ສະມາຄົມມິດຕະພາບ 10 ແຫ່ງເຂົ້າຮ່ວມງານມະໂຫລານານທຳນອງມິດຕະພາບແຂວງ ດົ່ງນາຍ ປີ 2024 | |
ຍ້ອງຍໍສັນລະເສີນ 200 “ນັກຮົບນ້ອຍ ດຽນບຽນ” ທົ່ວປະເທດ ຄັ້ງທີ V ປີ 2024 |
ງານບຸນເພື່ອສັນຕິພາບປີ 2024 ໄຂຂຶ້ນໃນຕອນຄ່ຳວັນທີ 6 ກໍລະກົດ, ຢູ່ເຂດຮ່ອງຮອຍສະຖານປະຫວັດສາດລະດັບຊາດພິເສດ ສອງຝັ່ງແມ່ນ້ຳ ຮ່ຽນເລືອງ - ເບັ້ນຫາຍ, ແຂວງ ກວ໋າງຈິ, ດ້ວຍຫົວຂໍ້ “ຜູກຮັດບັນດາຂົວຕໍ່”. ນີ້ແມ່ນງານບຸນໃຫຍ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ ໂດຍແຂວງ ກວ໋າງຈິ ຈັດຕັ້ງ ດ້ວຍລະດັບຊາດ.
![]() |
ບັນຍາກາດທີ່ພິທີເປີດ. |
ຈຸດພົ້ນເດັ່ນຂອງງານບຸນແມ່ນລາຍການສະແດງສິລະປະພິເສດ ເພື່ອໄຂງານບຸນໃນຕອນຄ່ຳວັນທີ 6 ກໍລະກົດ, ດ້ວຍການເຂົ້າຮ່ວມຂອງນັກສິລະປິນຊື່ດັ່ງຢູ່ພາຍໃນປະເທດ ແລະສາກົນ. ແຫຼ່ງບັນດານໃຈຂອງທ່ານ ດັ້ງເລມິງຈີ, ຫົວໜ້າຄະນະກຳກັບລາຍການສະແດງສິລະປະໄດ້ເລີ່ມມາຈາກຂົວ ຮ່ຽນເລືອງ, ຂົວຕໍ່ສະແດງຄວາມຄາດຫວັງທ້ອນໂຮມປະເທດຊາດເປັນເອກະພາບ, ຈິດໃຈຜູກພັນລະຫວ່າງ ອະດີດ ກັບ ອະນາຄົດ ໃນການເດີນທາງຂອງຜູ້ຮັກຫອມສັນຕິພາບ.
ທ່ານກ່າວວ່າ: “ສານຂອງລາຍການແມ່ນ “ຮ່ວມແຮງຮ່ວມໃຈສ້າງໂລກສັນຕິພາບ”. ພວກຂ້າພະເຈົ້າຢາກເນັ້ນໜັກເຖິງຄວາມສາມັກຄີ, ສາມັກຄີ ຈະແມ່ນຄຸນຄ່າໃຫຍ່ຫຼວງທີ່ສຸດ ແລະແທ້ຈິງທີ່ສຸດ. ທີສອງແມ່ນສ້າງສາ, ພວກເຮົາພ້ອມກັນປະກອບສ່ວນ, ພ້ອມກັນສ້າງ, ພ້ອມກັນສ້າງໂລກສັນຕິພາບ”.
![]() |
ລາຍການສະແດງສິລະປິທີ່ພິທີ. |
ນອກຈາກນັ້ນແລ້ວ, ລາຍການພົບປະແລກປ່ຽນສະແດງດົນຕີສາກົນ “ທຳນອງດົນຕີສັນຕິພາບ” ຍັງມີການເຂົ້າຮ່ວມຂອງນັກສິລະປິນທີ່ມາຈາກບັນດາປະເທດ ສ.ເກົາຫຼີ, ຍີ່ປຸ່ນ, ອາເມລິກາ, ຈີນ, ຝລັ່ງ, ອົດສະຕາລີ, ກູບາ, ຟີລິບປິນ, ໄທ, ລາວ, ກຳປູເຈຍ ແລະ ຫວຽດນາມ.
ບູນມີ