ປະເທດລາວ: ໄຂງານວາງສະແດງຜະລິດຕະພັນກະສິກຳສະອາດ ແລະ ຈຳໜ່ວຍເບ້ຍໄມ້ ປີ 2020

17:47 | 28/05/2020

ຍສໝ - ແຕ່ວັນທີ 27 ພຶດສະພາ ຫາວັນທີ 4 ມິຖຸນາ 2020, ປະເທດລາວ ໄດ້ຈັດຕັ້ງງານວາງສະແດງຜະລິດຕະພັນກະສິກຳສະອາດ ແລະ ຈຳໜ່ວຍເບ້ຍໄມ້ ທີ່ ພະແນກກະສິກຳ ແລະ ປ່າໄມ້, ນະຄອນຫຼວງວຽງຈັນ.

ປະເທດລາວ ໄຂງານວາງສະແດງຜະລ ດຕະພ ນກະສ ກຳສະອາດ ແລະ ຈຳໜ ວຍເບ ຍໄມ ປ 2020 ປະເທດລຸກຊຳບວກ ມອບອຸປະກອນການແພດມູນຄ່າ 2,36 ຕື້ກີບໃຫ້ປະເທດລາວ ເພື່ອຕ້ານ COVID-19
ປະເທດລາວ ໄຂງານວາງສະແດງຜະລ ດຕະພ ນກະສ ກຳສະອາດ ແລະ ຈຳໜ ວຍເບ ຍໄມ ປ 2020 ປະເທດລາວ ເຂົ້າຮ່ວມກອງປະຊຸມຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ພາກພື້ນອາຊີ-ປາຊີຟິກ ຄັ້ງທີ 76

ງານວາງສະແດງຜະລິດຕະພັນກະສິກຳສະອາດ ແລະ ຈຳໜ່ວຍເບ້ຍໄມ້ ປີ 2020 ໄດ້ຈັດຕັ້ງໂດຍ ອຳນາດການປົກຄອງນະຄອນຫຼວງວຽງຈັນ ໄດ້ສົມທົບກັບພະແນກກະສິກຳ ແລະ ປ່າໄມ້ ປະຈຳນະຄອນຫຼວງວຽງຈັນ, ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ, ໂດຍການ ເປັນປະທານຂອງ ທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະ ສິກຳ ແລະ ປ່າໄມ້ ນະຄອນຫຼວງ ວຽງຈັນ ເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳບຸນ ນັດໄຊຍະນົນ ຮອງ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ພູຂົງ ວັນນະ ວົງ ຮອງເຈົ້າຄອງນະຄອນຫຼວງ ວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງຫຼວງຫຼາຍ.

ປະເທດລາວ ໄຂງານວາງສະແດງຜະລ ດຕະພ ນກະສ ກຳສະອາດ ແລະ ຈຳໜ ວຍເບ ຍໄມ ປ 2020
ພິທີໄຂງານວາງສະແດງຜະລິດຕະພັນກະສິກຳສະອາດ ແລະ ຈຳໜ່ວຍເບ້ຍໄມ້ ປີ 2020. (ພາບ: kongthap.la)

ດ້ວຍຈຸດປະສົງເພື່ອສົ່ງເສີມການຜະລິດກະສິກຳສະອາດ (ປອດສານພິດ) ທັງເປັນການສ້າງມູນຄ່າ ເພີ່ມໃຫ້ແກ່ຜະລິດຕະພັນສິນຄ້າ ຂອງບັນດາຄອບຄົວ, ຫົວໜ່ວຍຜູ້ຜະລິດ, ຜູ້ປະກອບການດ້ານກະສິກຳໃນຂອບເຂດທົ່ວປະເທດ, ເພື່ອສະໜອງຄວາມຕ້ອງການໃຫ້ແກ່ສັງຄົມ ໄດ້ເຂົ້າເຖິງຜະລິດຕະພັນກະສິກຳທີ່ດີປອດຈາກສານພິດ.

ງານວາງສະແດງຜະລິດຕະພັນກະສິກຳຄັ້ງນີ້ກໍ່ແມ່ນສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນ ເດັກນ້ອຍສາກົນທີ 1 ມິຖຸນາ ໃຫ້ເປັນຂະບວນການຢ່າງຟົດຟື້ນ ແລະ ກວ້າງຂວາງໃນທົ່ວສັງຄົມ. ມີທັງໝົດ 200 ກວ່າຮ້ານ ປະກອບດ້ວຍກຸ່ມກະສິກຳອິນຊີ, ກະສິກຳສະອາດ, ກະສິກຳປຸງແຕ່ງ, ກຸ່ມຜະລິດເບ້ຍໄມ້, ຜູ້ຜະລິດກະສິກຳພາຍໃນ ແລະ ສົ່ງອອກ, ຮ້ານຊີ້ນ ແລະ ຈຳໜ່າຍຜະລິດຕະພັນສັດຕ່າງໆ, ກຸ່ມຜະລິດເຂົ້າເປັນສິນຄ້າ ແລະ ອື່ນໆ.

