ເປີດ​ຊຸດ​ອົບຮົມ​ວຽກງານເອກະສານໃຫ້​ແກ່​ພະນັກງານ-ລັດຖະກອນກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ

13:51 | 08/07/2024

ຍສໝ - ຕອນບ່າຍວັນທີ 1 ກໍລະກົດ, ຢູ່ຮ່າໂນ້ຍ, ຫ້ອງວ່າການກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງພິທີເປີດຊຸດອົບຮົມ ວຽກງານເອກະສານ ໃຫ້ພະນັກງານກະຊວງປ້ອງກັນປະເທດລາວ ປີ 2024.

ຄະນະ​ປະຕິບັດງານ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ຢ້ຽມຢາມ​ທະຫານ​ເຂດ 4 ຄະນະ​ປະຕິບັດງານ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ຢ້ຽມຢາມ​ທະຫານ​ເຂດ 4
ພະນັກງານ ແຂວງ ຫຼວງນ້ຳທາ (ລາວ) ຈຳນວນ 175 ຄົນ ໄດ້ຮັບໃບຢັ້ງຢືນພາສາ ຫວຽດນາມ ພະນັກງານ ແຂວງ ຫຼວງນ້ຳທາ (ລາວ) ຈຳນວນ 175 ຄົນ ໄດ້ຮັບໃບຢັ້ງຢືນພາສາ ຫວຽດນາມ

ກ່າວ​ຄຳ​ເຫັນ​ທີ່ພີທີເປີດ, ທ່ານ​ພົນຈັດຕະວາ ຫງວຽນ​ວັນ​ຈິ້ງ, ຮອງ​ຫົວໜ້າ​ຫ້ອງວ່າການຄະນະພັກການທະຫານ​ສູນ​ກາງ,ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ຢືນຢັນ​ວ່າ: ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ​ແມ່ນ​ເສົາ​ຄ້ຳ​ສຳຄັນ​ໃນ​ການ​ພົວພັນ​ສອງ​ປະ​ເທດ ຫວຽດນາມ - ລາວ. ​ໃນ​ຊຸມ​ປີ​ຜ່ານມາ, ກອງທັບ​ສອງ​ປະ​ເທດ​ໄດ້​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນ​ຫຼາຍ​ດ້ານ, ບັນລຸ​ໄດ້​ໝາກຜົນ​ສຳຄັນ, ຮອບດ້ານ, ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ຄື: ການ​ແລກປ່ຽນ​ຄະນະ​ຜູ້​ແທນ, ວຽກ​ງານ​ພັກ, ວຽກ​ງານ​ການ​ເມືອງ, ການ​ສຶກສາ, ຊຸດຝຶກອົບຮົມ, ຄຸ້ມ​ຄອງ, ປ້ອງ​ກັນ​ຊາຍ​ແດນ ...

Các đại biểu dự sự kiện.  ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ.

ບັນດາຜູ້ແທນເຂົ້າຮ່ວມພິນທີເປີດ. ພາບ: qdnd.vn

ທ່ານ​ພົນຈັດຕະວາ ຫງວຽນ​ວັນ​ຈິ້ງ ຊີ້ແຈ້ງວ່າ: ຊຸດຝຶກອົບຮົມຄັ້ງນີ້ແມ່ນເນື້ອໃນ ແລະ ການເຄື່ອນໄຫວເພື່ອສືບຕໍ່ຢັ້ງຢືນ ແລະ ປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນອັນສະໜິດສະໜົມ, ຄວາມຈົ່ງຮັກພັກດີ, ຄວາມສາມັກຄີແບບພິເສດຫວຽດນາມ - ລາວ, ກໍ່ຄືສາຍພົວພັນມິດຕະພາບອັນແໜ້ນແຟ້ນລະຫວ່າງກອງທັບສອງປະເທດ.

Thiếu tướng Nguyễn Văn Chính khẳng định hợp tác quốc phòng là một trụ cột quan trọng trong quan hệ song phương Việt Nam-Lào.  ທ່ານພົນຕີ ຫງວຽນວັນຈີ້ງ ຢືນຢັນວ່າ, ການຮ່ວມມືດ້ານປ້ອງກັນຊາດແມ່ນເສົາຄ້ຳສຳຄັນໃນການພົວພັນສອງຝ່າຍ ຫວຽດນາມ - ລາວ
ທ່ານ​ພົນຈັດຕະວາ ຫງວຽນ​ວັນ​ຈິ້ງ ຢືນຢັນວ່າ, ການຮ່ວມມືດ້ານປ້ອງກັນຊາດແມ່ນເສົາຄ້ຳສຳຄັນໃນການພົວພັນສອງຝ່າຍ ຫວຽດນາມ - ລາວ. ພາບ: qdnd.vn

ທ່ານນາງພັນໂທ ບົວທອງ ໄຊຍະແສງ, ຮອງຫົວໜ້າຄະນະເກັບມ້ຽນເອກະສານ, ຫ້ອງການກະຊວງປ້ອງກັນປະເທດລາວ ຢືນຢັນວ່າ: ຫວຽດນາມ ແລະ ລາວ ແມ່ນສອງປະເທດທີ່ມີຊາຍແດນຕິດຈອດກັນແຕ່ເໜືອຮອດໃຕ້, ມີມູນເຊື້ອສາມັກຄີ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ​ ​ເຄີຍ​ລຳບາກ​ແບບ​ດຽວ​ກັນ, ຢືນ​ຄຽງ​ບ່າ​ຄຽງ​ໄຫລ່, ສູ້​ຮົບ​ຮ່ວມ​ກັນ​ໃນ​ການຕ້ານ​ການ​ຮຸກ​ຮານ​ຂອງ​ຕ່າງຊາດ. ​ໃນ​ອະດິດ ​ກໍ່ຄືປະຈຸ​ບັນ, ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ພັກ, ລັດ, ກອງທັບ ​ແລະ ປະຊາຊົນ​ຫວຽດນາມ - ລາວ, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ນີ້​ນັບ​ມື້​ນັບ​ພັດທະນາ ຢ່າງບໍ່ຢຸດຢັ້ງ.

