ປຸກລຸກຄວາມ​ສົນ​ໃຈ​ກ່ຽວກັບ ​ຍີ່​ປຸ່ນ​ ໃນລຸ້ນ​ໜຸ່ມ

07:33 | 06/07/2024

ຍສໝ - "ຂ້າ​ພະ​ເຈົ້າ​ຫວັງ​ວ່າ ​ນີ້​ຈະ​ແມ່ນ​ໂອ​ກາດ​ເພື່ອ​ປຸກລຸກ​​ຄວາມ​ສົນ​ໃຈ​ກ່ຽວກັບ ​ຍີ່​ປຸ່ນ​ ໃນລຸ້ນ​ໜຸ່ມ, ຊ່ວຍ​ໃຫ້​​ເຂົາ​ເຈົ້າສາມາດຊອກຫາ, ຮ່ຳຮຽນ, ເຮັດໃຫ້ມີຄວາມເຂົ້າ​ໃຈ​ກ່ຽວກັບ ຍີ່​ປຸ່ນ ເລິກເຊິ່ງກ່ວາອີກ". ນັ້ນ​ແມ່ນ​ການ​ແບ່ງ​ປັນ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຍີ່​ປຸ່ນ ປະ​ຈຳ​ຫວຽດ​ນາມ ໃນງານບຸນ ຫວຽດນາມ-ຍີ່ປຸ່ນ ຢູ່​ນະ​ຄອນ ດາ​ນັງ ປີ 2024.

ກວາງ​ນາມ: ນັກ​ຊ່ຽວ​ຊານ​ຍີ່​ປຸ່ນ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ກໍານົດຍຸກສະໄໝ​ຢູ່​ເຂດວິຫານທາດມິເຊີນ
ວັນ​ບຸນ​ແນະ​ນຳ​ວ​ຽກ​ເຮັດ​ງານ​ທຳ ຟຣີ ​ຢູ່​ຍີ່​ປຸ່ນ​ ສຳລັບ​​ຊາວຫວຽດ​ນາມ

Ngày 4/7, tại Công viên Biển Đông (thành phố Đà Nẵng) diễn ra lễ khai mạc Lễ hội Việt Nam - Nhật Bản thành phố Đà Nẵng 2024.

​ວັນ​ທີ 4 ກໍລະກົດ, ຢູ່ສວນສາທາລະນະທະ​ເລ​ຕາ​ເວັນ​ອອກ (ນະຄອນ​ດາ​ນັງ) ໄດ້ດຳເນີນ​ພິທີເປີດ​ງານ​ບຸນ ຫວຽດນາມ - ຍີ່ປຸ່ນ ນະຄອນ ດານັງ 2024.

ກ່າວ​ຄຳປາໄສທີ່​ພິ​ທີເປີດ, ທ່ານ​ນາງ ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ດາ​ນັງ ຫງວຽນ​ທິ​ແອງທີ ໃຫ້ຮູ້ວ່າ ໂດຍສືບຕໍ່​ຜົນ​ສຳ​ເລັດຂອງ​ງານ​ບຸນ​ຫວຽດ​ນາມ - ຍີ່​ປຸ່ນ ນະ​ຄອນ ດາ​ນັງ ປີ 2023, ນະ​ຄອນ ດາ​ນັງ ຈະ​ສືບ​ຕໍ່​ຈັດ​ຕັ້ງ​ງານ​ບຸນ​ຫວຽດ​ນາມ - ຍີ່​ປຸ່ນ ຄັ້ງ​ທີ 9 ປີ 2024. ນີ້ແມ່ນປີທີ່ເປີດໄລຍະພັດທະນາໃໝ່ ດ້ວຍບັນດາແງ່ຫວັງໃຫ້ການພົວພັນ ຫວຽດນາມ - ຍີ່ປຸ່ນ ພາຍຫຼັງການນຳຂອງ 2 ປະເທດ ໄດ້ເຫັນດີເປັນເອກະພາບຍົກລະດັບການພົວພັນຂຶ້ນເປັນ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ເພື່ອ​ສັນຕິພາບ ​ແລະ ຄວາມຈະເລີນຮຸ່ງເຮືອງ ​ຢູ່​ອາຊີ ​ແລະ ​ໂລກ”.

