ສາມວຽກງານຈຸດສຸມຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບຮ່າໂນ້ຍ (HAUFO) ສຸມໃສ່ໃນ 6 ເດືອນທ້າຍປີ 2024

15:06 | 08/07/2024

ຍສໝ - ຕອນບ່າຍວັນທີ 4 ກໍລະກົດ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຮ່າໂນ້ຍ (HAUFO) ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານການທູດປະຊາຊົນໃນ 6 ເດືອນຕົ້ນປີ ແລະ ຜັນຂະຫຍາຍທິດທາງ, ໜ້າທີ່ວຽກງານ 6 ເດືອນທ້າຍປີ ຂອງປີ 2024. ໃນນີ້ນີ້ HAUFO ໄດ້ສະເໜີ 3 ວຽກງານຈຸດສຸມໃນທ້າຍປີ.

ຫວຽດນາມ-ລາວ ຊຸກຍູ້ການພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ ຊຸກຍູ້ການພົວພັນສາມັກຄີແບບພິເສດ
ຫວຽດນາມ - ອີຣານ ຮ່ວມ​ກັນຂຸດ​ຄົ້ນຄວາມສາມາດບົ່ມຊ້ອນ, ກາລະ​ໂອກາດ​ພັດທະນາ​ການທ່ອງທ່ຽວ ຫວຽດນາມ - ອີຣານ ຮ່ວມ​ກັນຂຸດ​ຄົ້ນຄວາມສາມາດບົ່ມຊ້ອນ, ກາລະ​ໂອກາດ​ພັດທະນາ​ການທ່ອງທ່ຽວ

ຕອນບ່າຍວັນທີ 4 ກໍລະກົດ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຮ່າໂນ້ຍ (HAUFO) ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານການທູດປະຊາຊົນໃນ 6 ເດືອນຕົ້ນປີ ແລະ ຜັນຂະຫຍາຍທິດທາງ, ໜ້າທີ່ວຽກງານ 6 ເດືອນທ້າຍປີ ຂອງປີ 2024. ໃນນີ້ນີ້ HAUFO ໄດ້ສະເໜີ 3 ວຽກງານຈຸດສຸມໃນທ້າຍປີ.

3 ຈຸດສຸມວຽກງານ

Hội nghị sơ kết công tác đối ngoại nhân dân 6 tháng đầu năm và triển khai phương hướng, nhiệm vụ 6 tháng cuối năm 2024 của Liên hiệp các tổ chức hữu nghị thành phố Hà Nội. (Ảnh: Đinh Hòa)  ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ການ​ທູດ​ປະຊາຊົນ​ໃນ 6 ​ເດືອນ​ຕົ້ນ​ປີ ​ແລະ ຜັນ​ຂະຫຍາຍ​ທິດ​ທາງ ​ແລະ ວຽກ​ງານ 6 ​ເດືອນ​ທ້າຍ​ປີ 2024 ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຮ່າ​ໂນ້ຍ. (ພາບ: Dinh Hoa)

ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ການ​ທູດ​ປະຊາຊົນ​ໃນ 6 ​ເດືອນ​ຕົ້ນ​ປີ ​ແລະ ຜັນ​ຂະຫຍາຍ​ທິດ​ທາງ ​ແລະ ໜ້າທີ່ 6 ​ເດືອນ​ທ້າຍ​ປີ 2024 ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຮ່າ​ໂນ້ຍ. ພາບ: Dinh Hoa

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາງ ​ເຈີ່ນ​ທິ​ເຟື່ຶອງ, ຮອງ​ປະທານຜູ້​ປະຈໍາການ​ຂອງ HAUFO ​ໃຫ້​ຮູ້​ວ່າ: ​ໃນ 6 ​ເດືອນ​ທ້າຍ​ປີ 2024, HAUFO ​ໄດ້​ສະ​ເໜີ 3 ວຽກ​ງານ​ຈຸດ​ສຸມ​ຄື: ​ເຂົ້າ​ຮ່ວມ​ກໍ່ສ້າງ​ກົນ​ໄກ​ນະ​ໂຍບາຍ​ໃນ​ຂົງ​ເຂດ​ການ​ຕ່າງປະ​ເທດ, ການ​ທູດ​ປະຊາຊົນ; ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ສັນຕິພາບ, ຄວາມ​ສາມັກຄີ, ມິດຕະພາບ, ​ເພີ່ມ​ທະວີ​ການ​ໂຄສະນາ​ເຜີຍ​ແຜ່​ວຽກ​ງານ​ການ​ທູດ​ປະຊາຊົນ​ນະຄອນຫຼວງ.

