ເປີດສະຫຼອງວັນວັດທະນະທຳ ຫວຽດນາມ ຢູ່ສະຫະພັນ ລັດເຊຍ

17:05 | 05/07/2024

ຍສໝ - ວັນທີ 2 ກໍລະກົດ, ເຫດການ “ວັນວັດທະນະທໍາ ຫວຽດນາມ ຢູ່ສະຫະພັນ ລັດເຊຍ” ໄດ້ໄຂຂຶ້ນທີ່ໂຮງລະຄອນ Zaryadie ຢູ່ໃຈກາງນະຄອນຫຼວງ Moskva, ​ສະ​ຫະ​ພັນ ລັດເຊຍ, ດ້ວຍການເຄື່ອນໄຫວຫຼາຍຢ່າງໃນຕະຫຼອດອາທິດ.

ຍົກສູງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ
ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຫວຽດນາມ ໂຕ່ເລິມ ໄດ້ພົບປະກັບບັນດາອະດີດນັກສຶກສາ ຫວຽດນາມ ຢູ່ ລັດເຊຍ
ເປີດສະຫຼອງວັນວັດທະນະທຳ ຫວຽດນາມ ຢູ່ສະຫະພັນ ລັດເຊຍ

ທ່ານ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງ​ທ່ຽວ ຫວຽດນາມ ຫງວຽນ​ວັນ​ຮຸ່ງ ກ່າວ​ຄຳ​ປາໄສ​ທີ່​ພິທີ​ເປີດ.

ທ່ານ​ປະທານ​ສະ​ພາ​ສະ​ຫະ​ພັນ Valentina Matvienko ກໍ່​ໄດ້​ສົ່ງ​ຈົດໝາຍ​ອວຍພອນ, ສະ​ແດງ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ຂອງ​ການ​ນຳ​ ລັດ​ເຊຍ ຕໍ່ກັບເຫດການ​ດັ່ງກ່າວ, ໂດຍຜ່ານ​ນັ້ນ​ກໍ່ພັດທະນາ ​ແລະ ​ປັບປຸງການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ ຫວຽດນາມ ​ແລະ ລັດ​ເຊຍ ຕື່ມອີກ.

ກ່າວ​ຄຳ​ປາໄສ​ທີ່​ພິທີ​ເປີດ, ທ່ານ​ ຫງວຽນ​ວັນ​ຮຸ່ງ ​ໃຫ້​ຮູ້​ວ່າ: “ວັນ​ວັດທະນະທຳ ​ຫວຽດນາມ ຢູ່​ສະຫະພັນ ​ລັດ​ເຊຍ” ​ໄດ້​ຈັດ​ຕັ້ງ​ປະຕິບັດ​ ເພື່ອຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານລະຫວ່າງ​ ຫວຽດນາມ - ສະຫະພັນ​ ລັດ​ເຊຍ ທີ່ມຸ່ງໄປສູ່ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດໃນ ປີ 2025 ແລະ ພິເສດແມ່ນໄດ້ດຳເນີນພາຍຫຼັງການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ແຕ່ວັນທີ 19 – 20 ມິຖຸນາ ຜ່ານມາ.

ສ່ວນທ່ານ Olga Liubimova ລັດຖະມົນຕີກະຊວງວັດທະນະທຳ ລັດເຊຍ ຢືນຢັນວ່າ ລັດເຊຍ ຍິນດີຕ້ອນຮັບບັນດາເຫດການສໍາຄັນຂອງການຮ່ວມມືດ້ານວັດທະນະທໍາຂອງ 2 ປະເທດ, ນັ້ນແມ່ນ “ວັນວັດທະນະທໍາ ຫວຽດນາມ ຢູ່ສະຫະພັນ ລັດເຊຍ” ຜ່ານຫຼາຍຄັ້ງໄດ້ຈັດຕັ້ງຢ່າງສຳເລັດຜົນ.

ເປີດສະຫຼອງວັນວັດທະນະທຳ ຫວຽດນາມ ຢູ່ສະຫະພັນ ລັດເຊຍ

ການ​ສະ​ແດງ​ໂດຍ​ສະ​ຖາ​ບັນ​ດົນ​ຕີ​ແຫ່ງ​ຊາດ ​ຫວຽດ​ນາມ.

ຕາມ​ທ່ານ​ຮອງ​ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ​ດົນ​ຕີ​ແຫ່ງ​ຊາດ ຫວຽດນາມ, ນັກ​ສິ​ລະ​ປິນ​ປະ​ຊາ​ຊົນ ບຸ່ຍກົງຢຸ່ຍ ຜູ້ທີ່​ມີ​ຊື່​ສຽງ​ຈາກ​ໂຮງ​ຮຽນ Traikovsky ​ໃຫ້​ຮູ້​ວ່າ ຍ້ອນ​ວ່າ​ເຫດການດັ່ງ​ກ່າວ​ໄດ້​ຈັດ​ຂຶ້ນໃນ​ແຕ່ລະປີ ສະນັ້ນໂຄງ​ການ​​ຕ້ອງ​ໄດ້​ຮັບ​ການ​ປ່ຽນ​ໃໝ່ຢູ່ສະເໝີ, ເພື່ອ​ໃຫ້​ຜູ້​ຊົມ​ຮູ້ສຶກເຖິງ​ຄວາມ​ງາມ​ຂອງ​ວັດ​ທະ​ນະ​ທໍາ​ພື້ນ​ເມືອງໄດ້​ງ່າຍ​ທີ່​ສຸດ​ ກໍ່ຄື​ຄວາມ​ຄິດປະດິດ​ສ້າງ​ຂອງບັນດາ​ຜູ້ແຕ່ງ ​ຫວຽດ​ນາມ​.

