ການ​ທູດ​ປະຊາຊົນ: ກຸນແຈການ​ຮ່ວມ​ມື​ ຫວຽດນາມ - ​ເບ​ລາຣຸດ

17:02 | 05/07/2024

ຍສໝ - ທ່ານ​ເອກ​ອັກຄະ​ລັດຖະທູດ ​ເບ​ລາຣຸດ ປະຈຳ ຫວຽດນາມ Uladzimir Baravikou ​ໃຫ້​ຮູ້​ຄືດັ່ງກ່າວເມື່ອແລກປ່ຽນກັບນັກຂ່າວຈາກ​ ວາລະສານຍຸກສະໄໝ ກ່ຽວ​ກັບ​ບັນດາ​ໝາກຜົນ​ແຫ່ງ​ການ​ພົວພັນ​ປະຊາຊົນ​ ຫວຽດນາມ - ​ເບ​ລາຣຸດ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ຊາດ​ສາທາລະນະ​ລັດ ເບ​ລາຣຸດ (ວັນທີ 3 ກໍລະກົດ 1994 - ວັນທີ 3 ກໍລະກົດ 2024).

ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະສະຫະພັນ​ລັດ​ເຊຍ ຈະ​ນັບ​ມື້​ນັບ​ເຂົ້າ​ເລິກເຊິ່ງກວ່າອີກ
ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ “ຮັກສາ​” ມິດຕະພາບ​ ຫວຽດນາມ - ລັດ​ເຊຍ
ການ​ທູດ​ປະຊາຊົນ: ກຸນແຈການ​ຮ່ວມ​ມື​ ຫວຽດນາມ - ​ເບ​ລາຣຸດ

ທ່ານ​ເອກ​ອັກຄະ​ລັດຖະທູດ ​ເບ​ລາຣຸດ ປະຈຳ ຫວຽດນາມ Uladzimir Baravikou

ທ່ານ ກ່າວວ່າ:

ຫວ່າງ​ມໍ່ໆ​ມາ​ນີ້, ຫຼາຍ​ໂຄງການ​ລວມໃນບັນດາ​ຂົງ​ເຂດ​ວັດທະນະທຳ, ວິທະຍາສາດ, ການສຶກສາ ໄດ້​ຮັບ​ການ​ຜັນ​ຂະຫຍາຍ ​ເພື່ອ​ຊຸກຍູ້​ການ​ພົວພັນ​ປະຊາຊົນ​ລະຫວ່າງ 2 ປະ​ເທດ​ຄື: ວັນ​ວັດທະນະທຳ ​ແລະ ວັນການ​ສຶກສາ ​ເບ​ລາຣຸດ ຢູ່ ຫວຽດນາມ; ໂຄງການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ພາຍ​ໃນ ​ເບ​ລາຣຸດ ​ແລະ ກະຊວງ​ຕຳຫຼວດ ຫວຽດນາມ ​ເພື່ອ​ແລກປ່ຽນ​ບັນດາກຸ່ມ​ລູກ​ຫຼານ​ຂອງ​ພະນັກງານ, ທະຫານ​ເສຍທີ່ເສຍສະຫຼະ​ຊີວິດ ຫຼື ຖືກບາດເຈັບໃນ​ຂະນະ​ປະຕິບັດ​ວຽກຫຼວງ. ສັນຍາຍົກ​ເວັ້ນວີ​ຊາ​ສຳລັບ​ຜູ້ມີໜັງສື​ຜ່ານ​ແດນ​ທຳມະດາ​ລະຫວ່າງ​ຫວຽດນາມ ​ແລະ ​ເບ​ລາຣຸດ...

ການ​ທູດ​ປະຊາຊົນ: ກຸນແຈການ​ຮ່ວມ​ມື​ ຫວຽດນາມ - ​ເບ​ລາຣຸດ

ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ແລະ ພາກວິຊາພາສາທິດຕາເວັນອອກ, ມະຫາວິທະຍາໄລພາສາສາດແຫ່ງຊາດ Minsk ໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມື ເນື່ອງໃນໂອກາດວັນການສຶກສາ ເບລາຣຸດ ຢູ່ຫວຽດນາມ.

