ດານັງ ເພີ່ມທະວີການຮ່ວມມືແລກປ່ຽນນັກສຶກສາກັບແຂວງ Nagasaki ຂອງ ຍີ່ປຸ່ນ

16:44 | 05/07/2024

​ຍສໝ - ໃນ​ຊຸມ​ປີ​ຜ່ານ​ມາ​, ມະຫາວິທະຍາ​ໄລ Nagasaki Prefectural (ຍີ່ປຸ່ນ) ​ສົ່ງ​ນັກສຶກສາ​ຝຶກ​ງານ ​ແລະ ຄູອາຈານ​ໄປ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ ດາ​ນັງ ​ໄດ້​ບັນລຸ​ໝາກຜົນ​ອັນດີງາມ​ຫຼາຍ​ຢ່າງ.

ດານັງ: ນັກສຶກສາ ລາວ ຫຼາຍຄົນໄປວັດເພື່ອອະທິຖານກ່ອນລະດູສອບເສັງ
ທ່ານ ຟ້າມຮຶວຮວາ ໄດ້ຮັບເລືອກຕັ້ງເປັນປະທານສະມາຄົມມິດຕະພາບ ຫວຽດນາມ - ໄທ ນະຄອນ ດານັງ ສະໄໝ 2024 - 2029.
ດານັງ ເພີ່ມທະວີການຮ່ວມມືແລກປ່ຽນນັກສຶກສາກັບແຂວງ Nagasaki ຂອງ ຍີ່ປຸ່ນ

ທ່ານນາງ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ດາ​ນັງ ຫງວຽນ​ທິ​ແອງ​ທິ ​ຮັບ​ຂອງຂວັນ​ທີ່​ລະ​ນຶກ​ຈາກ​ທ່ານ​ນາງ Satomi Iwashige, ຮອງອະທິການບໍດີ ​ມະ​ຫາ​ວິ​ທະ​ຍາ​ໄລ​ແຂວງ Nagasaki.

ວັນທີ 3 ກໍລະກົດ, ທ່ານນາງຮອງປະທານຄະນະກໍາມະການປະຊາຊົນນະຄອນ ດາ​ນັງ ຫງວຽນທິແອງທິ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນມະຫາວິທະຍາໄລແຂວງ Nagasaki (ຍີ່ປຸ່ນ) ໂດຍທ່ານນາງ Satomi Iwashige, ຮອງອະທິການບໍດີ ຮັບຜິດຊອບດ້ານຍຸດທະສາດ ແລະ ການ​ພົວ​ພັນສາກົນຂອງໂຮງຮຽນ​ເປັນ​ຫົວໜ້າ​ຄະ​ນະ​ ​.

ຕາມ​ທ່ານ​ນາງ ຫງວຽນ​ທິ​ແອງ​ທິ ແລ້ວ, ​ແຕ່​ປີ 2013, ມະຫາວິທະຍາ​ໄລ​ແຂວງ Nagasaki ​ແລະ ພະແນກ​ການ​ຕ່າງປະ​ເທດ​ນະຄອນ ດາ​ນັງ ​ໄດ້​ເລີ່​ມຜັນ​ຂະຫຍາຍ​ໂຄງການ​ແລກປ່ຽນ​ນັກ​ສຶກສາ​ຝຶກ​ງານ.

ຮອດປີ 2017, ໂດຍໄດ້ຮັບການເຫັນດີຈາກຄະນະກຳມະການປະຊາຊົນນະຄອນ ດານັງ, ພະແນກການຕ່າງປະເທດນະຄອນ ດານັງ ແລະ ມະຫາວິທະຍາໄລ ແຂວງ Nagasaki ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມື, ໃນນັ້ນ ເນື້ອໃນຕົ້ນຕໍແມ່ນການແລກປ່ຽນນັກສຶກສາສາກົນ.

ໃນໄລຍະແຕ່ປີ 2018 – 2020, ມະຫາວິທະຍາໄລແຂວງ Nagasaki ໄດ້ສົມທົບກັບອຳນາດການປົກຄອງນະຄອນ Goto ແລະ ອຳນາດການປົກຄອງແຂວງ Nagasaki ຂອງ ຍີ່ປຸ່ນ ເພື່ອຊຸກຍູ້ການສ້າງຕັ້ງໂຮງຮຽນສອນພາສາ ຍີ່ປຸ່ນ Goto ຈັດຕັ້ງການສິດສອນພາສາ ຍີ່ປຸ່ນ ໃຫ້ແກ່ນັກສຶກສາ ຫວຽດນາມ ດ້ວຍຄ່າທຳນຽມບຸລິມະສິດ, ເພື່ອຈຸດ​ປະ​ສົງລະດົມສົ່ງເສີມ​ໃຫ້​ນັກ​ສຶກ​ສາ​ໄປ​ຮຽນ​ຢູ່​ເກາະ Goto, ແຂວງ Nagasaki, ພາກ​ໃຕ້​ຂອງ ​ຍີ່​ປຸ່ນ.

