ຫວຽດນາມ - ຍີ່ປຸ່ນ ສົມທົບກັນປະຕິບັດບັນດາການເຄື່ອນໄຫວຮ່ວມມື ແລະ ພົບປະແລກປ່ຽນຫຼາຍຢ່າງ

16:41 | 05/07/2024

ຍສໝ - ຕອນ​ເຊົ້າ​ວັນ​ທີ 3 ກໍລະກົດ, ຢູ່​ທີ່​ຫໍ​ສະພາ​ແຫ່ງ​ຊາດ, ທ່ານ ຫວູຫາຍ​ຮ່າ ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ກຳມາທິການ​ການ​ຕ່າງປະ​ເທດ​ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບທ່ານ Yamamoto Gosei ປະທານ​ສະຫະພັນ​ສະມາຊິກລັດຖະສະພາມິດຕະພາບ (NSHN) ຍີ່ປຸ່ນ - ຫວຽດນາມ.

ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ
ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳຕິດພັນ​ປະຊາ​ຄົມ ​ແລະ ປັບປຸງການ​ພົວພັນ​ມິດຕະພາບ​ ຫວຽດນາມ - ຍີ່ປຸ່ນ
ຫວຽດນາມ - ຍີ່ປຸ່ນ ສົມທົບກັນປະຕິບັດບັນດາການເຄື່ອນໄຫວຮ່ວມມື ແລະ ພົບປະແລກປ່ຽນຫຼາຍຢ່າງ

ທ່ານ​ຫົວໜ້າ​​ກຳ​ມາທິການ​ການ​ຕ່າງ​ປະ​ເທດ​ ຫວຽດ​ນາມ ຫວູຫາຍ​ຮ່າ ແລະ ທ່ານ Yamamoto Gosei ປະ​ທານ​ສະຫະພັນ NSHN ຍີ່​ປຸ່ນ -ຫວຽດ​ນາມ.

ທ່ານ​ ຫວູຫາຍ​ຮ່າ ​ໃຫ້​ຮູ້​ວ່າ: ສະພາ​ແຫ່ງ​ຊາດ ຫວຽດນາມ ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ພັກ ຢຸ່ຍເຕິນ ​ໃນ​ການ​ຊຸກຍູ້​ການ​ພົວພັນ ຫວຽດນາມ - ຍີ່ປຸ່ນ ​ໃນ​ໄລຍະ​ທີ່ຜ່ານມາ​ ​ແລະ ຖື​ວ່າ ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ສາມາດບັນລຸ​ໄດ້​ບັນດາ​ບາດກ້າວ​ການພັດທະນາ​ຢ່າງ​ແຮງໃນໄລຍະຜ່ານມາ.

ທ່ານ​ ຫວູຫາຍ​ຮ່າ ສະແດງຄວາມ​ດີ​ໃຈ ​ແລະ ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຂອງທ່ານ​ປະທານສະຫະພັນ​ NSHN ຍີ່ປຸ່ນ - ຫວຽດນາມ ຂອງ​ພັກ ຢຸ່ຍເຕິນ ຢູ່ ຫວຽດນາມ ພາຍຫຼັງ​ທີ່ສະຫະພັນ​ໄດ້​ຮັບ​ການ​ສ້າງ​ຕັ້ງ; ສະແດງຄວາມ​ເຊື່ອ​ໝັ້ນ​ວ່າ ສະຫະພັນ​ NSHN ຍີ່ປຸ່ນ - ຫວຽດນາມແລະ ກຸ່ມ​ NSHN ຍີ່ປຸ່ນ - ຫວຽດນາມ ຈະ​ຮ່ວມ​ມື​ກັນຢ່າງ​ແໜ້ນ​ແຟ້ນ, ສົມທົບ​ກັນ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື ​ແລະ ພົບປະ​ແລກປ່ຽນ​ຫຼາຍ​ຢ່າງ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ 2 ປະ​ເທດ.

