ການຮ່ວມມືຢ່າງຈິງໃຈໄປສູ່ອະນາຄົດທີ່ສົດໃສ

07:41 | 06/07/2024

ຍສໝ - ຫວຽດນາມ ​ແລະ ສ.​ເກົາຫຼີ ມີ​ຈຸດ​ທີ່ຄ້າຍຄື​ກັນ​ຫຼາຍ​ດ້ານຄື ​ປະຫວັດສາດ, ວັດທະນະທຳ, ມີ​​ທີ່​ຕັ້ງ​ພູມ​ສາດ​ທີ່ສະໜິດສະໜົມ, ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ​ແລະ ​ພ້ອມກັນແບ່ງປັນ​ຜົນ​ປະ​ໂຫຍ​ດເຊິ່ງກັນ ແລະ ກັນ.

ກາລະໂອກາດເພື່ອເຮັດໃຫ້ການພົວພັນສອງຝ່າຍລະຫວ່າງ ຫວຽດນາມ ແລະ Croatia ໄດ້ເລິກເຊິ່ງກວ່າອີກ
ເວທີປາໄສ ອາຊຽນ - ຍີ່ປຸ່ນ ຄັ້ງທີ 39
ການຮ່ວມມືຢ່າງຈິງໃຈໄປສູ່ອະນາຄົດທີ່ສົດໃສ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫວຽດ​ນາມ ຟ້າມ​ມິງຈິ໋ງ ໄດ້​ມີ​ການ​ໂອ້ລົມເຈ​ລະ​ຈາ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ.​ເກົາ​ຫຼີ Han Duck Soo ໃນ​ວັນ​ທີ 2 ກໍລະກົດ ປີ 2024.

ບົນ​ພື້ນຖານ​ອັນ​ໜັກ​ແໜ້ນ​ນັ້ນ, ການ​ຢ້ຽມຢາມ ສ.​ເກົາຫຼີ ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຟ້າມ​ມິງຈິ໋ງ ພ້ອມ​ດ້ວຍ​ພັນ​ລະ​ຍາ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ ຫວຽດນາມ ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ສະຫງ່າ​ງາມ; ສະ​ແດງ​ໃຫ້​ເຫັນ​ຄວາມ​ສະ​ໜິດ​ສະ​ໜົມ, ຈິງ​ໃຈ, ມີ​ປະ​ສິດ​ທິ​ຜົນ ແລະ ແທດ​ຈິງ, ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ​ອັນ​ສົດ​ໃສ​ຂອງ​ສອງ​ປະ​ເທດ.

