ສະພາກາແດງສອງປະເທດ ຫວຽດນາມ - ລາວ ສືບຕໍ່ການຮ່ວມມື ແລະໜູນຊ່ວຍ

14:54 | 05/07/2024

ຍສໝ - ວັນທີ 3 ກໍລະກົດ, ຢູ່ນະຄອນ ດານັງ, ສູນກາງສະພາກາແດງ ຫວຽດນາມ ໂດຍໄດ້ຮັບການໜູນຊ່ວຍຈາກບໍລິສັດຫຸ້ນສ່ວນສົ່ງເສີມການລົງທຶນ ແລະ ການພັດທະນາແບບຍືນຍົງ (SIPCO) ຈັດຕັ້ງກອງປະຊຸມຝຶກອົບຮົມ ແລະ ເຮັດວຽກກັບຄະນະປະຕິບັດງານຂອງອົງການກາແດງແຫ່ງຊາດ ລາວ.

ຫວຽດນາມ ສືບຕໍ່ສະໜັບສະໜູນ ແລະ ໜູນຊ່ວຍ ສປປ.ລາວ ດຳລົງຕຳແໜ່ງປະທານ ອາຊຽນ ຢ່າງສຳເລັດຜົນ
ທ່ານນາງ​ຜູ້ສຳເລັດຣາຊະການ Cindy Kiro ຢືນຢັນ​ວ່າ ຍາມ​ໃດ​ກໍ​ໃຫ້ການ​ໜູນຊ່ວຍ, ໃຫ້ຄວາມສົນໃຈສຳລັບປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ນິວຊີ​ແລນ

ຄະນະ​ຜູ້​ແທນ​ ລາວ​ ນໍາໂດຍ​ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ເປັນຫົວໜ້າຄະນະ. ທ່ານ​ນາງ ປອ ບຸ່ຍ​ທິ​ຮວ່າ, ປະ​ທານ​ສູນກາງສະພາກາແດງ ​ຫວຽດ​ນາມ ເປັນ​ປະ​ທານ​ກອງ​ປະ​ຊຸມ.

ກອງ​ປະຊຸມ​ໄດ້​ດຳ​ເນີນ​ການ​ຕີລາຄາ​ເບື້ອງ​ຕົ້ນ 2 ປີ​ແຫ່ງ​ການ​ປະຕິບັດ​ບົດ​ບັນທຶກ​ຊ່ວຍຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ສະພາກາແດງ​ສອງປະເທດ​ໄລຍະ ປີ 2022-2027, ບົດ​ບັນທຶກ​ຊ່ວຍຈຳກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ສະພາ​ກາ​ແດງ​ ຫວຽດນາມ, ອົງການ​ກາ​ແດງແຫ່ງຊາດ​ ລາວ ​ແລະ ບໍລິສັດ SIPCO ໄລຍະ ປີ 2022-2024;

ສະພາກາແດງສອງປະເທດ ຫວຽດນາມ - ລາວ ສືບຕໍ່ການຮ່ວມມື ແລະໜູນຊ່ວຍ

ຜູ້ຕາງໜ້າສະພາກາແດງ ຫວຽດນາມ ແລະ ການນໍາບໍລິສັດ SIPCO ໄດ້ມອບເງິນອຸປະຖຳໃຫ້ແກ່ໂຄງການກໍ່ສ້າງໂຮງໝໍ Little Napeng ຢູ່ແຂວງ ວຽງຈັນ ​- ລາວ, ດ້ວຍມູນຄ່າ 150.000 USD.

ນັກລາຍງານຂອງສະພາກາແດງ ຫວຽດນາມ ໄດ້ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບວຽກງານວິຊາສະເພາະຂອງສະພາ, ແບ່ງປັນປະສົບການກ່ຽວກັບວິທີການລະດົມ ແລະ ຜັນຂະຫຍາຍບັນດາໂຄງການປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ, ວຽກງານປະຖົມພະຍາບານ ແລະ ສະກັດກັ້ນ, ຮັບມືກັບໄພພິບັດ; ການ​ຢ້ຽມ​ຢາມ​ຕົວ​ຈິງ​ກັບ​ຮູບ​ແບບ​ການ​ເຄື່ອນໄຫວ​ທີ່ເປັນແບບຢ່າງ​ຂອງ​ສະ​ພາກາ​ແດງ​ນະຄອນ ດານັງ.

ທ່ານ​ນາງ ບຸ່ຍ​ທິ​ຮວ່າ ​ໃຫ້​ຮູ້​ວ່າ: ​ໃນ​ຊຸມ​ປີ​ຜ່ານມາ​, ສະພາ​ກາ​ແດງ​ ຫວຽດນາມ ​ແລະ ອົງການກາ​ແດງແຫ່ງຊາດ​ ລາວ ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຮ່ວມ​ມືແບບຄູ່ຮ່ວມມືສອງຝ່າຍ ​ແລະ ບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່ສຳຄັນ​ໃນ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ມະນຸດສະທຳ ເຊັ່ນ: ແລກປ່ຽນຄະນະຜູ້ແທນທຸກຂັ້ນ ເພື່ອແນໃສ່ແບ່ງປັນ ແລະ ຮຽນຮູ້ປະສົບການ, ໜູນຊ່ວຍ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເມື່ອເກີດໄພພິບັດທຳມະຊາດ;

