ທະຫານຊາຍແດນຫວຽດນາມ ໄດ້ມອບສິ່ງທີ່ຈຳເປັນ ໃຫ້ແກ່ທະຫານຊາຍແດນປະເທດລາວ ເພື່ອຕໍ່ຕ້ານ COVID-19.

17:01 | 16/05/2020

ຍສໝ - ວັນທີ 15 ພຶດສະພາ, ຢູ່ດ່ານຊາຍແດນສາກົນ ເກົ່າແຈວ, ແຂວງຮ່າຕິ້ງ, ກອງບັນຊາການທະຫານຊາຍແດນຫວຽດນາມ ໄດ້ຈັດຕັ້ງການມອບເຄື່ອງຊ່ວຍເຫຼືອ ປະກອບມີ:  ຜ້າບັງປາກ 30.000 ແຜ່ນ, ນໍ້າຢາລ້າງມື 1.500 ຂວດ, ເຄື່ອງນຸ່ງປ້ອງກັນການລະບາດ 3,000 ຊຸດ , ເຂົ້າສານ 3  ໂຕນ ແລະ ໝີ່ສໍາເລັດຮູບຈຳນວນ 150 ກ່ອງ ສຳລັບປະເທດລາວ.

ທະຫານຊາຍແດນຫວຽດນາມ ໄດ ມອບສ ງທ ຈຳເປ ນ ໃຫ ແກ ທະຫານຊາຍແດນປະເທດລາວ ເພ ອຕ ຕ ານ covid 19 ລັດຖະບານ ຫວຽດນາມມອບຜ້າອັດປາກ - ດັງການແພດ 20.000 ອັນເພື່ອຊ່ວຍເຫຼືອ ເບລາຣຸດໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19
ທະຫານຊາຍແດນຫວຽດນາມ ໄດ ມອບສ ງທ ຈຳເປ ນ ໃຫ ແກ ທະຫານຊາຍແດນປະເທດລາວ ເພ ອຕ ຕ ານ covid 19 ຫວຽດນາມ ແລະ ລາວ ຮ່ວມຈິດຮ່ວມໃຈກັນເພື່ອຕໍ່ສູ້ກັບການລະບາດຂອງພະຍາດ COVID – 19

ກ່າວຄຳເຫັນທີ່ພິທີມອບສິ່ງທີ່ຈຳເປັນຊ່ວຍເຫຼືອ, ທ່ານພົນຈັດຕະວາ ເລວັນຟຸກ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ຕໍ່ໜ້າສະຖາການທີ່ສັບສົນ ຂອງການລະບາດຂອງພະຍາດ COVID-19, ທະຫານຊາຍແດນຫວຽດນາມ ໄດ້ປະສານສົມທົບຢ່າງແໜ້ນແຟ້ນ ກັບກອງຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນປະເທດລາວ.

ສອງຝ່າຍໄດ້ສ້າງຕັ້ງກົນໄກແລກປ່ຽນຂໍ້ມູນຂ່າວສານ; ປະສານສົມທົບ ເພື່ອສະກັດກັ້ນການເຂົ້າ - ອອກ ເມືອງທີ່ຜິດກົດໝາຍ; ເພີ່ມທະວີການກວດກາ ແລະ ຕິດຕາມສະພາບການເຂົ້າເມືອງຢ່າງໃກ້ຊິດ; ປະສານສົມທົບສ້າງເງື່ອນໄຂໃຫ້ຄົນຫວຽດນາມໃນການກັບຄືນປະເທດ. ສະນັ້ນ, ເຮັດໃຫ້ຊ່ວຍຫຼຸດຜ່ອນການແຜ່ລະບາດຂອງພະຍາດ ຂ້າມຊາຍແດນ.

ທະຫານຊາຍແດນຫວຽດນາມ ໄດ ມອບສ ງທ ຈຳເປ ນ ໃຫ ແກ ທະຫານຊາຍແດນປະເທດລາວ ເພ ອຕ ຕ ານ covid 19
ທະຫານຊາຍແດນຫວຽດນາມ ໄດ້ມອບສິ່ງທີ່ຈຳເປັນ ໃຫ້ແກ່ທະຫານຊາຍແດນປະເທດລາວ ເພື່ອຕໍ່ຕ້ານ COVID-19. (ພາບ: baobienphong)

ທ່ານພົນຈັດຕະວາ ເລວັນຟຸກ ກ່າວວ່າ: “ດ້ວຍຄວາມປາດຖະໜາ ຢາກຮ່ວມແຮງຮ່ວມໃຈກັບປະຊາຊົນລາວໃນການປ້ອງກັນ ແລະ ຄວບຄຸມພະຍາດ COVID-19, ກອງບັນຊາການທະຫານຊາຍແດນຫວຽດນາມ ໄດ້ຈັດຕັ້ງການມອບເຄື່ອງຊ່ວຍເຫຼືອ ສຳລັບບັນດາຫົວໜ່ວຍຊາຍແດນລາວ ປະກອບມີ: ຜ້າບັງປາກ 30.000 ແຜ່ນ, ຢາລ້າງມືຂ້າເຊື້ອ 1.500 ຂວດ, ເຄື່ອງນຸ່ງປ້ອງກັນການລະບາດ 3.000 ຊຸດ , ເຂົ້າສານ 3 ໂຕນ ແລະ ໝີ່ສໍາເລັດຮູບຈຳນວນ 150 ກ່ອງ.”

“ນີ້ແມ່ນຂອງຂວັນຂອງກອງບັນຊາການທະຫານຊາຍແດນ ຫວຽດນາມ ເພື່ອຊ່ວຍໃຫ້ບັນດາຫົວໜ່ວຍຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນລາວ ໄດ້ສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ປ້ອງກັນຄວບຄຸມໂລກລະບາດໄດ້ຢ່າງມີປະສິດທິຜົນກວ່າເກົ່າ.” - ທ່ານພົນຈັດຕະວາ ເລວັນຟຸກ ເນັ້ນໜັກ.