ມຸ່ງໄປເຖິງການບຸລິມະສິດບັນດາຂົງເຂດຫາກໍ່ພົ້ນເດັ່ນຂຶ້ນ

ລັດຖະບານ ​ແລະ ປະຊາຊົນ ສ.​ເກົາຫຼີ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີ ຟ້າມ​ມິງຈິ໋ງ, ​ພັນ​ລະ​ຍາ ​ແລະ ຄະນະ​ຜູ້​ແທນ ​ຫວຽດນາມ ຢ່າງສົມກຽດ, ອົບ​ອຸ່ນ ​ແລະ ສະໜິດສະໜົມ. ທ່ານ​ນາຍົກລັດຖະມົນຕີ ສ.​ເກົາຫຼີ Han Duck Soo ​ແລະ ທ່ານ​ນາຍົກລັດຖະມົນຕີ ຟ້າມ​ມິງຈິ໋ງ ​ໄດ້​ດຳ​ເນີນ​ການ​ໂອ້ລົມເຈລະຈາຢ່າງສຳເລັດຜົນ ດ້ວຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ. 2 ຝ່າຍ​ເນັ້ນ​ໜັກ​ວ່າ, ຫວຽດນາມ ​ແລະ ສ.​ເກົາຫຼີ ມີ​ຈຸດ​ຄ້າຍຄື​ກັນ​ຫຼາຍ​ດ້ານຄື ​ດ້ານ​ປະຫວັດສາດ, ວັດທະນະທຳ ​ແລະ ປະຊາຊົນ, ​ໃນ​ນັ້ນ​ມີ​ຊາວ ຫວຽດນາມ ປະມານ 300.000 ​ຄົນ​ພວມ​ດຳລົງ​ຊີວິດ, ຮ່ຳຮຽນ ​ແລະ ເຮັດວຽກ​ຢູ່ ສ.​ເກົາຫຼີ, ໃນຂະນະນັ້ນມີຊາວ ສ.ເກົາຫຼີ ປະມານ 200.000 ກ່ວາຄົນພວມທຳມາຫາກິນ ​ແລະ ດຳລົງຊີວິດ​ຢູ່ ​ຫວຽດນາມ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງຈິ໋ງ ສະ​ເໜີ​ໃຫ້ ສ.ເກົາຫຼີ ສືບ​ຕໍ່​ເປີດ​ປະ​ຕູ​ໃຫ້​ແກ່​ສິນ​ຄ້າ​ທີ່​ເປັນທ່າແຮງ​ຂອງ ​ຫວຽດ​ນາມ; ສົ່ງເສີມບັນດາວິສາຫະກິດຂອງ ສ.ເກົາຫຼີ ເປີດກວ້າງການລົງທຶນຢູ່ ຫວຽດນາມ, ພິເສດແມ່ນໃນຂົງເຂດໄຟຟ້າອາຍແກັສແຫຼວ (LNG), ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ທາດເຄິ່ງຊັກນຳໄຟຟ້າ, ພະລັງງານທົດແທນ, ເຕັກໂນໂລຢີຊີວະພາບ, ປັນຍາປະດິດ (AI); ເພິ່ມທະວີການ​ກໍ່ສ້າງ​ສູນ​ຄົ້ນຄວ້າ ​ແລະ ພັດທະນາ​ຢູ່ ຫວຽດນາມ.

ທີ່ການພົບປະລະຫວ່າງທ່ານ ຟ້າມ​ມິງຈິ໋ງ ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol, ການນຳ 2 ທ່ານ ໄດ້ເຫັນດີເປັນເອກະພາບຈະຮ່ວມມືຢ່າງແໜ້ນແຟ້ນ ເພື່ອເຮັດໃຫ້ການພົວພັນດ້ານເສດຖະກິດເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດຈິງ, ໂດຍຜ່ານນັ້ນ ກໍ່ປະກອບສ່ວນເຮັດໃຫ້ສຳເລັດເປົ້າໝາຍວົງເງິນການຄ້າສອງຝ່າຍໃຫ້ບັນລຸ 100 ຕື້ USD ໃນປີ 2025 ແລະ 150 ຕື້ USD ໃນປີ 2030 ຕາມທິດສົມດູນ ແລະ ຍືນຍົງ.

ການຮ່ວມມືຢ່າງຈິງໃຈໄປສູ່ອະນາຄົດທີ່ສົດໃສ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫວຽດ​ນາມ ຟ້າມ​ມິງຈິ໋ງ ​ມີ​ການ​ໂອ້ລົມເຈ​ລະ​ຈາ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ.​ເກົາ​ຫຼີ Han Duck Soo ໃນ​ວັນ​ທີ 2 ກໍລະກົດ ປີ 2024.