ຜູ້ບໍລິໂພກທຸກທ່ານ ສາມາດໄປເລືອກຊື້ເລືອກໃຊ້ ແລະ ເຂົ້າຮ່ວມໄດ້ຕາມວັນເວລາ ແລະ ສະຖານທີ່ດັ່ງກ່າວ.

ປະເທດລາວ ໄຂງານວາງສະແດງຜະລ ດຕະພ ນກະສ ກຳສະອາດ ແລະ ຈຳໜ ວຍເບ ຍໄມ ປ 2020 ທະຫານຊາຍແດນຫວຽດນາມ ໄດ້ມອບສິ່ງທີ່ຈຳເປັນ ໃຫ້ແກ່ທະຫານຊາຍແດນປະເທດລາວ ເພື່ອຕໍ່ຕ້ານ COVID-19.

ຍສໝ - ວັນທີ 15 ພຶດສະພາ, ຢູ່ດ່ານຊາຍແດນສາກົນ ເກົ່າແຈວ, ແຂວງຮ່າຕິ້ງ, ກອງບັນຊາການທະຫານຊາຍແດນຫວຽດນາມ ໄດ້ຈັດຕັ້ງການມອບເຄື່ອງຊ່ວຍເຫຼືອ ປະກອບມີ: ຜ້າບັງປາກ 30.000 ແຜ່ນ, ນໍ້າຢາລ້າງມື 1.500 ຂວດ, ເຄື່ອງນຸ່ງປ້ອງກັນການລະບາດ 3,000 ຊຸດ , ເຂົ້າສານ 3 ໂຕນ ແລະ ...

ປະເທດລາວ ໄຂງານວາງສະແດງຜະລ ດຕະພ ນກະສ ກຳສະອາດ ແລະ ຈຳໜ ວຍເບ ຍໄມ ປ 2020 ທະຫານປ້ອງກັນຊາຍແດນແຂວງກວາງນາມ ໄດ້ມອບເຂົ້າສານ 4 ໂຕນ ໃຫ້ປະຊາຊົນແຂວງເຊກອງ, ປະເທດລາວ

ຍສໝ - ຕອນບ່າຍວັນທີ 10 ພຶດສະພາ, ຢູ່ປ້ອມກວດກາດ່ານຊາຍແດນ ນ້ຳຢາງ, ແຂວງກວາງນາມ, ກອງບັນຊາການທະຫານຊາຍແດນແຂວງກວາງນາມ ໄດ້ມອບເຂົ້າສານຈຳນວນ 4 ໂຕນ ແລະ ໝີ່ສໍາເລັດຮູບ 200 ກ່ອງ ໃຫ້ແກ່ປະຊາຊົນລາວ ເພື່ອຊ່ວຍປ້ອງກັນການລະບາດຂອງພະຍາດ Covid-19.

ປະເທດລາວ ໄຂງານວາງສະແດງຜະລ ດຕະພ ນກະສ ກຳສະອາດ ແລະ ຈຳໜ ວຍເບ ຍໄມ ປ 2020 ລັດຖະບານ ປະເທດລາວ ໄດ້ສ້າງເງື່ອນໄຂໃຫ້ພົນລະເມືອງຫວຽດນາມ ກັບຄືນປະເທດ

ຍສໝ - ວັນທີ 5 ພຶດສະພາ, ສະຖານທູດຫວຽດນາມ ປະຈຳ ສປປ.ລາວ ໄດ້ປະກາດວ່າ, ໂດຍຕອບສະໜອງຕາມຄວາມປາດຖະໜາຂອງປະຊາຊົນຫວຽດນາມ ຈຳນວນຫຼວງຫຼາຍ ໃນປະເທດລາວ ທີ່ຕ້ອງການຢາກກັບເມືອບ້ານເກີດເມືອງນອນ, ຕາມຄຳສະເໜີຂອງສະຖານທູດຫວຽດນາມ ປະຈຳ ສປປ.ລາວ, ອົງການທີ່ມີໜ້າທີ່ ປະເທດລາວ ໄດ້ຕົກລົງອະນຸຍາດໃຫ້ພົນລະເມືອງຫວຽດນາມ ກຳລັງດຳລົງຊີວິດ, ເຮັດວຽກ ແລະ ຮໍ່າຮຽນຢູ່ລາວ ເດີນທາງກັບຫວຽດນາມ ຜ່ານດ່ານຊາຍແດນສາກົນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.