ລັດຖະບານ ປະເທດລາວ ໄດ້ສ້າງເງື່ອນໄຂໃຫ້ພົນລະເມືອງຫວຽດນາມ ກັບຄືນປະເທດ

17:00 | 06/05/2020

ຍສໝ - ວັນທີ 5 ພຶດສະພາ, ສະຖານທູດຫວຽດນາມ ປະຈຳ ສປປ.ລາວ ໄດ້ປະກາດວ່າ, ໂດຍຕອບສະໜອງຕາມຄວາມປາດຖະໜາຂອງປະຊາຊົນຫວຽດນາມ ຈຳນວນຫຼວງຫຼາຍ ໃນປະເທດລາວ ທີ່ຕ້ອງການຢາກກັບເມືອບ້ານເກີດເມືອງນອນ, ຕາມຄຳສະເໜີຂອງສະຖານທູດຫວຽດນາມ ປະຈຳ ສປປ.ລາວ, ອົງການທີ່ມີໜ້າທີ່ ປະເທດລາວ ໄດ້ຕົກລົງອະນຸຍາດໃຫ້ພົນລະເມືອງຫວຽດນາມ ກຳລັງດຳລົງຊີວິດ, ເຮັດວຽກ ແລະ ຮໍ່າຮຽນຢູ່ລາວ ເດີນທາງກັບຫວຽດນາມ ຜ່ານດ່ານຊາຍແດນສາກົນ.

ລ ດຖະບານ ປະເທດລາວ ໄດ ສ າງເງ ອນໄຂໃຫ ພ ນລະເມ ອງຫວຽດນາມ ກ ບຄ ນປະເທດ ພິທີສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຢູ່ແຂວງສາລະວັນ (ປະເທດລາວ) ກັບຄືນປະເທດ.
ລ ດຖະບານ ປະເທດລາວ ໄດ ສ າງເງ ອນໄຂໃຫ ພ ນລະເມ ອງຫວຽດນາມ ກ ບຄ ນປະເທດ ປະເທດລາວ ປະຕິບັດມາດຕະການຜ່ອນຜັນ ຈໍານວນໜຶ່ງ ໃນການປ້ອງກັນ ແລະ ຕ້ານພະຍາດ Covid-19

ຕາມແຈ້ງການ ໃຫ້ຮູ້ວ່າ, ອີງໃສ່ຄວາມປາຖະໜາຢາກກັບຄືນປະເທດຫວຽດນາມ ຂອງພົນລະເມືອງຫວຽດນາມ ຈຳນວນຫຼວງຫຼາຍທີ່ກຳລັງເຮັດວຽກ, ດຳລົງຊີວິດ ແລະ ຮຳ່ຮຽນຢູ່ປະເທດ ສປປ.ລາວ, ພ້ອມທັງປະຕິບັດການປົກປ້ອງພົນລະເມືອງຂອງສະຖານທູດ, ໃນວັນທີ 4 ພຶດສະພາ, ສະຖານທູດຫວຽດນາມປະຈຳ ສປປ.ລາວ ໄດ້ເຮັດວຽກກັບສຳນັກງານນາຍົກລັດຖະມົນຕີ ແລະ ກະຊວງການຕ່າງປະເທດ ສປປ.ລາວ ກ່ຽວກັບຄວາມແຕກຕ່າງໃນບັນດາເອກະສານ ຂອງອົງການທີ່ມີໜ້າທີ່ ປະເທດລາວ, ເພື່ອສະເໜີແນະລັດຖະບານລາວ ໄດ້ສ້າງເງື່ອນໄຂໃຫ້ພົນລະເມືອງຫວຽດນາມ ເດີນທາງກັບຫວຽດນາມ ຜ່ານດ່ານຊາຍແດນສາກົນ.