ທ່ານ​ນາຍົກລັດຖະມົນຕີ ຟ້າມ​ມິງຈິ໋ງ ສະ​ເໜີ​ໃຫ້ 2 ຝ່າຍ​ສົມທົບ​ກັນ​ສົ່ງເສີມບັນດາ​ວິ​ສາ​ຫະກິດ ສ.​ເກົາຫຼີ ​ເພີ່ມ​ທະວີ​ການ​ລົງທຶນ​ໃນ​ບັນດາ​ຂົງ​ເຂດ ທາດເຄິ່ງຊັກນຳໄຟຟ້າ, ການ​ຫັນ​ເປັນ​ດິ​ຈິ​ຕອນ, ຫັນ​ເປັນ​ສີຂຽວ, ​ເຕັກ​ໂນ​ໂລ​ຊີ​ຊີວະ​ພາບ; ຊຸກຍູ້​ລັດຖະບານ ສ.​ເກົາຫຼີ ​ເພີ່ມ​ທະວີ​ການ​ລົງທຶນ​ໃນ​ບັນດາ​ໂຄງການ​ທີ່​ມີ​ປະລິມານດ້ານເຕັກ​ໂນ​ໂລ​ຢີສູງ ​ແລະ ມີ​ມູນ​ຄ່າ​ເພີ່ມ​ສູງ; ຮ່ວມມືໃນການຝຶກອົບຮົມຊັບພະຍາກອນມະນຸດໃນຂົງເຂດ ທາດເຄິ່ງຊັກນຳໄຟຟ້າ, hydrogen ແລະ AI. ໂດຍເຫັນດີກັບຂໍ້ສະເໜີນີ້, ທ່ານປະທານາທິບໍດີ ສ.​ເກົາຫຼີ ກໍ່ສະເໜີໃຫ້ ລັດຖະບານ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມ​ມິງຈິ໋ງ ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດ ສ.ເກົາຫຼີ ໄດ້ເຂົ້າຮ່ວມບັນດາໂຄງການຈຸດສຸມຢູ່ ຫວຽດນາມ, ໃນນັ້ນມີບັນດາໂຄງການກ່ຽວກັບພະລັງງານ ແລະ ໄຟຟ້າອາຍແກັສແຫຼວ (LNG); ພ້ອມ​ກັນ​ນັ້ນ, ທ່ານກໍ່​ຢືນຢັນ​ວ່າ ຈະ​ໜູນຊ່ວຍ​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ໃຫ້​ ຫວຽດນາມ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ຂະ​ແໜງ​ເຕັກ​ໂນ​ໂລ​ຢີ ທາດເຄິ່ງຊັກນຳໄຟຟ້າ ​ແລະ ​ເຕັກ​ໂນ​ໂລ​ຊີ​ສູງ...

ອາລົມຈິດທີ່​ເລິກ​ເຊິ່ງ ແລະ​ສະໜິດຕິດພັນກັນ

ບໍ່​ພຽງ​ແຕ່​ບັນດາ​ການ​ນຳ​ເທົ່າ​ນັ້ນ ຫາກ​​ບັນດາ​ຜູ້ຊົງຄຸນວຸດທິ, ນັກປັນຍາ​ຊົນ, ບັນດາ​ອົງການຈັດຕັ້ງ​ສັງຄົມ​ກໍ່​ຕີ​ລາຄາ​ສູງ ​ແລະ ຄອງຄອຍທ່ານ​ນາຍົກລັດຖະມົນຕີ ຟ້າມ​ມິງຈິ໋ງ ​​ມາ​ຢ້ຽມຢາມ ສ.​ເກົາຫຼີ ຢ່າງ​ເປັນ​ທາງ​ການ. ພວກ​ຂ້າພະ​ເຈົ້າ​ຮູ້ສຶກ​ປະຫຼາດ​ໃຈ ​ແລະ ຕື້ນຕັນໃຈ​​ຕໍ່​ຄວາມ​ຮັກ ​ແລະ ຄວາມ​ເຂົ້າ​ໃຈ​ອັນເລິກເຊິ່ງກ່ຽວ​ກັບ​ວັດທະນະທຳ​ ຫວຽດນາມ ທີ່​ເພື່ອນ​ມິດ ສ.​ເກົາຫຼີ ​ໄດ້​ສະ​ແດງ​ໃຫ້​ເຫັນ​ທີ່​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ຟ້າມ​ມິງຈິ໋ງ. ທ່ານ​ປະທານ​ອົງການ​ອາສາ​ສະໝັກ​ສາກົນ ​ສ.​ເກົາຫຼີ Yun Eun Ho ຕີ​ລາຄາ​ວ່າ 2 ປະ​ເທດ​ມີ​ຄວາມ​ຄ້າຍຄື​ກັນໃນຫຼາຍ​ດ້ານຄື ​ວັດທະນະທຳ ​ແລະ ປະຫວັດສາດ​, ​ນັ້ນແມ່ນ​ສາຍ​ເຫດທີ່​ເຮັດ​ໃຫ້​ປະຊາຊົນ​ສອງ​ປະ​ເທດ​ມີ​ຄວາມໃກ້ຊິດຕິດພັນກັນ.

