນເອກະພາບ ແລະ ຄວາມສາມັກຄີຂອງ ອາຊຽນ.

​ເນື່ອງ​ໃນ​ໂອກາດ​ນີ້, ຕາງໜ້າ​ໃຫ້​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ, ທ່ານ​ພົນ​ໂທ ຫງວຽນເຕີນເກືອງ ໄດ້​ໃຫ້​ກຽດ​ເຊີນ​ບັນດາ​ການ​ນຳ​ກະຊວງ​ປ້ອງ​ກັນ​ປະ​ເທດ, ການ​ທະຫານ, ວິ​ສາ​ຫະກິດ​ອຸດສາຫະກຳປ້ອງ​ກັນຊາດ ​ແລະ ກອງທະຫານດົນຕີ (ແກວົງ) ຂອງ​ບັນດາ​ປະ​ເທດ ອາ​ຊຽນ ໄປ​ຢ້ຽມຢາມ ​ແລະ ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ປ້ອງ​ກັນຊາດ​ສາກົນ ຫວຽດນາມ ຄັ້ງ​ທີ 2, ງານ​ພົບ​ປະ​ແລກປ່ຽນດຸລິຍາງກອງທັບບັນກອງທັບຂອງ​ບັນດາ​ປະ​ເທດ ອາ​ຊຽນ ຢູ່ ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ ຫວຽດນາມ ​ໃນ​ທ້າຍ​ປີ 2024.

​ຕາມ​ທ່ານ​ພົນ​ໂທ ຫງວຽນເຕີນເກືອງ ແລ້ວ, ງານ​ວາງສະ​ແດງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ປະ​ເທດພົບພະ​ແລກປ່ຽນ, ແລກປ່ຽນວິຊາສະເພາະ, ຊອກ​ຫາ​ກາລະ​ໂອກາດ​ເຊື່ອມ​ໂຍງ, ຮ່ວມ​ມື​ໃນ​ຂົງ​ເຂດ​ອຸດສາຫະກຳ​ປ້ອງ​ກັນຊາ​ດ, ພ້ອມກັນແບ່ງປັນ​ບັນດາ​ຜົນ​ປະ​ໂຫຍ​ດ ເພື່ອ​ສ້າງ​ກຳລັງບົ່ມຊ້ອນ​ດ້ານປົກປັກຮັກສາປະ​ເທດ​ຊາດ​ຢ່າງເຂັ້ມ​ແຂງ, ມີຄວາມ​ສາມາດ​ປົກປັກຮັກສາປະ​ເທດຢ່າງພຽງພໍ. ທ່ານ​ພົນ​ໂທ ຫງວຽນເຕີນເກືອງ ເນັ້ນໜັກວ່າ ການເພີ່ມທະວີ​ກຳລັງບົ່ມຊ້ອນດ້ານປ້ອງກັນຊາດບໍ່ໄດ້ໝາຍເຖິງການແຂ່ງຂັນທາງອາວຸດ ແລະ ຫວຽດນາມ ແນ່ນອນວ່າຈະບໍ່ແຂ່ງຂັນທາງອາວຸດ; ຢືນຢັນ​ວ່າ "ຫວຽດນາມ ຍາມ​ໃດ​ກໍ່​ວາງແຜນນະໂຍບາຍຢຶດໝັ້ນເດີນຕາມມາດຕະການແກ້ໄຂໂດຍການໂອ້ລົມ​ເຈລະຈາ​, ການຕ່າງປະເທດສັນຕິ​ໃນ​ການ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ, ຕົວຢ່າງ​ຄື​ໃນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ຫວຽດນາມ ຍາມ​ໃດ​ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ປະຕິບັດ​ກົດໝາຍ​ສາກົນ, ປະຕິບັດ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍວ່າດ້ວຍ​ທະ​ເລ​ປີ 1982 (UNCLOS), ​ປະຕິບັດຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງບັນດາ​ຝ່າຍ​ຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ, ຫວັງ​ວ່າ​ຈະ​ໄດ້​ຮັບ​ການ​ລົງ​ນາມປະມວນກົດແຫ່ງການປະພຶດ​ຂອງບັນດາ​ຝ່າຍ​​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ໂດຍໄວ, ສະ​ເພາະ, ມີປະ​ສິດ​ທິ​ຜົນ, ມີລັກສະນະຜູກມັດດ້ານ​ນິຕິກຳ​ໃນ​ການ​ແກ້​ໄຂ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ”.

