ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມງານວາງສະແດງການບິນ ສິງກະໂປ Airshow

15:55 | 22/02/2024

ຍສໝ​ - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ ສິງກະ​ໂປ, ຄະນະ​ຜູ້​ແທນ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ຫວຽດນາມ ​ໂດຍ​ທ່ານພົນຕີ ຟ້າ​ມເຈືອງເຊິ່ນ, ຮອງຫົວໜ້າເສນາທິການໃຫຍ່ກອງທັບ​ປະຊາຊົນ ​ຫວຽດນາມ ນຳໜ້າຄະນະ ໄດ້​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ການບິນ ​ສິງກະ​ໂປ Airshow​ ​ຄັ້ງ​ທີ 9 ຢູ່​ສິງກະ​ໂປ, ເຊິ່ງດຳ​ເນີນແຕ່ວັນທີ 20 ຫາ 25 ກຸມພາ.

ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ອວຍພອນ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ອວຍພອນ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ
ກະຊວງປ້ອງກັນປະເທດຫວຽດນາມ ຈັດພິທີມອບສໍານັກກອງບັນຊາການກອງພົນທີ 1 ໃຫ້ກອງທັບປະຊາຊົນລາວ ກະຊວງປ້ອງກັນປະເທດຫວຽດນາມ ຈັດພິທີມອບສໍານັກກອງບັນຊາການກອງພົນທີ 1 ໃຫ້ກອງທັບປະຊາຊົນລາວ

ຕາມສະຖິຕິຂອງ​ຄະນະ​ຈັດ​ຕັ້ງ, ມີ​ກວ່າ 900 ວິ​ສາ​ຫະກິດ, ຫົວໜ່ວຍ​ທີ່​ມາ​ຈາກ 45 ປະ​ເທດ, ເຂດແຄວ້ນ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ.

ທີ່​ງານ​ວາງສະ​ແດງ, ຄະນະ​ຜູ້​ແທນ ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ພິທີຕັດແຖບຜ້າເລີ່ມເປີດງານ, ຢ້ຽມຢາມ​ບັນດາ​ຮ້ານແນະນຳ ແລະ ຮ້ານ​ວາງສະ​ແດງ​ຜະລິດ​ຕະພັນ​ຂອງ​ບັນດາ​ວິ​ສາ​ຫະກິດ, ກຸ່ມບໍລິສັດ​ໃຫຍ່​ໃນ​ໂລກ, ຊົມ​ການ​ສະ​ແດງ​ການບິນ​ໂດຍ​ກອງທັບ​ອາກາດ ​ສິງກະ​ໂປ ​ແລະ ອິນ​ເດຍ, ອາ​ເມ​ລິ​ກາ, ສ.ເກົາຫຼີ, ຈີນ, ອິນ​ໂດ​ເນ​ເຊຍ ​ແລະ ສາຍ​ການບິນພົນລະເຮືອນສາກົນ​ຈຳນວນ​ໜຶ່ງ ​ປະຕິບັດ.

​ໃນ​ຂອບ​ເຂດ​ງານ​ວາງສະ​ແດງ, ຄະນະ​ຜູ້​ແທນ ​ໄດ້​ມີ​ການ​ພົບ​ປະ​ກັບ​ຫຼາຍ​ຄູ່​ຮ່ວມ​ມື​ເພື່ອ​ປຶກສາ​ຫາລື​ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ​ແລະ ການຮ່ວມ​ມື​ສອງ​ຝ່າຍ.

ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມງານວາງສະແດງການບິນ ສິງກະໂປ Airshow

ຄະນະ​ຜູ້​ແທນ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ຫວຽດນາມ ໄດ້ຕ້ອນຮັບສອງຝ່າຍ ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ສາທາລະນະລັດເຊັກໂກ Daniel Blazkovec

ທີ່​ການ​ພົບ​ປະ​ກັບ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ສາທາລະນະລັດເຊັກໂກ Daniel Blazkovec, ທ່ານພົນຕີ ຟ້າມເຈືອງເຊິ່ນ ​ໄດ້ສະແດງຄວາມ​ຂອບ​ອົກ​ຂອບ​ໃຈການ​ຊ່ວຍ​ເຫຼືອອັນ​ລ້ຳ​ຄ່າ​ຂອງ​ປະຊາຊົນຂອງ ເຊັກໂກສະໂລວາກີ (ສາທາລະນະລັດເຊັກໂກ ໃນປະຈຸບັນ) ສຳລັບພາລະກິດຕໍ່ສູ້ຍາດ​ເອົາ​ເອກະລາດແຫ່ງຊາດ, ສ້າງສາ​ປະ​ເທດຊາດຂອງ ຫວຽດນາມ; ສະແດງຄວາມປິຕິຊົມຊື່ນຕໍ່ບັນດາໝາກຜົນອັນພົ້ນເດັ່ນຂອງການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ ແລະ ສາທາລະນະລັດເຊັກໂກ ໃນໄລຍະທີ່ຜ່ານມາ, ແລະ ປາດຖະໜາຢາກສືບຕໍ່ຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງໃນຫຼາຍຂົງເຂດຄື ການແລກປ່ຽນຄະນະຜູ້ແທນ, ການບຳລຸງສ້າງ...

ທີ່​ການ​ພົບ​ປະ​ກັບ​ທ່ານຜູ້ຊ່ວຍວຽກລັດຖະມົນຕີກອງທັບອາກາດອາ​ເມ​ລິ​ກາ Andrew Hunter, ​ທ່ານຫົວໜ້າ​ຄະນະ​ຜູ້​ແທນ ຫວຽດນາມ ໄດ້ຕີ​ລາຄາການ​ພົວພັນ​ລະຫວ່າງ 2 ປະ​ເທດ​ທີ່ສືບ​ຕໍ່​ພັດທະນາ​ຢ່າງ​ດີງາມ​ໃນ​ໄລຍະ​ທີ່ຜ່ານມາ, ເໝາະສົມກັບການພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ເພື່ອສັນຕິພາບ, ​ການຮ່ວມ​ມື ແລະ ພັດທະນາ​ແບບ​ຍືນ​ຍົງ. ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ບົນ​ພື້ນຖານ​ບັນດາ​ເອກະສານ​ທີ່​ໄດ້​ລົງ​ນາມ, ໃນນັ້ນ, ບຸລິມະສິດ​ຊຸກຍູ້​ການ​ຮ່ວມ​ມື​ບຳລຸງ​ສ້າງ, ກູ້ຊີບ - ກູ້​ໄພ, ເສນາຮັກ, ​ເຂົ້າ​ຮ່ວມ​ບັນດາ​ກຳລັງ​ອະນຸລັກ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ, ແກ້ໄຂຜົນຮ້າຍຈາກສົງຄາມ​ຢູ່​ ຫວຽດນາມ. ...

ກໍທີ່ການເຮັດວຽກ, ພົບປະສອງຝ່າຍກັບບັນດາປະເທດ, ຄູ່ຮ່ວມມື, ທ່ານພົນຕີ ຟ້າມເຈືອງເຊິ່ນ ໄດ້ສະແດງຄວາມຂອບໃຈກະຊວງປ້ອງກັນປະເທດ, ກອງທັບບັນດາປະເທດ ທີ່ໄດ້ສົ່ງຄະນະຜູ້ແທນຂັ້ນສູງເຂົ້າຮ່ວມງານວາງສະແດງວຽກງານປ້ອງກັນຊາດສາກົນ ຫວຽດນາມ ປີ 2022 ແລະ ຫວັງວ່າ ກະຊວງປ້ອງກັນປະເທດ, ກອງທັບ, ບັນດາ​ວິ​ສາ​ຫະກິດ​ປ້ອງ​ກັນ​ປະ​ເທດບັນດາປະເທດ ຈະສືບ​ຕໍ່ສະໜັບສະໜູນ, ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ປ້ອງກັນຊາດສາກົນ ຫວຽດນາມ ປີ 2024 ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ ຫວຽດນາມ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.