ບໍາລຸງ​ວິ​ທີ​ການສິດ​ສອນພາສາ​ຫວຽດ​ນາມ ​ໃຫ້​ແກ່​ຄູ​ອາ​ຈານ​ຫວຽດ​ນາມ​ ຢູ່​ໄຕ້​ຫວັນ (ຈີນ)

16:24 | 08/07/2024

ຍສໝ - ຕອນ​ບ່າຍ​ວັນ​ທີ 4 ກໍລະກົດ, ຢູ່ທີ່ຕ​້າວຢວນ - ​ໄຕ້​ຫວັນ (ຈີນ), ຫ້ອງການ​ເສດຖະກິດ ​ແລະ ວັດທະນະທຳ ຫວຽດນາມ ປະຈຳ ​ໄທ​ເປ ​ໄດ້​ສົມທົບ​ກັບ​ບັນດາ​ຫົວໜ່ວຍ​ທີ່​ກ່ຽວຂ້ອງ​ຈັດ​ຕັ້ງ​ພິທີ​ເປີດ​ຊຸດ​ອົບຮົມ​ການ​ສອນ​ພາສາ​ຫວຽດນາມ ​ໃຫ້​ແກ່​ບັນດາ​ຄູ​ອາຈານ​ຫວຽດນາມ ຢູ່​ໄຕ້​ຫວັນ ແລະ ເປີດຕົວຕູ້ປຶ້ມເພື່ອຮັບໃຊ້ຊຸມຊົນ.

ບໍາລຸງຄວາມຮູ້, ວິຊາສະເພາະ ແລະ ທັກສະວິຊາຊີບໃຫ້ແກ່ຖັນແຖວຜູ້ເຮັດວຽກການທູດປະຊາຊົນ ນະຄອນຫຼວງ ບໍາລຸງຄວາມຮູ້, ວິຊາສະເພາະ ແລະ ທັກສະວິຊາຊີບໃຫ້ແກ່ຖັນແຖວຜູ້ເຮັດວຽກການທູດປະຊາຊົນ ນະຄອນຫຼວງ
ບຳລຸງສ້າງສຳມະນາກອນທະຫານລາວ ແລະກຳປູເຈຍ ປະກອບສ່ວນສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ ບຳລຸງສ້າງສຳມະນາກອນທະຫານລາວ ແລະກຳປູເຈຍ ປະກອບສ່ວນສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ

ຊຸດອົບຮົມໄດ້ດຳເນີນໄປເປັນເວລາ 7 ວັນ (ແຕ່ວັນທີ 1-7 ກໍລະກົດ 2024), ສອນໂດຍອາຈານ 2 ທ່ານ ຈາກມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ ແລະ ໄດ້ດຶງດູດການເຂົ້າຮຽນເກືອບ 40 ຄົນ ເຊິ່ງປະຈຸບັນແມ່ນຄູສອນພາສາຫວຽດນາມ ຢູ່ບັນດາໂຮງຮຽນແຕ່ລະຂັ້ນທີ່ຂື້ນກັບ​ລະ​ບົບ​ການ​ສຶກ​ສາຂອງ​ໄຕ້​ຫວັນ​.

ກ່າວ​ຄຳ​ເຫັນ​ໃນ​ພິ​ທີ​ເປີດຊຸດຮຽນ, ທ່ານ ຫວູ​ຕຽນ​ຢຸງ, ຫົວໜ້າ​ຫ້ອງ​ການ​ເສດ​ຖະ​ກິດ ແລະ ວັດ​ທະ​ນະ​ທຳ​ຫວຽດ​ນາມ ປະ​ຈຳ ໄທ​ເປ ​ໃຫ້​ຮູ້​ວ່າ: ໃນ​ຊຸມ​ປີຜ່ານມາ​ນີ້, ລັດ​ຖະ​ບານ ແລະ ບັນ​ດາຂະແໜງການ​ທີ່​ກ່ຽວ​ຂ້ອງ​ຂອງ​ຫວຽດ​ນາມ ໄດ້​ມີ​ຫຼາຍ​ການ​ເຄື່ອນ​ໄຫວ​ຊຸກຍູ້​ພາ​ສາ​ຫວຽດ ​ໃນ​ປະ​ຊາ​ຄົມຊາວຫວຽດນາມ ຢູ່ຕ່າງປະເທດ ແນໃສ່ເພີ່ມ​ທະວີ​ຄວາມ​ຮັບ​ຮູ້​ດ້ານ​ພາສາ ​ແລະ ວັດທະນະທຳ​ຂອງ​ຊາດ​ໃຫ້​ແກ່​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ໃນ​ທົ່ວ​ໂລກ ​ແລະ ບັນດາ​ເພື່ອນ​ມິດສາ​ກົນໃຫ້ເລິກເຂິ່ງກວ່າອີກ; ເຜີຍ​ແຜ່​ຢ່າງແຮງ ໃນຄວາມຮັກພາສາຫວຽດນາມ ເຊິ່ງໄດ້​ປະກອບສ່ວນ​ປົກ​ປັກ​ຮັກສາ ​ແລະ ​ເຊີດ​ຊູ​ເອກະລັກ​ວັດທະນະທຳ, ຮີດຄອງ​ປະ​ເພນີ​ຂອງ​ຊາດ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະຊາ​ຄົມ​ຊາວ​ຫວຽດນາມ.

Thành viên tham dự Khóa tập huấn  ສະມາຊິກເຂົ້າຮ່ວມການຝຶກອົບຮົມ

ສະມາຊິກເຂົ້າຮ່ວມຊຸດຝຶກອົບຮົມ.

