ສ້າງພື້ນທີ່ໃຫ້ແກ່ການພົບປະແລກປ່ຽນປະຊາຊົນ ຫວຽດນາມ - ລັດເຊຍ ຕື່ມອີກ

07:36 | 06/07/2024

ຍສໝ - ທ່ານ ຫງວຽນ​ວັນ​ແຮງ, ຜູ້ຕາງໜ້າ​ການ​ນຳ​ສະມາຄົມ​ມິດຕະພາບ ຫວຽດນາມ - ລັດ​ເຊຍ ນະຄອນ ​ຮ່າ​ໂນ້ຍ ​ໃຫ້​ຮູ້​ຄືດັ່ງກ່າວທີ່​ກອງ​ປະຊຸມ​ສະຫຼຸບເບື້ອງຕົ້ນ​ວຽກ​ງານ​ການ​ທູດ​ປະຊາຊົນ​ໃນ 6 ​ເດືອນ​ຕົ້ນ​ປີ ​ແລະ ຜັນ​ຂະຫຍາຍ​ທິດ​ທາງ ​ແລະ ໜ້າ​ທີ່ 6 ​ເດືອນ​ທ້າຍ ​ປີ 2024 ຂອງສະຫະພັນ​ບັນດາ​ອົງການ​ມິດຕະພາບນະຄອນ ​ຮ່າ​ໂນ້ຍ (HAUFO) ​ເຊິ່ງໄດ້​ດຳ​ເນີນ​ໃນ​ວັນ​ທີ 4 ກໍລະກົດ ຢູ່ ​ຮ່າ​ໂນ້ຍ.

ເປີດສະຫຼອງວັນວັດທະນະທຳ ຫວຽດນາມ ຢູ່ສະຫະພັນ ລັດເຊຍ
ຍົກສູງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ

ກ່າວ​ຄຳ​ປາໄສ​ທີ່​ກອງ​ປະຊຸມ, ທ່ານ ຫງວຽນ​ວັນ​ແຮງ ​ໄດ້​ຕີ​ລາຄາ​ບາງ​ໝາກຜົນ​ຂອງ​ສະມາຄົມ​ໃນ 6 ​ເດືອນ​ຕົ້ນ​ ປີ 2024 ​ເຊັ່ນ: ​ເປີດຕົວສາຂາ​ສະມາຄົມ​ມິດຕະພາບ ຫວຽດນາມ - ລັດ​ເຊຍ “ຄວາມຝັນ​ນ້ອຍໆ”; ຈັດຕັ້ງລາຍການ “ຈາກ ຮ່າໂນ້ຍ ເຖິງ Moscow” ຢູ່ມະຫາວິທະຍາໄລພາສາຕ່າງປະເທດ - ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ; ຈັດຕັ້ງສັບປະດາວັດທະນະທຳ ລັດເຊຍ ປີ 2024 ຢູ່ມະຫາວິທະຍາໄລ ຮ່າໂນ້ຍ...

ສ້າງພື້ນທີ່ໃຫ້ແກ່ການພົບປະແລກປ່ຽນປະຊາຊົນ ຫວຽດນາມ - ລັດເຊຍ ຕື່ມອີກ

ລາຍການສະແດງໂດຍນັກສຶກສາມະຫາວິທະຍາໄລພາສາຕ່າງປະເທດ - ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ໃນໂຄງການ “ຈາກ ຮ່າໂນ້ຍ ເຖິງ Moscow 2024”.