ປະຈຸ​ບັນ, ມີ​ນັກ​ສຶກສາ ​ຫວຽດນາມ ​ຫຼາຍ​ຄົນ​ໄດ້​ຮຽນ​ຈົບ ​ແລະ ມີ​ເງື່ອນໄຂຄົບຖ້ວນດ້ານ​ພາສາ​ ຍີ່ປຸ່ນ ​ເພື່ອ​ສືບ​ຕໍ່​ຮ່ຳຮຽນ​ບັນດາຫຼັກສູດ​​ຝຶກ​ອົບຮົມ​ຊັ້ນ​ສູງ​ກວ່າຢູ່ ​ຍີ່ປຸ່ນ.

ທ່ານນາງ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ ດາ​ນັງ ​ໄດ້​ສະແດງຄວາມຂອບ​ໃຈ​ຕໍ່ບັນດາ​ການ​ນຳ​ຂອງ​ມະຫາວິທະຍາ​ໄລ​ແຂວງ Nagasaki ​ທີ່ໄດ້​ອຸປະຖຳໃຫ້ແກ່​ການຈັດ​ຕັ້ງ​ປະຕິບັດ​ໂຄງການໂພຊະນາກາ​ ​ແລະ ສຸຂະພາບໃນ​ໂຮງຮຽນ​ຢູ່​ນະຄອນ ດານັງ ​ໃນ​ຊຸມ​ປີຜ່ານມາ; ຢືນຢັນວ່າໂຄງການດັ່ງກ່າວໄດ້ປະກອບສ່ວນຍົກສູງຄວາມສາມາດ ແລະ ຄວາມຮູ້ດ້ານໂພຊະນາການ ແລະ ສຸຂະພາບໃນໂຮງຮຽນໃຫ້ແກ່ພະນັກງານຄຸ້ມຄອງ ແລະ ເບິ່ງແຍງຢູ່ບັນດາໂຮງຮຽນອະນຸບານ ແລະ ໂຮງຮຽນປະຖົມສຶກສາໃນນະຄອນ; ຍົກສູງຄຸນນະພາບການບໍລິການດູແລ ແລະ ເບິ່ງແຍງເດັກອະນຸບານ ແລະ ນັກຮຽນຊັ້ນປະຖົມສຶກສາໃນບັນດາໂຮງຮຽນອະນຸບານ ແລະ ປະຖົມ.

ການນຳນະຄອນ ດານັງ ຫວັງວ່າ ມະຫາວິທະຍາໄລແຂວງ Nagasaki ຈະສືບຕໍ່ເອົາໃຈໃສ່, ສົມທົບ ແລະ ໜູນຊ່ວຍອຳນາດການປົກຄອງນະຄອນ ໃນໄລຍະຈະມາເຖິງ, ພິເສດແມ່ນໃນຂົງເຂດການສຶກສາ - ບຳລຸງສ້າງ, ການແພດ...

ທີ່​ການ​ພົບ​ປະ, ທ່ານ​ນາງ Satomi Iwashige, ຮອງ​ອະທິການ​ບໍດີ​ຮັບຜິດຊອບດ້ານ​ຍຸດ​ທະ​ສາດ ​ແລະ ການ​ພົວພັນ​ສາກົນ​ຂອງ​ມະຫາວິທະຍາ​ໄລແຂວງ Nagasaki ​ໄດ້​ຂອບ​ໃຈ​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ນະຄອນ ດາ​ນັງ ທີ່​ມອບຄວາມ​ຮັກ​ແພງ​ອັນ​ອົບ​ອຸ່ນ​ມາ​ຍັງ​ຄະນະ​.

​ໃນ​ຊຸມ​ປີ​ທີ່ຜ່ານມາ​, ​ໂຮງຮຽນ​ໄດ້​ສົ່ງ​ນັກ​ສຶກສາຝຶກງານ ​ແລະ ອາຈານ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ໄປ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ ​ດາ​ນັງ, ບັນລຸ​ໄດ້​ໝາກຜົນ​ດີ​ຫຼາຍ​ຢ່າງ, ຈຳນວນ​ນັກ​ສຶກສາ​ທີ່​ລົງທະບຽນ​ເພີ່ມ​ຂຶ້ນ​ໃນ​ແຕ່ລະ​ປີ. ຄວາມຮູ້ ແລະ ປະສົບການທີ່ນັກສຶກສາ ແລະ ອາຈານໄດ້ຮວບຮວມໃນຊ່ວງເວລາຢູ່ ດານັງ ໄດ້ຖືກຖ່າຍທອດ ແລະ ແບ່ງປັນຄືນໃຫ້ແກ່ບັນດາລຸ້ນນັກສຶກສາ ແລະ ອາຈານທີ່ມະຫາວິທະຍາໄລແຂວງ Nagasaki.

