ຊາວໜຸ່ມ ຫວຽດນາມ - ລາວ ເຕັມໄປດ້ວຍນ້ຳໃຈສາມັກຄີ

15:07 | 08/07/2024

ຍສໝ - ລາວ ແລະຫວຽດນາມ ເປັນສອງປະເທດບ້ານໃກ້ເຮືອນຄຽງ, ມີຊາຍແດນ ຮ່ວມກັນ. ໃນຕະຫຼອດໄລ​ຍະ​ປະຫວັດສາດ, ຫວຽດນາມ ແລະລາວ ຍາມໃດກໍ່ ຄຽງບ່າຄຽງໄຫຼ່, ພ້ອມກັນຕໍ່ສູ້ຕ້ານສັດຕູລວມ, ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ.

ຊາວໜຸ່ມ ແມ່ນກຳລັງນຳໜ້າ ໃນການເຄື່ອນໄຫວວຽກງານການທູດປະຊາຊົນ ຊາວໜຸ່ມ ແມ່ນກຳລັງນຳໜ້າ ໃນການເຄື່ອນໄຫວວຽກງານການທູດປະຊາຊົນ
ຊາວໜຸ່ມ ຝະຣັ່ງ ເຮັດວຽກເປັນ “ຜູ້ຊ່ວຍຊ່າງກໍ່ສ້າງເຮືອນຊານ ຊາວໜຸ່ມ ຝະຣັ່ງ ເຮັດວຽກເປັນ “ຜູ້ຊ່ວຍຊ່າງກໍ່ສ້າງເຮືອນຊານ" ເພື່ອສ້າງເຮືອນແຫ່ງຄວາມຮັກແພງໃຫ້ແກ່ປະຊາຊົນທຸກຍາກຢູ່ແຂວງ ດົ່ງນາຍ

ຊາວໜຸ່ມ, ນັກສຶກສາ ແຂວງ ດົ່ງນາຍ ແລະ ນັກສຶກສາລາວ ທີ່ພວມຮໍ່າຮຽນຢູ່ແຂວງ ພ້ອມກັນຖະຫວາຍທູບທຽນ, ຢ້ຽມຢາມ ແລະຊອກຮູ້ກ່ຽວກັບປູ​ຊະ​ນີ​ຍະ​ສະ​ຖານປະຫວັດສາດ; ​ເຂົ້າ​ຮ່ວມ​ການລະຫຼິ້ນພື້ນ​ເມືອງ; ການ​ສະ​ແດງ​ສິ​ລະ​ປະ, ຮັບ​ຟັງ​ປາ​ຖະ​ກະ​ຖາ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ລາວ...

ນີ້​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ຫາ​ກໍ່​ດຳ​ເນີນ​ໄປ​ໃນ​ງານ​ບຸນພົບ​ປະ​ແລກປ່ຽນ ​ໂດຍ​ຄະນະ​ຊາວ​ໜຸ່ມ​ແຂວງ, ສະຫະພັນຊາວ​ໜຸ່ມ​ແຂວງ, ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ແຂວງ, ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ແລະ ຄະນະ​ກຳມະການ​ປະຊາຊົນເມືອງຫວິ໊ງກືວ ສົມທົບກັນຈັດຕັ້ງ.

ຊ່ວຍໃຫ້ຊາວໜຸ່ມເຂົ້າ​ໃຈກ່ຽວກັບປະຫວັດສາດ

ຕື່ນ​ແຕ່​ເຊົ້າ, ຜ່ານໄລ​ຍະ​ທາງ​ທີ່ຍາວ​ໄກ​ເພື່ອໄປ​ຢ້ຽມ​ຢາມ​ເຂດ​ປູຊະນີຍະສະຖານ ຖານທີ່ໝັ້ນ​ສູນ​ກາງ​ພາກ​ໃຕ້ (​ເມືອງ​ຫວິ໊ງກືວ), ຄະນະ​ຜູ້​ແທນ​ຊາວ​ໜຸ່ມ, ນັກ​ສຶກສາ ດົ່ງ​ນາຍ ​ແລະ ນັກ​ສຶກສາ​ລາວ ​ທີ່​ຮ່ຳຮຽນ​ຢູ່​ບັນດາ​ມະຫາວິທະຍາ​ໄລ, ວິທະຍາ​ໄລ​ແຂວງ ດົ່ງ​ນາຍ ລ້ວນ​ແຕ່​ຮູ້ສຶກ​ດີ​ໃຈ.