ລ ດຖະບານ ປະເທດລາວ ໄດ ສ າງເງ ອນໄຂໃຫ ພ ນລະເມ ອງຫວຽດນາມ ກ ບຄ ນປະເທດ

ຜູ້ທີ່ເຂົ້າເມືອງຜ່ານດ່ານຊາຍແດນສາກົນທັງໝົດ ທີ່ເຂົ້າມາຫວຽດນາມ ຕ້ອງໄດ້ຜ່ານລະບົບກວດ ອຸນຫະພູມຮ່າງກາຍຫ່າງໄກ. (ພາບ: TTXVN)

ວັນທີ 5 ພຶດສະພາ, ກະຊວງການຕ່າງປະເທດ ສປປ.ລາວ ໄດ້ອອກໜັງສືທາງການສະບັບເລກທີ 567 BNG.CLS.1 ໃຫ້ສະຖານທູດຫວຽດນາມ ແຈ້ງການອະນຸຍາດໃຫ້ພົນລະເມືອງຕ່າງປະເທດ ລົງທະບຽນກັບສຳນັກງານຕົວແທນຂອງປະເທດນັ້ນ ຢູ່ ສປປ.ລາວ ເພື່ອຂໍຄຳສະເໜີອອກເມືອງ, ແຈ້ງລາຍຊື່ໃຫ້ກະຊວງການຕ່າງປະເທດ ສປປ.ລາວ ເພື່ອປະສານງານກັບໜ່ວຍງານທີ່ກ່ຽວຂ້ອງຂອງ ຢູ່ ສປປ.ລາວ ແລະ ສ້າງເງື່ອນໄຂສະດວກໃຫ້ພົນລະເມືອງຕ່າງປະເທດໄດ້ເດີນທາງກັບບ້ານ.

ຕາມນັ້ນແລ້ວ, ສະຖານທູດຫວຽດນາມ ປະຈຳ ສປປ.ລາວ ແຈ້ງໃຫ້ຊາບວ່າ ອົງການທີ່ມີໜ້າທີ່ປະເທດ ສປປ.ລາວ ໄດ້ຕົກລົງອະນຸຍາດໃຫ້ພົນລະເມືອງຫວຽດນາມ ທີ່ດຳລົງຊີວິດ, ເຮັດວຽກ ຫຼື ຮໍ່າຮຽນຢູ່ ລາວ ໄດ້ອອກເມືອງ, ກັບຄືນປະເທດຫວຽດນາມ ໂດຍຜ່ານບັນດາດ່ານຊາຍແດນສາກົນໃນເງື່ອນໄຂທີ່ພວກເຂົາຕ້ອງການລົງທະບຽນຄຳສະເໜີກັບຄືນບ້ານຂອງພວກເຂົາ ຢູ່ ສະຖານທູດ ແລະ ກົງສຸນໃຫຍ່ ຫວຽດນາມ ປະຈຳ ສປປ.ລາວ. ການອອກເມືອງຕ້ອງປະຕິບັດຕາມຄວາມເປັນລະບຽບ, ມີການຈັດຕັ້ງ, ສອດຄ່ອງກັບລະບຽບການຂອງປະເທດລາວ ແລະ ຫວຽດນາມ ທີ່ກ່ຽວກັບການປ້ອງກັນການລະບາດຂອງພະຍາດ COVID-19 ໃນເວລານີ້.

ສະຖານທູດ ແລະ ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ ສປປ.ລາວ ຈະສະຫຼຸບລາຍຊື່ພົນລະເມືອງຫວຽດນາມທີ່ຕ້ອງການກັບຄືນປະເທດຫວຽດນາມ, ແຈ້ງໃຫ້ກະຊວງການຕ່າງປະເທດ ສປປ.ລາວ ແລະ ອົງການທີ່ມີໜ້າທີ່ປະເທດລາວ ເພື່ອສ້າງເງື່ອນໄຂໃຫ້ພົນລະເມືອງຫວຽດນາມມີໃນບັນຊີລາຍຊື່ ໄດ້ອະນຸຍາດໃຫ້ອອກຈາກດ່ານຊາຍແດນສາກົນ. ສຳລັບບັນດາກໍລະນີທີ່ພົນລະເມືອງຫວຽດນາມ ເຂົ້າດ່ານຊາຍແດນໂດຍຕາມໃຈຕົນເອງ, ບໍ່ໄດ້ລົງທະບຽນຜ່ານອົງການຕົວແທນຂອງຫວຽດນາມ, ອົງການທີ່ມີໜ້າທີ່ປະເທດລາວ ບໍ່ໄດ້ຮັບປະກັນວ່າ ຈະອຳນວຍຄວາມສະດວກໃຫ້ແກ່ການອອກເມືອງ.