ສະພາກາແດງສອງປະເທດ ຫວຽດນາມ - ລາວ ສືບຕໍ່ການຮ່ວມມື ແລະໜູນຊ່ວຍ

ຄະນະ​ຜູ້​ແທນ​ອົງການກາ​ແດງ​ຂອງ​ສອງ​ປະ​ເທດ​ໄດ້​ຖ່າຍຮູບ​ທີ່​ລະນຶກ

ໂດຍປະສານ​ສົມທົບ​ໃນ​ການເຄື່ອນໄຫວວຽກງານເບິ່ງແຍງດູແລສຸຂະພາບ ​ແລະ ສະກັດກັ້ນ, ຮັບມືກັບ​ໄພພິບັດ ​ເຊັ່ນ: ການ​ໂຄສະນາ​ເຜີຍ​ແຜ່​ການ​ຕ້ານ ແລະ ສະກັດກັ້ນ​ພະຍາດ​ຢູ່​ບັນດາ​ແຂວງ​ຊາຍ​ແດນ; ໜູນຊ່ວຍ ແລະ ຊ່ວຍເຫຼືອໃນດ້ານການຝຶກອົບຮົມ, ຍົກສູງຄວາມສາມາດໃຫ້ແກ່ຖັນແຖວພະນັກງານສະພາກາແດງ.

ໂດຍໜູນຊ່ວຍໂຄງການໜູນຊ່ວຍການຫາລ້ຽງຊີບໃຫ້ຄົວເຮືອນ ແລະ ໂດຍສະເພາະແມ່ນໂຄງການໜູນຊ່ວຍການແຈກເຕົາປະຢັດພະລັງງານ ແລະ ຂວດຕອງນໍ້າ ໃຫ້ແກ່ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ ສປປ ລາວ ໂດຍໄດ້ຮັບການອຸປະຖຳຈາກບໍລິສັດ SIPCO.

ທີ່​ກອງ​ປະຊຸມ, ​ການ​ນຳ​ບໍລິສັດ SIPCO ​ໄດ້​ມອບ​ເງິນອຸປະຖຳ​ໂຄງການ​ກໍ່ສ້າງ​ໂຮງໝໍ​ Little Napeng ຢູ່​ແຂວງ​ ວຽງ​ຈັນ - ລາວ, ດ້ວຍ​ມູນ​ຄ່າ 150.000 USD. ໂຄງການໄດ້ເລີ່ມລົງມືກໍ່ສ້າງຢ່າງເປັນທາງການໃນກາງເດືອນ ມິຖຸນາ ແລະ ຄາດວ່າຈະໃຫ້ສໍາເລັດໃນທ້າຍເດືອນ ກັນຍາ.

ສະມາຊິກລັດຖະສະພາ ອາເມລິກາ ພ້ອມແລ້ວທີ່ຈະຮ່ວມມື, ໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຂອງສົງຄາມ ສະມາຊິກລັດຖະສະພາ ອາເມລິກາ ພ້ອມແລ້ວທີ່ຈະຮ່ວມມື, ໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຂອງສົງຄາມ

ຍສໝ - ທີ່​ການ​ພົບ​ປະ​ກັບ​ທ່ານຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈິ​ມິນ ຫວໍວັນຮວ່ານ ວັນ​ທີ 26 ມັງກອນ ຢູ່​ນະ​ຄອນ ​ໂຮ່​ຈິ​ມິນ, ຄະ​ນະ​ຜູ້​ແທນ​ສະພາແຫ່ງຊາດ ອາເມລິກາ ໂດຍ​ທ່ານ​ນາງ Young Kim, ປະ​ທານ​ອະນຸກຳມະການການ​ຕ່າງ​ປະ​ເທດ​ສະພາຕ່ຳກ່ຽວກັບ ມະຫາສະໝຸດອິນ​ເດຍ - ປາ​ຊີ​ຟິກ ໃຫ້ຮູ້ວ່າ ຍາມ​ໃດ​​ກໍ່​ມີ​ຄວາມ​ສົນ​ໃຈ, ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມືໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງຜົນຮ້າຍຂອງສົງຄາມ ແລະ ...

ຫວຽດນາມ - ລາວ: ກໍ່ສ້າງອຸດົມການຮ່ວມກັນ: ການຮ່ວມມືດ້ານອຸດົມຄະຕິ ແລະ ທິດສະດີ ແລະ ກໍ່ສ້າງພັກແມ່ນຫຼັກໝັ້ນຂອງການພົວພັນທາງການເມືອງ ຫວຽດນາມ - ລາວ. ຫວຽດນາມ - ລາວ: ກໍ່ສ້າງອຸດົມການຮ່ວມກັນ: ການຮ່ວມມືດ້ານອຸດົມຄະຕິ ແລະ ທິດສະດີ ແລະ ກໍ່ສ້າງພັກແມ່ນຫຼັກໝັ້ນຂອງການພົວພັນທາງການເມືອງ ຫວຽດນາມ - ລາວ.

ຍສໝ - ນັ້ນ​ແມ່ນ​ເນື້ອ​ໃນ​ຈິດ​ໃຈ​ຕົ້ນຕໍ​ໃນ​ການ​ໃຫ້​ສຳພາດ​ຕໍ່​ວາລະສານ ຍຸກສະໄໝ ​ໂດຍ​ທ່ານ​ຮອງ​ສາດສະດາຈານ, ປະລິນຍາ​ເອກ, ຮອງ​ປະທານ​ສະພາ​ທິດ​ສະ​ດີ​ສູນ​ກາງ, ທ່ານ ຟ້າມວັນລີງ ກ່ຽວ​ກັບ​ການ​ພົວພັນ ຫວຽດນາມ - ລາວ ​ໃນ​ການ​ຮ່ວມ​ມື​ກໍ່ສ້າງ​ພື້ນຖານ​ອຸດົມ​ການ ​ແລະ ກໍ່ສ້າງ​ພັກ.

ມິງດຶກ

ເຫດການ
302 Found

Found

The document has moved here.