ປະເທດລາວ ເຂົ້າຮ່ວມກອງປະຊຸມຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ພາກພື້ນອາຊີ-ປາຊີຟິກ ຄັ້ງທີ 76

16:30 | 23/05/2020

ໃນວັນທີ 21 ພຶດສະພາ ທີ່ສໍານັກງານຕັ້ງຢູ່ ບາງກອກ,​ ປະເທດໄທ ໄດ້ຈັດຂຶ້ນກອງປະຊຸມໃຫຍ່ປະຈໍາປີ ຄັ້ງທີ 76 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ປະຈໍາພາກພື້ນອາຊີ-ປາຊີຟິກ (UNESCAP).

ປະເທດລາວ ເຂ າຮ ວມກອງປະຊ ມຂອງຄະນະກ າມາທ ການເສດຖະກ ດ ສ ງຄ ມ ພາກພ ນອາຊ ປາຊ ຟ ກ ຄ ງທ 76 ປະເທດລາວ ເລີ່ມຕົ້ົ້ນການຜະລິດ ຜ້າບັງປາກທາງການແພດ ດ້ວຍຕົນເອງເພື່ອຕ້ານ ພະຍາດ Covid-19
ປະເທດລາວ ເຂ າຮ ວມກອງປະຊ ມຂອງຄະນະກ າມາທ ການເສດຖະກ ດ ສ ງຄ ມ ພາກພ ນອາຊ ປາຊ ຟ ກ ຄ ງທ 76 ທະຫານຊາຍແດນຫວຽດນາມ ໄດ້ມອບສິ່ງທີ່ຈຳເປັນ ໃຫ້ແກ່ທະຫານຊາຍແດນປະເທດລາວ ເພື່ອຕໍ່ຕ້ານ COVID-19.

ໄດ້ນໍາພາຄະນະຜູ້ແທນປະເທດລາວ ມີທ່ານ ທອງຜ່ານ ສະຫວັນເພັດ - ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ, ມີຄະນະຜູ້ແທນຈາກບັນດາປະເທດສະມາຊິກ 53 ປະເທດໃນພາກພື້ນອາຊີ-ປາຊີຟິກ, ບັນດາອົງການເຄືອຂ່າຍ ສປຊ ປະຈຳພາກພື້ນ, ບັນດາອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ.

ກອງປະຊຸມໃຫຍ່ປະຈໍາປີ ຄັ້ງນີ້ໄດ້ຈັດຂຶ້ນໂດຍຮູບການຜ່ານລະບົບກອງປະຊຸມທາງໄກ ແລະ ປະຊຸມໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ “ສົ່ງເສີມການຮ່ວມມື ທາງດ້ານ ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມທາງທະເລ ເພື່ອການພັດທະນາແບບຍືນຍົງ”, ມີ​ຈຸດປະສົງເພື່ອພ້ອມກັນທົບທວນຄືນ ການຈັດຕັ້ງປະຕິບັດ ບັນດາໜ້າວຽກທີ່ໄດ້ຖືກຮັບ ຮອງເອົາຢູ່ໃນກອງປະຊຸມຄັ້ງຜ່ານມາ ແລະ ສືບຕໍ່ປຶກສາຫາລືແຜນວຽກ ຂອງຄະນະກໍາມາທິການໃນຕໍ່ໜ້າ.

ປະເທດລາວ ເຂ າຮ ວມກອງປະຊ ມຂອງຄະນະກ າມາທ ການເສດຖະກ ດ ສ ງຄ ມ ພາກພ ນອາຊ ປາຊ ຟ ກ ຄ ງທ 76
ທ່ານ ທອງຜ່ານ ສະຫວັນເພັດ - ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ. (ພາບ: kpl)

ກອງປະຊຸມໄດ້ມີການທົບທວນຄືນ ການຈັດຕັ້ງປະຕິບັດບັນດາ ​ເອກະສານ​ສໍາຄັນຕ່າງໆ ແນ່​ໃສ່​ສ້າງຄວາມພະຍາຍາມຮ່ວມກັນ ໃນການຮັບປະກັນ ແລະ ສົ່ງເສີມການຮ່ວມມື ທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມທາງທະເລ ເພື່ອການພັດທະນາແບບຍືນຍົງ; ທົບທວນການຈັດຕັ້ງ ປະຕິບັດແຜນງານ ອິດສະຕັນບູນ ສໍາລັບປະເທດດ້ອຍພັດທະນາ ໃນລະດັບພາກພື້ນ ເພື່ອກໍານົດຄວາມຄືບໜ້າ ແລະ ສິ່ງທ້າທາຍທີ່ບັນດາປະເທດ ໃນພາກພື້ນກໍາລັງປະສົບພົບພໍ້; ທົບທວນຄືນຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດວາລະ 2030 ເພຶ່ອການພັດທະນາແບບຍືນຍົງ ໃນພາກພື້ນອາຊີ ແລະ ປາຊີຟິກ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ຫາທາງອອກຮ່ວມກັນ ໃນການ​ແກ້​​ໄຂຜົນກະທົບ ທາງດ້ານເສດຖະກິດ-ສັງຄົມ ສໍາລັບໄລຍະຫລັງ ການລະບາດຂອງ ເຊື້ອພະຍາດ ໂຄວິດ-19.