ປີ 2024 ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສືບ​ຕໍ່​ມີ​ການ​ເຄື່ອນ​ໄຫວ​ຮ່ວມ​ມື, ຕິດພັນ​ຫຼາຍ​ດ້ານ​ລະຫວ່າງ​ສະມາຄົມ​ມິດຕະພາບ, ບັນດາ​ອົງການ​ຊາວ​ໜຸ່ມ​ຂອງ 2 ປະ​ເທດ. ຫວ່າງ​ມໍ່ໆ​ນີ້, ວັນ​ທີ 8 ພຶດສະພາ 2024, ຢູ່​ນະຄອນ ດ້ຽນບຽນ​ຝູ ໄດ້​ດຳ​ເນີນ​ພິທີ​ມອບ-ຮັບໄຫບັນຈຸດິນ​, ​ເອກະສານ​ຮູບ​ພາບ​ລະຫວ່າງ ​ລະບົບອະນຸສອນ​ສະຖານ “ປ້ອມປືນ Brest - ວິລະ​ຊົນ” ​ແລະ ຫໍພິພິທະ​ພັນ​ປະຫວັດສາດ​ໄຊຊະນະ​ດ້ຽນບຽນ​ຝູ. ​ດິນ​ທີ່​ສັກ​ສິດ​ຂອງປ້ອມປືນ Brest ເຂັ້ມຂຸຸ້ນ​ໄປດ້ວຍເລືອດ ​ແລະ ກະດູກ​ຂອງ​ບັນດາ​ນັກຮົບ​ວິລະ​ຊົນທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ປະຈຸບັນ ໄດ້​ມີ​ຢູ່​ໃນ​ດິນ​ແດນ​ ຫວຽດນາມ. ພິທີ​ມອບ​ ໄດ້ດຳເນີນເນື່ອງໃນໂອກາດ ເບ​ລາຣຸດ ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ຍາດໄດ້ໄຊຊະນະ​ຕໍ່ກອງທັບ ​ຝຣັ່ງ ຢູ່ ດ້ຽນບຽນ​ຝູ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັກຫອມສັນຕິພາບ​ຂອງ​ປະຊາຊົນ​ສອງ​ປະ​ເທດ, ນ້ຳໃຈພິລະອາດຫານ, ກ້າແກ່ນ, ລັດທິວິລະຊົນໃນບັນດາການຕໍ່ຕ້ານທີ່ຊອບທຳເພື່ອເອກະລາດ. ຂ້າພະ​ເຈົ້າ​​ເຊື່ອ​ໝັ້ນ​ວ່າ ໂຄງການ​ນີ້​ຈະ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ຄວາມ​ຈິງ​ກ່ຽວ​ກັບ​ໄຊຊະນະ​ອັນ​ສະຫງ່າ​ລາສີ​ຂອງ​ປະຊາຊົນ ​ເບ​ລາຣຸດ ​ແລະ ປະຊາຊົນ ຫວຽດນາມ, ພ້ອມ​ທັງ​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ສອງ​ປະ​ເທດ.

ການ​ທູດ​ປະຊາຊົນ: ກຸນແຈການ​ຮ່ວມ​ມື​ ຫວຽດນາມ - ​ເບ​ລາຣຸດ

ທ່ານ​ເອກ​ອັກຄະ​ລັດຖະທູດ ​ເບ​ລາຣຸດ ປະຈຳ ຫວຽດນາມ Uladzimir Baravikou ໄດ້ມອບໄຫທີ່ບັນຈຸດິນຢູ່ປ້ອມປືນ Brest ໃຫ້​ແຂວງ ດ້ຽນບຽນ.

  • ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ແລ້ວ, ການ​ພົວ​ພັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ພວມ​ຜັນ​ຂະ​ຫຍາຍ​ໃນ​ບັນ​ດາ​ຂົງ​ເຂດ​ ແລະ ບໍລິເວນ​ຕົ້ນ​ຕໍໃດແດ່?

+ ເບລາຣຸດ ກຳນົດ​ວ່າ ບຸລິມະສິດ​ໃນ​ການ​ຮ່ວມ​ມືສອງຝ່າຍ​ກັບ ຫວຽດນາມ ​ແມ່ນ​ພັດທະນາ​ການ​ພົວພັນ​ດ້ານ​ການ​ຄ້າ. ປີ 2023, ວົງ​ເງິນ​ການ​ຄ້າ​ລະ​ຫວ່າງ ເບ​ລາ​ຣຸດ ແລະ ຫວຽດ​ນາມ ​ບັນ​ລຸ​ປະ​ມານ 250 ລ້ານ USD, ສູງ​ທີ່​ສຸດແຕ່ກ່ອນມາຮອດປະຈຸບັນ. ບັນດາຜະລິດຕະພັນເຊັ່ນ ລົດຂຸດຄົ້ນບໍ່ແຮ່ປະເພດຫນັກ BelAZ, ລົດບັນທຸກ MAZ, ຈັກແກ່ຂອງ ເບລາຣູດ ໄດ້ມີຊື່ສຽງໃນ ຫວຽດນາມ ຫຼາຍທົດສະວັດ. ກົງ​ກັນ​ຂ້າມ, ວົງ​ເງິນ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຂອງ​ ຫວຽດ​ນາມ ​ໄປ​ຍັງ ​ເບ​ລາ​ຣຸດ (ເຂົ້າ, ປະເພດເມັດພືດບຳລຸງບັນດາຊະນິດ, ກາ​ເຟ, ໝາກ​ໄມ້, ສິນ​ທະ​ເລ) ເຕີບໂຕຢ່າງຕັ້ງໜາ້. ຫວ່າງ​ມໍ່ໆ​ມາ​ນີ້, ​ແຜງວົງຈອນ ແລະ ອຸປະກອນ​ເອ​ເລັກ​ໂຕນິກທີ່​ມີເຄື່ອງໝາຍການຄ້າ “Made in Vietnam” ໄດ້​ກາຍ​ເປັນ​ທີ່​ຮູ້​ຈັກ​ຢ່າງ​ກວ້າງຂວາງ.

