ຮວ່າບິ່ງ-ຫົວພັນ ຍົກລະດັບການພົວພັນມິດຕະພາບ, ການຮ່ວມມື

06:54 | 08/07/2024

ຍສໝ - ແບ່ງປັນຄວາມຫຍຸ້ງຍາກ, ຂອງການນຳແຂວງຫົວພັນ, ພ້ອມທັງວາງອອກບັນດາເປົ້າໝາຍ, ທິດທາງເປີດກວ້າງການພົວພັນຮ່ວມມືມິດຕະພາບລະຫວ່າງ 2 ແຂວງ, ທ່ານ ຫງວຽນຟີລອງ, ກໍາມະການສໍາຮອງຄະນະບໍລິຫານງານສູນກາງ, ເລຂາພັກແຂວງ ເນັ້ນໜັກວ່າ: ດ້ວຍນ້ຳໃຈອ້າຍນ້ອງ ແລະເພື່ອນມິດສະຫາຍ “ຄອບຄົວດຽວກັນ” ທີ່ສະໜິດສະໜົມ, ຮວ່າບິ່ງ ແລະຫົວພັນ ສືບຕໍ່ສະໜັບສະໜູນ, ປຸກລະດົມ ແລະໜູນຊ່ວຍກັນກໍ່ສ້າງ 2 ປະເທດ ແລະ 2 ທ່ອງຖິ່ນໃຫ້ໝັ້ນຄົງເຂັ້ມແຂງ.

ຮ່າຕິ້ງ ແລະບໍລິຄໍາໄຊ ຍູ້ແຮງການພົວພັນມິດຕະພາບ, ການຮ່ວມມື ຮ່າຕິ້ງ ແລະບໍລິຄໍາໄຊ ຍູ້ແຮງການພົວພັນມິດຕະພາບ, ການຮ່ວມມື
ເລຂາຄະນະພັກແຂວງ ແທັງຮວ໋າ ຕ້ອນຮັບຄະນະຜູ້ແທນສະພາປະຊາຊົນແຂວງ ຫົວພັນ - ລາວ ເລຂາຄະນະພັກແຂວງ ແທັງຮວ໋າ ຕ້ອນຮັບຄະນະຜູ້ແທນສະພາປະຊາຊົນແຂວງ ຫົວພັນ - ລາວ

ນອກຈາກຄວາມຫຍຸ້ງຍາກ, ຂໍ້ຈຳກັດທາງດ້ານພື້ນຖານໂຄງລ່າງ, ຄຸນນະພາບ ຊັບພະຍາກອນມະນຸດ ແລ້ວ ແຂວງພູດອຍຫົວພັນ (ສປປ ລາວ) ຍັງມີທ່າແຮງບົ່ມຊ້ອນ ແລະທ່າໄດ້ປຽບຫຼາຍຢ່າງເພື່ອພັດທະນາ ແລະສ້າງສະຖານທີ່ວັດທະນະທໍາ, ທ່ອງທ່ຽວໃນອະນາຄົດໃກ້ໆນີ້.