ລະອຽດ, ດ້ານວຽກງານການວາງແຜນການ, ກໍ່ສ້າງກົນໄກ, ນະໂຍບາຍ, HAUFO ຈະເຂົ້າຮ່ວມກໍ່ສ້າງກົນໄກນະໂຍບາຍໃນຂົງເຂດການຕ່າງປະເທດ ແລະ ການທູດປະຊາຊົນ ເພື່ອປະຕິບັດກົດໝາຍວ່າດ້ວຍນະຄອນຫຼວງ (ສະບັບປັບປຸງ); ຜັນ​ຂະຫຍາຍ​ມະຕິ​ກ່ຽວ​ກັບ​ວຽກ​ງານ​ການ​ທູດ​ປະຊາຊົນ​ນະຄອນຫຼວງ​ຮອດ​ປີ 2030, ວິ​ໄສ​ທັດ​ຮອດ​ປີ 2045.

ສຳລັບ​ວຽກ​ງານ​ສັນຕິພາບ, ຄວາມ​ສາມັກຄີ, ມິດຕະພາບ, ການ​ຮ່ວມ​ມື​ພັດທະນາ, HAUFO ຈະ​ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ການ​ທູດ​ຢ່າງ​ມີ​ຄຸນ​ນະພາ​ບ ​ແລະ ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ບັນດາ​ໂຄງການ​ປະຈຳ​ປີ ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ຢ່າງ​ເລິກ​ເຊິ່ງ, ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ນະຄອນ ຮ່າ​ໂນ້ຍ. ບາງ​ໂຄງການ​ທີ່​ພົ້ນ​ເດັ່ນ​ລວມມີ: ງານບຸນ​ດອກ​ບົວ​ ຮ່າ​ໂນ້ຍ 2024; ຄ່ຳຄືນດົນຕີອາເມລິກາລາຕິນ; ວັນບຸນ​ວັດທະນະທຳ​ມິດຕະພາບ “ສີສັນ​ອາ​ຊຽນ”; ງານ​ແຂ່ງ​ຂັນ​ແຕ້ມ​ຮູບ ສຳລັບ​ເດັກ​ນ້ອຍ​ສາ​ກົນ “ຂ້ອຍ​ຮັກ​ຮ່າ​ໂນ້ຍ - ນະ​ຄອນ​ເພື່ອ​ສັນ​ຕິ​ພາບ”...

ກ່ຽວ​ກັບ​ວຽກ​ງານ​ຂໍ້​ມູນ​ຂ່າວ​ສານ​ຕ່າງປະ​ເທດ, HAUFO ຈະ​ສືບ​ຕໍ່​ກໍ່ສ້າງ ​ແລະ ຍົກ​ລະດັບ​ປະຕູ​ຖານຂໍ້​ມູນ​ຂ່າວສານ​ເອ​ເລັກ​ໂຕນິກຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຮ່າ​ໂນ້ຍ. ພ້ອມ​ກັນ​ນັ້ນ, ​ກໍ່ເພີ່ມ​ທະວີ​ການ​ໂຄສະນາ​ເຜີຍ​ແຜ່​ກ່ຽວ​ກັບ​ໝາກຜົນ​ຂອງ​ວຽກ​ງານ​ການ​ທູດ​ປະຊາຊົນ​ນະຄອນຫຼວງ ​ແລະ ຂໍ້​ມູນ​ຂ່າວສານ​ການ​ທູດ​ຂອງ​ພັກ ​ແລະ ລັດ ​ໃນ​ເວັບ​ໄຊ; ຜະລິດຂ່າວ "ມິດຕະພາບ ແລະ ການຮ່ວມມື" ສອງພາສາ ສະບັບລາຍເດືອນ.