ຫວຽດນາມ - ຍີ່ປຸ່ນ ສົມທົບກັນປະຕິບັດບັນດາການເຄື່ອນໄຫວຮ່ວມມື ແລະ ພົບປະແລກປ່ຽນຫຼາຍຢ່າງ

ທ່ານ​ຫົວໜ້າ​ກຳ​ມາທິການ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຫວູ​ຫາຍ​ຮ່າ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Yamamoto Gosei ​ປະ​ທານ​ສະຫະພັນ NSHN ຍີ່​ປຸ່ນ - ຫວຽດ​ນາມ.

ທ່ານ​ປະທານ​ສະຫະພັນ NSHN ຍີ່ປຸ່ນ - ຫວຽດນາມ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ທ່ານ​ຫົວໜ້າກຳມາທິການ​ການ​ຕ່າງປະ​ເທດ ຫວຽດນາມ ທີ່​ໄດ້​ສະຫຼະ​ເວລາ​ມາ​ຕ້ອນຮັບ; ​ຍິນ​ດີ​ປະກາດ​ວ່າ, ສະພາ​ແຫ່ງ​ຊາດ​ ຍີ່ປຸ່ນ​ ຫາ​ກໍ່​ສິ້ນ​ສຸດ​ກອງ​ປະຊຸມ​ຄັ້ງ​ທີ 6 ​ໃນ​ວັນ​ທີ 23 ມິຖຸນາ​ນີ້. ​ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ພັກ ຢຸ່ຍເຕິນ ​ໄດ້​ສ້າງ​ຕັ້ງ​ສະຫະພັນ NSHN ຍີ່ປຸ່ນ - ຫວຽດນາມ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ລັດຖະສະພາ​ລະຫວ່າງ 2 ປະ​ເທດ.

ທ່ານ​ ຫວູຫາຍ​ຮ່າ ​ເນັ້ນ​ໜັກ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ໃຫ້ບຸລິມະສິດ​ຊຸກຍູ້​ການ​ພົວພັນ​ກັບ ຍີ່ປຸ່ນ. ສອງ​ປະ​ເທດ​​ແບ່ງປັນຫຼາຍຜົນປະໂຫຍດສ່ວນລວມ​ ​ແລະ ມີຫຼາຍ​ທັດສະນະ​ລວມ​ກ່ຽວກັບບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ. ສອງ​ປະ​ເທດ​ຍັງ​ມີ​ຄວາມ​ຄ້າຍ​ຄື​ກັນ​ດ້ານ​ວັດ​ທະ​ນະ​ທຳ​ຫຼາຍ​ຢ່າງ; ປະຊາຊົນ​ສອງ​ປະ​ເທດ​ມີ​ຄຸນຄ່າ​ລວມ​ຫຼາຍ​ຢ່າງ.

ທ່ານ​ປະທານ​ສະຫະພັນ NSHN ​ຍີ່ປຸ່ນ - ຫວຽດນາມ ໃຫ້​ຮູ້​ວ່າ: ການ​ພົວພັນ​ຕ່າງປະ​ເທດ ຫວຽດນາມ - ຍີ່ປຸ່ນ ​ໄດ້​ຮັບ​ການ​ຊຸກຍູ້​ໃນ​ຫຼາຍ​ຮູບ​ຫຼາຍ​ແບບ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ​ແລະ ສະແດງຄວາມປາດ​ຖະໜາ​ຢາກ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ ຫວຽດນາມ ​ເພື່ອ​ແລກປ່ຽນ ​ແລະ ຊຸກຍູ້​ບັນດາ​ທິດ​ທາງ ​ແລະ ມາດ​ຕະການ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ, ພິ​ເສດ​ແມ່ນ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ບັນດາ​ສະມາຊິກ​ລັດຖະສະພາ​ 2 ປະ​ເທດ.

ຫວຽດນາມ - ຍີ່ປຸ່ນ ສົມທົບກັນປະຕິບັດບັນດາການເຄື່ອນໄຫວຮ່ວມມື ແລະ ພົບປະແລກປ່ຽນຫຼາຍຢ່າງ

ບັນດາຜູ້ແທນໄດ້ຖ່າຍຮູບທີ່ລະນຶກ.