ຈຸດ​ພົ້ນ​ເດັ່ນ​ແມ່ນ​ການ​ເຄື່ອນ​ໄຫວ​ພົບ​ປະ​ມິດ​ຕະ​ພາບເນື່ອງ​ໃນ​ໂອກາດການ​ຢ້ຽມ​ຢາມ ​ຫວຽດ​ນາມ​ ຢ່າງ​ເປັນ​ທາງ​ການ​ໃນ​ທ້າຍ​ເດືອນ 6 ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin. ຜູ້ຕາງໜ້າການນຳສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ຢູ່ນະຄອນ ຮ່າໂນ້ຍ ແລະ ແຂກຮັບເຊີນເກືອບ 400 ຄົນ, ໃນນັ້ນມີບັນດາສະມາຊິກທີ່ມີຄວາມສະໜິດສະໜົມ, ຮັກແພງປະເທດຊາດ, ປະຊາຊົນ ແລະ ວັດທະນະທຳ ລັດເຊຍ ໄດ້ເຂົ້າຮ່ວມລາຍການທ່ານປະທານປະເທດ ຫວຽດນາມ ໂຕເລີມ ແລະ ທ່ານປະທານາທິບໍດີ ລັດເຊຍ Putin ພົບປະກັບບັນດາລຸ້ນອະດີດນັກສຶກສາ ​ຫວຽດ​ນາມ ຢູ່ ລັດ​ເຊຍ. ໂດຍຜ່ານ​ນັ້ນ​ ກໍ່ປະກອບສ່ວນ​ເຜີຍ​ແຜ່​ຄວາມ​ຮັກ​ແພງ​ຕໍ່​ປະ​ເທດຊາດ ​ແລະ ວັດທະນະທຳ ​ລັດ​ເຊຍ ​ໃຫ້​ແກ່​ລຸ້ນໜຸ່ມ.

ສ້າງພື້ນທີ່ໃຫ້ແກ່ການພົບປະແລກປ່ຽນປະຊາຊົນ ຫວຽດນາມ - ລັດເຊຍ ຕື່ມອີກ

ວັນທີ 20 ມິຖຸນາ, ຢູ່ໂຮງລະຄອນໃຫຍ່ (ຮ່າໂນ້ຍ), ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin ໄດ້ເຂົ້າຮ່ວມການພົບປະກັບບັນດາການນໍາສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ແລະ ບັນດາລຸ້ນອະດີດນັກສຶກສາ ຫວຽດນາມ ທີ່ເຄີຍຮໍ່າຮຽນຢູ່ ລັດເຊຍ.

ໃນ 6 ​ເດືອນ​ຕົ້ນ ​ປີ 2024, ສະມາຄົມ​ກໍ່​ໄດ້​ຈັດ​ຕັ້ງ​ລາຍການ​ຢ້ຽມຢາມ​ໂຮງງານ​ໄຟຟ້າ​ນ້ຳຕົກ​ ຮ່ວາ​ບິ່ງ - ​ເປັນ​ຫຼັກຖານພະຍານໃຫ້ແກ່ນ້ຳໃຈມິດຕະພາບ ​ຫວຽດນາມ - ລັດ​ເຊຍ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 25 ປີ​ແຫ່ງ​ວັນ ​ຮ່າ​ໂນ້ຍ ​ໄດ້​ຮັບ​ກຽດ​ຈາກ UNESCO ​ເຊີດຊູເປັນ “ນະຄອນ​ເພື່ອ​ສັນຕິພາບ” (ວັນທີ 16 ກໍລະກົດ ປີ 1999 - ວັນທີ 16 ກໍລະກົດ ປີ 2024). ​ໂຄງການ​ໄດ້​ປະກອບສ່ວນ​ໂຄສະນາ​ເຜີຍ​ແຜ່, ສຶກສາ​ໃຫ້​ລຸ້ນໜຸ່ມ ຫວຽດນາມ ​ແລະ ສະຫະພັນ ​ລັດ​ເຊຍ ກ່ຽວ​ກັບ​ສາຍ​ພົວພັນ​ມິດຕະພາບ ​ແລະ ຄວາມ​ສາມັກຄີ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ສ້າງພື້ນທີ່ໃຫ້ແກ່ການພົບປະແລກປ່ຽນປະຊາຊົນ ຫວຽດນາມ - ລັດເຊຍ ຕື່ມອີກ

ທ່ານ ຫງວຽນ​ວັນ​ແຮງ, ຜູ້ຕາງໜ້າ​ການນຳສະມາຄົມ​ມິດຕະພາບ ​ຫວຽດນາມ - ລັດ​ເຊຍ ນະຄອນ ​ຮ່າ​ໂນ້ຍ.