ທຸກໆມື້, ສະຖານທູດ ແລະ ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ ສປປ.ລາວ ຈະປັບປຸງບັນຊີລາຍຊື່, ສົ່ງໃຫ້ອົງການທີ່ມີໜ້າທີ່ລາວ, ແລະ ເຜີຍແຜ່ຢ່າງເປັນທາງການໃນ ເວບໄຊ ຂອງສະຖານທູດ ແລະ ສະຖານກົງສຸນໃຫຍ່, ເພື່ອໃຫ້ທຸກຄົນໄດ້ຕິດຕາມກັນຢ່າງລະອຽດ.

ລ ດຖະບານ ປະເທດລາວ ໄດ ສ າງເງ ອນໄຂໃຫ ພ ນລະເມ ອງຫວຽດນາມ ກ ບຄ ນປະເທດ ສະມາຄົມພຸດທະສາສະໜາ ຫວຽດນາມ ປະຈຳ ສ.ເກົາຫຼີ ໄດ້ມອບຂອງຂວັນ 100 ພູດ ໃຫ້ປະຊາຊົນແຂວງຕຽນຢາງ

ຍສໝ - ເມື່ອບໍ່ດົນມານີ້, ສູນວັດທະນະທຳພຸດທະສາສະໜາ ຫວຽດນາມ ແລະ ສະມາຄົມພຸດທະສາສະໜາ ຫວຽດນາມ ປະ ຈຳ ສ.ເກົາຫຼີ ໄດ້ມອບຂອງຂວັນ 100 ພູດ ໃຫ້ພໍ່ແມ່ປະຊາຊົນຜູ້ປະສົບສະພາບການຫຍຸ້ງຍາກຢູ່ແຂວງຕຽນຢາງ. ຂອງຂວັນແຕ່ລະພູດລວມມູນຄ່າ 350.000 ດົ່ງລວມມີ: ຜ້າອັດປາກ, ນໍ້າຢາລ້າງມື, ເຂົ້າສານ, ນ້ຳມັນ...

ລ ດຖະບານ ປະເທດລາວ ໄດ ສ າງເງ ອນໄຂໃຫ ພ ນລະເມ ອງຫວຽດນາມ ກ ບຄ ນປະເທດ ຫວຽດນາມ ນຳໜ້າບັນດາປະເທດອາຊຽນໃນການຕໍ່ສູ້ຕ້ານເຊື້ອໄວຣັດ corona

ຍສໝ - ເມື່ອບໍ່ດົນມານີ້, ໃນເວບໄຊ www.vir.com.vn, ທ່ານ Kavl Chongkittavorn ໄດ້ຂຽນບົດຂຽນທີ່ວ່າ “Vietnam leading the ASEAN in fighting coronavirus” - ແປວ່າ: "ປະເທດຫວຽດນາມ ນໍາໜ້າບັນດາປະເທດອາຊຽນໃນການຕໍ່ສູ້ຕ້ານເຊື້ອໄວຣັດ corona".

ລ ດຖະບານ ປະເທດລາວ ໄດ ສ າງເງ ອນໄຂໃຫ ພ ນລະເມ ອງຫວຽດນາມ ກ ບຄ ນປະເທດ ພົນລະເມືອງຫວຽດນາມ ຈຳນວນເກືອບ 300 ຄົນ ຢູ່ UAE ໄດ້ກັບຄືນປະເທດຢ່າງປອດໄພ

ຍສໝ - ພົນລະເມືອງຫວຽດນາມຈຳນວນເກືອບ 300 ຄົນ ຢູ່ ບັນດາປະເທດ UAE ໄດ້ກັບຄືນປະເທດ ຢ່າງປອດໄພໃນສະພາບເສັ້ນທາງການບິນການຄ້າລະຫວ່າງຫວຽດນາມ ແລະ ສາກົນ ຖືກໂຈະຍ້ອນການລະບາດຂອງພະຍາດ Covid-19.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.