ກາວບັ່ງ: ບ່ອນທີ່ມີຄວາມສັດທາເຊື່ອມຕໍ່ຊຸມຊົນ

07:23 | 06/07/2024

ຍສໝ - ຮ້ອງບົດເພງສັນລະເສີນພະເຈົ້າ, ອ່ານຜູກຄຳພີ, ພາວະນາ, ມຸ່ງໄປສູ່ບັນດາສິ່ງທີ່ດີ... ແມ່ນການເຄື່ອນໄຫວປະຈໍາວັນຂອງບັນດາຜູ້ເຊື່ອຖືສາສະຫນາ ໂປເຕັດສະຕັງ ຢູ່ ກ່າວບັ່ງ. ໂດຍປະຕິບັດນະໂຍບາຍຂອງພັກ ແລະ ລັດກ່ຽວກັບຄວາມເສລີໃນການເຊື່ອຖືເຫຼື້ອມໃສ, ບັນດາອຳນາດການປົກຄອງທຸກຂັ້ນຢູ່ ກ່າວບັ່ງ ໄດ້ສ້າງທຸກເງື່ອນໄຂເພື່ອຮັບປະກັນຊີວິດຈິດໃຈຂອງປະຊາຊົນ, ຍາດຕິພີ່ນ້ອງໃຫ້ດໍາເນີນກິດຈະກໍາສາສະໜາຢ່າງເສລີ.

ຊົມຄວາມງາມອັນງົດງາມຂອງນ້ຳຕົກຕາດ ບ້ານຢົກ ກາວບັ່ງ ຊົມຄວາມງາມອັນງົດງາມຂອງນ້ຳຕົກຕາດ ບ້ານຢົກ ກາວບັ່ງ
ມາ ກາວບັ່ງ ເພື່ອຊົມທັດສະນີຍະພາບທີ່ສວຍງາມຄືດັ່ງພາບແຕ້ມ ມາ ກາວບັ່ງ ເພື່ອຊົມທັດສະນີຍະພາບທີ່ສວຍງາມຄືດັ່ງພາບແຕ້ມ

ບ່ອນທີ່ບົດເພງສັນລະເສີນພະເຈົ້າ ດັງກ້ອງກັງວານ

ທຸກໆຕອນ​ເຊົ້າ​ວັນ​ພະ​ຫັດ ແລະ ​ຕອນ​ບ່າຍ​ວັນ​ອາ​ທິດ, ຈຸດກຸ່ມດໍາເນີນຊີວິດສາສະໜາ ໂປເຕັດສະຕັງ ຢູ່​ເຮືອນ​ຂອງ​ທ່ານ ຮວ່າງອາຢີ (ບ້ານ ປາກຢາ, ຕາ​ແສງ ຫຼີບົນ, ເມືອງ ບ໋າວເລີ່ມ, ແຂວງ ກ່າວບັ່ງ) ກໍ່ມີສຽງບັນດາບົດເພງສັນລະເສີນພະເຈົ້າ, ຄຳສອນຜູກຄຳພີດັງກ້ອງຂຶ້ນ. ບໍ່​ພຽງ​ແຕ່​ແມ່ນ​ສະຖານ​ທີ່ດໍາເນີນຊີວິດທາງສາສະໜາ​ເທົ່າ​ນັ້ນ, ນີ້​ຍັງ​ແມ່ນ​ສະຖານ​ທີ່​ ເພື່ອຍາດຕິພີ່ນ້ອງ ໄດ້ພົບ​ປະ, ແລກປ່ຽນ​ບັນດາ​ນະ​ໂຍບາຍ​ຂອງ​ພັກ, ລັດ, ຄວາມ​ຮູ້​ດ້ານ​ກົດໝາຍ ກໍຄືແບ່ງປັນ​ວິທີ​ດຳ​ເນີນ​ທຸລະ​ກິດ, ມຸ່ງ​ໄປ​ເຖິງບັນດາສິ່ງ​ທີ່​ດີ.