ຕາມ​ທ່ານ ຫງວຽນ​​ວັນ​ແຮງ ແລ້ວ, ​ໃນ​ຊຸມ​ເດືອນ​ທ້າຍ ​ປີ 2024, ສະມາຄົມ​ຈະ​ສືບ​ຕໍ່​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ທີ່​ປະກອບສ່ວນ​ແນະນຳ​ຮູບ​ພາບ​ປະ​ເທດ​ຊາດ ​ແລະ ປະຊາຊົນ ຫວຽດນາມ, ຮູບ​ພາບ​ນະຄອນ ຮ່າ​ໂນ້ຍ ວິລະ​ຊົນ, “ອະລະຍະທຳ ​- ສີວິໄລ - ທັນສະໄໝ" ນະຄອນເພື່ອສັນຕິພາບມາສູ່ເພື່ອນມິດ ລັດເຊຍ ກໍ່ຄືເພື່ອນມິດສາກົນ.

ຄາດ​ວ່າ, ສະ​ມາ​ຄົມ​ຈະ​ຈັດ​ຕັ້ງ​ງານ​ປະ​ກວດ​ແຕ້ມ​ຮູບ​ສຳລັບເດັກນ້ອຍເຍົາວະຊົນ ​ຫວຽດ​ນາມ - ລັດ​ເຊຍ ຢູ່​ສວນ​ສາ​ທາ​ລະ​ນະ​ ລອງ​ບຽນ; ຈັດ​ຕັ້ງ​ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ອາ​ຫານການກິນ​ລະ​ຫວ່າງ ​ຫວຽດ​ນາມ - ລັດ​ເຊຍ ຢູ່​ສາຂາສະ​ຖາ​ບັນ Pushkin; ສົມທົບ​ກັບ​ສະຖານທູດ​ ​ລັດ​ເຊຍ ຈັດ​ຕັ້ງ​ການ​ພົບ​ປະ​ແລກປ່ຽນ​ກິລາ​ມິດຕະພາບ​ ຫວຽດນາມ - ລັດ​ເຊຍ... ​ເພື່ອແນໃສ່​ສ້າງ​ພື້ນທີ່ດ້ານ​ວັດທະນະທຳ ​ແລະ ​ໂອກາດການ​ພົບປະແລກປ່ຽນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ພ້ອມ​ກັນ​ນັ້ນ, ສະ​ມາ​ຄົມ​ຈະ​ສຸມ​ໃສ່​ຜັນ​ຂະ​ຫຍາຍ​ແຜນ​ການ​ສຳ​ຄັນ​ໃນ​ໄລ​ຍະ 6 ເດືອນ​ທ້າຍ​ ປີ 2024 ທີ່ HAUFO ວາງ​ອອກໃຫ້ສຳເລັດຜົນ, ສຸມ​ໃສ່ 3 ເປົ້າ​ໝາຍ​ຕົ້ນ​ຕໍ​ຄື: ເຂົ້າຮ່ວມກໍ່ສ້າງ​ກົນ​ໄກ​ນະ​ໂຍ​ບາຍ​ໃນ​ຂົງ​ເຂດ​ການ​ຕ່າງ​ປະ​ເທດ ແລະ ການ​ທູດ​ປະ​ຊາ​ຊົນ ​ເພື່ອ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ນະຄອນຫຼວງ (ສະບັບ​ປັບປຸງ) ​ແລະ ສ້າງມະຕິ​ກ່ຽວ​ກັບ​ວຽກ​ງານ​ການ​ທູດປະຊາຊົນ​ນະຄອນຫຼວງ​ຮອດ ​ປີ 2030, ​ວິ​ໄສ​ທັດ​ຮອດ ​ປີ 2045; ຈັດ​ຕັ້ງ​ບັນດາການ​ເຄື່ອນ​ໄຫວ​ສັນຕິພາບ, ຄວາມ​ສາມັກຄີ ​ແລະ ມິດຕະພາບ​ທີ່​ມີ​ຄຸນ​ນະພາ​ບສູງ ​ແລະ ມີ​ປະສິດທິ​ຜົນ; ​ເພີ່ມ​ທະວີ​ການ​ໂຄສະນາ​ເຜີຍ​ແຜ່​ວຽກ​ງານ​ການ​ທູດ​ປະຊາຊົນ​ນະຄອນຫຼວງ.