ທ່ານ​ ຫວູຫາຍ​ຮ່າ ປາດ​ຖະໜາ ​ແລະ ​ເຊື່ອ​ໝັ້ນ​ວ່າ: ​ສະຫະພັນ NSHN ​ຍີ່ປຸ່ນ - ຫວຽດນາມ ຂອງພັກ ຢຸ່ຍເຕິນ ຍາມ​ໃດ​ກໍ່​ຈະສະໜັບສະໜູນ ​ແລະ ປະກອບສ່ວນ​​ເຂົ້າ​ໃນ​ພາລະກິດແຫ່ງການ​ພັດທະນາ​ເສດຖະກິດ - ສັງຄົມ ຫວຽດນາມ ຢ່າງມີປະສິດທິຜົນ, ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ ​ໂດຍ​ຜ່ານ​ການ​ຊຸກຍູ້​ຮ່ວມມື, ການ​ລົງທຶນ, ການ​ຄ້າ, ODA.. ພິ​ເສດ​ແມ່ນ​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ການ​ພົບ​ປະ​ແລກປ່ຽນ​ຢ່າງ​ສະໜິດສະໜົມ​ລະຫວ່າງ​ການ​ນຳ​ລັດຖະບານ, ສະພາ​ແຫ່ງ​ຊາດ, ບັນດາທ້ອງ​ຖິ່ນ ​ແລະ ປະຊາຊົນ​ສອງ​ປະ​ເທດ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ ເພື່ອ​ສັນຕິພາບ ​ແລະ ວັດທະນາ​ຖາວອນ​ຢູ່​ ອາຊີ ​ແລະ ​ໃນ​ໂລກ​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ.

ເທື່ອທຽນເຫວ້ ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການປັບປຸງ, ​ເພີ່ມ​ທະວີ ​ແລະ ຜັນຂະຫຍາຍສາຍພົວພັນ​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ ເທື່ອທຽນເຫວ້ ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການປັບປຸງ, ​ເພີ່ມ​ທະວີ ​ແລະ ຜັນຂະຫຍາຍສາຍພົວພັນ​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ

ຍສໝ - ນີ້​ແມ່ນ​ຂໍ້​ສັງ​ເກດ​ຂອງ​ທ່ານ Hitomi Tatsuya, ຜູ້ອຳນວຍການພະແນກພົວພັນຕ່າງປະເທດຂອງແຂວງ Nara (ຍີ່​ປຸ່ນ) ທີ່​ການ​ພົບ​ປະ​ກັບ​ການ​ນຳ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເທື່ອ​ທຽນ​ເຫ້ວ ​ເນື່ອງ​ໃນ​ການຢ້ຽມຢາມ ແລະ ​ເຮັດ​ວຽກ​ຂອງຄະນະ​ປະຕິບັດງານ​ຢູ່​ແຂວງ ເທື່ອ​ທຽນ​ເຫ້ວ ໃນວັນທີ 21 ມີນາ.

ຍູ້ແຮງການຮ່ວມມືລະຫວ່າງຕຳຫຼວດທະເລ ຫວຽດນາມ ແລະ ກຳລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ ຍູ້ແຮງການຮ່ວມມືລະຫວ່າງຕຳຫຼວດທະເລ ຫວຽດນາມ ແລະ ກຳລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ

ຍສໝ - ຕອນບ່າຍວັນທີ 20 ທັນວາ, ຢູ່ ໂຕກຽວ (ຍີ່ປຸ່ນ), ທ່ານພົນຈັດຕະວາ ຫວູຈຸງກຽນ, ຮອງຜູ້ບັນຊາການກົດໝາຍຕຳຫຼວດທະເລ ຫວຽດນາມ ແລະ ທ່ານພົນເຮືອຕີ Watanabe Yasunori, ຮອງຜູ້ບັນຊາການຍຸດທະການກຳລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ ໄດ້ເປັນປະທານຮ່ວມທີ່ກອງປະຊຸມສອງຝ່າຍຄັ້ງທີ 10 ລະຫວ່າງ​ຕຳຫຼວດທະເລ ຫວຽດ​ນາມ ແລະ ກຳລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ.

ມິງດຶກ

ເຫດການ
302 Found

Found

The document has moved here.