ເປີດສະຫຼອງວັນວັດທະນະທຳ ຫວຽດນາມ ຢູ່ສະຫະພັນ ລັດເຊຍ

ລາຍການ​ສະ​ແດງ​ຟ້ອນ​ໂດຍ​ນັກ​ສິ​ລະ​ປິນ​ໂຮງ​ລະ​ຄອນ​ສິ​ລະ​ປະຍຸກ​ປະ​ຈຸ​ບັນ​ ຫວຽດ​ນາມ.

ພິທີເປີດສະຫຼອງ “ວັນວັດທະນະທຳ ຫວຽດນາມ ຢູ່ສະຫະພັນ ລັດເຊຍ” ປີ 2024 ແມ່ນເຫດການເປີດສາກໃຫ້ແກ່ບັນດາລາຍການສະແດງສິລະປະ, ງານວາງສະແດງ, ຮູບເງົາ ຫວຽດນາມ, ແລະ ບັນດາໂຄງການຊຸກຍູ້ ແລະ ແນະນຳການທ່ອງທ່ຽວ ຢູ່ນະຄອນຫຼວງ Moskva, ເມືອງໃຫຍ່ທີ 2 ຂອງ ລັດເຊຍ ແມ່ນ St Petersburg ​ແລະ ຢູ່ນະຄອນທີ່ເປັນ​ບ້ານ​ເກີດ​ເມືອງ​ນອນຂອງ​ທ່ານ Lenin, Ulianovsk ທີ່​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ນຳ​ເອົາ​ຮູບ​ພາບ “ຫວຽດນາມ ​ທີ່​ປອດ​ໄພ, ເປັນ​​ມິດ, ຈິດໃຈດີ, ມີຄວາມຮັກແພງແຂກຄົນ, ​ເຊື່ອມ​ໂຍງ ​ແລະ ພັດທະນາ” ​ໃຫ້​ແກ່​ເພື່ອນມິດ ​ລັດ​ເຊຍ.

ບັນດາລຸ້ນນັກສຶກສາ ຫວຽດນາມ ຢູ່ ລັດເຊຍ - ຂົວເຊື່ອມຕໍ່ມິດຕະພາບ ບັນດາລຸ້ນນັກສຶກສາ ຫວຽດນາມ ຢູ່ ລັດເຊຍ - ຂົວເຊື່ອມຕໍ່ມິດຕະພາບ

​ຍສໝ - ວັນ​ທີ 20 ມີຖຸນາ, ຢູ່ ​ຮ່າ​ໂນ້ຍ, ກ່າວ​ຄຳ​ປາໄສ​ທີ່​ການ​ພົບ​ປະ​ກັບ​ການ​ນຳ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ​ລັດ​ເຊຍ ​ແລະ ບັນດາ​ລຸ້ນອະດີດນັກສຶກສາ ຫວຽດນາມ ທີ່​​ຮ່ຳຮຽນ​ຢູ່ ລັດ​ເຊຍ ​ໂດຍ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ​ເປັນ​ເຈົ້າພາບ, ທ່ານ​ປະທານາທິບໍດີ ​ສະຫະພັນ​ ລັດ​ເຊຍ Vladimir Putin ຫວັງ​ວ່າ ...

ການທູດປະຊາຊົນ - ກຸນແຈຄຳທີ່ຜູກພັນສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ ການທູດປະຊາຊົນ - ກຸນແຈຄຳທີ່ຜູກພັນສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ

​ຍສໝ - ໃນ​ສະພາບ​ການຜັນແປ​ຢ່າງ​ສັບສົນ​ໃນ​ໂລກ ​ແລະ ພາກ​ພື້ນ, ການ​ປົກ​ປັກ​ຮັກສາ ​ແລະ ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ລັດ​ເຊຍ ບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຜ່ານ​ບັນດາ​ຊ່ອງ​ທາງ​ການ​ເມືອງ​ລະດັບ​ສູງ, ການ​ທູດ​ແຫ່ງ​ລັດ ​ເທົ່າ​ນັ້ນ ຫາກ​ຍັງ​ດຳ​ເນີນຜ່ານ​ບັນດາ​ຊ່ອງ​ທາງ​ການ​ທູດ​​ປະຊາຊົນ​ອີກ​ດ້ວຍ.

ມິງດຶກ

ເຫດການ
302 Found

Found

The document has moved here.