ມື້​ນີ້, ​ໃນພິທີວັນອາທິດ, ອ້າຍ​ ມາ​ວັນ​ບິ່ງ (ຢູ່​ໝູ່​ບ້ານ ປາກຢາ) ​ໄດ້​ນຸ່ງ​ໂສ້ງ​ສີ​ດຳ, ​ເສື້ອ​ເສີດສີຂາວ, ເກີບ​ໜັງ​ຈາກຝ່າຍຕາ​ເວັນ​ຕົກ, ມາ​ຮອດ​ຈຸດ​ກຸ່ມນັດ​ພົບ​ກ່ອນ​ເວລາ​ໜຶ່ງ​ຊົ່ວ​ໂມງ ​ເພື່ອ​ຝຶກບົດເພງສັນລະເສີນພະເຈົ້າບົດໃໝ່. “ບົດເພງ​ພາວະນາ​ເຖິງ​ພະເຈົ້າ​ ເພື່ອ​ຊ່ວຍ​ໃຫ້​ທ່ານ​ປ່ຽນ​ແປງ​ຕົວ​ເອງ​, ມັນ​ມີທຳນອງຂຶ້ນໆລົງໆ, ຮຽກ​ຮ້ອງ​ໃຫ້​ມີການຝຶກເປັນ​ຫຼາຍ​ຄັ້ງ”, ອ້າຍ ​ບິ່ງ​ ແບ່ງ​ປັນ​.

ໂດຍ​ເຂົ້າ​ຮ່ວມ​ສາສະໜາ ​ໂປເຕັດສະຕັງ ນັບ​ແຕ່​ປີ 2021, ທ່ານ ​ບິ່ງ​ ໃຫ້ຮູ້​ວ່າ ຊີວິດການເປັນຢູ່ຂອງ​ຕົນ​ ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ຕັ້ງໜ້າ, ຍາດຕິພີ່ນ້ອງຜູ້ເຊື່ອຖືສາສະໜາ ໂປເຕັດສະຕັງ ມີຄວາມສະໜິດ​ຕິດພັນຄື​ອ້າຍ​ນ້ອງ. “ປະຈຸ​ບັນ, ຂາ້ພະເຈົ້າເຕົ້າໂຮມສູບ​ຢາ, ດື່ມ​ເຫຼົ້າໜ້ອຍລົງ, ​ຢູ່ແຕ່​ເຮືອນ​ເຮັດ​ນາໄຮ່, ລ້ຽງ​ງົວ​ໃຫ້​ພໍ່​ແມ່. ທຸກໆອາທິດ, ໃນຄືນວັນເສົາ ຂ້າພະເຈົ້າຈະໄປຈຸດກຸ່ມ ເພື່ອຮຽນຮ້ອງເພງ, ຫຼິ້ນເປຍໂນ, ກີຕ້າ ແລະ ໄປເຮັດພິທີໃນວັນອາທິດ”, ອ້າຍ ບິ່ງ ກ່າວ.

ຕາມທ່ານ ເຮົ່າອາຫຼື ແລ້ວ, ຮອງຫົວໜ້າຈຸດກຸ່ມ ໂປເຕັດສະຕັງ ຕາແສງ ປາກຢາ ແລ້ວ, ຈຸດກຸ່ມນີ້ ຍັງບໍ່ໄດ້ຮັບອະນຸຍາດ ເພາະຍັງຂາດບາງເງື່ອນໄຂ, ແຕ່ສາສະນິກກະຊົນຍັງໄດ້ຮັບການອໍານວຍຄວາມສະດວກຈາກອໍານາດການປົກຄອງທຸກຂັ້ນ ເພື່ອດໍາເນີນກິດຈະກໍາປະຈໍາອາທິດ. “ທຸກໆ​ຄັ້ງທີ່​ດໍາເນີນກິດຈະກໍາ, ພວກຂາ້ພະເຈົ້າ ຍັງຕັກເຕືອນ​ໃຫ້ຍາດຕິພີ່ນ້ອງປະ​ຕິ​ບັດ​ຕາມ​ລະ​ບຽບ​ການ​ຂອງ​ລັດ, ເຮັດ​ວຽກ​ໃຫ້​ດີ ແລະ ຮັບ​ປະ​ກັນ​ຄວາມ​ປອດ​ໄພ ແລະ ຄວາມເປັນລະບຽບ​ຮຽບຮ້ອຍ. ອໍານາດການປົກຄອງ ພວມເເນະນຳໃຫ້ພວກຂາ້ພະເຈົ້າເຮັດສຳເລັດສຳເນົາເອກະສານ ເພື່ອສະເໜີມອບໃບອະນຸຍາດໃຫ້ດໍາເນີນກິດຈະກຳເຕົ້າໂຮມ".