ທ່ານ ຫງວຽນ​ວັນ​ແຮງ ປາດ​ຖະໜາ​ວ່າ ບັນດາ​ການ​ເຄື່ອນ​ໄຫວ​ຈະ​ປະກອບສ່ວນ​ແນະນຳ ​ແລະ ​ໂຄສະນາກ່ຽວກັບ​ປະ​ເທດ​ຊາດ ​ແລະ ປະຊາຊົນ ຫວຽດນາມ ​ແລະ ສະຫະພັນ ​ລັດ​ເຊຍ, ກ່ຽວກັບນະຄອນຫຼວງ​ “ອະລະຍະທຳ ​- ສີວິໄລ - ທັນສະໄໝ”, ນະຄອນ​ເພື່ອ​ສັນຕິພາບ​ມາ​ສູ່​ເພື່ອນ​ມິດ​ ລັດ​ເຊຍ ກໍ່​ຄືເພື່ອນ​ສາ​ກົນ.

ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຫວຽດນາມ ໂຕ່ເລິມ ໄດ້ພົບປະກັບບັນດາອະດີດນັກສຶກສາ ຫວຽດນາມ ຢູ່ ລັດເຊຍ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຫວຽດນາມ ໂຕ່ເລິມ ໄດ້ພົບປະກັບບັນດາອະດີດນັກສຶກສາ ຫວຽດນາມ ຢູ່ ລັດເຊຍ

ຍສໝ - ວັນທີ 20 ມິຖຸນາ, ຢູ່ ຮ່າໂນ້ຍ, ທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຫວຽດນາມ ໂຕ່ເລິມ ໄດ້ໃຫ້ການຕ້ອນຮັບການນໍາສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ແລະ ບັນດາອະດີດນັກສຶກສາ ຫວຽດນາມ ທີ່ຮໍ່າຮຽນຢູ່ສະຫະພັນ ລັດເຊຍ.

ບັນດາລຸ້ນນັກສຶກສາ ຫວຽດນາມ ຢູ່ ລັດເຊຍ - ຂົວເຊື່ອມຕໍ່ມິດຕະພາບ ບັນດາລຸ້ນນັກສຶກສາ ຫວຽດນາມ ຢູ່ ລັດເຊຍ - ຂົວເຊື່ອມຕໍ່ມິດຕະພາບ

​ຍສໝ - ວັນ​ທີ 20 ມີຖຸນາ, ຢູ່ ​ຮ່າ​ໂນ້ຍ, ກ່າວ​ຄຳ​ປາໄສ​ທີ່​ການ​ພົບ​ປະ​ກັບ​ການ​ນຳ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ​ລັດ​ເຊຍ ​ແລະ ບັນດາ​ລຸ້ນອະດີດນັກສຶກສາ ຫວຽດນາມ ທີ່​​ຮ່ຳຮຽນ​ຢູ່ ລັດ​ເຊຍ ​ໂດຍ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ​ເປັນ​ເຈົ້າພາບ, ທ່ານ​ປະທານາທິບໍດີ ​ສະຫະພັນ​ ລັດ​ເຊຍ Vladimir Putin ຫວັງ​ວ່າ ...

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.