ໃນໄລຍະປະຕິບັດງານຢູ່ແຂວງຫົວພັນ, ຄະນະຜູ້ແທນການນໍາຂັ້ນສູງແຂວງຮວ່າບິ່ງ ໄດ້ໄປຢ້ຽມຢາມເຂດດິນແດນປະຕິວັດນະຄອນຫຼວງແຫ່ງການຕໍ່ສູ້ວຽງໄຊ ທີ່ສະຫງ່າອົງອາດ. ຕາມການແນະນຳຂອງອ້າຍ ຕົວ ອາມົວ, ຜູ້ນໍາທ່ຽວຂອງຄະນະຄຸ້ມຄອງເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດລາວ ຢູ່ເມືອງວຽງໄຊ ແລ້ວ, ຄະນະໄດ້ໄປຄົ້ນຫາຖ້ຳຂອງປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ເພື່ອຫວນຄືນໄລຍະທີ່ຫຍຸ້ງຍາກແຕ່ວິລະຊົນຂອງການປະຕິວັດລາວ. ໃນນັ້ນ, ປຶ້ມ “ໂຮ່ຈີມິນ ນິພົນເລືອກເຟັ້ນ” ແລະຂອງຂວັນເຊິ່ງພົນເອກ ຫວໍງວຽນຢາບ ມອບໃຫ້ບັນດາສະຫາຍການນຳລາວ ຍັງຄົງຮັກສາໄວ້ ແລະວາງສະແດງໃນລະບົບຖ້ຳຂອງປະທານ ໄກສອນ ພົມວິຫານ. ຢູ່ທີ່ນີ້ຍັງມີ ເສັ້ນທາງຂ້າມພູຍາວ 42 ກິໂລແມັດ ຈາກບ່ອນພັກເຊົາ ແລະເຮັດວຽກຂອງປະທານ ໄກສອນ ພົມວິຫານ ໄປຍັງຫ້ອງປະຊຸມຂອງກົມການເມືອງ ໂດຍນັກຮົບທະຫານຊ່າງແສງຫວຽດນາມ ປະຕິບັດໃນປີ 1967. ບັນດາວັດຖຸພັນລ້ວນແຕ່ຕິດພັນກັບເລື່ອງລາວປະຫວັດສາດ, ສະແດງໃຫ້ເຫັນອາລົມຈິດອັນດີງາມ ແລະການພົວພັນແບບຍືນຍົງລະຫວ່າງການນຳຂັ້ນຮຸ້ນກ່ອນ ແລະຂະບວນການປະຕິວັດຂອງ 2 ປະເທດ.

ຮວ່າບິ່ງ-ຫົວພັນ ຍົກລະດັບການພົວພັນມິດຕະພາບ, ການຮ່ວມມື

ແກ້ວຫຼັກເມືອງຢູ່ເທດສະບານຊຳເໜືອ ດ້ວຍສະຖາປັດຕະຍະກຳທີ່ເປັນເອກະລັກສະເພາະແມ່ນສັນຍາລັກຂອງແຂວງຫົວພັນ, ເປັນສະຖານທີ່ທີ່ມີຊື່ສຽງ ດຶງດູດນັກທ່ອງທ່ຽວມາຢ້ຽມຢາມ ແລະຊອກຮູ້ກ່ຽວກັບປະຫວັດສາດ ແລະວັດທະນະທຳຢູ່ທີ່ນີ້.

ເມືອງວຽງໄຊ ຫ່າງຈາກເທດສະບານຊຳເໜືອ - ໃຈກາງຂອງແຂວງຫົວພັນ 30 ກິໂລແມັດ, ມີຊື່ສຽງໂດ່ງດັງ ດຶງດູດນັກທ່ອງທ່ຽວດ້ວຍລະບົບຖ້ຳເກືອບ 500 ຖ້ຳ, ຫຼາຍຖ້ຳໄດ້ເລືອກເປັນສະຖານທີ່ດໍາລົງຊີວິດ ແລະເຄື່ອນໄຫວປະຕິວັດຂອງລາວ ໃນໄລຍະ ປີ 1964-1973. ຄຽງຂ້າງນັ້ນ, ທິວທັດທຳມະຊາດທີ່ສວຍງາມ ແລະວັດທະນະທຳພື້ນເມືອງ ກໍ່ແມ່ນປັດໃຈເພື່ອໃຫ້ ວຽງໄຊ ແລະຫຼາຍທ້ອງຖິ່ນຂອງ ແຂວງຫົວພັນ ເສີມຂະຫຍາຍທ່າໄດ້ປຽບດ້ານການທ່ອງທ່ຽວ.