ດານັງ ເພີ່ມທະວີການຮ່ວມມືແລກປ່ຽນນັກສຶກສາກັບແຂວງ Nagasaki ຂອງ ຍີ່ປຸ່ນ

ບັນດາຜູ້ແທນໄດ້ຖ່າຍຮູບທີ່ລະນຶກ.

ທ່ານ​ນາງ Satomi Iwashige ​ໄດ້​ຕີ​ລາຄາ​ວ່າ ດານັງ ​ແມ່ນ​ນະຄອນ​ທີ່​ມີ​ຄວາມ​ສາມາດ​ບົ່ມຊ້ອນພັດທະນາ​ຢ່າງ​​ຫຼວງຫຼາຍ, ມີ​ທຳ​ມະ​ຊາດ​ທີ່​ສວຍ​ງາມ ​ແລະ ປະຊາຊົນໃຈດີ​; ຫວັງ​ວ່າ​ຈະ​ມີ​ກາລະ​ໂອກາດ​ຮ່ວມ​ມື​ກັບ​ນະຄອນ ດາ​ນັງ ​ຫຼາຍຄັ້ງຕື່ມອີກໃນ​ໄລຍະ​ຈະ​ມາ​ເຖິງ.

ຕາມ​ທ່ານ​ນາງ Satomi Iwashige ແລ້ວ, ມະຫາວິທະຍາ​ໄລແຂວງ Nagasaki ມີ​ຫຼາຍ​ຂະແໜງການ​ທີ່​ເໝາະ​ສົມ​ເພື່ອ​ປະສານ​ສົມທົບ​ການ​ຝຶກ​ອົບຮົມ ​ແລະ ການ​ຮ່ວມ​ມື​ກັບ​ນະຄອນ ດາ​ນັງ ​ໃນ​ອະນາຄົດ​ຄື: ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ພະຍາບານ...

ງານມະຫະກຳກິລານັກຮຽນ ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 13 ໄດ້ດຳເນີນຢູ່ນະຄອນ ດານັງ ງານມະຫະກຳກິລານັກຮຽນ ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 13 ໄດ້ດຳເນີນຢູ່ນະຄອນ ດານັງ

ຍສໝ - ງານມະຫະກຳກິລາ​ນັກຮຽນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ ຄັ້ງ​ທີ 13 ຈະໄດ້ດຳເນີນ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 1 ຫາ​ວັນ​ທີ 9 ມິຖຸນາ 2024 ຢູ່​ນະຄອນ​ ດາ​ນັງ. ງານມະຫະກຳຄັ້ງ​ນີ້​ມີ​ນັກ​ກິລາ ​ແລະ ຄູ​ເຝິກ 1.300 ກວ່າ​ຄົນຂອງຄະນະກິລາ​ທີ່​ມາ​ຈາກ 10 ປະ​ເທດ​ຄື: ບຣູ​ໄນ, ກຳປູ​ເຈຍ, ອິນ​ໂດ​ເນ​ເຊຍ, ລາວ, ມາ​ເລ​ເຊຍ, ...

ກົງສຸນໃຫຍ່ ລາວ ປະຈໍານະຄອນ ດານັງ ອວຍພອນງານບຸນໃຫຍ່ວັນວິສາຂະບູຊາ ກົງສຸນໃຫຍ່ ລາວ ປະຈໍານະຄອນ ດານັງ ອວຍພອນງານບຸນໃຫຍ່ວັນວິສາຂະບູຊາ

ຍສໝ - ຄະນະກົງສຸນໃຫຍ່ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ປະຈຳ ນະຄອນ ດານັງ ນຳໂດຍ ກົງສຸນໃຫຍ່ ທ່ານ ສຸພັນ ຫາດາວເຮືອງ ໄດ້ເຂົ້າອວຍພອນ ແລະ ບູຊາໃນບຸນວິສາຂະບູຊາ Vesak 2568 – 2024 ທີ່ວັດ ຕາມບາວ, ...

ມິງດຶກ

ເຫດການ
302 Found

Found

The document has moved here.