ໂດຍໄດ້ຮັບການສະໜັບສະໜູນດ້ານການແພດ ແລະ ສິ່ງທີ່ຈຳເປັນຈາກກອງບັນຊາການທະຫານຊາຍແດນ ຫວຽດນາມ, ຕາງໜ້າໃຫ້ກອງກຳລັງປົກປ້ອງ ແລະ ຄຸ້ມຄອງຊາຍແດນລາວ, ທ່ານພັນເອກ ແພງສາຫວັນ ທິບພາວົງສາ ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອ ແລະ ຄວາມເອົາໃຈໃສ່ ຂອງກຳລັງທະຫານຊາຍແດນຫວຽດນາມເວົ້າສະເພາະ ແລະ ກອງທັບປະຊາຊົນຫວຽດນາມເວົ້າລວມ.

ທະຫານຊາຍແດນຫວຽດນາມ ໄດ ມອບສ ງທ ຈຳເປ ນ ໃຫ ແກ ທະຫານຊາຍແດນປະເທດລາວ ເພ ອຕ ຕ ານ covid 19
ຂອງຂວັນສະໜັບສະໜູນດັ່ງກ່າວ ໄດ້ມອບໃຫ້ກຳລັງຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນປະເທດລາວ. (ພາບ: baobienphong)

ທ່ານພັນເອກ ແພງສາຫວັນ ທິບພາວົງສາ ຢືນຢັນວ່າ ຈຳນວນຂອງຂວັນສະໜັບສະໜູນດັ່ງກ່າວ ມີຄວາມໝາຍສຳຄັນ ເພື່ອຊ່ວຍໃຫ້ກຳລັງຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນປະເທດລາວ ໃນວຽກງານປ້ອງກັນ, ຕ້ານ ໂລກລະບາດ COVID-19, ສະແດງໃຫ້ເຫັນນ້ຳໃຈມິດຕະພາບແບບພິເສດ, ຄວາມຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນສອງຊາດຫວຽດນາມ - ລາວ.

ທະຫານຊາຍແດນຫວຽດນາມ ໄດ ມອບສ ງທ ຈຳເປ ນ ໃຫ ແກ ທະຫານຊາຍແດນປະເທດລາວ ເພ ອຕ ຕ ານ covid 19 ຫວຽດນາມ ໄດ້ ແລະ ພວມຕັ້ງໜ້າຮ່ວມມືກັບບັນດາປະເທດເພື່ອຄວບຄຸມໂລກລະບາດ Covid – 19 ແລະ ຟື້ນຟ​ູການພັດທະນາເສດຖະກິດ - ສັງຄົມ

ຍສໝ - ຫວຽດ​ນາມ​ເຊື່ອ​ໝັ້ນ​ວ່າ ຜ່ານ​ບັນ​ດາ​ກົນ​ໄກ​ຮ່ວມ​ມື, ແລກ​ປ່ຽນ, ໂອ້​ລົມ​ທາງ​ໂທ​ລະ​ສັບ​ດ້ວຍ​ຈິດ​ໃຈ​ສ້າງ​ສັນ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ, ບັນ​ດາ​ປະ​ເທດ ແລະ ປະ​ຊາ​ຄົມໂລກ​ຈະ​ພ້ອມ​ກັນ​ຄວບ​ຄຸ​ມ, ຍູ​້​ໂລກ​ລະ​ບາດ​ໃຫ້​ຖອຍ​ໄປ​ໂດຍ​ໄວ ພ້ອມ​ທັງ​ຟື້ນ​ຟູ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມເທື່ອ​ລະ​ກ້າວ.

ທະຫານຊາຍແດນຫວຽດນາມ ໄດ ມອບສ ງທ ຈຳເປ ນ ໃຫ ແກ ທະຫານຊາຍແດນປະເທດລາວ ເພ ອຕ ຕ ານ covid 19 ຫວຽດນາມ ໄດ້ຮັບຄວາມເຊື່ອຖືເປັນຢ່າງສູງ ໃນການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19

ຍສໝ - ມີເຖິງ 94% ຈຳນວນປະຊາຊົນຫວຽດນາມ ກ່າວວ່າການຮັກສາຂໍ້ມູນທີ່ໂປ່ງໃສ ແລະ ຈະແຈ້ງ ກ່ຽວກັບສະພາບການລະບາດ ໄດ້ເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນຢ່າງສົມບູນສຳຫຼັບລັດຖະບານ ໃນການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19.

ທະຫານຊາຍແດນຫວຽດນາມ ໄດ ມອບສ ງທ ຈຳເປ ນ ໃຫ ແກ ທະຫານຊາຍແດນປະເທດລາວ ເພ ອຕ ຕ ານ covid 19 ທ່ານ ຫ​ງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ​ໄດ້​ເຂົ້າ​ຢ້ຽມ​ຂໍ່າ​ນັບ ທ່ານ ບຸນ​ຍັງ ວໍລະ​ຈິດ ເລຂາທິການ​ໃຫຍ່ ປະທານ​ປະເທດ ແຫ່ງ ສປປ ລາວ

ຍສໝ - ໃນ​ວັນ​ທີ 13 ພຶດສະພາ 2020, ທ່ານ ຫ​ງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ​ໄດ້​ເຂົ້າ​ຢ້ຽມ​ຂໍ່າ​ນັບ ທ່ານ ບຸນ​ຍັງ ວໍລະ​ຈິດ ເລຂາທິການ​ໃຫຍ່ ປະທານ​ປະເທດ ແຫ່ງ ສປປ ລາວ​.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.