ກາວບັ່ງ: ບ່ອນທີ່ມີຄວາມສັດທາເຊື່ອມຕໍ່ຊຸມຊົນ

ຜູ້ເຊື່ອຖືທີ່ການດຳເນີນຊີວິດທາງ​ສາດສະໜາ. (ພາບ: ແທ່ງລວນ)

ຢູ່​ໝູ່​ບ້ານ ​ນາ​ກ່າ, ເທດສະບານ ​ປາກເມົ່າ, ​ເມືອງ​ ບ່າ​ວ​ເລີ່ມ, ປະຈຸ​ບັນ​ມີ 2 ຈຸດ​ກຸ່ມ ໂປເຕັດສະຕັງ ພວມດຳເນີນຊີວິດ: ຈຸດ​ກຸ່ມຂອງຊາວ ມົ້ງ ໂດຍ​ທ່ານ ຮວ່າງ​ວັນ​ຊຸງ ເປັນຫົວໜາ້ກຸ່ມ ແລະ ຈຸດ​ກຸ່ມຂອງຊາວ ຢ້າວ ​ໂດຍທ່ານ ຈ່າວເວີ່ນຟີນ ເປັນຫົວໜາ້ກຸ່ມ.

ທ່ານ ຮວ່າງວັນຊຸງ ໃຫ້ຮູ້ວ່າ: ຍ້ອນພູມສັນຖານ, ເສັ້ນທາງທີ່ຫຍຸ້ງຍາກ, ຍາດຕິພີ່ນ້ອງ ໄປມາຫາສູ່ກັນກໍ່ລຳບາກ ສະນັ້ນ ຄອບຄົວຂອງຂ້າພະເຈົ້າໄດ້ຍ້າຍໄປຢູ່ບ່ອນອື່ນເພື່ອດຳລົງຊີວິດ, ໃຫ້ຍາດຕິພີ່ນ້ອງຢືມເຮືອນເພື່ອດຳເນີນກິດຈະກຳເຄື່ອນໄຫວ. ໃນ​ຖາ​ນະ​ເປັນ​ຫົວ​ຫນ້າ​ກຸ່ມ, ຂ້າ​ພະ​ເຈົ້າ ຈະສອນຜູກຄຳພີ, ​ອະ​ທິ​ບາຍ​ຕໍ່​ຍາດຕິພີ່ນ້ອງກ່ຽວ​ກັບ​ແຜນນະໂຍບາຍ​ຂອງ​ພັກ​, ລັດ ​ເພື່ອ​ໃຫ້ຍາດຕິພີ່ນ້ອງບໍ່ໄປຜິດກ່ຽວກັບທິດທາງຂອງ​ແຜນນະໂຍບາຍ, ນະໂຍບາຍ ແລະ​ ໄດ້ສະແດງຄວາມສັດທາຂອງຕົນຢ່າງເສລີ.