ເຈາະຈີ້ມ​ຄວາມ​ສົນ​ໃຈ​ກ່ຽວກັບ ​ຍີ່​ປຸ່ນ​ ໃນລຸ້ນ​ໜຸ່ມ

ບັນດາ​ຜູ້​ແທນ ປະຕິບັດ​ພິທີທຸບຖັງເຫຼົ້າ Sake ພື້ນ​ເມືອງ. (ພາບ: danang.gov.vn)

ງານ​ບຸນ​ປີ​ນີ້​ ຈະເປີດກ້ວາງໃນ​ຫຼາຍ​ຂົງ​ເຂດ, ນັບແຕ່​ການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ, ການ​ລົງ​ທຶນ, ການ​ເຊື່ອມ​ຕໍ່​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ ຕະຫຼອດເຖິງ​ການ​ໂຄ​ສະ​ນາ​ຂໍ້​ມູນ​, ຜະ​ລິດ​ຕະ​ພັນ ແລະ ການ​ແລກ​ປ່ຽນ​ດ້ານ​ກິ​ລາ, ສິ​ລະ​ປະ, ການສຳຜັດອາ​ຫານ​ຂອງ​ສອງ​ຝ່າຍ. ພິເສດ, ກອງປະຊຸມພົບປະ ດານັງ - ຍີ່ປຸ່ນ ຈະແມ່ນເວທີປາໄສເພື່ອ 2 ຝ່າຍແລກປ່ຽນບັນດາເນື້ອໃນລະອຽດ, ອັບເດດທິດທາງການຮ່ວມມືໃໝ່ໃນບັນດາຂົງເຂດພັດທະນາບຸລິມະສິດຂອງນະຄອນ ດານັງ ເຊັ່ນ ອຸດສາຫະກຳເຕັກໂນໂລຢີສູງ, ເຕັກໂນໂລຢີຂໍ້ມູນຂ່າວສານ, ເອເລັກໂຕນິກ, ແຜງວົງຈອນເຄິ່ງຊັກນຳໄຟຟ້າ ແລະ ແຫຼ່ງຊັບ​ພະ​ຍາ​ກອນ​ມະ​ນຸດ.

ຕາມ​ທ່ານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຍີ່ປຸ່ນ ປະຈຳ ຫວຽດນາມ Ito Naoki ​ແລ້ວ, 10 ປີ​ກ່ອນ, ​ໃນ​ເດືອນກໍລະກົດ 2014, ງານ​ບຸນ ຫວຽດນາມ - ຍີ່ປຸ່ນ ​ໄດ້​ດຳ​ເນີນ​ເປັນ​ຄັ້ງ​ທຳ​ອິດ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ເປີດ​ເສັ້ນທາງ​ການບິນ​ໂດຍ​ກົງ Narita - ດານັງ ຂອງ Vietnam Airlines. ປີ 2023 ແມ່ນ​ປີ​ສະ​ເຫຼີ​ມສະຫຼອງ​ 50 ປີແຫ່ງການສ້າງຕັ້ງການພົວພັນທາງການທູດລະ​ຫວ່າງ ຍີ່​ປຸ່ນ ແລະ ຫວຽດນາມ. ນີ້​ແມ່ນ​ປີ​ທີ່​ໄດ້​ປະກອບສ່ວນ​ຮັດ​ແໜ້ນ ​ແລະ ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ 2 ປະ​ເທດ. ຢູ່​ນະຄອນ ດານັງ ໄດ້​ຈັດ​ຕັ້ງ​ລາຍການ​ສະ​ເຫຼີ​ມສະຫຼອງ 50 ປີ​ທີ່ດີເລີດ ​ແລະ ​ປະ​ທັບ​ໃຈ​ຫຼາຍ​ຢ່າງ​ຄື ງານບຸນແສງສະຫວ່າງ, ລາຍການປະສານສຽງດົນຕີຂອງ​ກຸ່ມ ຫ້າບັນເລງ ມາຈາກວົງດົນຕີປະສານສຽງ ຍີ່ປຸ່ນ.

ທ່ານ​ເອກ​ອັກຄະ​ລັດຖະທູດ Ito Naoki ກ່າວວ່າ “ປີ 2024 ​ແມ່ນ​ປີ​ທຳ​ອິດທີ່ເລີ່ມຕົ້ນໃຫ້ເສັ້ນທາງມຸ່ງ​ໄປ​ເຖິງ 50 ປີ​ຕໍ່ໜ້າ. ໂດຍ​ອີງ​ໃສ່ພື້ນຖານ ແມ່ນຜົນສຳ​ເລັດ​ຂອງ​ປີສະເຫຼີມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ, ຂ້າພະ​ເຈົ້າ​ ຫວັງວ່າ ພ້ອມ​ກັນກັບ​ຜູ້ຕາງໜ້າ​ນະຄອນ ດາ​ນັງ ​ແລະ ບັນດາ​ວິ​ສາ​ຫະກິດ ຍີ່​ປຸ່ນ ຈະສືບ​ຕໍ່​ມານະ​ພະຍາຍາມ​ ເພື່ອ​ຊຸກຍູ້​ການພົບປະແລກປ່ຽນປະຊາຊົນ ​ໂດຍ​ຜ່ານບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ກິລາ, ທ່ອງທ່ຽວ ກໍຄືການຮ່ວມມື​ໃນ​ຂົງ​ເຂດ​ເສດຖະກິດ​, ໃນນັ້ນ ມີການເຄື່ອນໄຫວລົງທືນ" .