ການ​ທູດ​ປະຊາຊົນ: ກຸນແຈການ​ຮ່ວມ​ມື​ ຫວຽດນາມ - ​ເບ​ລາຣຸດ

ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື (MOU) ລະຫວ່າງ​ສູນ​ Marketing ແລະ ຄົ້ນ​ຄ້ວາ​ລາຄາ​ແຫ່ງ​ຊາດ ​ເບ​ລາຣຸດ ກັບ​ກົມ​ສົ່ງ​ເສີມ​ການ​ຄ້າ, ສູນ​ສົ່ງ​ເສີມ​ການ​ຄ້າ ​ແລະການ​ລົງທຶນ ​ນະຄອນ​ໂຮ່ຈິ​ມິນ (ITPC) ​ແລະ ສະ​ໂມ​ສອນ​ວິ​ສາ​ຫະກິດ ຫວຽດນາມ.

ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ສະຫະພັນ​ເສດຖະກິດ​ ອາຊີ-​ເອີ​ລົບ ​ແລະ ຫວຽດນາມ ປະກອບສ່ວນ​ສ້າງ​ກຳລັງ​ຜັກດັນ​ຊຸກຍູ້​ການ​ພັດທະນາ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະຫວ່າງ ຫວຽດນາມ ​ແລະ ​ເບ​ລາຣຸດ. ການ​ລົບ​ລ້າງ​ສິ່ງ​ກີດຂວາງ​ດ້ານ​ການ​ຄ້າ​ ໄດ້​ເຮັດ​ໃຫ້​ຜູ້​ບໍລິ​ໂພ​ກ ຫວຽດນາມ ​ເປີດ​ກວ້າງໂອກາດ​ການ​ເຂົ້າ​ເຖິງ​ບັນດາ​ຜະລິດ​ຕະພັນ​ຄຸນ​ນະພາ​ບສູງ​ທີ່​ຜະລິດ​ໂດຍ​ ເບ​ລາຣຸດ ​ເຊັ່ນ ຂະໜົມຫວານ, ເຫຼົ້າ ແລະ ນົມ.

- ບັນດາຂົງ​ເຂດ​ໃດ​ທີ່​ສອງ​ປະ​ເທດ​ສາມາດ​ຊຸກຍູ້​ການ​ຮ່ວມ​ມື​ໃໝ່​ໃນ​ໄລຍະ​ຈະ​ມາ​ເຖິງ, ຂໍຮຽນທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ?

+ ຫວຽດນາມ ​ແລະ ​ເບ​ລາຣຸດ ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ໃນ​ການ​ຮ່ວມ​ມື. ພວກ​ຂ້າພະ​ເຈົ້າ ພວມ​ສຳ​ເລັດ​ຂະ​ບວນການ, ຂັ້ນ​ຕອນ​ການ​ສົ່ງ​ອອກ​ຊີ້ນ​ແຊ່​ແຂງ​ໄປ​ ຫວຽດນາມ. ຫວຽດນາມ ​ໃຫ້​ຮູ້​ວ່າ ຍັງ​ມີ​ຄວາມ​ຕ້ອງການ​ນຳ​ເຂົ້າ​ສູງກ່ຽວກັບ ຝຸ່ນ​ (ປຸຍ) ແລະ ວັກ​ຊີນຂອງ ​ເບ​ລາຣຸດ​. ສະຖານທູດ​ ເບ​ລາຣຸດ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມືກັບບັນດາ​ອົງການວິຊາ​ສະ​ເພາະຂອງ ​ຫວຽດນາມ ຢ່າງຕັ້ງໜາ້​ໃນ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ອາຫານ. ສອງ​ປະ​ເທດ ​ກໍ່​ສາ​ມາດ​ຮ່ວມ​ມື​ໃນ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ. ພວກ​ຂ້າພະ​ເຈົ້າ​ ພວມ​ພັດທະນາ​ອຸດສາຫະກຳ​ນິວ​ເຄຼຍ, ​ໂຮງງານ​ໄຟຟ້າ​ນິວ​ເຄຼຍ​ແຫ່ງ​ທຳ​ອິດ​ ​ໄດ້​ຮັບ​ການ​ກໍ່ສ້າງ ​ແລະ ດຳ​ເນີນ​ງານ​ຢ່າງ​ສຳ​ເລັດ​ຜົນ. ໂຄງ​ການ​ອາວະກາດ ​ພວມ​ໄດ້ຮັບການຜັນຂະຫຍາຍ, ດາວ​ທຽມ​ຈຳ​ນວນ​ໜຶ່ງ​ໄດ້​ຖືກ​ສົ່ງ​ຂຶ້ນ​ສູ່​ອະ​ວະ​ກາດ. ໃນ​ເດືອນ​ມີ​ນາ ​ປີ​ນີ້​, ນັກ​ບິນ​ອາ​ວະ​ກາດແມ່​ຍິງ Belarus ຄົນທໍາ​ອິດ - ທ່ານນາງ Marina Vasilevskaya ກໍ່ໄດ້ບິນ​ໄປ​ສະ​ຖາ​ນີ​ອະ​ວະ​ກາດ​ສາ​ກົນ​.

