ຍສໝ - ຕອນບ່າຍວັນທີ 4 ກໍລະກົດ, ຢູ່ທີ່ຕ້າວຢວນ - ໄຕ້ຫວັນ (ຈີນ), ຫ້ອງການເສດຖະກິດ ແລະ ວັດທະນະທຳ ຫວຽດນາມ ປະຈຳ ໄທເປ ໄດ້ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຈັດຕັ້ງພິທີເປີດຊຸດອົບຮົມການສອນພາສາຫວຽດນາມ ໃຫ້ແກ່ບັນດາຄູອາຈານຫວຽດນາມ ຢູ່ໄຕ້ຫວັນ ແລະ ເປີດຕົວຕູ້ປຶ້ມເພື່ອຮັບໃຊ້ຊຸມຊົນ.
ຍສໝ - ລາວ ແລະຫວຽດນາມ ເປັນສອງປະເທດບ້ານໃກ້ເຮືອນຄຽງ, ມີຊາຍແດນ ຮ່ວມກັນ. ໃນຕະຫຼອດໄລຍະປະຫວັດສາດ, ຫວຽດນາມ ແລະລາວ ຍາມໃດກໍ່ ຄຽງບ່າຄຽງໄຫຼ່, ພ້ອມກັນຕໍ່ສູ້ຕ້ານສັດຕູລວມ, ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ.
ຍສໝ - ຕອນບ່າຍວັນທີ 4 ກໍລະກົດ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຮ່າໂນ້ຍ (HAUFO) ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານການທູດປະຊາຊົນໃນ 6 ເດືອນຕົ້ນປີ ແລະ ຜັນຂະຫຍາຍທິດທາງ, ໜ້າທີ່ວຽກງານ 6 ເດືອນທ້າຍປີ ຂອງປີ 2024. ໃນນີ້ນີ້ HAUFO ໄດ້ສະເໜີ 3 ວຽກງານຈຸດສຸມໃນທ້າຍປີ.
ຍສໝ - ແຫຼ່ງບັນດານໃຈຂອງທ່ານ ດັ້ງເລມິງຈີ, ຫົວໜ້າຄະນະກຳກັບລາຍການສະແດງສິລະປະໄດ້ເລີ່ມມາຈາກຂົວ ຮ່ຽນເລືອງ, ຂົວຕໍ່ສະແດງຄວາມຄາດຫວັງທ້ອນໂຮມປະເທດຊາດເປັນເອກະພາບ, ຈິດໃຈຜູກພັນລະຫວ່າງ ອະດີດ ກັບ ອະນາຄົດ ໃນການເດີນທາງຂອງຜູ້ຮັກຫອມສັນຕິພາບ.
ວັນທີ 1 ກໍລະກົດ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ກ່ຽນຢາງ ໄດ້ສົມທົບກັບຄະນະກໍາມະການປະຊາຊົນເມືອງ ອານບຽນ (ແຂວງ ກຽນຢາງ) ຈັດຕັ້ງພິທີມອບ-ຮັບໂຄງການອຸປະກອນການແພດໃຫ້ສູນການແພດເມືອງ ອານບຽນ.
ຍສໝ - ຕອນບ່າຍວັນທີ 1 ກໍລະກົດ, ຢູ່ຮ່າໂນ້ຍ, ຫ້ອງວ່າການກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງພິທີເປີດຊຸດອົບຮົມ ວຽກງານເອກະສານ ໃຫ້ພະນັກງານກະຊວງປ້ອງກັນປະເທດລາວ ປີ 2024.
ຍສໝ - ແບ່ງປັນຄວາມຫຍຸ້ງຍາກ, ຂອງການນຳແຂວງຫົວພັນ, ພ້ອມທັງວາງອອກບັນດາເປົ້າໝາຍ, ທິດທາງເປີດກວ້າງການພົວພັນຮ່ວມມືມິດຕະພາບລະຫວ່າງ 2 ແຂວງ, ທ່ານ ຫງວຽນຟີລອງ, ກໍາມະການສໍາຮອງຄະນະບໍລິຫານງານສູນກາງ, ເລຂາພັກແຂວງ ເນັ້ນໜັກວ່າ: ດ້ວຍນ້ຳໃຈອ້າຍນ້ອງ ແລະເພື່ອນມິດສະຫາຍ “ຄອບຄົວດຽວກັນ” ທີ່ສະໜິດສະໜົມ, ຮວ່າບິ່ງ ແລະຫົວພັນ ສືບຕໍ່ສະໜັບສະໜູນ, ປຸກລະດົມ ແລະໜູນຊ່ວຍກັນກໍ່ສ້າງ 2 ປະເທດ ແລະ 2 ທ່ອງຖິ່ນໃຫ້ໝັ້ນຄົງເຂັ້ມແຂງ.
ຍສໝ - ເນື່ອງໃນໂອກາດທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຫາກໍ່ສິ້ນສຸດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນອັນພົ້ນເດັ່ນຂອງການຢ້ຽມຢາມ.