ສ່ວນທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມ​ມິງຈິ໋ງ ສະແດງຄວາມປິຕິຊົມຊື່ນ ແລະ ຮູ້ສຶກຕື້ນຕັນໃຈທີ່ໄດ້ພົບປະກັບເພື່ອນມິດສະຫາຍທີ່ສະໜິດສະໜົມຂອງຊາວ ຫວຽດນາມ, ຜູ້ທີ່ໄດ້ສືບທອດ, ບຳລຸງສ້າງ ແລະ ປະກອບສ່ວນຢ່າງບໍ່ຢຸດຢັ້ງ, ອຸທິດສ່ວນໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ - ສ.ເກົາຫຼີ ເປັນເວລາ 30 ກວ່າປີທີ່ຜ່ານມາ.

ຂອບ​ຟ້າໃໝ່ໄດ້ໄຂອອກໃຫ້ແກ່ການ​ຮ່ວມ​ມື​ໃໝ່

ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ສ.​ເກົາຫຼີ ​ໄດ້ກຳນົດວ່າ ເປັນ​ສາຍ​ພົວພັນ​ທີ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດອັນແທດຈິງ​ໃຫ້​ທັງ 2 ປະ​ເທດແຕ່ດົນນານ, ຍາມ​ໃດ​ກໍ່​ຊ່ວຍຊູ​ກັນ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ພັດທະນາ ​ແລະ ພື້ນທີ່ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຍັງ​ໃຫຍ່​ຫຼວງ. ​ໂດຍໃຫ້​ບຸລິມະສິດ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່​ພົ້ນ​ເດັ່ນຂຶ້ນ​ຄື: ປັນຍາ​ປະດິດ (AI), ແຜງວົງຈອນທາດເຄິ່ງຊັກນຳໄຟຟ້າ, ​ເສດຖະກິດ​ສີຂຽວ... ​ແມ່ນບັນດາ​ຫົວ​ຂໍ້​ຈຸດສຸມ​ທີ່​ບັນດາ​ເວທີ​ປາ​ໄສ ​ແລະ ປຶກສາ​ຫາລື​ກັບ​ບັນດາ​ວິ​ສາ​ຫະກິດ ​ແລະ ນັກວິທະຍາສາດ ສ.​ເກົາຫຼີ.

ການຮ່ວມມືຢ່າງຈິງໃຈໄປສູ່ອະນາຄົດທີ່ສົດໃສ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມ​ມິງຈິ໋ງ ໄດ້​ໃຫ້ການ​ຕ້ອນຮັບການນຳ​ກຸ່ມບໍລິສັດ Daewoo E&C.

ທີ່​ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ - ສ.​ເກົາຫຼີ, ບັນດາ​ວິ​ສາ​ຫະກິດ 2 ຝ່າຍ​ໄດ້​ຕີ​ລາຄາ​ສູງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຂອງ ຫວຽດນາມ, ​ກໍ່ຄືບັນດາ​ຂົງ​ເຂດ​ໃໝ່​ເຊິ່ງ ຫວຽດນາມ ​ໃຫ້​ບຸລິມະສິດ; ສະເໜີໃຫ້ປະຊາຄົມວິສາຫະກິດ 2 ປະເທດຕ້ອງຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ພິເສດແມ່ນບັນດາໂຄງການລົງທຶນຂະໜາດໃຫຍ່ເຂົ້າໃນບັນດາຂົງເຂດຈຸດສຸມ; ປັບປຸງລະບົບການ​ສະ​ຫນອງ​ ແລະ​ ຕ່ອງ​ໂສ້​ການ​ຜະ​ລິດ​ທົ່ວ​ໂລກຕໍ່​ກັບ​ການ​ຜັນ​ແປ​ຂອງ​ໂລກ​ໃນ​ປັດ​ຈຸ​ບັນ​.

ໂດຍການແບ່ງປັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ສະເໜີໃຫ້ບັນດາວິສາຫະກິດ ສ.ເກົາຫຼີ ສືບຕໍ່ລົງທຶນ, ເປີດກວ້າງການລົງທຶນຢູ່ ຫວຽດນາມ, ສົມທົບກັນບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ພິເສດແມ່ນໃນບັນດາຂົງເຂດ ທາດເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ (AI), ຫັນເປັນດີຈີຕອນ, ຫັນເປັນສີຂຽວ (hydrogen), ພະລັງງານທົດແທນ, ເຕັກໂນໂລຊີຊີວະພາບ, ຕົວເມືອງອັດສະລິຍະ...