ຕາມ ເອື້ອຍ ຊຸງທິຢິວ (ໝູ່​ບ້ານ ນາກ່າ) ແລ້ວ, ໃນ​ເມື່ອ​ກ່ອນ, ຄອບຄົວ​ຂອງ​ເອື້ອຍຈະ​ຂ້າມ​ແມ່​ນ້ຳ ເພື່ອໄປດຳເນີນຊີວິດທາງສາສະໜາ. ນັບ​ແຕ່ວັນທີ່ມີຈຸດດຳເນີນ​ກິດຈະກຳທາງສາສະໜາເຕົ້າ​ໂຮມ​ກັນ​ຢູ່​ເຮືອນ​ຂອງ​ທ່ານ ​ຮວ່າງ​ວັນຊຸງ ແລ້ວ, ຄອບຄົວ​ຂອງເອື້ອຍກໍ່​ໄດ້​ເດີນທາງ​ໄປ​ດ້ວຍ​ໄລຍະ​ທາງທີ່ໃກ້ກວ່າ 2 ກິ​ໂລ​ແມັດ​​. ຍ້ອນ​ການໜູນຊ່ວຍຂອງ​ອຳນາດການປົກຄອງ, ປະຈຸ​ບັນ, ຖະໜົນ​ຫົນທາງ​ໃນ​ໝູ່​ບ້ານ​ໄດ້​ປູ​ດ້ວຍ​ຊີມັງ, ​ມີໄຟເຢືອງທາງເຮັດ​ໃຫ້ຍາດຕິພີ່ນ້ອງ​ສາມາດ​ເດີນທາງ​ໄປ​ມາ​ໄດ້​ສະດວກ​ສະບາຍ, ເຂົ້າ​ຮ່ວມບັນດາການດຳເນີນ​ກິດຈະກຳ​ຢ່າງ​ເຕັມທີ່.

ສ້າງເງື່ອນໄຂໃຫ້ຍາດຕິພີ່ນ້ອງສະແດງຄວາມສັດທາ

ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ເຂດ​ຊາຍ​ແດນ​ ດຳເນີນກິດຈະກຳສາສະໜາ​ຢ່່າງເສລີ, ອຳນາດ​ການ​ປົກຄອງ​ແຂວງ ກ່າວ​ບັ່ງ ທຸກຂັ້ນ ໄດ້ຜັນຂະຫຍາຍ​ຫຼາຍ​ມາດ​ຕະການ, ວຽກເຮັດທີ່ແທດຈິງ, ໃນ​ນັ້ນ​ມີ​ຮູບ​ແບບ “​ຈຸດກຸ່ມ​ສາສະໜາ​ທີ່ປົກຄອງເອງກ່ຽວກັບຄວາມປອດໄພ, ຄວາມເປັນລະບຽບ​ຮຽບຮ້ອຍ​”. ນີ້​ແມ່ນຮູບແບບ​ທີ່​ກະຊວງ​ຕຳຫຼວດ​ໄດ້​ເລືອກເອົາເປັນ​ໜຶ່ງ​ໃນ​ບັນດາ​ຮູບແບບ​ທີ່ພົ້ນເດັ່ນ​ ໃນຂະບວນການທົ່ວປວງຊົນປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ, ພ້ອມກັນນັ້ນ ກໍ່ປະກອບສ່ວນ​ຮັບປະກັນ​ສິດ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະໜາຂອງ​ ຫວຽດນາມ.

ກາວບັ່ງ: ບ່ອນທີ່ມີຄວາມສັດທາເຊື່ອມຕໍ່ຊຸມຊົນ

ຜູ້ຕາງໜ້າອຳນາດການປົກຄອງ ແລະອົງການເຈົ້າໜ້າທີ່ ​​ມອບກິດຈະການ “ແສງສະຫວ່າງແຫ່ງ​ຄວາມໝັ້ນຄົງ” ​ໃຫ້​ປະຊາຊົນ​ບ້ານ ​ນາ​ກ່າ, ເທດສະບານ ​ປາກເມົ່າ, ​ເມືອງ​ ບ່າ​ວ​ເລີ່ມ, ແຂວງ ກ່າວ​ບັ່ງ. (ພາບ: ແທ່ງລວນ)