ໃນໂອກາດດັ່ງກ່າວ, ຄະນະຜູ້ແທນ ສປປ ລາວ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມ ໃນຫົວຂໍ້ຕ່າງໆເຊັ່ນ: ການ​ຮ່ວມ​ມືສໍາລັບ ປະເທດດ້ອຍພັດທະນາ (LDCs), ການຮ່ວມມືເພື່ອ​ແກ້​ໄຂ ຜົນກະທົບທາງ ດ້ານເສດຖະກິດ-ສັງຄົມຈາກພະຍາດໂຄວິດ-19 ແລະ ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາ ແບບຍືນຍົງໃນພາກພື້ນອາຊີ-ປາຊີຟິກ ເຊິ່ງມີຄວາມກ່ຽວພັນກັນເນື່ອງ ຈາກການຈັດຕັ້ງປະຕິບັດ ວຽກງານຕ່າງໆ​ ໃນ​ປັດຈຸ​ບັນ ​ແລະ ອະນາຄົດລ້ວນແຕ່ປະເຊີນ ກັບສິ່ງທ້າທາຍຈາກການລະບາດ ຂອງພະຍາດໂຄວິດ-19 ທີ່ໄດ້ສົ່ງຜົນກະທົບຕໍ່ຊີວິດ ​ແລະ ການພັດທະນາຂອງບັນດາ ປະເທດລວມທັງ ສປປ ລາວ. ທ່ານ ຮອງລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາປະເທດ ທີ່ເຂົ້າຮ່ວມກອງປະຊຸມ ຈົ່ງສາມັກຄີຮ່ວມມືກັນ ເພື່ອຢຸດການແຜ່ລະບາດ ຂອງພະຍາດດັ່ງກ່າວ ແລະ ຊ່ວຍເຫຼືອບັນດາປະເທດ ທີ່ໄດ້ຮັບຜົນກະທົບ, ໂດຍ​ສະ​​​ເພາະ​ປະ​ເທດ​ ດ້ອຍ​ພັດ​ທະນາ, ໃຫ້ສາມາດຟື້ນ​ຟູ​ການ​ພັດທະນາ ເສດຖະກິດ-ສັງຄົມ ​ໃຫ້​ກັບຄື​ນ​ມາ​ເປັນ​ປົກ​ກະຕິໂດຍ​ໄວ.

ຄະນະກຳມາທິການ UNESCAP ແມ່ນອົງກອນພາກພື້ນ ດ້ານການພັດທະນາ ຂອງອົງການ ສປຊ, ຊຶ່ງໄດ້ຖືກກໍ່ຕັ້ງຂື້ນໃນປີ 1947 ໂດຍມີສຳນັກງານ ໃຫ່ຍຕັ້ງຢູ່ບາງກອກ, ຣາຊະອານາຈັກໄທ, ມີສະມາຊິກ 53 ປະເທດ. ຄະນະກໍາມາທິການດັ່ງກ່າວ ມີພາລະບົດບາດໃນການສະໜອງ ການຊ່ວຍເຫຼືອ ດ້ານເຕັກນິກ-ວິຊາການ ແລະ ການຍົກລະດັບບຸກຄະລາກອນ ຂອງບັນດາປະເທດສະມາຊິກ ໃນການແກ້ໄຂບັນຫາສິ່ງທ້າທາຍທາງ ດ້ານການສ້າງນະໂຍບາຍ ເສດຖະກິດມະຫາພາກ, ການຄ້າ-ການລົງທຶນ, ນະວັດຕະກຳ, ພະລັງງານ, ການຂົນສົ່ງ, ສະຖິຕິ, ເຕັກໂນໂລຊີການສື່ສານ, ການພັດທະນາສັງຄົມ ແລະ ສິ່ງແວດລ້ອມ. ກອງ​ປະຊຸມ​ໃຫຍ່ຂອງຄະນະກໍາມາທິການ ເສດຖະກິດ-ສັງຄົມສະຫະປະຊາຊາດ ປະຈໍາພາກພື້ນອາຊີ-ປາຊີຟິກ ຄັ້ງທີ 76 ນີ້ ເປັນຄັ້ງທໍາອິດ ທີ່ມີການຈັດກອງປະຊຸມ ຜ່ານລະບົບກອງປະຊຸມທາງໄກ ແລະ ໄດ້ຫຼຸດຈໍານວນມື້ລົງ ໃຫ້ເຫຼືອແຕ່ 1 ວັນ ຍ້ອນການແຜ່ລະບາດ ຂອງພະຍາດໂຄວິດ-19. ເຖິງຢ່າງໃດກໍ່ຕາມ, ກອງປະຊຸມແມ່ນສາມາດ ດໍາເນີນ​ໄປ​ພາຍ​ໃຕ້​ບັນຍາກາດ​ ທີ່ສ້າງສັນເຊິ່ງຖືເປັນ​ຂີດໝາຍ​ອັນ​ດີ ​ໃຫ້​ແກ່​ການ​ເສີມ​ຂະຫຍາຍ​ ການ​ພົວພັນ​ຮ່ວມ​ມືແບບຫຼາຍຝ່າຍ ຂອງບັນດາປະເທດ ໃນຂົງເຂດອາຊີ-ປາຊິຟິກ ໃຫ້​ນັບມື້ແຕກດອກອອກຜົນ​ຍິ່ງໆ​ ຂຶ້ນ​ໃນ​ອະນາຄົດ ທັງ​​ເປັນ​ໂອກາດ​ອັນ​ດີ ​ໃຫ້​ແກ່​ບັນດາ​ປະ​ເທດ​ຕ່າງໆ​ ໃນ​ພາກ​ພື້ນ​ເພື່ອ​ແລກປ່ຽນບົດຮຽນ ​ແລະ​ ຮ່ວມ​ມືກັນ ເພື່ອຮັບມືກັບຜົນກະທົບ ຈາກການລະບາດຂອງເຊື້ອພະຍາດ ໂຄວິດ-19.