ພວກ​ຂ້າພະ​ເຈົ້າ​ພ້ອມ​ແລ້ວ​ທີ່​ຈະຮ່ວມເດີນທາງກັບບັນດາອົງການທີ່ມີໜ້າທີ່, ວິ​ສາ​ຫະກິດ ​ຫວຽດນາມ ​ເພື່ອ​ລົບ​ລ້າງ“ບັນດາ​ຂອດຕິດຂັດ” ​ເພື່ອ​ເປີດ​ກວ້າງ​ການ​ຮ່ວມ​ມື 2 ຝ່າຍ.

  • ຂໍຂອບໃຈທ່ານທູດ!
ເປີດຕົວປຶ້ມ “ຄະນະກຳ​ມະ​ການ ຫວຽດນາມ ສາມັກຄີ ແລະ ການ​ຮ່ວມ​ມື ​ອາ​ຊີ - ອາ​ຟ​ຣິ​ກາ - ອາເມລີກາລາ​ຕິນ: ບັນດາເສັ້ນທາງ, ບັນດາເພື່ອນມິດ” ເປີດຕົວປຶ້ມ “ຄະນະກຳ​ມະ​ການ ຫວຽດນາມ ສາມັກຄີ ແລະ ການ​ຮ່ວມ​ມື ​ອາ​ຊີ - ອາ​ຟ​ຣິ​ກາ - ອາເມລີກາລາ​ຕິນ: ບັນດາເສັ້ນທາງ, ບັນດາເພື່ອນມິດ”

ຍສໝ - ປຶ້ມ​ດັ່ງກ່າວ ໄດ້ພິມ​ອອກ​ເປັນ​ສອງ​ພາສາ​ ຫວຽດນາມ - ​ອັງກິດ, ມີ​ຄວາມ​ໜາ​ກວ່າ 300 ໜ້າ. ຜ່ານ​ປຶ້ມ​ດັ່ງກ່າວ, ບັນດາເພື່ອນມິດ, ບັນດາການ​ເດີນ​ທາງ ​ແລະ ການ​ປະກອບສ່ວນ​ຂອງ​ຄະນະ​ກຳມະການ​ ຫວຽດນາມ ສາມັກຄີ ​ແລະ ການ​ຮ່ວມ​ມື ອາຊີ - ອາ​ຟຣິກາ - ອາ​ເມ​ລິ​ກາ​ລາ​ຕິນ ສຳລັບເປົ້າໝາຍ​ສັນຕິພາບ, ...

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ, ແຂວງ ລາວ​ກາຍ ແລກປ່ຽນ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ດ້ານ​ການທູດ​​ປະຊາຊົນ​ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ, ແຂວງ ລາວ​ກາຍ ແລກປ່ຽນ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ດ້ານ​ການທູດ​​ປະຊາຊົນ​

ຍສໝ - ວັນ​ທີ 12 ມິຖຸນາ 2024, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຟານ​ແອງ​ເຊີນ ​ໄດ້​ຕ້ອນຮັບ ແລະ ​ເຮັດ​ວຽກ​ກັບ​ຄະນະ​ປະຕິບັດງານ​ແຂວງ ລາວ​ກາຍ ​ໂດຍ​ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ລາວ​ກາຍ ຈິ້ງຊວນເຈື່ອງ ເປັນຫົວໜ້າຄະນະ. ​ເຂົ້າ​ຮ່ວມພ້ອມກັນກັບຄະນະ ມີການ​ນຳ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ລາວ​ກາຍ ແລະ ຜູ້ຕາງໜ້າ​ບັນດາ​ພະ​ແນ​ກ, ຂະແໜງການ​ຂອງ​ແຂວງ.

ມີງດຶກ

ເຫດການ
302 Found

Found

The document has moved here.