ພາຍຫຼັງ​​ຖະຫວາຍ​ທູບ​ທຽນ​ຢູ່​ຫໍ​ສີ​ລາ​ຈາລຶກ​ທີ່​ຂຶ້ນ​ກັບ​ຖານ​ທີ​ໝັ້ນ​​ສູນ​ກາງ​ພາກ​ໃຕ້, ຄະນະ​ຜູ້​ແທນ​ໄດ້​ເຄື່ອນຍ້າຍໄປເຖິງວິຫານບູ​ຊາ, ອະນຸສາວະລີ ​ແລະສຸສານ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດມ໊າດ່າ. ຢູ່​ທີ່​ນີ້, ຊາວ​ໜຸ່ມ​ຫວຽດນາມ ​ແລະລາວ ​ໄດ້​ຮັບ​ຟັງ​ແນະ​ນຳກ່ຽວ​ກັບ​ຖານທີ່ໝັ້ນສູນກາງ​ພາກ​ໃຕ້​ໃນ​ຊຸມ​ປີ​ແຫ່ງ​ການ​ຕໍ່ຕ້ານ, ​ບັນ​ດາ​ເລື່ອງ​​ລາວ​ກ່ຽວ​ກັບ​ນັກຮົບ​ວິລະ​ຊົນ​ທີ່​ເສຍສະຫຼະ​ຊີວິດ​ ​ຢູ່​ໃນ​ເຂດທີ່ໝັ້ນ Đ ​​ວິລະ​ຊົນ​.

ຊາວໜຸ່ມ ຫວຽດນາມ - ລາວ ເຕັມໄປດ້ວຍນ້ຳໃຈສາມັກຄີ

ນັກສຶກສາແຂວງ ດົ່ງນາຍ ແລະນັກສຶກສາລາວ ພ້ອມກັນຢ້ຽມຊົມງານ ວາງ ສະແດງຮູບພາບກ່ຽວກັບການເຄື່ອນໄຫວມິດຕະພາບ ຫວຽດນາມ - ລາວ. ພາບ: ງາເຊີນ

ທ່ານ ຫງວຽນມີງກຽນ ເລຂາຄະນະຊາວໜຸ່ມ​ແຂວງ ຖື​ວ່າ: ​ຊາວ​ໜຸ່ມ​ສວມ​ບົດບາດ​ສຳຄັນໃນວຽກ​ງານສາກົນ. ສະນັ້ນ, ໃນໄລຍະ ຜ່ານມາ, ຄະນະຊາວໜຸ່ມ ແຂວງ, ສະຫະພັນຊາວໜຸ່ມແຂວງ, ສະມາຄົມນັກສຶກສາແຂວງ ໄດ້ເປັນເຈົ້າການສົມທົບກັນຈັດຕັ້ງການເຄື່ອນໄຫວເບິ່ງແຍງດູແລທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ນັກສຶກສາຕ່າງປະເທດລາວ ແລະ ກຳປູເຈຍ.

ນາງ ຟ້າມທິລານແອງ, ​ຂະ​ແໜງການ​ຢາດ, ມະຫາວິທະຍາໄລ ເຕັກໂນໂລຊີພາກຕາເວັນອອກ (ເມືອງທົ໋ງເຍີດ)ແບ່ງ​ປ​ັນ​ວ່າ, ​ລາວໂຊກດີເມື່ອ ເປັນໜຶ່ງໃນບັນດານັກສຶກສາທີ່ໄດ້ ເຂົ້າຮ່ວມງານບຸນ ແລະ ໄດ້ຊອກຮູ້ກ່ຽວກັບ ດິນແດນ “ເຂດສົງຄາມ” ຖານທີ່ໝັ້ນ Đ. ຜ່ານ​ການອະທິບາຍຂອງ​ຜູ້​ນຳ​ທ່ຽວ, ລາວໄດ້​ຮູ້​ວ່າ​ນີ້​ແມ່ນ​ດິນ​ແດນ​ສັກ​ສິດ, ເປັນ​ບ່ອນນອນ​ຂອງ​ວິ​ລະ​ຊົນນັກຮົບເສຍ​ສະ​ລະ​ຊີ​ວິດເພື່ອຊາດ.

ນາງ ລານ​ແອງ ແບ່ງປັນວ່າ “ຂ້າ​ພະ​ເຈົ້າ​ຮູ້​ບຸນຄຸນ​ຕໍ່​ບັນ​ພະ​ບຸ​ລຸດ​ທີ່ໄດ້ອຸທິດ​ເລືອດ​ເນື້ອ​ຂອງຕົນ ​ເພື່ອ​ຍາດເອົາເອກະລາດ​ແຫ່ງຊາດ ​ແລະນໍາສັນ​ຕິ​ພາບມາ​ໃຫ້​ພວກຂ້າພະເຈົ້າ​. ລຸ້ນໜຸ່ມ​ຂອງ​ພວກຂ້າພະເຈົ້າຕ້ອງ​ຮັບຮັບຜິດຊອບໜ້າ​ທີ່​ປົກ​ປັກ​ຮັກສາ ຜົນງານ​ດັ່ງກ່າວ”.