ເຈາະຈີ້ມ​ຄວາມ​ສົນ​ໃຈ​ກ່ຽວກັບ ​ຍີ່​ປຸ່ນ​ ໃນລຸ້ນ​ໜຸ່ມ

ນັກທ່ອງທ່ຽວຊອກຮູ້ພາສາ ຍີ່ປຸ່ນ ໃນງານບຸນ. (ພາບ: danang.gov.vn)

ຄຽງ​ຂ້າງ​ນັ້ນ, ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ລະຫວ່າງ​ທ້ອງ​ຖິ່ນ ຍີ່ປຸ່ນ ​ແລະ ນະຄອນ ​ດາ​ນັງ ກໍ່ນັບ​ມື້​ນັບ​ເລິກ​ເຊິ່ງກ່ວາ​ອີກ. ປະຈຸ​ບັນ, ນະຄອນ ​ດາ​ນັງ​ ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກັບ 5 ທ້ອງ​ຖິ່ນ​ຂອງ ​ຍີ່​ປຸ່ນ ຄື ນະຄອນ Kawasaki, ນະຄອນ Sakai, ນະຄອນ Yokohama, ນະຄອນ Mimasaka, ນະຄອນ Kisarazu (ແຂວງ Chiba). ການ​ເຄື່ອນ​ໄຫວ​ສຶກສາ​ພາສາ​ ຍີ່ປຸ່ນ ຢູ່​ນະຄອນ ​ດາ​ນັງ​ ກໍ່​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ, ໃນນັ້ນ ພົ້ນ​ເດັ່ນທີ່ສຸດ ແມ່ນ​ມະຫາວິທະຍາ​ໄລ​ພາສາ​ຕ່າງປະ​ເທດ​ ດາ​ນັງ.

ທ່ານ​ເອກ​ອັກຄະ​ລັດຖະທູດ Ito Naoki ກ່າວວ່າ "ຂ້າ​ພະ​ເຈົ້າ​ຫວັງ​ວ່າ ​ນີ້​ຈະ​ແມ່ນ​ໂອ​ກາດ​ເພື່ອ​ປຸກລຸກຄວາມ​ສົນ​ໃຈ​ກ່ຽວກັບ ​ຍີ່​ປຸ່ນ​ ໃນລຸ້ນ​ໜຸ່ມ, ຊ່ວຍ​ໃຫ້​​ເຂົາ​ເຈົ້າສາມາດຊອກຫາ, ຮ່ຳຮຽນ, ເຮັດໃຫ້ມີຄວາມເຂົ້າ​ໃຈ​ກ່ຽວກັບ ຍີ່​ປຸ່ນ ເລິກເຊິ່ງກ່ວາອີກ. ຂ້າ​ພະ​ເຈົ້າກໍ່ຫວັງວ່າ ຈະ​ມີ​ຊາວ ຫວຽດນາມ ​ເຂົ້າ​ມາ ຍີ່ປຸ່ນ ​ເປັນ​ຈຳນວນ​ຫຼວງ​ຫຼາຍ". .

ທີ່ງານບຸນ, ປະຊາຊົນ ​ແລະ ​ແຂກ​ທ່ອງ​ທ່ຽວ ​ໄດ້​ມີ​ໂອກາດ​ສຳ​ຜັດ​ກັບ​ວັດ​ທະ​ນະ​ທຳ​ ຫຼັກການແຕ້ມໂຕໜັງສືຈີນ, ສິລະປະດື່ມນ້ຳຊາ, ງານບຸນແຕ່ງກາຍ, ລົງຕົວຈິງຮີດຄອງ​ປະ​ເພນີ​ຂອງ​ງານ​ບຸນຄືນວັນທີ 7 ເດືອນ 7 Tanabata, ຊອກຮູ້ບັນດາຈຸດໝາຍປາຍທາງການທ່ອງທ່ຽວ ຍີ່ປຸ່ນ ຢູ່ຮ້ານສອບຖາມຂໍ້​ມູນ​...