Lưu học sinh Campuchia nhận lì xì tại Chương trình giao lưu hữu nghị chúc mừng Tết cổ truyền một số nước châu Á do HAUFO tổ chức. (Ảnh: Đinh Hòa) ນັກສຶກສາຕ່າງປະເທດກຳປູເຈຍໄດ້ຮັບເງິນໂຊກໃນໂຄງການແລກປ່ຽນມິດຕະພາບເພື່ອສະເຫຼີມສະຫຼອງປີໃໝ່ຕາມປະເພນີໃນບາງປະເທດໃນອາຊີ ເຊິ່ງຈັດໂດຍ HAUFO. (ພາບ: Dinh Hoa)

ນັກສຶກສາກຳປູເຈຍ ໄດ້ຮັບອັງເປົາໃນລາຍການແລກປ່ຽນມິດຕະພາບສະຫຼອງບຸນປີໃໝ່ປະເພນີຂອງປະເທດໃນອາຊີ ຈຳນວນໜຶ່ງ ເຊິ່ງຈັດໂດຍ HAUFO. (ພາບ: Dinh Hoa)

ຕາມ​ບົດ​ລາຍ​ງານ​ທີ່​ກອງ​ປະຊຸມ, ​ໃນ 6 ​ເດືອນ​ຕົ້ນ​ປີ 2024, HAUFO ​ໄດ້​ຈັດສຳ​ເລັດ​ຫຼາຍ​ກິດຈະກຳ​ການ​ທູດ​ ​ປະຊາຊົນ​ທີ່​ສຳຄັນ​ຄື: ​ລາຍການ​ແລກປ່ຽນ​ສິລະ​ປະ​ສາກົນ “ຕ້ອນຮັບບຸນ​ປີ​ໃໝ່ 2024”; ກອງ​ປະ​ຊຸມ​ສະ​ເຫຼີມ​ສະ​ຫຼອງ 45 ປີ​ແຫ່ງວັນ​ຊະ​ນະ​ສົງ​ຄາມ​ປົກ​ປັກ​ຮັກ​ສາ​ຊາຍ​ແດນ​ຕາ​ເວັນ​ຕົກ​ສຽງ​ໃຕ້​ ພ້ອມກັບທະຫານ​ປະ​ຊາ​ຊົນ​ກໍາ​ປູ​ເຈຍ​ ເອົາ​ຊະ​ນະ​ລະ​ບອບດັບສູນ​ເຜົ່າ​ພັນ; ລາຍ​ການ​ແລກ​ປ່ຽນ​ມິດ​ຕະ​ພາບສະ​ເຫຼີມ​ສະ​ຫຼອງ​ບຸນປີ​ໃຫມ່​ປະ​ເພ​ນີ​ຂອງ​ປະ​ເທດ​ອາ​ຊີ ຈຳນວນໜຶ່ງ...

ຜ່ານ​ຫລາຍ​ຮູບ​ການ​ທີ່​ຫຼາກ​ຫຼາຍ, ການ​ເຄື່ອນ​ໄຫວ​ການ​ທູດ​ລະຫວ່າງ​ປະຊາຊົນ​ນະຄອນຫຼວງ ​ກໍ່ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ, ປະກອບສ່ວນ​ແນະນຳໃນການໂຄສະນາ​ໃຫ້​ແກ່​ເພື່ອນ​ມິດສາ​ກົນ​ຢ່າງ​ກວ້າງຂວາງ ສະແດງໃຫ້ເຫັນ​ພາບ​ພົດ​ອັນ​ດີງາມ​ຂອງ​ປະ​ເທດ​ຊາດ, ປະຊາຊົນຊາວ​ຫວຽດນາມ, ກ່ຽວກັບ​ນະຄອນຫຼວງ​ຮ່າ​ໂນ້ຍ ແຫ່ງອະລິຍະທຳ ແລະ ວິລະຊົນ ນັບ​ພັນ​ປີ. ບັນດາ​ອົງການ​ສະມາຊິກ HAUFO ຍາມ​ໃດ​ກໍ່​ປະຕິບັດ​ຄຳ​ຂວັນ “ເປັນເຈົ້າການ, ມີ​ຫົວຄິດ​ປະດິດ​ສ້າງ, ມີໄຫວພິບ, ​ ມີ​ປະສິດທິ​ຜົນ”, ປ່ຽນແປງໃໝ່, ຍົກສູງຄຸນ​ນະພາ​ບການ​ເຄື່ອນ​ໄຫວໍ​ການທູດປະຊາຊົນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ.

