ການຢ້ຽມຢາມທີ່ນຳການພົວພັນ ຫວຽດນາມ-ສ.ເກົາຫຼີ ໃຫ້ພັດທະນາຢ່າງແທດຈິງ, ມີປະສິດທິຜົນ ແລະຍາວນານ

06:53 | 08/07/2024

ຍສໝ - ເນື່ອງໃນໂອກາດທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຫາກໍ່ສິ້ນສຸດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນອັນພົ້ນເດັ່ນຂອງການຢ້ຽມຢາມ.

ນັກຮຽນ ດາຫຼາດ ໄດ້ຮັບຄວາມຮູ້ກ່ຽວກັບວັດທະນະທຳ ສ.ເກົາຫຼີ ຕື່ມອີກ ຈາກອາສາສະໝັກຂອງປະເທດເພື່ອນມິດ ນັກຮຽນ ດາຫຼາດ ໄດ້ຮັບຄວາມຮູ້ກ່ຽວກັບວັດທະນະທຳ ສ.ເກົາຫຼີ ຕື່ມອີກ ຈາກອາສາສະໝັກຂອງປະເທດເພື່ອນມິດ
ໂຄສະນາ, ສົ່ງເສີມ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ ສ.​ເກົາຫຼີ ມາຍັງ ​ຫວຽດນາມ ໂຄສະນາ, ສົ່ງເສີມ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ ສ.​ເກົາຫຼີ ມາຍັງ ​ຫວຽດນາມ

ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຫາກໍ່ສິ້ນສຸດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ ແຕ່ວັນທີ 30 ມິຖຸນາ ຫາວັນທີ 3 ກໍລະກົດ. ດໍາເນີນກົງກັບເວລາທີ່ການພົວພັນທາງການທູດລະຫວ່າງ ຫວຽດນາມ-ສ.ເກົາຫຼີ ພວມພັດທະນາຢ່າງຕັ້ງໜ້າ, ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ນຳມາເຊິ່ງຄວາມເຊື່ອໝັ້ນ ແລະຄວາມມຸ່ງຫວັງກ່ຽວກັບການສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການຮ່ວມມືຫຼາຍດ້ານເລິກເຊິ່ງກວ່າອີກ, ນໍາການພົວພັນສອງຝ່າຍໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນກວ່າ. ເນື່ອງໃນໂອກາດນີ້, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນອັນພົ້ນເດັ່ນຂອງການຢ້ຽມຢາມ.

ການຢ້ຽມຢາມທີ່ນຳການພົວພັນ ຫວຽດນາມ-ສ.ເກົາຫຼີ ໃຫ້ພັດທະນາຢ່າງແທດຈິງ, ມີປະສິດທິຜົນ ແລະຍາວນານ
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ. ພາບ: TTXVN

ນັກຂ່າວ: ຂໍຮຽນທ່ານລັດຖະມົນຕີ ຂໍທ່ານໃຫ້ຮູ້ຄວາມໝາຍ ແລະການເຄື່ອນໄຫວໃນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ?

ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ: ໂດຍໄດ້ຮັບຄໍາເຊີນຂອງທ່ານ Han Duck Soo ນາຍົກລັດຖະມົນຕີ ສ.ເກົາຫຼີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ. ນີ້ແມ່ນການຢ້ຽມຢາມ ສ.ເກົາຫຼີ ຄັ້ງທຳອິດຂອງການນຳຂັ້ນສູງຫວຽດນາມ ນັບແຕ່ສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ (ເດືອນທັນວາ 2022) ແລະແມ່ນການຢ້ຽມຢາມ ສ.ເກົາຫຼີ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໃນຖານະຕຳແໜ່ງເປັນຜູ້ນຳລັດຖະບານ.