ໃນການເດີນທາງໄປແຂວງຫົວພັນ, ພວກຂ້າພະເຈົ້າ ໄດ້ມີໂອກາດຄົ້ນຫາທັດສະນີຍະພາບທຳມະຊາດທີ່ສວຍງາມດ້ວຍພູຜາທີ່ໃຫຍ່ໂຕມະໂຫຖານ, ທົ່ງນາຂັ້ນໄດຍາວຢຽກ ແລະເຮືອນຮ້ານຂອງໝູ່ບ້ານຊົນເຜົ່າ. ດິນຟ້າອາກາດຢູ່ຫົວພັນ ເຢັນສະບາຍ, ປະຊາຊົນມີນ້ຳໃຈສະໜິດສະໜົມ, ເປີດອົກເປີດໃຈ, ຮອບຄອບຖີ່ຖ້ວນ, ອ່ອນໂຍນຕໍ່ແຂກທ່ອງທ່ຽວ. ຢູ່ທີ່ນີ້ຍັງມີວັດອົງຕື້ ທີ່ສັກສິດມາແຕ່ບູຮານ, ຕະຫຼາດຊຳເໜືອ ດ້ວຍຜະລິດຕະພັນຈາກພູຜາປ່າໄມ້ຫຼາຍຢ່າງ, ໝູ່ບ້ານຫັດຖະກຳຕ່ຳຜ້າພື້ນເມືອງຜ່ານຫຼາຍລຸ້ນຄົນຍັງໄດ້ຮັກສາໄວ້. ອາຫານທ້ອງຖິ່ນຫຼາຍຊະນິດ, ໃນນັ້ນມີເຂົ້າໜຽວທີ່ເຮັດຈາກເຂົ້າໜຽວໄກ່ນ້ອຍ ທີ່ປູກເທິງໄຮ່ ສະນັ້ນໜຽວຫອມ, ກິນຕະຫຼອດກໍ່ບໍ່ເບື່ອ. ນອກນັ້ນ, ຍັງມີລາບ ກໍ່ແມ່ນອາຫານທີ່ປຸງແຕ່ງຈາກຊີ້ນເປັດ, ຊີ້ນງົວ ຫຼືຊີ້ນ ຫມູ, ແລະຊີ້ນໄກ່ ປະສົມກັບເຄື່ອງເທດຄື ໝາກນາວ, ໝາກເຜັດ, ແລະພັກຫອມ; ...

ທ່ານ ພຸດພັນ ແກ້ວວົງໄຊ, ຮອງເຈົ້າແຂວງໆຫົວພັນ ໃຫ້ຮູ້ວ່າ: ໃນທິດທາງພັດທະນາເສດຖະກິດ, ແຂວງສຸມໃສ່ກໍ່ສ້າງພື້ນຖານກະສິກຳສີຂຽວ, ຍືນຍົງ ຕິດພັນກັບການຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ. ເຖິງວ່າປະຈຸບັນ, ພື້ນຖານໂຄງລ່າງຄົມມະນາຄົມຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ ເວົ້າລວມ ແລະຂົງເຂດທ່ອງທ່ຽວຂອງແຂວງ ເວົ້າສະເພາະ ຍັງປະສົບກັບຄວາມຫຍຸ້ງຍາກ, ສະຖານທີ່ພັກເຊົາ, ຮູບແບບບໍລິການທີ່ມີຄຸນນະພາບສູງບໍ່ທັນມີຫຼາຍເພື່ອຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວໄດ້, ແຕ່ດ້ວຍແຫຼ່ງຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ, ວັດທະນະທຳທີ່ເປັນເອກະລັກສະເພາະ, ຫົວພັນ ຫວັງວ່າຈະມີເພື່ອນມິດ ແລະນັກທ່ອງທ່ຽວຫວຽດນາມ ຫຼາຍຄົນເອົາໃຈໃສ່ ແລະມາທ່ຽວ ແລະຄົ້ນຫາ.