ປະເທດລາວ ເຂ າຮ ວມກອງປະຊ ມຂອງຄະນະກ າມາທ ການເສດຖະກ ດ ສ ງຄ ມ ພາກພ ນອາຊ ປາຊ ຟ ກ ຄ ງທ 76 ປະເທດລາວ ເລີ່ມຕົ້ົ້ນການຜະລິດ ຜ້າບັງປາກທາງການແພດ ດ້ວຍຕົນເອງເພື່ອຕ້ານ ພະຍາດ Covid-19

ຍສໝ - ລັດຖະບານລາວ ໄດ້ອະນຸມັດໂຄງການຜະລິດຜ້າບັງປາກ ໂດຍມີການເຂົ້າຮ່ວມຂອງຫຼາຍວິສາຫະກິດ.ຢຢ

ປະເທດລາວ ເຂ າຮ ວມກອງປະຊ ມຂອງຄະນະກ າມາທ ການເສດຖະກ ດ ສ ງຄ ມ ພາກພ ນອາຊ ປາຊ ຟ ກ ຄ ງທ 76 ລັດຖະບານ ປະເທດລາວ ໄດ້ສ້າງເງື່ອນໄຂໃຫ້ພົນລະເມືອງຫວຽດນາມ ກັບຄືນປະເທດ

ຍສໝ - ວັນທີ 5 ພຶດສະພາ, ສະຖານທູດຫວຽດນາມ ປະຈຳ ສປປ.ລາວ ໄດ້ປະກາດວ່າ, ໂດຍຕອບສະໜອງຕາມຄວາມປາດຖະໜາຂອງປະຊາຊົນຫວຽດນາມ ຈຳນວນຫຼວງຫຼາຍ ໃນປະເທດລາວ ທີ່ຕ້ອງການຢາກກັບເມືອບ້ານເກີດເມືອງນອນ, ຕາມຄຳສະເໜີຂອງສະຖານທູດຫວຽດນາມ ປະຈຳ ສປປ.ລາວ, ອົງການທີ່ມີໜ້າທີ່ ປະເທດລາວ ໄດ້ຕົກລົງອະນຸຍາດໃຫ້ພົນລະເມືອງຫວຽດນາມ ກຳລັງດຳລົງຊີວິດ, ເຮັດວຽກ ແລະ ຮໍ່າຮຽນຢູ່ລາວ ເດີນທາງກັບຫວຽດນາມ ຜ່ານດ່ານຊາຍແດນສາກົນ.

ປະເທດລາວ ເຂ າຮ ວມກອງປະຊ ມຂອງຄະນະກ າມາທ ການເສດຖະກ ດ ສ ງຄ ມ ພາກພ ນອາຊ ປາຊ ຟ ກ ຄ ງທ 76 ພິທີສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຢູ່ແຂວງສາລະວັນ (ປະເທດລາວ) ກັບຄືນປະເທດ.

ຍສໝ - ໃນຕອນເຊົ້າຂອງວັນທີ 4 ພຶດສະພາ 2020 ນີ້, ທີແຂວງສາລະວັນ (ປະເທດລາວ) ກອງບັນຊາການທະຫານແຂວງສາລະວັນ ໄດ້ຈັດຕັ້ງພິທີສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຢູ່ລາວ ກັບຄືນປະເທດ.

ຄຳຮຸ່ງ

kpl.gov.la/

ເຫດການ
302 Found

Found

The document has moved here.