ອາດສາມາດສັງເຂບໄດ້ວ່າ ການຢ້ຽມຢາມມີ "ຄວາມໝາຍສຳຄັນ, ລາຍການອຸດົມສົມບູນ, ເນື້ອໃນເລິກເຊິ່ງກວ້າງຂວາງ, ໝາກຜົນແທດຈິງ". ການຢ້ຽມຢາມໄດ້ປະສົບຜົນສໍາເລັດຢ່າງຈົບງາມ, ບັນລຸໄດ້ເປົ້າໝາຍທີ່ວາງໄວ້, ແມ່ນບາດກ້າວຜັນຂະຫຍາຍແນວທາງພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ XIII ຂອງພັກ ແລະການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສ.ເກົາຫຼີ ຢ່າງແທດຈິງ. ການຢ້ຽມຢາມແມ່ນຂີດໝາຍສຳຄັນສະແດງໃຫ້ເຫັນສາຍພົວພັນພັດທະນາຢ່າງຈົບງາມຢູ່ໃນລະດັບສູງລະຫວ່າງສອງປະເທດ.

ໃນການໄປປະຕິບັດງານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ມີລາຍການເຮັດວຽກເຕັມ, ອຸດົມສົມບູນ ແລະຫຼາຍຮູບຫຼາຍແບບ ດ້ວຍ 34 ການເຄື່ອນໄຫວກັບວົງການການເມືອງ, ວົງການເສດຖະກິດ, ນັກຊ່ຽວຊານ, ນັກວິທະຍາສາດ, ອົງການຈັດຕັ້ງມິດຕະພາບ, ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ, ຢ້ຽມຢາມສະຖານທູດ, ພົບປະກັບປະຊາຄົມຊາວຫວຽດນາມ ອາໄສຢູ່ ສ.ເກົາຫຼີ, ຢ້ຽມຢາມຄອບຄົວວັດທະນະທໍາ ຫວຽດນາມ-ສ.ເກົາຫຼີ. ໃນການໄປປະຕິບັດງານ, ບັນດາລັດຖະມົນຕີ, ການນຳທ້ອງຖິ່ນທີ່ເຂົ້າຮ່ວມໃນຄະນະຍັງໄດ້ມີການພົບປະ, ເຮັດວຽກກັບຄູ່ຕໍາແໜ່ງໃນບັນຍາກາດທີ່ຈິງໃຈ, ຄວາມໄວ້ເນື້ອເຊື່ອໃຈ, ແທດຈິງ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນ.

ນັກຂ່າວ: ຂໍທ່ານລັດຖະມົນຕີ ໃຫ້ຮູ້, ໝາກຜົນອັນພົ້ນເດັ່ນຂອງການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ?

ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ: ໝາກຜົນຂອງການຢ້ຽມຢາມໄດ້ສະແດງໃຫ້ເຫັນໃນ 5 ດ້ານ, ຄື:

ທີໜຶ່ງ, ການຢ້ຽມຢາມບັນລຸໄດ້ໝາກຜົນທີ່ສຳຄັນຫຼາຍຢ່າງ ແລະແທດຈິງ, ໃນນັ້ນມີເລື່ອງການນຳສອງປະເທດໄດ້ເຫັນດີອອກຖະແຫຼງການຮ່ວມພາຍຫຼັງການເຈລະຈາ ດ້ວຍ 8 ເນື້ອໃນໃຫຍ່ຊີ້ອອກຄວາມຄືບໜ້າຂອງການພົວພັນຮ່ວມມື ຫວຽດນາມ-ສ.ເກົາຫຼີ ນັບແຕ່ຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2022 ແລະເນື້ອໃນການຮ່ວມມືຢ່າງລະອຽດແນໃສ່ຊຸກຍູ້ການພົວພັນຮ່ວມມືພັດທະນາຢ່າງແທດຈິງ ແລະມີປະສິດທິຜົນໃນຂົງເຂດການເມືອງ-ການທູດ, ການຄ້າ-ການລົງທຶນ, ວິທະຍາສາດ-ເຕັກໂນໂລຢີ, ວັດທະນະທຳ, ການທ່ອງທ່ຽວ, ແຮງງານ, ການພົບປະແລກປ່ຽນປະຊາຊົນ, ຂົງເຂດຮ່ວມມືໃໝ່... ບັນດາກະຊວງ, ຂະແໜງການ, ວິສາຫະກິດສອງປະເທດໄດ້ລົງນາມໃນເອກະສານຮ່ວມມື 40 ສະບັບໃນຂົງເຂດຫັນປ່ຽນດີຈີຕອນ, ພະລັງງານທົດແທນ, ການຫັນປ່ຽນສີຂຽວ, ການປ່ຽນແປງຂອງດິນຟ້າອາກາດ, ເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ, ການຮ່ວມມືລະຫວ່າງວິສາຫະກິດຂະໜາດນ້ອຍ ແລະກາງ, ການຮ່ວມມືດ້ານວັດທະນະທໍາ; ການທ່ອງທ່ຽວ...