​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ທີ່ມີຄວາມໝາຍສຳຄັນພິ​ເສດ​ນີ້, ກ່າວ​ຄຳ​ປາໄສກ່ຽວກັບ​ນະ​ໂຍບາຍ​ຢູ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດ Seoul (SNU), ທ່ານ​ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ​ເນັ້ນ​ໜັກ​ວ່າ: ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ ຫວຽດນາມ - ສ.ເກົາຫຼີ ຈະ​ນັບ​ມື້​ນັບ​ພັດທະນາ​ຢ່າງ​ແຂງ​ແຮງ, ມີ​ປະສິດທິ​ຜົນ ​ແລະ ຍືນ​ຍົງ ດ້ວຍ​ອະນາຄົດ​ທີ່​ສົດ​ໃສຢູ່ທາງດ້ານໜ້າ - ຍ້ອນ​ບັນດາ​ປັດ​ໄຈ​ພື້ນຖານ​ສຳຄັນ​ຂອງ​ສອງ​ປະ​ເທດ, ພິ​ເສດ​ແມ່ນ: ຄວາມ​ຕັດສິນ​ໃຈ​ດ້ານ​ການ​ເມືອງ, ເຈດຈຳນົງ ແລະ ຈິດໃຈການຊີ້ນຳຢ່າງຂ້ຽວຂາດຂອງ​ການ​ນຳ 2 ປະ​ເທດ; ຍ້ອນມີຜົນປະໂຫຍດທີ່ຄ້າຍຄືກັນ ແລະ ຄວາມ​ຄ້າຍຄື​ກັນ​ດ້ານ​ວັດທະນະທຳ ​ແລະ ຮີດຄອງ​ປະ​ເພນີ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ; ຄວາມສະ​ໜິດ​ຕິດ​ພັນ​ດ້ານ​ພື້ນ​ຖານ​ສັງ​ຄົມ, ຄວາມ​ສະ​ໜິດ​ຕິດ​ພັນແບບ​ພິ​ເສດ​ລະ​ຫວ່າງ​ປະ​ຊາ​ຊົນ ແລະ ປະຊາຄົມ​ວິ​ສາ​ຫະ​ກິດ 2 ປະ​ເທດ.

ຮ່າຕິ້ງ ແລະບໍລິຄໍາໄຊ ຍູ້ແຮງການພົວພັນມິດຕະພາບ, ການຮ່ວມມື ຮ່າຕິ້ງ ແລະບໍລິຄໍາໄຊ ຍູ້ແຮງການພົວພັນມິດຕະພາບ, ການຮ່ວມມື

ຍສໝ - ສອງແຂວງຮ່າຕິ້ງ-ບໍລິຄຳໄຊ ສົມທົບກັນຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ຊາຍແດນ; ສືບຕໍ່ຮ່ວມມືພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ ແລະເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງແຂວງ.

ສະເໜີໃຫ້ພັດທະນາ “ໝູ່ບ້ານ ຫວຽດນາມ” ຢູ່ Bonghwa (ແຂວງ Kyungsang ເໜືອ, ສ.ເກົາຫຼີ) ກາຍເປັນໂຄງການຮ່ວມມືແລກປ່ຽນວັດທະນະທຳລະດັບຊາດ ສະເໜີໃຫ້ພັດທະນາ “ໝູ່ບ້ານ ຫວຽດນາມ” ຢູ່ Bonghwa (ແຂວງ Kyungsang ເໜືອ, ສ.ເກົາຫຼີ) ກາຍເປັນໂຄງການຮ່ວມມືແລກປ່ຽນວັດທະນະທຳລະດັບຊາດ

ຍສໝ - ນີ້​ແມ່ນ​ຂໍ້​ສະ​ເໜີ​ຂອງ​ອຳນາດການປົກຄອງ​ແຂວງ Kyungsang ​ເໜືອ ​ແລະ ​ເມືອງ Bonghwa ທີ່​ການ​ພົບ​ປະເຮັດວຽກ​ກັບ ​ທ່ານລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງ​ທ່ຽວ ສ.​ເກົາຫຼີ Yoo In-chon ​ໃນ​ວັນ​ທີ 13 ມີຖຸນາ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.