ພິ​ເສດ​, ລາຍການແລກປ່ຽນ​ກິລາ, ສິລະ​ປະ ດ້ວຍ​ຫຼາຍ​ການ​ເຄື່ອນ​ໄຫວ​ທີ່ປະກົດ​ເປັນ​ຄັ້ງ​ທຳ​ອິດ​ໃນ​ງານ​ບຸນ​ຄື ລົງຕົວຈິງການຕີເບັດສະບອນ ​ຍີ່ປຸ່ນ, ​ແລກປ່ຽນ Bon Odori ​ແລະ ເຕັ້ນສາບ, ແລກປ່ຽນສິລະປະດື່ມນ້ຳຊາ ​ຍີ່ປຸ່ນ ​ແລະ ຊາ​ຫວຽດນາມ ພ້ອມກັນກັບຄະນະ​ນັກສິລະປະ​​ພື້ນ​ເມືອງ ​ແລະ ທັນ​ສະ​ໄໝ ຈະ​ຊ່ວຍ​ໃຫ້​ປະຊາຊົນ​ສອງ​ປະ​ເທດ​ໄດ້ແລກປ່ຽນ ​ແລະ ​ເຊື່ອມ​ໂຍງ​ດ້ານ​ວັດທະນະທຳ.

ນັກ​ລົງ​ທຶນ​ຍີ່​ປຸ່ນ​ເລືອກ​ຫວຽດ​ນາມ ຍ້ອນ​ມີ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ ແລະ ເສດ​ຖະ​ກິດ​ມະ​ຫາ​ພາກ​ທີ່​ເປັນ​ປົກ​ກະ​ຕິ ນັກ​ລົງ​ທຶນ​ຍີ່​ປຸ່ນ​ເລືອກ​ຫວຽດ​ນາມ ຍ້ອນ​ມີ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ ແລະ ເສດ​ຖະ​ກິດ​ມະ​ຫາ​ພາກ​ທີ່​ເປັນ​ປົກ​ກະ​ຕິ

ຍ​ສ​ໝ - ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ພົ້ນ​ເດັ່ນ​ເພື່ອ​ກຳ​ນົດທີ່ຕັ້ງ​ຫວຽດ​ນາມ ສຳລັບ​ບັນ​ດາ​ປະ​ເທດ​ອື່ນ​ແມ່ນ​ຄວາມ​ໄວ​ໃນ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ໄດ້​ຮັບ​ການ​ປັບ​ປຸງ​ຍ້ອນ​ພື້ນ​ຖານ​ການ​ເມືອງ​ທີ່​ມີ​ສະ​ຖ​ຽນ​ລະ​ພາບ. ເຂດ​ພາ​ກໃຕ້​ຫວຽດ​ນາມ, ໃນ​ນັ້ນ​ມີ​ນະ​ຄອນ​ໂຮ່​ຈີ​ມິນ ພວມ​ແມ່ນ​ກຳ​ລັງ​ໜູນ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ທົ່ວ​ປະ​ເທດ ແລະ ສວມ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຮັບ​ເງິນທຶນ FDI.

ຫວຽດ​ນາມ ​ຮ່ວມ​ແຮງ​ຮ​່ວມ​ໃຈ​ພ້ອມ​ກັບ​ສາ​ກົນ​ຊ່ວຍ​ເຫຼືອ​ຍີ່​ປຸ່ນ​ຜ່ານ​ຜ່າ​ໄພ​ພິ​ບັດໃນ​ປີ 2011 ຫວຽດ​ນາມ ​ຮ່ວມ​ແຮງ​ຮ​່ວມ​ໃຈ​ພ້ອມ​ກັບ​ສາ​ກົນ​ຊ່ວຍ​ເຫຼືອ​ຍີ່​ປຸ່ນ​ຜ່ານ​ຜ່າ​ໄພ​ພິ​ບັດໃນ​ປີ 2011

ຍ​ສ​ໝ - ຕໍ່​ໜ້າ​ຄວາມ​ສູນ​ເສຍ​ຢ່າງ​ໃຫຍ່ຫຼວງ​ນັ້ນ, ທົ່ວ​ໂລກ​ໃນ​ນັ້ນ​ມີ ຫວຽດ​ນາມ ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈ, ພ້ອມ​ກັບ​ ຍີ່​ປຸ່ນ​ ແກ້​ໄຂ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ.ຍີ່​ປຸ່ນ​ ໄດ້​ຮັບ​ບັນ​ດາ​ສານ​ສະ​ແດງ​ຄວາມ​ເສຍ​ດາຍ ແລະ ການ​ສະ​ໜັບ​ສະ​ໜູນ​ຈາກ​ບັນ​ດາ​ການ​ນຳ​ສາ​ກົນ. ກະ​ຊວງ​ການ​ຕ່າງ​ປະ​ເທດ​ ຍີ່​ປຸ່ນ​ ໃຫ້​ຮູ້​ວ່າ ມີກ່​ວາ 130 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ທົ່ວ​ໂລກ ພ້ອມ​ກັບ 40 ອົງ​ການ​ຈັດ​ຕັ້ງ​ສາ​ກົນ ສະ​ເໜີ​ໜູນ​ຊ່ວຍ​ປະ​ເທດ​ຍີ່​ປຸ່ນ​.

ມີງດຶກ

ເຫດການ
302 Found

Found

The document has moved here.