ທີສອງ, ການໄປປະຕິບັດງານເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງເລິກເຊິ່ງກວ່າ, ປັບປຸງການພົວພັນສ່ວນຕົວທີ່ດີງາມລະຫວ່າງການນຳຂັ້ນສູງສອງປະເທດ. ການນຳສອງປະເທດຢັ້ງຢືນຄວາມຕັດສິນໃຈຜັນຂະຫຍາຍຂໍ້ຕົກລົງຂັ້ນສູງ, ນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ພັດທະນາຢ່າງແທດຈິງ, ມີປະສິດທິຜົນ ແລະຍາວນານ.

ທີສາມ, ການປະຕິບັດງານ ບັນລຸໄດ້ໝາກຜົນແທດຈິງຫຼາຍຢ່າງ, ເປັນຕົ້ນແມ່ນໃນຂົງເຂດການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ, ຜ່ານນັ້ນປະກອບສ່ວນປະຕິບັດເນື້ອໃນໂຄງການດຳເນີນງານ ເດືອນມິຖຸນາ 2023. ສອງຝ່າຍຢັ້ງຢືນວ່າ ການຮ່ວມມືດ້ານເສດຖະກິດແມ່ນໜຶ່ງໃນບັນດາເສົາຄໍ້າສຳຄັນແຖວໜ້າໃນການຮ່ວມມືລະຫວ່າງສອງປະເທດ; ເຫັນດີເປັນເອກະພາບສົມທົບກັນຜັນຂະຫຍາຍມາດຕະການລະອຽດເພື່ອສໍາເລັດເປົ້າໝາຍຍົກວົງເງິນການຄ້າສອງຝ່າຍຂຶ້ນເຖິງ 100 ຕື້ໂດລາສະຫະລັດ ໃນປີ 2025 ແລະມຸ່ງໄປເຖິງເປົ້າໝາຍ 150 ຕື້ໂດລາສະຫະລັດ ໃນປີ 2030 ຕາມທິດສົມດູນ ແລະຍືນຍົງໂດຍໄວ; ເຫັນດີເປັນເອກະພາບຊຸກຍູ້ລະບຽບການຕ່າງໆເພື່ອເປີດຕະຫຼາດຂອງກັນໃຫ້ໝາກສົ້ມໂອຫວຽດນາມ ແລະໝາກແຕງສ.ເກົາຫຼີ ໃນປີ 2024.

ບັນດາວິສາຫະກິດ ສ.ເກົາຫຼີ ຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນທີ່ປອດໄພ, ໝັ້ນຄົງ ແລະຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຢ່າງຂອງຫວຽດນາມ; ຂອບໃຈຄວາມເອົາໃຈໃສ່ຂອງລັດຖະບານຫວຽດນາມ ໃນການແກ້ໄຂຄວາມຫຍຸ້ງຍາກ, ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດມີຄວາມອຸ່ນອ່ຽນໃຈລົງທຶນຍາວນານຢູ່ຫວຽດນາມ; ໃຫ້ຮູ້ວ່າ, ວິສາຫະກິດ ສ.ເກົາຫຼີ ມີຄວາມສົນໃຈ ແລະຢາກລົງທຶນເຂົ້າໃນຂົງເຂດ, ຄື: ອຸດສາຫະກຳໜູນຊ່ວຍ, ການຫັນປ່ຽນດີຈີຕອນ, ເສດຖະກິດສີຂຽວ, ພະລັງງານທີ່ເປັນມິດກັບສິ່ງແວດລ້ອມ, ເຄືອຂ່າຍ 5G...