ເສີມຂະຫຍາຍ​ບົດບາດ​ຂອງ​ຊາວ​ໜຸ່ມ​ໃນ​ການ​ທູດ​ປະຊາຊົນ

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາງ ຟາມງອກເຈີ່ມ, ຮອງ​ຫົວໜ້າ​ຄະນະວຽກ​ງານອະນຸຊົນເຍົາວະຊົນ ​ຂອງ​ຄະນະ​ຊາວ​ໜຸ່ມ, ​ເລຂາທິການ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ນະຄອນຮ່າ​ໂນ້ຍ ຢືນຢັນ​ວ່າ: ​ໄວ​ໜຸ່ມ​ແມ່ນ​ກຳລັງ​ ນໍາໜ້າຂອງ​ວຽກ​ງານ​ການ​ທູດ​ປະຊາຊົນ. ວຽກງານການ​ຕ່າງປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ການ​ທູດ​ປະຊາຊົນ, ​ແມ່ນ​ຕ້ອງການ​ກຳລັງ​ໜຸ່ມ​ເປັນ​ເສົາຄ້ຳ ​ແລະ ຂົວ​ຕໍ່​ການ​ຕ່າງປະ​ເທດ​ກັບ​ຊາວ​ໜຸ່ມ​ບັນດາປະ​ເທດ, ເສີມຂະຫຍາຍວິຊາສະເພາະ​ໃນ​ຂົງ​ເຂດ​ວັດທະນະທຳ, ການ​ສຶກສາ, ສາທາລະນະ​ສຸກ, ​ເສດຖະກິດ​ການ​ຄ້າ…

ບັນດາຄົນລຸ້ນກ່ອນ​ຕ້ອງ​ແບ່ງປັນ​ປະສົບ​ການ, ​ເສີມ​ຂະຫຍາຍ​ບັນດາ​ເນື້ອ​ໃນ​ກ່ຽວພັນກັບປັດໄຈປະຫວັດສາດທີ່ເປັນມູນເຊື້ອ ​ເພື່ອ​ຊ່ວຍ​ໃຫ້​ລຸ້ນໜຸ່ມ​ມີ​ຄວາມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ ​ແລະ ບັນດາ​ປະ​ເທດ​ໃນ​ໂລກ. ຈາກ​ນັ້ນ, ກໍ່ສືບ​ທອດ ​ແລະ ພັດທະນາ​ຕາມ​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

Chị Phạm Ngọc Trâm, Phó trưởng ban Công tác thiếu nhi Thành đoàn, Tổng Thư ký Hội hữu nghị Việt Nam - Lào thành phố Hà Nội. (Ảnh: Đinh Hòa)  ທ່ານ​ນາງ ຟ້າ​ມງອກ​ເຈີ່ມ, ຮອງ​ຫົວໜ້າ​ຄະນະວຽກ​ງານ​ເດັກນ້ອຍ​ສູນ​ກາງ​ຊາວ​ໜຸ່ມ, ​ເລຂາທິການ​ໃຫຍ່​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ປະຈຳ ຮ່າ​ໂນ້ຍ. (ພາບ: Dinh Hoa)

ທ່ານ​ນາງ ຟ້າ​ມງອກ​ເຈີ່ມ. (ພາບ: Dinh Hoa)

