ທະນາຄານ HSBC ຕີລາຄາສູງການເຕີບໂຕດ້ານເສດຖະກິດຂອງຫວຽດນາມ

17:00 | 04/08/2020

ຍສໝ - ປະເທດຫວຽດນາມ ແມ່ນປະເທດທີ່ມີການເຕີບໂຕໄລຍະຍາວທີ່ດີທີ່ສຸດ ໃນພາກພື້ນອາຊີ.

ທະນາຄານ hsbc ຕ ລາຄາສ ງການເຕ ບໂຕດ ານເສດຖະກ ດຂອງຫວຽດນາມ ເສດຖະກິດຫວຽດນາມ ຍັງຄົງຮັກສາໄດ້ສະພາບການທີ່ຕັ້ງໜ້າໃນສະເພາະໜ້າ ແລະ ໃນໄລຍະກາງ
ທະນາຄານ hsbc ຕ ລາຄາສ ງການເຕ ບໂຕດ ານເສດຖະກ ດຂອງຫວຽດນາມ ຫວຽດນາມ ແລະ ອາເຈນຕິນາ ເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະ ການຄ້າ

ເມື່ອບໍ່ດົນມານີ້, ທະນາຄານ HSBC ມີບົດລາຍງານກ່ຽວກັບທ້ອງຕະຫຼາດແຖວໜ້າໃນພາກພື້ນອາຊີ, ໃນນັ້ນເຊິ່ງໄດ້ຕີລາຄາສູງຄວາມສາມາດບົ່ມຊ້ອນຂອງຫວຽດນາມ ໃນການລະບາດຂອງພະຍາດ COVID-19.

ຕາມນັ້ນແລ້ວ, ປະເທດຫວຽດນາມ ໄດ້ຮັບການຕີລາຄາແມ່ນປະເທດທີ່ມີການເຕີບໂຕໄລຍະຍາວທີ່ດີທີ່ສຸດ ໃນພາກພື້ນອາຊີ. ບັນດາສັນຍານຢ່າງຕັ້ງໜ້າຂອງການລົງທືນໂດຍກົງຈາກຕ່າງປະເທດ (FDI), ການຂະຫຍາຍຕົວຂອງການສົ່ງອອກ, ຄວາມສາມາດໃນການຄວບຄຸມການລະບາດຂອງພະຍາດ COVID-19, ການປະຕິຮູບນະໂຍບາຍສຳລັບຄວາມກຳມະສິດຂອງຕ່າງປະເທດ, ພ້ອມທັງນະໂຍບາຍຫຼຸດຜ່ອນໜີ້ສິນ ແມ່ນ ບັນດາປັດໃຈທີ່ເຮັດໃຫ້ທະນາຄານ HSBC ສະແດງຄວາມເຊື່ອໝັ້ນສຳຫຼັບປະເທດຫວຽດນາມ.

ທະນາຄານ hsbc ຕ ລາຄາສ ງການເຕ ບໂຕດ ານເສດຖະກ ດຂອງຫວຽດນາມ
(ພາບປະກອບ: msmn)

ໃນບົດລາຍງານສະບັບກ່ອນ ທີ່ລົງວັນທີ 28 ພຶດສະພາ 2020, ທະນາຄານ HSBC ໄດ້ເນັ້ນໜັກວ່າ ພື້ນຖານເສດຖະກິດຫວຽດນາມ ບໍ່ໄດ້ຊົມໃຊ້ສິດຜົນປະໂຫຍດພຽງແຕ່ຈາກບັນດາທ່າແຮງດ້ານພູມສາດ. ເຊິ່ງປະຈຸບັນນີ້ ພື້ນຖານເສດຖະກິດຫວຽດນາມໄດ້ຮັບກຳລັງແຮງຈາກການເຕີບໂຕພາຍໃນປະເທດ ແລະ ນັບມື້ນັບດຶງດູດນັກລົງທຶນຕ່າງປະເທດ.

ທະນາຄານ HSBC ໄດ້ເນັ້ນໜັກວ່າ ຫວຽດນາມແມ່ນສະມາຊິກໃນສັນຍາການຄ້າເສລີຫຼາຍສະບັບ, ເພາະວ່າຫວຽດນາມແມ່ນໜຶ່ງໃນບັນດາທ້ອງຕະຫຼາດທີ່ດຶງດູດວິສາຫະກິດຕ່າງປະເທດຫຼາຍທີ່ສຸດ, ພາຍຫຼັງປະເທດຈີນ. ໃນຂະນະດຽວກັນ, ປະເທດຫວຽດນາມ ກຳລັງຄ່ອຍໆຍົກສູງລະບົບຕ່ອງໂສ້ການສະໜອງ ຍ້ອນວ່າຫວຽດນາມ ໄດ້ປັບປຸງປະສິດທິພາບ ແລະ ຄ່າໃຊ້ຈ່າຍໃນການຜະລິດ.