ທີສີ່, ຜ່ານການຢ້ຽມຢາມ, ສອງຝ່າຍຊຸກຍູ້ການຮ່ວມມືດ້ານຊັບພະຍາກອນມະນຸດ, ແຮງງານ, ການຮ່ວມມືດ້ານວັດທະນະທຳ, ການທ່ອງທ່ຽວ. ສອງຝ່າຍຢັ້ງຢືນວ່າ ການຮ່ວມມືດ້ານແຮງງານນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງຝ່າຍ. ຜູ້ອອກແຮງງານຫວຽດນາມ ຢູ່ ສ.ເກົາຫຼີ ມີຄວາມດຸໝັ່ນ, ຂະຫຍັນພຽນ, ມີສີມືແຮງງານສູງ, ມີຫົວຄິດປະດິດສ້າງ ນັບມື້ນັບປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດ. ສ.ເກົາຫຼີ ໃຫ້ຄຳໝັ້ນສັນຍາໜູນຊ່ວຍຫວຽດນາມ ບຳລຸງສ້າງຜູ້ອອກແຮງງານໃນຂົງເຂດອຸດສາຫະກຳ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ຜູ້ອອກແຮງງານຫວຽດນາມ ດຳລົງຊີວິດ ແລະເຮັດວຽກເປັນປົກກະຕິ, ສະດວກຢູ່ ສ.ເກົາຫຼີ.

ທີຫ້າ, ການປະຕິບັດງານໄດ້ເປີດໂອກາດໃຫ້ແກ່ການຮ່ວມມືລະຫວ່າງສອງປະເທດໃນຫຼາຍຂົງເຂດໃໝ່, ຄື: ການປ່ຽນແປງໃໝ່ປະດິດສ້າງ, ເຕັກໂນໂລຢີສູງ, ພະລັງງານທົດແທນ, ການຫັນປ່ຽນດີຈິີຕອນ, ການຫັນປ່ຽນສີຂຽວ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເຄິ່ງຊັກນຳໄຟຟ້າ ແລະປັນຍາປະດິດ.

ການນຳ ສ.ເກົາຫຼີ ຫວັງວ່າ ສອງຝ່າຍຈະຮ່ວມມືເພື່ອສ້າງຜົນງານແທດຈິງໃນຂົງເຂດນີ້ໂດຍໄວ, ເຫັນດີເປັນເອກະພາບຄົ້ນຄວ້າກົນໄກແລກປ່ຽນກ່ຽວກັບທິດທາງ ແລະໂຄງການລະອຽດທີ່ສາມາດຜັນຂະຫຍາຍໃນຂົງເຂດເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ, ການກໍ່ສ້າງຊັບພະຍາກອນມະນຸດໃນຂົງເຂດປ່ຽນແປງໃໝ່ປະດິດສ້າງ; ໃຫ້ຄຳໝັ້ນສັນຍາໜູນຊ່ວຍຫວຽດນາມ ດ້ວຍບ້ວງເງິນ 30 ລ້ານໂດລາສະຫະລັດໃນ 4 ປີ ເພື່ອປະຕິບັດໂຄງການຄົ້ນຄວ້າ ແລະພັດທະນາ, ສືບຕໍ່ຜັນຂະຫຍາຍໄລຍະ 2 ຂອງໂຄງການສະຖາບັນວິທະຍາສາດ ແລະເຕັກໂນໂລຢີ ຫວຽດນາມ-ສ.ເກົາຫຼີ (VKIST).

ເນື່ອງໃນໂອກາດການຢ້ຽມຢາມ, ສ.ເກົາຫຼີ ຢັ້ງຢືນຈະໜູນຊ່ວຍຫວຽດນາມ ຈັດຕັ້ງກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະເປົ້າໝາຍທົ່ວໂລກ 2030 (P4G) ໃນເດືອນ ເມສາ 2025 ປະສົບຜົນສໍາເລັດ.

ນັກຂ່າວ: ຂໍຂອບໃຈທ່ານລັດຖະມົນຕີ !

ບູນມີ

ເຫດການ
302 Found

Found

The document has moved here.