ແບ່ງປັນຄວາມຫຍຸ້ງຍາກ, ຂອງການນຳແຂວງຫົວພັນ, ພ້ອມທັງວາງອອກບັນດາເປົ້າໝາຍ, ທິດທາງເປີດກວ້າງການພົວພັນຮ່ວມມືມິດຕະພາບລະຫວ່າງ 2 ແຂວງ, ທ່ານ ຫງວຽນຟີລອງ, ກໍາມະການສໍາຮອງຄະນະບໍລິຫານງານສູນກາງ, ເລຂາພັກແຂວງ ເນັ້ນໜັກວ່າ: ດ້ວຍນ້ຳໃຈອ້າຍນ້ອງ ແລະເພື່ອນມິດສະຫາຍ “ຄອບຄົວດຽວກັນ” ທີ່ສະໜິດສະໜົມ, ຮວ່າບິ່ງ ແລະຫົວພັນ ສືບຕໍ່ສະໜັບສະໜູນ, ປຸກລະດົມ ແລະໜູນຊ່ວຍກັນກໍ່ສ້າງ 2 ປະເທດ ແລະ 2 ທ່ອງຖິ່ນໃຫ້ໝັ້ນຄົງເຂັ້ມແຂງ. ແຂວງຮວ່າບິ່ງ ພວມຄົ້ນຄວ້າ ແລະຍື່ນສະເໜີຕໍ່ນາຍົກລັດຖະມົນຕີ, ກະຊວງແຜນການ ແລະການລົງທຶນພິຈາລະນາ ແລະມອບໝາຍໃຫ້ຄະນະກໍາມະການປະຊາຊົນແຂວງ ເປັນເຈົ້າຂອງໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນປາຍຢູ່ເມືອງແອດ, ແຂວງຫົວພັນ ພ້ອມກັນນັ້ນ, ສອງແຂວງຈະຊຸກຍູ້ເປີດກວ້າງການພົວພັນຮ່ວມມືຮອບດ້ານໃນທຸກຂົງເຂດ.

ກ່ອນອື່ນໝົດ, ແຂວງຮວ່າບິ່ງ ຈະຊ່ວຍແຂວງຫົວພັນໃນການກໍ່ສ້າງຊັບພະຍາກອນມະນຸດ ແລະເຊື່ອມຕໍ່ການຮ່ວມມືພັດທະນາການທ່ອງທ່ຽວ, ເພີ່ມທະວີການແນະນຳ ແລະໂຄສະນາບັນດາສະຖານທີທ່ອງທ່ຽວຂອງແຂວງຫົວພັນ ດ້ວຍການເຊື່ອມຕໍ່ tour ທ່ອງທ່ຽວຕາມເສັ້ນທາງບົກທີ່ສະດວກສະບາຍ, ເໝາະສົມກັບນັກທ່ອງທ່ຽວທີ່ຢາກຄົ້ນຫາການທ່ອງທ່ຽວທໍາມະຊາດ, ປະຫວັດສາດ ແລະວັດທະນະທໍາທີ່ຈັບໃຈ ແລະໃໝ່ອ່ຽມ. ແຂວງຮວ່າບິ່ງ ກໍ່ປາດຖະໜາຢາກໄດຮັບເພື່ອນມິດ ແລະນັກທ່ອງທ່ຽວຫຼາຍຄົນທີ່ມາຈາກແຂວງຫົວພັນ ແລະປະເທດເພື່ອນລາວ ມາຢ້ຽມຢາມ ແລະຊອກຮູ້ກ່ຽວກັບດິນແດນ ແລະຊາວຮວ່າບິ່ງ, ໃນນັ້ນມີບັນດາເຂດປູຊະນີຍະສະຖານປະຫວັດສາດທີ່ເປັນຂີດໝາຍແຫ່ງຄວາມສາມັກຄີ, ມິດຕະພາບ ຫວຽດນາມ-ລາວ; ເຂື່ອນໄຟຟ້າ ຮວ່າບິ່ງ; ທ່ອງທ່ຽວທະເລສາບຮວ່າບິ່ງ; ຄຸນຄ່າມໍລະດົກພື້ນຖານວັດທະນະທຳຮວ່າບິ່ງ ແລະຄົ້ນຫາວັດທະນະທຳຊົນເຜົ່າເມື່ອງທີ່ຮຸ່ງເຮືອງເຫຼືອງເຫຼືອມ.

ບູນມີ

ເຫດການ
302 Found

Found

The document has moved here.