ຜ່ານ​ການ​ຕິດຕາມ​ສະພາບ​ການ, ຕຳຫຼວດຂອງເທດສະບານ ປາກເມົ່າ ​ເຫັນ​ວ່າ ຈຸດກຸ່ມ ໂປເຕັດສະຕັງ ຂອງຊາວ​ ມົ້ງ ຢູ່​ໝູ່​ບ້ານ​ ນາ​ກ່າ ມີ​ນ້ຳ​ໃຈ​ສາມັກຄີ, ຮັກ​ແພງ​ເຊິ່ງກັນ ​ແລະ ກັນ, ປະຕິບັດ​ແນວທາງ, ແຜນນະ​ໂຍບາຍ​ຂອງ​ພັກ, ນະ​ໂຍບາຍ​ກົດໝາຍ​ຂອງ​ລັດ ​ແລະ ກົດລະບຽບຂອງທ້ອງຖິ່ນ ກ່ຽວກັບານ​ຄຸ້ມ​ຄອງ, ດຳເນີນກິດ​ຈະ​ກໍາ​ທາງ​ສາສະ​ຫນາໄດ້ເປັນຢ່າງດີ​. ພໍ່ແມ່ປະຊາຊົນ, ຜູ້ມີຍົດສັກ ແລະ ສາສະນິກະຊົນຢູ່ຈຸດກຸ່ມ ໂປເຕັດສະຕັງ ຊາວ ມົ້ງ ໄດ້ເຫັນດີເປັນເອກະພາບທັງໝົດຕໍ່ການກໍ່ສ້າງຮູບແບບຮັບປະກັນຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍຢູ່ຈຸດກຸ່ມ.

ສະ​ນັ້ນ, ວັນ​ທີ 20 ມິຖຸນາ 2024, ​ຄະນະ​ກຳມະການ​ປະຊາຊົນເທດສະບານ ປາກເມົ່າໄດ້​ອອກມະຕິ​ກ່ຽວ​ກັບ​ການ​ສ້າງ​ຮູບ​ແບບ “ຈຸດກຸ່ມ​​ສາສະໜາ​ປົກຄອງເອງກ່ຽວກັບຄວາມປອດໄພ, ຄວາມເປັນລະບຽບ​ຮຽບຮ້ອຍ​” ຢູ່​ໝູ່​ບ້ານ ​ນາ​ກ່າ, ທ່ານ ຮວ່າງວັນຊຸງ, ຫົວໜ້າຈຸດກຸ່ມ ໂປເຕັດສະຕັງ ຊາວມົ້ງ ຢູ່ ໝູ່ບ້ານ ນາກ່າ ເປັນຫົວໜ້າຄະນະຊີ້ນຳຮູບແບບ. ເປົ້າໝາຍ​ເຄື່ອນ​ໄຫວ​ຂອງ​ຮູບແບບ ແມ່ນ​ເພື່ອ​ຫຼຸດຜ່ອນ​ເງື່ອນ​ໄຂ, ປັດ​ໄຈ​ທີ່ກໍ່ໃຫ້ເກີດອາດຊະຍາ​ກຳ​ຢູ່ບໍລິເວນ​ຮາກ​ຖານ ​ແລະ ໃນສາສະໜາ; ເສີມຂະຫຍາຍຄວາມ​ເປັນເຈົ້າການ, ປະສິດທິພາບ​ຂອງ​ບຸກຄົນ, ຜູ້​ເຊື່ອ​ຖື​ແຕ່ລະຄົນໃນວຽກງານ​ກຳ​ແໜ້ນສະພາບ​ການ, ປ້ອງ​ກັນ, ຕໍ່ສູ້ກັບ​ອາດຊະຍາ​ກຳ ແລະ ບັນດາການ​ລະ​ເມີດ​ກົດໝາຍ. ການເຂົ້າ​ຮ່ວມຮູບແບບ ຍັງ​ຊ່ວຍ​ໃຫ້​ປະຊາຊົນ​ດຳລົງ​ຊີວິດ​ທີ່​ດີງາມ, ຮັບ​ໃຊ້​ຢ່າງມີປະສິດທິຜົນໃນການ​ພັດທະນາ​ເສດຖະກິດ, ວັດທະນະທຳ, ສັງຄົມ​ຂອງ​ຈຸດກຸ່ມ ໂປເຕັດສະຕັງ ຊາວມົ້ງ, ໝູ່​ບ້ານ​ ນາ​ກ່າ ​ເວົ້າ​ສະ​ເພາະ ແລະ ເທດສະບານ ປາກເມົ່າ, ເມືອງ ​ບ໋າ​ວ​ເລີ່ມ, ​ແຂວງ ກ່າວ​ບັ່ງ ​ເວົ້າ​ລວມ.