ທ່ານຫວັງວ່າ ຊຸດຝຶກອົບຮົມການສອນພາສາຫວຽດນາມ ແລະ ປຶ້ມພາສາຫວຽດນາມ ເກືອບ 500 ຫົວທີ່ໄດ້ມອບຈາກຫວຽດນາມ ໃນຄັ້ງນີ້ ຈະປະກອບສ່ວນຊຸກຍູ້ການເຄື່ອນໄຫວສິດສອນພາສາຫວຽດນາມ ໃນປະຊາຄົມຊາວຫວຽດນາມ ຢູ່ໄຕ້ຫວັນ ຕື່ມອີກ; ເຜີຍ​ແຜ່ບັນດາຈຸດ​ຄວາມ​ງາມ ​ແລະ ​ເພີ່ມ​ທະວີ​ຄວາມຊອກຮູ້​ເຂົ້າ​ໃຈ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ​ແລະ ເພື່ອນ​ມິດ​ໄຕ້​ຫວັນ​ກ່ຽວ​ກັບ​ພາສາ ​ແລະ ວັດທະນະທຳ ຫວຽດນາມ; ພ້ອມ​ກັນ​ນັ້ນ, ກໍ່ສືບ​ຕໍ່​ຊຸກຍູ້​ການ​ແລກປ່ຽນ​ວັດທະນະທຳ​ ລະຫວ່າງ​ປະຊາຊົນ​ຫວຽດນາມ ​ແລະ ​ໄຕ້​ຫວັນ.

Thành viên tham dự Khóa tập huấn  ສະມາຊິກເຂົ້າຮ່ວມການຝຶກອົບຮົມ

ສະມາຊິກເຂົ້າຮ່ວມຊຸດຝຶກອົບຮົມ.

ເຂົ້າ​ຮ່ວມ​ພິທີ​ເປີດ ​ແລະ ຮັບ​ປຶ້ມ​ທີ່​ມອບ​ໃຫ້, ທ່ານ ​ເຈືອງ​ທ້ຽນ​ຈິ້ງ, ​ເຈົ້າ​ຄອງ​ນະຄອນຕ​້າວຢວນ ຢືນຢັນ​ວ່າ ນະຄອນ ຍາມ​ໃດ​ກໍ່​ຫວັງຢາກ​ສ້າງ​ສະພາບ​ແວດ​ລ້ອມ​ວັດທະນະທຳ ​ແລະ ການ​ອ່ານ​ທີ່​ເປັນ​ມິດ​ໃຫ້​ແກ່​ປະຊາ​ຄົມ​ຊາວ ຫວຽດນາມ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ​ຢູ່​ທີ່​ນີ້.

Ông Vũ Tiến Dũng và ông Trương Thiện Chính, Thị trưởng Đào Viên khai trương Tủ sách tiếng Việt.  ທ່ານ​ຫວູ​ຕຽນ​ຢຸງ ​ແລະ ທ່ານ​ເຈືອງ​ທ້ຽນ​ຈິ້ງ, ​ເຈົ້າ​ຄອງ​ນະຄອນ​ຕ້າວ​ຢວນ, ​ໄດ້​ເປີດຕົວ​ຕູ້​ປຶ້ມ​ຫວຽດນາມ.

ທ່ານ ​ຫວູ​ຕຽນ​ຢຸງ ​ແລະ ທ່ານ ​ເຈືອງ​ທ້ຽນ​ຈິ້ງ, ​ເຈົ້າ​ຄອງ​ນະຄອນ​ຕ້າວ​ຢວນ ​​ເປີດຕົວ​ຕູ້​ປຶ້ມ​ຫວຽດນາມ.

ທ່ານຫວັງ​ວ່າ​ລຸ້ນໜຸ່ມ​ໃນ​ບັນດາ​ຄອບຄົວນາໆວັດທະນະທຳ​ຈະ​ເຂົ້າ​ໃຈ ​ແລະ ອະນຸລັກ​ຮັກສາ​ມູນເຊື້ອ ​ແລະ ວັດທະນະທໍາ, ພາສາ​ຫວຽດນາມ, ກາຍ​ເປັນ​ຂົວ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ​ໄຕ້​ຫວັນ.

ຊຸດ​ອົບຮົມ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຄູ​ອາ​ຈານທີ່ສອນພາສາ​ຫວຽດນາມ ເກືອບ 40 ຄົນ​​ຢູ່​ໄຕ້​ຫວັນ

​ໃນ​ບັນຍາກາດອັນຟົດຟື້ນ​ຂອງ​ຊຸດ​ອົບຮົມ, ຕອນ​ບ່າຍ​ວັນ​ທີ 3 ກໍລະກົດ ​ໄດ້​ມີການ​ປຶກສາ​ຫາລື​ກ່ຽວ​ກັບ “ສະພາບ​ການ​ສິດສອນ ​ແລະ ຮຽນ​ພາສາ​ຫວຽດນາມ ​ໃນ​ປະຈຸ​ບັນ​ຂອງ​ເດັກນ້ອຍ​ຫວຽດນາມ ຢູ່​ໄຕ້​ຫວັນ”.

ນັກ​ຮຽນ ຫວຽດ​ນາມ ຢູ່​ອາ​ເມ​ລິ​ກາ ຂົວ​ເຊື່ອມ​ຕໍ່​ສຳ​ຄັນລະ​ຫວ່າງ​ປະ​ຊາ​ຊົນ ຫວຽດ​ນາມ - ອາ​ເມ​ລິ​ກາ
ວັດຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ: ບ່ອນ​ອີງ​ທາງ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ

ຊ ສະຫວັດ

ເຫດການ
302 Found

Found

The document has moved here.