ບໍ່ຫົວຊາການລະບາດຂອງພະຍາດ COVID-19, ພື້ນຖານເສດຖະກິດຫວຽດນາມ ໄດ້ສະແດງສັນຍານທີ່ຈະກັບຄືນສູ່ສະພາບປົກກະຕິ. ລາຍໄດ້ຕໍ່ຫົວຄົນ GDP ຂອງປະເທດຫວຽດນາມ ໃນໄຕມາດທີ 2 ໄດ້ບັນລຸ 0,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ (YoY). ທະນາຄານ HSBC ຄາດຄະເນວ່າ GDP ຂອງຫວຽດນາມ ຈະເຕີບໂຕ 3% ໃນປີ 2020 ແລະ ເປັນປະເທດດຽວໃນອາຊຽນທີ່ມີການເຕີບໂຕຢ່າງຕັ້ງໜ້າໃນປີ 2020 ນີ້.

ພິເສດ, ລັດຖະບານຫວຽດນາມ ຈະໃຊ້ງົບປະມານການລົງທຶນສາທາລະນະເຖິງ 30 ຕື້ໂດລາສະຫະລັດ ໃນປີ 2020, ໂດຍຜ່ານນັ້ນ ຈະຊ່ວຍຊຸກຍູ້ຄວາມຕ້ອງການຂອງຜູ້ບໍລິໂພກໃນພື້ນຖານເສດຖະກິດ ແລະ ສະໜັບສະໜູນການເຕີບໂຕໃນໄລຍະຍາວ.

ທະນາຄານ hsbc ຕ ລາຄາສ ງການເຕ ບໂຕດ ານເສດຖະກ ດຂອງຫວຽດນາມ ຫວຽດນາມ ແລະ ອາເຈນຕິນາ ເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະ ການຄ້າ

ຍສໝ - ທີ່ກອງປະຊຸມສຳມະນາ, ທ່ານນາງ Perié ໄດ້ຍົກໃຫ້ເຫັນເຖິງຄວາມຈຳເປັນຕ້ອງການເພີ່ມທະວີການເຄື່ອນໄຫວຕ່າງໆ ໃນກົນໄກການຮ່ວມມືສອງຝ່າຍ ໂດຍອີງໃສ່ການສະໜັບສະໜູນລະຫວ່າງພື້ນຖານເສດຖະກິດປະເທດອາເຈນຕິນາ ແລະ ຫວຽດນາມ.

ທະນາຄານ hsbc ຕ ລາຄາສ ງການເຕ ບໂຕດ ານເສດຖະກ ດຂອງຫວຽດນາມ ຫວຽດນາມ ອາດຈະເປັນຮູບຕົວແບບທີ່ດີເລີດໃນການຟື້ນຕົວ ພາຍຫຼັງການລະບາດຂອງພະຍາດ

ຍສໝ - ໃນບົດຂຽນທີ່ໜັງສືພິມ moderndiplomacy.eu, ທ່ານສາດສະດາຈານ Pankaj Jha ໃຫ້ຮູ້ວ່າ ພື້ນຖານເສດຖະກິດຫວຽດນາມ ມີການຟື້ນຕົວໄວກວ່າພື້ນຖານເສດຖະກິດອື່ນໆໃນພາກພື້ນ ພາຍຫຼັງທີ່ໄດ້ຄວບຄຸມ ແລະ ສະກັດກັ້ນພະຍາດ COVID-19 ຢ່າງປະສິດທິຜົນ.

ທະນາຄານ hsbc ຕ ລາຄາສ ງການເຕ ບໂຕດ ານເສດຖະກ ດຂອງຫວຽດນາມ ບໍ​ລິ​ສັດ​ທີ່​ປຶກສາ​ McKinsey ຕີ​ລາຄາ​ຕໍ່​ຄວາມ​ສາມາດ​ຟື້ນ​ຟູ​ເສດຖະກິດ​ຂອງຫວຽດນາມ

ຍສໝ - ການສົ່ງອອກການຄ້າ ແລະ ການທ່ອງທ່ຽວໄດ້ຮັບຜົນກະທົບຢ່າງຮ້າຍແຮງ, ສະນັ້ນ ການໃຊ້ຈ່າຍບໍລິໂພກພາຍໃນປະເທດໄດ້ຄາດວ່າຈະສືບຕໍ່ ມີບົດບາດສຳຄັນຫຼາຍໃນການຟື້ນຟູເສດຖະກິດຂອງຫວຽດນາມ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.