ທີ່​ກອງ​ປະຊຸມ, ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ, ການ​ນຳ​ກະຊວງ​ປ້ອງ​ກັນ​ປະ​ເທດ​ບັນດາ​ປະ​ເທດ ອາ​ຊຽນ ​ໄດ້ປຶກສາຫາລືທັດສະນະກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ຄວາມ​ໝັ້ນຄົງ​ສາກົນ ​ແລະ ພາກ​ພື້ນ. ບັນດາ​ຫົວໜ້າ​ຄະນະ​ຜູ້​ແທນ​ທັງ​ໝົດ​ຢືນຢັນ​ວ່າ ອາ​ຊຽນ ຕ້ອງ​ສາມັກຄີ, ຮັກສາ​ບົດບາດ​ໃຈກາງ ​ແລະ ນຳພາ​ຂອງ​ບັນດາກົນໄກ​ຮ່ວມ​ມື​ພາກ​ພື້ນ ​ເພື່ອຮັບມືກັບບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ປອດ​ໄພ​ແບບເກົ່າ​ ແລະ ​ແບບໃໝ່ທີ່ພວມພົ້ນຂຶ້ນຢ່າງທັນການ​ເຊັ່ນ ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ, ການແກ່ງແຍ້ງ​ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່, ຄວາມ​ໝັ້ນຄົງ​ທາງ​ອິນ​ເຕີ​ແນັດ, ​ໄພ​ທຳ​ມະ​ຊາດ, ພະຍາດ​ລະບາດ, ການປ່ຽນແປງຂອງດິນຟ້າອາກາດ...

ບັນດາ​ຫົວໜ້າ​ຄະນະ​ໄດ້​ຮັບ​ຮູ້​ຄວາມ​ສຳຄັນ​ຂອງ ADMM ​ແລະ ADMM+ ​ແມ່ນ​ກົນ​ໄກ​ຫຼັກແຫຼ່ງ​ໃນ​ໂຄງປະກອບຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການໂອ້ລົມ​ເຈລະຈາ​ຍຸດ​ທະ​ສາດ ​ແລະ ການ​ຮ່ວມ​ມື​ຢ່າງແທ້ຈິງໃນຂອດວຽກງານປ້ອງ​ກັນ​ຊາດ ​ໂດຍ​ມີ ອາ​ຊຽນ ​ເປັນ​ໃຈກາງ. ກອງ​ປະຊຸມ ​ໄດ້​ຊົມ​ເຊີຍ​ຄວາມ​ຄືບ​ໜ້າ​ຂອງ​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ຂອບ​ເຂດ ADMM ແລະ ADMM+ ທີ່ໄດ້ຊຸກຍູ້ບໍ່ພຽງແຕ່ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ​ເທົ່າ​ນັ້ນ, ຫາກ​ຍັງ​ສ້າງກຳລັງ​ຄວາມ​ສາມາດ, ການກະທົບຊຶ່ງກັນແລະກັນລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ໃນ​ການ​ຕຮັບມືກັບບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງລວມ, ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ, ຄວາມ​ປອດ​ໄພ​ ແລະ ​ການ​ສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງ​ພາກ​ພື້ນ​.

ກອງ​ປະຊຸມ​ ສືບ​ຕໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ຮັກສາ​ບົດບາດ​ຂອງ ADMM ​ແລະ ADMM+ ດ້ວຍຖານະເປັນ​ກົນ​ໄກ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ​ແລະ ການ​ທະຫານ​ຂັ້ນ​ລັດຖະມົນຕີ​ສູງ​ສຸດ​ຂອງ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື; ຮັບ​ຮູ້​ຄວາມ​ສົນ​ໃຈ​ຂອງ​ເພື່ອນ​ມິດ ​ແລະ ຄູ່​ຮ່ວມມືໂອ້ລົມເຈລະຈາ​ຂອງ​ ອາ​ຊຽນ ທີ່​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ຄວາມ​ໝັ້ນຄົງ ​ແລະ ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ​ແລະ ການ​ທະຫານ ​ໂດຍ​ຜ່ານ​ກົນ​ໄກ ທີ່​ມີ​ຢູ່​ແລ້ວຂອງ ADMM ​ແລະ ADMM+ ກ່ວາອີກ ​ເພື່ອຍົກສູງກຳລັງຄວາມ​ສາມາດ, ການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ​ແລະ ການ​ກະທົບລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ; ການກະທຳມຸງໄປເຖິງການຫັນ​ວິ​ໄສ​ທັດ​ປະຊາ​ຄົມ​ ອາ​ຊຽນ 2045 ໃຫ້ປະກົດຜົນເປັນຈິງ, ລວມມີ ການຮັບຮອງເອົາ​ປະກອບສ່ວນ​ຕື່ມ​ອີກ​ຂອງ​ຂອດວຽກງານ​ປ້ອງ​ກັນຊາດ​ໃນ​ການ​ຊຸກຍູ້​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ.

ກອງ​ປະຊຸມ​ ADMM ​ວົງແຄບ ໄດ້ຮັບຮອງເອົາຖະແຫຼງລວມບັນຫາສະເພາະຂອງລັດຖະມົນຕີປ້ອງກັນປະເທດບັນດາປະເທດ ອາຊຽນ ກ່ຽວກັບຜົນງານຂອງ ADMM ໃນການຜັນຂະຫຍາຍແຜນການສ​ັງລວມປະຊາຄົມການເມືອງ - ຄວາມໝັ້ນຄົງ ອາຊຽນ 2025.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.