ຕາມທ່ານນາງພັນໂທ ບົວທອງ ໄຊຍະແສງ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການສະໜັບສະໜູນຫຼາຍດ້ານໃຫ້ແກ່ກະຊວງປ້ອງກັນປະເທດລາວ, ພິເສດແມ່ນວຽກງານວິຊາສະເພາະ ແລະ ວຽກງານເກັບມ້ຽນເອກະສານ, ເປັນຕົ້ນແມ່ນໄດ້ໃຫ້ການສະໜັບສະໜູນດ້ານວັດຖຸ ແລະ ອຸປະກອນຮັບໃຊ້ເອກະສານ; ການບໍລິການຄຸ້ມຄອງເອກະສານ, ເປີດຊຸດຝຶກອົບຮົມວິຊາຊີບໃຫ້ພະນັກງານກະຊວງປ້ອງກັນປະເທດລາວ. ນັ້ນ​ເປັນ​ການ​ຢັ້ງຢືນ​ວ່າ​ການ​ພົວພັນ​ຮ່ວມ​ມື​ແບບ​ດັ້ງ​ເດີມ​ນັບ​ມື້​ນັບ​ແໜ້ນ​ແຟ້ນ ​ແລະ ​ເລິກ​ເຊິ່ງ, ​ແລະ ​ໃນ​ການ​ຝຶກ​ອົບຮົມ​ຄັ້ງ​ນີ້​ກໍ່​ແມ່ນ​ເນື້ອ​ໃນ​ເພື່ອ​ສືບ​ຕໍ່​ປະກອບສ່ວນມູນເຊື້ອ​ດັ່ງກ່າວ.

ເປີດ​ຊຸດ​ອົບຮົມ​ວຽກງານເອກະສານທາງການ​ໃຫ້​ແກ່​ພະນັກງານ-ລັດຖະກອນກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ

ບັນດາຜູ້ແທນຫວຽດນາມ ແລະລາວຖ່າຍຮູບລວມ. ພາບ: qdnd.vn

ເຂົ້າຮ່ວມຊຸດຝຶກອົບຮົມມີພະນັກງານ-ລັດຖະກອນ ກະຊວງປ້ອງກັນປະເທດລາວ ຈຳນວນ 20 ທ່ານ. ​ໃນ​ໄລຍະ​ການ​ຝຶກ​ອົບຮົມ 1 ​ເດືອນ​ຢູ່​ຫວຽດນາມ, ​ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ການ​ນຳ​ເອົາ​ຄວາມ​ຮູ້​ພື້ນຖານ​ກ່ຽວ​ກັບ​ວຽກ​ງານ​ເກັບ​ກຳ​ຂໍ້​ມູນ​ຂ່າວສານ ​ແລະ ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຈັດ​ຕັ້ງ​ປະຕິບັດ, ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ ດ້ານ​ວຽກ​ງານ​ວິຊາ​ການ ​ແລະ ​ເກັບ​ມ້ຽນ​ເອກະສານ, ຮັບ​ໃຊ້​ການ​ນຳພາ, ການບັນຊາ ​ແລະ ບໍລິຫານ​ຂອງ​ບັນດາ​ອົງການ, ຫົວໜ່ວຍ.

ນອກຈາກນັ້ນ, ພະນັກງານ-ລັດຖະກອນ ກະຊວງປ້ອງກັນປະເທດລາວ ຍັງໄດ້ຮຽນຮູ້ກ່ຽວກັບການສ້າງເອກະສານດິຈິຕອນ, ວິທີການຂ້າເຊື້ອ, ຂ້າເຊື້ອອາຊິດ, ຂັ້ນຕອນການສ້ອມແປງ ແລະ ບູລະນະຄັງເອກະສານ; ປະສົບ​ການ​ໃນ​ການ​ເຄື່ອນ​​ເກັບ​ຂໍ້ມູນ ​ແລະ ​ເກັບ​ມ້ຽນ​ເອກະສານ​ຢູ່​ກອງ​ບັນຊາ​ການ​ນະຄອນຫຼວງ​ຮ່າ​ໂນ້ຍ, ປະສົບ​ການ​ໃນ​ການ​ເກັບ​ກຳ ​ແລະ ຄຸ້ມ​ຄອງ​ເອກະສານ​ຢູ່​ສູນ​ເກັບ​ມ້ຽນ​ເອກະສານ​ກະຊວງ​ປ້ອງ​ກັນ​ປະ​ເທດ, ​ເປັນ​ຕົ້ນ​ແມ່ນ​ວຽກ​ງານ​ຫັນ​ເປັນ​ດິ​ຈິ​ຕອນ​ຢູ່​ກຸ່ມ​ອຸດສາຫະກຳ - ​ໂທລະ​ຄົມ​ທະຫານ (Viettel).

ຄະນະ​ປະຕິບັດງານ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ຢ້ຽມຢາມ​ທະຫານ​ເຂດ 4
ຝຶກ​ອົບ​ຮົມວຽກງານ​ປ້ອງ​ກັນ​ຊາຍ​ແດນ​ໃຫ້​ແກ່ພະນັກງານກອງບັນຊາການທະຫານ ແຂວງສາລະວັນ, ປະເທດລາວ

ຊ ສະຫວັດ

302 Found

Found

The document has moved here.