ໂດຍແບ່ງປັນ​ກ່ຽວ​ກັບ​ແຜນການ​ເຄື່ອນ​ໄຫວ​ຂອງ​ຮູບແບບ, ທ່ານ ຮວ່າງວັນຊຸງ ໃຫ້​ຮູ້​ວ່າ ຈະເພີ່ມທະວີບົດບາດຄຸ້ມຄອງ​ຂອງ​ຄະນະ​ຊີ້​ນຳ, ຜູ້ມີຍົດສັກໃນຈຸດກຸ່ມ; ປະຕິບັດ​ບັນດາ​ຂໍ້​ກຳນົດ​ຂອງ​ກົດໝາຍ​ວ່າ​ດ້ວຍ​ສາສະໜາ ເປັນຢ່າງດີ; ສົມທົບ​ກັບ​ກຳລັງ​ເຈົ້າທີ່ເພື່ອ​ແກ້​ໄຂ​ບັນດາ​ຄະດີ​​ຢ່າງ​ວ່ອງ​ໄວ, ທັນການ, ມີ​ປະສິດທິ​ຜົນ ​ເພື່ອ​ຮັບປະກັນສະຖຽນ​ລະ​ພາບ​ດ້ານ​ຄວາມ​ໝັ້ນຄົງ, ການ​ເມືອງ, ສາສະໜາ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມໃນຈຸດກຸ່ມ ແລະ ບໍລິເວນໝູ່​ບ້ານ ນາກ່າ. ພ້ອມ​ກັນ​ນັ້ນ, ກໍ່​ໃຫ້ຖືເປັນສຳຄັນ​ວຽກງານ​ແລກປ່ຽນ, ສ່ອງ​ແສງ​​ຂໍ້​ມູນຢ່າງ​ຄົບ​ຖ້ວນ ​ເພື່ອ​ຮັບປະກັນ​ຢ່າງທັນການ, ສົມທົບກັນໃນການ​ແກ້​ໄຂ​ທຸກ​ສະພາບ​ການ, ເຫດການ​ເກີດຂຶ້ນ​ທີ່​ກ່ຽວຂ້ອງ​ເຖິງ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍຢູ່ຈຸດກຸ່ມ ເວົ້າສະເພາະ, ທົ່ວໝູບ້ານ ເວົ້າລວມ. ຍູ້​ແຮງ​ວຽກງານສົມທົບ​ກັນໃນວຽກງານ​ການສ້າງ​ຂະບວນການທົ່ວ​ປວງ​ຊົນ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ, ຍົກ​ສູງ​ປະສິດທິ​ຜົນ​ການ​ປ້ອງ​ກັນ, ຕໍ່ຕ້ານ​ອາດຊະຍາ​ກຳ​ທຸກ​ປະ​ເພດ.

ດ້ວຍ​ການ​ໜູນ​ຊ່ວຍ ​ແລະ ອຳນວຍ​ຄວາມ​ສະດວກ​ຈາກ​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ, ຊີວິດ​ທາງ​ດ້ານ​ຈິດ​ໃຈ ​ແລະ ສິດ​ເສລີ​ທາງ​ດ້ານ​ສາສະໜາ​ຂອງຊົນເຜົ່າສ່ວນໜ້ອຍຢູ່ ກ່າວບັ່ງ ກໍ່ໄດ້​ຮັບ​ການ​ຮັບປະກັນ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ຄວາມໝັ້ນຄົງ ແລະ ການພັດທະນາ​ຂອງ​ທ້ອງ​ຖິ່ນ. ຄວາມພະຍາຍາມເຫຼົ່ານີ້ ບໍ່ພຽງແຕ່ຊ່ວຍໃຫ້ຍາດຕິພີ່ນ້ອງປະຕິບັດຕາມຄວາມສັດທາຂອງຕົນ, ຫາກຍັງປະກອບສ່ວນໃນການສ້າງຊຸມຊົນທີ່ໃກ້ຊິດ, ສາມັກຄີ ແລະ ພັດທະນາແບບຍືນຍົງອີກດ້ວຍ.

ມີງດຶກ

ເຫດການ
302 Found

Found

The document has moved here.