ທ່ານ​ນາງ ຟ້າ​ມງອກ​ເຈິ່ມ ​ໄດ້​ສະ​ເໜີ​ວ່າ ​ໃນ 6 ​ເດືອນ​ທ້າຍ​ປີ 2024, ບັນດາ​ສະມາຄົມ​ມິດຕະພາບ​ໃນບໍລິເວນ ນະຄອນ ຮ່າ​ໂນ້ຍ ຕ້ອງ​ຜັນ​ຂະຫຍາຍເປີດກວ້າງ​ສະມາຊິກ ສຸມໃສ່ເປົ້າໝາຍອະນຸຊົນເຍົາວະຊົນ, ພ້ອມ​ທັງ​ຍົກ​ສູງ​ບົດບາດ​ຂອງ​ໄວ​ໜຸ່ມ​ໃນ​ວຽກ​ງານ​ການ​ທູດ​ປະຊາຊົນ. ​ເພື່ອ​ເຮັດ​ໄດ້ແນວນັ້ນ, ​ແຕ່​ລະ​ສະມາຄົມ​ມິດຕະພາບ​ຕ້ອງໜູນໃຊ້ທ່າ​ແຮງ​ຂອງ​ຕົນ. ສະມາຄົມມິດຕະພາບ ຫວຽດນາມ - ລາວ ແລະ ສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ມີນັກສຶກສາຕ່າງປະເທດທີ່ພວມຮຽນຢູ່ ຫວຽດນາມ; ສະມາຄົມມິດຕະພາບຫວຽດນາມ-ຈີນ ມີກຳລັງຊາວໜຸ່ມທີ່ເປັນນັກກິລາ, ນັກສິລະປິນຂຶ້ນກັບພະແນກວັດທະນະທໍາ ຮ່າໂນ້ຍ; ສະມາຄົມ​ມິດຕະພາບ ​ຫວຽດນາມ - ສ​ເກົາຫຼີ ມີ​ໄວ​ໜຸ່ມ​ທີ່​ຮັກ​​ວັດທະນະທຳ ​ແລະ ສິລະ​ປ ະ​ສ.​ເກົາຫຼີ...

ບັນດາສະມາຄົມມິດຕະພາບທີ່ຍັງບໍ່ທັນສາມາດເຂົ້າເຖິງບັນດາຖັນແຖວຊາວໜຸ່ມ ທີ່ມີຄວາມສາມາດເຂົ້າຮ່ວມຢ່າງຕັ້ງໜ້າໃນການປະສານງານເພື່ອໜູນໃຊ້ກຳລັງແຮງ ແລະ ຖັນແຖວຊາວໜຸ່ມຂອງສະມາຄົມ, ອົງການ ແລະ ອົງການຈັດຕັ້ງຕ່າງໆ. ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ໄດ້​ຮັບ​ການ​ຈັດ​ຕັ້ງ​ເປັນ​ປະ​ຈຳ​ປີ ເຊັ່ນ: ງານ​ບຸນ​ຊາວ​ໜຸ່ມ​ສາ​ກົນ​ຈັດ​ຕັ້ງ​ໂດຍ​ຄະ​ນະ​ຊາວ​ໜຸ່ມ ​ຮ່າ​ໂນ້ຍ; ງານ​ແຂ່ງ​ຂັນ​ແຕ້ມ​ຮູບ ສຳລັບ​ເດັກ​ນ້ອຍ​ສາ​ກົນ, ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ​ແລະ​ ສິ​ລະ​ປະ​ສາ​ກົນ...

ທີ່ກອງປະຊຸມ, ທ່ານ ເຈືອງມິງຕ໋ຽນ, ປະທານສະມາຄົມ UNESCO ຮ່າໂນ້ຍ ຫວັງວ່າ HAUFO ຈະຈັດຕັ້ງບັນດາການເຄື່ອນໄຫວເຜີຍແຜ່, ສະໜອງຂໍ້ມູນຂ່າວສານໃນທຸກໆໄຕມາດກ່ຽວກັບສະພາບການຢູ່ພາຍໃນ ແລະ ຕ່າງປະເທດ, ການເຄື່ອນໄຫວວຽກງານການທູດປະຊາຊົນຂອງຊາວນະຄອນ. ພ້ອມ​ກັນ​ນັ້ນ, ​ກໍ່​ສະໜອງ​ບັນດາ​ເອກະສານ​ໂຄສະນາ​ເຜີຍ​ແຜ່​ໃຫ້​ແກ່​ບັນດາ​ເຫດການ​ສຳຄັນ​ຄື: ສະ​ເຫຼີມສະຫຼອງ 25 ປີ​ແຫ່ງ​ວັນ​ຮ່າ​ໂນ້ຍ ​ໄດ້​ຮັບ​ກຽດ​ເປັນ​ນະຄອນ​ເພື່ອ​ສັນຕິພາບ; ສະເຫຼີມສະຫຼອງ 70 ປີແຫ່ງວັນປົດປ່ອຍນະຄອນຫຼວງ... ເພື່ອເຜີຍແຜ່ໃຫ້ສະມາຊິກໃນບັ້ນການເຄື່ອນໄຫວຕ່າງໆ.