​ຫາ​ກໍ່ຮຽນ​ພາສາ​ຫວຽດນາມ ພຽງ 7 ​ເດືອນ, ນາງ ແກ້ວ​ຈຳປາ ບຸນ​ມີ, ນັກ​ສຶກສາ​ສາກົນ​ທີ່​ຮຽນ​ຢູ່​ມະຫາວິທະຍາ​ໄລ​ດົ່ງ​ນາຍ ສາມາດ​ຮັບ​ຟັງ ​ແລະ ເຂົ້າ​ໃຈ​ເນື້ອ​ໃນ​​ອະທິບາຍ​ຢ່າງ​ຈະ​ແຈ້ງ. ນາງ ແກ້ວ​ຈຳປາ ບຸນ​ມີ, ແບ່ງປັນວ່າ: “ຜ່ານການແນະ​ນຳ , ຂ້າພະເຈົ້າສາ​ມາດເຂົ້າໃຈ​ໄດ້​ສ່ວນ​ໃດສ່ວນໜຶ່ງ​ກ່ຽວ​ກັບປະຫວັດແຫ່ງການຕໍ່ສູ້ ຂອງ ຊາດຫວຽດນາມ. ເປັນໜ້າເຄົາລົບ, ຫວຽດນາມ ບໍ່ພຽງແຕ່ຕໍ່ສູ້ຍາດເອົາ ເອກະລາດ, ອິດສະຫຼະພາບໃຫ້ປະເທດຂອງຕົນເທົ່ານັ້ນ, ຫາກຍັງຕຊ່ວຍລາວ ໃນການຕໍ່ສູ້ປົດປ່ອຍຊາດ, ສ້າງສາ ແລະ ພັດທະນາ ປະເທດຊາດ”.

ລາວ ແລະຫວຽດນາມ ເປັນສອງປະເທດບ້ານໃກ້ເຮືອນຄຽງ, ມີຊາຍແດນ ຮ່ວມກັນ. ໃນຕະຫຼອດໄລ​ຍະ​ປະຫວັດສາດ, ຫວຽດນາມ ແລະລາວ ຍາມໃດກໍ່ ຄຽງບ່າຄຽງໄຫຼ່, ພ້ອມກັນຕໍ່ສູ້ຕ້ານສັດຕູລວມ, ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ. ​ເພື່ອ​ໃຫ້​ລຸ້ນໜຸ່ມ​ຫວຽດນາມ - ລາວ ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຊື່​ສັດບໍລິສຸດ, ​ສະໜິດຕິດພັນ​ມາ​ແຕ່​ດົນ​ນານ​, ເຊິ່ງການ​ນຳ​ລຸ້ນຕ່າງໆ​ຂອງ​ສອງ​ພັກ ​ແລະລັດ ​ໄດ້ເພີ່ມພູນຄູນຄຸນສ້າງ, ທີ່ວັນບຸນ, ຊາວ​ໜຸ່ມ ຫວຽດນາມ - ລາວ ​ໄດ້​ຮັບ​ຟັງ​​ທ່ານ ພອນສີ ບຸນມີໄຊ ​ຫົວ​ໜ້າ​ກົງ​ສູນ​ແຫ່ງ ສ​ປ​ປ ລາວ​ປະ​ຈຳ​ນະ​ຄອນ ໂຮ່​ຈີ​ມິນແບ່ງປັນຫົວຂໍ້ ກ່ຽວກັບ ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ ໃນເມື່ອກ່ອນ ແລະໃນປະຈຸບັນ.

ງານ​ພົບປະແລກປ່ຽນ ແລະ​ຄວາມສະໜິດຕິດພັນ

ບໍ່​ພຽງ​ແຕ່​ໄດ້​ມີ​ໂອກາດຊອກຮູ້​ຕື່ມ​ກ່ຽວ​ກັບ​ປະຫວັດສາດ ​ແລະການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ​ເທົ່າ​ນັ້ນ, ຊາວ​ໜຸ່ມ, ນັກ​ສຶກສາ​ແຂວງ ດົ່ງ​ນາຍ ​ແລະນັກ​ສຶກສາ​ລາວ ​ທີ່​ເຂົ້າ​ຮ່ວມ​ງານ​ບຸນ​ຍັງ​ມີ​ໂອກາດ​ພົບປະແລກປ່ຽນ​ຜ່ານ​ການ​ລະຫຼິ້ນພື້ນເມືອງ ເພື່ອໃກ້ຊິດສະໜິດ ຕິດພັນກວ່າອີກ .