ຍສໝ - ທ່ານປະທານສະພາແຫ່ງຊາດ ເຊື່ອໝັ້ນວ່າ ໃນໄລຍະທີ່ ຄະນະຜູ້ແທນສະຫະພັນແມ່ຍິງ, ນັກທຸລະກິດຍິງ ລາວ ແລະກໍາປູເຈຍ ມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ, ສະຫະພັນແມ່ຍິງ 3 ປະເທດ ຈະສືບຕໍ່ແລກປ່ຽນບົດຮຽນຢ່າງເລິກເຊິ່ງ ແລະຮູບແບບທີ່ດີ, ພ້ອມທັງເຊື່ອມຕໍ່ນັກທຸລະກິດຍິງ 3 ປະເທດ ເພື່ອໃຫ້ແມ່ຍິງ ເວົ້າລວມ, ເວົ້າສະເພາະແມ່ນນັກທຸລະກິດຍິງ ສືບຕໍ່ມີການປະ ກອບສ່ວນອັນສໍາຄັນເຂົ້າໃນກິດຈະການສ້າງສາ, ພັດທະນາຂອງແຕ່ລະປະເທດ ແລະຂອງພາກພື້ນ.
ຍສໝ - ຫວຽດນາມ ແລະ ສ.ເກົາຫຼີ ມີຈຸດທີ່ຄ້າຍຄືກັນຫຼາຍດ້ານຄື ປະຫວັດສາດ, ວັດທະນະທຳ, ມີທີ່ຕັ້ງພູມສາດທີ່ສະໜິດສະໜົມ, ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ພ້ອມກັນແບ່ງປັນຜົນປະໂຫຍດເຊິ່ງກັນ ແລະ ກັນ.
ຍສໝ - ທ່ານ ຫງວຽນວັນແຮງ, ຜູ້ຕາງໜ້າການນຳສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ນະຄອນ ຮ່າໂນ້ຍ ໃຫ້ຮູ້ຄືດັ່ງກ່າວທີ່ກອງປະຊຸມສະຫຼຸບເບື້ອງຕົ້ນວຽກງານການທູດປະຊາຊົນໃນ 6 ເດືອນຕົ້ນປີ ແລະ ຜັນຂະຫຍາຍທິດທາງ ແລະ ໜ້າທີ່ 6 ເດືອນທ້າຍ ປີ 2024 ຂອງສະຫະພັນບັນດາອົງການມິດຕະພາບນະຄອນ ຮ່າໂນ້ຍ (HAUFO) ເຊິ່ງໄດ້ດຳເນີນໃນວັນທີ 4 ກໍລະກົດ ຢູ່ ຮ່າໂນ້ຍ.
ຍສໝ - "ຂ້າພະເຈົ້າຫວັງວ່າ ນີ້ຈະແມ່ນໂອກາດເພື່ອປຸກລຸກຄວາມສົນໃຈກ່ຽວກັບ ຍີ່ປຸ່ນ ໃນລຸ້ນໜຸ່ມ, ຊ່ວຍໃຫ້ເຂົາເຈົ້າສາມາດຊອກຫາ, ຮ່ຳຮຽນ, ເຮັດໃຫ້ມີຄວາມເຂົ້າໃຈກ່ຽວກັບ ຍີ່ປຸ່ນ ເລິກເຊິ່ງກ່ວາອີກ". ນັ້ນແມ່ນການແບ່ງປັນຂອງທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳຫວຽດນາມ ໃນງານບຸນ ຫວຽດນາມ-ຍີ່ປຸ່ນ ຢູ່ນະຄອນ ດານັງ ປີ 2024.
ຍສໝ - “ຂ້າພະເຈົ້າມີແຜນຈະໃຊ້ເວລາ 3 ອາທິດ ເພື່ອຄົ້ນຫາພາກເໜືອ ຫວຽດນາມ. ຂ້າພະເຈົ້າຢາກໄປຢ້ຽມຢາມນ້ຳຕົກຕາດ ບ້ານຢົກ ແລະ ຜ່ານການແນະນຳ, ຂ້າພະເຈົ້າເລືອກເອົາໝູ່ບ້ານ ຄ໋ວຍກີ, ສະຖານທີ່ຫ່າງຈາກນ້ຳຕົກພຽງ 2 ກິໂລແມັດ ເພື່ອພັກເຊົາ. ທຸກສິ່ງທຸກຢ່າງດີ: ອາຫານແຊບ, ປະຊາຊົນທີ່ຮັກແພງແຂກຄົນ ແລະ ພ້ອມແລ້ວທີ່ຈະໃຫ້ຄໍາແນະນໍາກ່ຽວກັບບ່ອນທີ່ຈະໄປ, ຖະຫນົນຫົນທາງ, ແຜນທີ່ ... ", ທ່ານ Redouane Mahi, ນັກທ່ອງທ່ຽວຊາວ ຝຣັ່ງ ແບ່ງປັນ.