Ông Nguyễn Ngọc Kỳ, Chủ tịch Liên hiệp các tổ chức hữu nghị thành phố Hà Nội. (Ảnh: Đinh Hòa)  ທ່ານ ຫງວຽນ​ງອກ​ກີ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຮ່າ​ໂນ້ຍ. (ພາບ: Dinh Hoa)

ທ່ານ ຫງວຽນ​ງອກ​ກີ, ປະທານ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ ​ຮ່າ​ໂນ້ຍ. (ພາບ: Dinh Hoa)

ໂດຍຕີ​ລາຄາ​ສູງ​ບັນດາ​ຄຳ​ເຫັນ ​ແລະ ຄຳ​ສະ​ເໜີ​ຂອງ​ບັນດາ​ຜູ້​ແທນ, ທ່ານ ຫງວຽນ​ຫງອກ​ກີ, ປະທານ HAUFO ​ໃຫ້​ຮູ້​ວ່າ: ​ໂດຍ​ອີງ​ໃສ່​ຄຳ​ເຫັນ​ດັ່ງກ່າວ, ຄະນະ​ປະຈຳ​ສະຫະພັນນະຄອນ ຮ່າ​ໂນ້ຍ ຈະຮັບເອົາ ແລະ ເຮັດ​ສຳເລັດບົດລາຍ​ງານ 6 ​ເດືອນ.

ເພື່ອ​ຜັນ​ຂະຫຍາຍ​ແຜນການ​ເຮັດ​ວຽກ​ປີ 2024, ​ໃນ 6 ​ເດືອນ​ທ້າຍ​ປີ, ທ່ານ ຫງວຽນ​ງອກ​ກີ ​ໄດ້​ສະ​ເໜີ​ໃຫ້ HAUFO ​ແລະ ບັນດາ​ສະມາຊິກ​ບັນດາ​ສະມາຄົມ, ອົງການ​ຈັດ​ຕັ້ງ​ຕ້ອງ​ສືບ​ຕໍ່​ຄິດ, ປະດິດ​ສ້າງ​ວິທີ​ດຳ​ເນີນ​ງານ, ປະຕິບັດ​ບາງ​ເນື້ອ​ໃນ​ຄື: ຜັນ​ຂະຫຍາຍ​ຢ່າງ​ລະອຽດເນື້ອໃນຂອງກົດໝາຍວ່າດ້ວຍນະຄອນຫຼວງ (ສະບັບປັບປຸງ), ສະເພາະ ມາດຕາ 2, ມາດຕາ 52 ວ່າດ້ວຍການເພີ່ມທະວີການທູດປະຊາຊົນ; ສຸມໃສ່ສ້າງຄວາມເຂັ້ມແຂງ ແລະ ພັດທະນາອົງການຈັດຕັ້ງ; ຊຸກຍູ້​ບົດບາດ​ເປັນ​ຂົວ​ຕໍ່ ​ແລະ ລະດົມ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ ​ເພື່ອ​ໃຫ້ການ​ສະໜັບສະໜູນ​ວຽກ​ງານ​ການກຸສົນ; ​ເພີ່ມ​ທະວີ​ວຽກ​ງານ​ຖະ​ແຫຼ​ງຂ່າວ ​ແລະ ​ໂຄສະນາ​ເຜີຍ​ແຜ່​ໝາກຜົນ​ວຽກ​ງານ​ການ​ທູດ​ປະຊາຊົນ​ນະຄອນຫຼວງ.

HAUFO, ສະຖານທູດປານາມາ ປະຈຳຫວຽດນາມ ມອບເສື້ອກັນໜາວໃຫ້ບ້ານເດັກ Birla ຮ່າໂນ້ຍ
HAUFO ມອບຂອງຂວັນ 108 ພູດ ເພື່ອໜູນຊ່ວຍຊາວຕ່າງປະເທດທີ່ປະສົບກັບຄວາມຫຍຸ້ງຍາກເນື່ອງຈາກ Covid-19

ຊ ສະຫວັດ

ເຫດການ
302 Found

Found

The document has moved here.