ນັກສຶກສາລາວນາງ ທອງຈະເລີນ ສຸພາໄທ (ພວມຮຽນພາສາຫວຽດນາມ ຢູ່ມະຫາວິທະຍາໄລດົ່ງນາຍ) ໃຫ້ຮູ້ວ່າລາວໄດ້ມາຫວຽດນາມ ເປັນເວລາກວ່າ 8 ເດືອນແລ້ວ. ນັບ​ແຕ່​ເມື່ອມາ​ຮອດ​ແຂວງ ດົ່ງ​ນາຍ, ລາວ​​ຮູ້​ສຶກໄດ້​​ຄວາມ​ເປັນ​ມິດ​ສະ​ໜິດ​ສະ​ໜົມ​ຂອງ​ພວກ​ເພື່ອນ​ໜຸ່ມ​ກໍ່​ຄື​ຊາວ​ ດົ່ງ​ນາຍ. ສິ່ງ​ດັ່ງ​ກ່າວ​ຊ່ວຍ​ໃຫ້​​ລາວ ເຊື່ອມ​ໂຍງ ແລະກ້າວໜ້າຢ່າງ​ໄວໃນການ​ຮຽນ​ພາ​ສາ​ຫວຽດ​.

ທີ່​ງານບຸນພົບປະແລກປ່ຽນ​ລະຫວ່າງ​ນັກ​ສຶກສາ, ຊາວ​ໜຸ່ມ​ແຂວງ ດົ່ງ​ນາຍ ​ແລະ ນັກ​ສຶກສາ​ລາວ​ທີ່​ຮ່ຳຮຽນ​ຢູ່​ແຂວງ ດົ່ງ​ນາຍ ​ຄັ້ງ​ນີ້, ນາງ​ບໍ່​ພຽງ​ແຕ່​ໄດ້​ພົບປະແລກປ່ຽນ​ກັບ​ບັນດາ​ນັກ​ສຶກສາ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ແລກປ່ຽນກັບ​ຊາວ​ໜຸ່ມ​ແຂວງ ດົ່ງ​ນາຍ ອີກ​ດ້ວຍ. ຢູ່​ທີ່​ນີ້, ນາງ​ ທອງຈະເລີນ ສຸພາໄທ ​ໄດ້​ຮັບແນະ​ນຳ​ວິ​ທີ​ແກວ່ງໝາກຄອນ, ໃຊ້ຜ້າປິດຕາຕີໝູດິນ ຈາກຊາວ​ໜຸ່ມ, ນັກສຶກສາ​ແຂວງ ດົ່ງ​ນາຍ ​...

ຄຽງຂ້າງ​ການ​ລະຫຼີ້ນ​​ພື້ນ​ເມືອງ​ແລ້ວ, ງານ​ບຸນ​ຍັງ​ມີ​ການ​ເຄື່ອນ​ໄຫວ​ແລກປ່ຽນສິລະປະ. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ຊາວ​ໜຸ່ມ, ນັກ​ສຶກສາ​ແຂວງ ດົ່ງ​ນາຍ ​ແລະນັກ​ສຶກສາ​ລາວຍັງ​ ຟ້ອນ​ລຳ​ທຳ​ເພງ​ພື້ນ​ເມືອງ​ຂອງ​ປະ​ເທດ​ຕົນ. ທ້າວ ສຸວິງທຽນ, ນັກຮຽນຫ້ອງ 11A3, ໂຮງຮຽນມັດທະຍົມຕອນປາຍ ຈີ້ອານ (ເມືອງ ຫວິ໊ງກືວ), ໃຫ້ຮູ້ວ່າ, ດ້ວຍການພັດທະນາຂອງເຄືອຂ່າຍ ອິນເຕີເນັດ ແລະ ສື່ສັງຄົມຄືໃນປະຈຸບັນ, ການຊອກຮູ້ກ່ຽວກັບ ວັດທະນະທຳ, ຮີດຄອງປະເພນີ ຂອງປະເທດເພື່ອນລາວ ແມ່ນບໍ່ຍາກ, ແຕ່ການພົບປະ ໂດຍກົງ ແລະເບິ່ງນັກຮຽນລາວ ສະແດງວາດຟ້ອນ ພື້ນເມືອງ, ລາວ ຮູ້​ສຶກ​ຄື​ວ່າຈັບອົກຈັບໃຈກວ່າ. ລາວ ຫວັງ​ວ່າ​ຈະ​ມີ​​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ຊາວ​ໜຸ່ມ, ນັກສຶກສາ​ແຂວງ ດົ່ງ​ນາຍ ກັບ​ບັນດາ​ນັກ​ສຶກສາ​ລາວ, ກຳປູ​ເຈຍ ​ແລະ ບ​ປະ​ເທດຕ່າງໆຫຼາຍກວ່າ​ອີກ ​ເພື່ອ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ ​ແລະ ​ສະໜິດຕິດພັນ ກວ່າອີກ.

ບູນມີ

302 Found

Found

The document has moved here.