ຍສໝ - ຮ້ອງບົດເພງສັນລະເສີນພະເຈົ້າ, ອ່ານຜູກຄຳພີ, ພາວະນາ, ມຸ່ງໄປສູ່ບັນດາສິ່ງທີ່ດີ... ແມ່ນການເຄື່ອນໄຫວປະຈໍາວັນຂອງບັນດາຜູ້ເຊື່ອຖືສາສະຫນາ ໂປເຕັດສະຕັງ ຢູ່ ກ່າວບັ່ງ. ໂດຍປະຕິບັດນະໂຍບາຍຂອງພັກ ແລະ ລັດກ່ຽວກັບຄວາມເສລີໃນການເຊື່ອຖືເຫຼື້ອມໃສ, ບັນດາອຳນາດການປົກຄອງທຸກຂັ້ນຢູ່ ກ່າວບັ່ງ ໄດ້ສ້າງທຸກເງື່ອນໄຂເພື່ອຮັບປະກັນຊີວິດຈິດໃຈຂອງປະຊາຊົນ, ຍາດຕິພີ່ນ້ອງໃຫ້ດໍາເນີນກິດຈະກໍາສາສະໜາຢ່າງເສລີ.
ຍສໝ - ວັນທີ 2 ກໍລະກົດ, ເຫດການ “ວັນວັດທະນະທໍາ ຫວຽດນາມ ຢູ່ສະຫະພັນ ລັດເຊຍ” ໄດ້ໄຂຂຶ້ນທີ່ໂຮງລະຄອນ Zaryadie ຢູ່ໃຈກາງນະຄອນຫຼວງ Moskva, ສະຫະພັນ ລັດເຊຍ, ດ້ວຍການເຄື່ອນໄຫວຫຼາຍຢ່າງໃນຕະຫຼອດອາທິດ.
ຍສໝ - ທ່ານເອກອັກຄະລັດຖະທູດ ເບລາຣຸດ ປະຈຳ ຫວຽດນາມ Uladzimir Baravikou ໃຫ້ຮູ້ຄືດັ່ງກ່າວເມື່ອແລກປ່ຽນກັບນັກຂ່າວຈາກ ວາລະສານຍຸກສະໄໝ ກ່ຽວກັບບັນດາໝາກຜົນແຫ່ງການພົວພັນປະຊາຊົນ ຫວຽດນາມ - ເບລາຣຸດ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດສາທາລະນະລັດ ເບລາຣຸດ (ວັນທີ 3 ກໍລະກົດ 1994 - ວັນທີ 3 ກໍລະກົດ 2024).
ຍສໝ - ອາຫານ ແລະ ວັດທະນະທຳ ຫວຽດນາມ ໄດ້ກາຍເປັນທີ່ຄຸ້ນເຄີຍຢູ່ເທດສະບານ Bagnara di Romagna, ແຂວງ Ravenne ຂຶ້ນກັບເຂດ Emilie Romagna, ພາກເໜືອຂອງ ອີຕາລີ. ຄວາມປະທັບໃຈກ່ຽວກັບ ຫວຽດນາມ ຂອງບັນດາຜູ້ເຂົ້າຮ່ວມງານບຸນວັດທະນະທຳຊົນເຜົ່າ Bagnara ຄັ້ງທີ 16 ທີ່ຈັດຕັ້ງແຕ່ວັນທີ 27 – 30 ມິຖຸນາ, ແມ່ນນັບມື້ນັບເລິກເຊິ່ງຍ້ອນມີບັນດາຈຸດເດັ່ນພິເສດ.
ຍສໝ - ໃນຊຸມປີຜ່ານມາ, ມະຫາວິທະຍາໄລ Nagasaki Prefectural (ຍີ່ປຸ່ນ) ສົ່ງນັກສຶກສາຝຶກງານ ແລະ ຄູອາຈານໄປຮ່ຳຮຽນ ແລະ ເຮັດວຽກຢູ່ນະຄອນ ດານັງ ໄດ້ບັນລຸໝາກຜົນອັນດີງາມຫຼາຍຢ່າງ.
ຍສໝ - ຕອນເຊົ້າວັນທີ 3 ກໍລະກົດ, ຢູ່ທີ່ຫໍສະພາແຫ່ງຊາດ, ທ່ານ ຫວູຫາຍຮ່າ ກຳມະການສູນກາງພັກ, ຫົວໜ້າກຳມາທິການການຕ່າງປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Yamamoto Gosei ປະທານສະຫະພັນສະມາຊິກລັດຖະສະພາມິດຕະພາບ (NSHN) ຍີ່ປຸ່ນ - ຫວຽດນາມ.
ຍສໝ - ວັນທີ 3 ກໍລະກົດ, ຢູ່ນະຄອນ ດານັງ, ສູນກາງສະພາກາແດງ ຫວຽດນາມ ໂດຍໄດ້ຮັບການໜູນຊ່ວຍຈາກບໍລິສັດຫຸ້ນສ່ວນສົ່ງເສີມການລົງທຶນ ແລະ ການພັດທະນາແບບຍືນຍົງ (SIPCO) ຈັດຕັ້ງກອງປະຊຸມຝຶກອົບຮົມ ແລະ ເຮັດວຽກກັບຄະນະປະຕິບັດງານຂອງອົງການກາແດງແຫ່ງຊາດ ລາວ.