ຕອນຄ່ຳວັນທີ 25 ເມສາ, ຢູ່ສະໜາມຫຼວງ ດ້ຽນບຽນຝູ (ແຂວງ ດ້ຽນບຽນ), ຄະນະຊາວໜຸ່ມສູນ ກາງ ແລະ ຄະນະຈັດຕັ້ງສູນກາງ ໄດ້ຈັດຕັ້ງພິທີຍ້ອງຍໍ “ທະຫານນ້ອຍ ດ້ຽນບຽນ” 200 ຄົນໃນທົ່ວປະເທດ ຄັ້ງທີ 5 – 2024. ຄັ້ງນີ້ແມ່ນການເຄື່ອນໄຫວໃນຂອບເຂດງານບຸນ “ທະຫານນ້ອຍ ດ້ຽນບຽນ” ແຫ່ງຊາດຄັ້ງທີ 5 ປີ 2024 ແລະ ການເຄື່ອນໄຫວ “ດ້ຽນບຽນຝູ - ຄວາມປາດຖະໜາແມ່ນ້ຳຂອງ”.
ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ຫາຍເຢືອງ ຈັດຕັ້ງການໂອ້ລົມສົນທະນາກ່ຽວກັບນະໂຍບາຍການຕ່າງປະເທດ
ຍສໝ - ນີ້ແມ່ນຄຳສະເໜີຂອງທ່ານ ຫຼີເຊື່ອງກັ່ນ, ເອກອັກຄະລັດຖະທູດການທ່ອງທ່ຽວ ຫວຽດນາມ ປະຈຳ ສ.ເກົາຫຼີ ທີ່ການພົບປະກັບທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໂຮ່ອ່ານຟ່ອງ ໃນວັນທີ 24 ເມສາ ຢູ່ ຮ່າໂນ້ຍ.
ຍສໝ - ການແຂ່ງຂັນພາກສຽງທີ່ຄັດຈາກຕອນຮູບເງົາ, ການແຂ່ງຂັນເວົ້າພາສາ ແອັດສະປາຍ ເກັ່ງ, ຊິມອາຫານຂອງບັນດາປະເທດທີ່ເວົ້າພາສາ ແອັດສະປາຍ, ງານມະໂຫລານສິລະປະ Luminiscente... ແມ່ນບັນດາການເຄື່ອນໄຫວທີ່ຟົດຟື້ນ ເຊິ່ງໄດ້ດຳເນີນໃນສັບປະດາວັດທະນະທຳບັນດາປະເທດເວົ້າພາສາ ແອັດສະປາຍ ປີ 2024. ລາຍການ ກໍໄດ້ຈັດພິທີເປີດໃນວັນທີ 24 ເມສາ ຢູ່ມະຫາວິທະຍາໄລ ຮ່າໂນ້ຍ.
ຍສໝ - ນີ້ແມ່ນເນື້ອໃນເນັ້ນໜັກໂດຍທ່ານ ຈ້ຽວມິງລອງ - ຫົວໜ້າກົມຮ່ວມມືສາກົນ (ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ) ທີ່ກອງປະຊຸມຝຶກອົບຮົມວຽກງານເຜີຍແຜ່ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ, ອາຊຽນ ແລະ UNESCO ໂດຍກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ຈັດຂຶ້ນໃນວັນທີ 25 ເມສາ ຢູ່ ຮ່າໂນ້ຍ.
ຍສໝ - ທີ່ການປະຊຸມຂ່າວປະຈຳຂອງກະຊວງການຕ່າງປະເທດໃນຕອນບ່າຍວັນທີ 25 ເມສາ, ທ່ານນ່າງໂຄສົກກະຊວງການຕ່າງປະເທດຫວຽດນາມ ຝ້າມທູຮັ່ງ ເນັ້ນໜັກວ່າ: ຫວຽດນາມ ຮຽກຮ້ອງຈີນເຄົາລົບອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ ແລະ ອະທິປະໄຕ ແລະ ສິດພິພາກສາ ຢູ່ເຂດທະເລຫວຽດນາມ.
ຍສໝ - ວັນທີ 30 ເມສາ 1975, ວັນທີ່ຫວຽດນາມເປັນເອກະພາບຢ່າງຄົບຖ້ວນ, ແມ່ນເຫດການສຳຄັນທີ່ສຸດໃນປະຫວັດສາດຂອງປະເທດຊາດຫວຽດນາມ ແລະ ປະຫວັດສາດໂລກ, ຜູ້ປະສານງານສູນຄົ້ນຄ້ວາອາຊີຕາເວັນອອກສ່ຽງໃຕ້ຂອງສະຖາບັນການພົວພັນສາກົນມະຫາວິທະຍາໄລແຫ່ງຊາດ La Plata , ອາເຈນຕິນາ, ທ່ານ Ezequiel Ramoneda ຢືນຢັນ.
ຍສໝ - ປະຈຸບັນ ການາ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ ຢູ່ພາກພື້ນ ອາຟຣິກາ ຕາເວັນຕົກ ດ້ວຍວົງເງິນການຄ້າສອງຝ່າຍໃນປີ 2023 ບັນລຸ 733 ລ້ານ USD. ເຖິງຢ່າງໃດກໍ່ຕາມ, ບັນດາໝາກຜົນນີ້ ຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນໃຫຍ່ ແລະ ຄວາມປາຖະໜາຂອງ 2 ປະເທດ.
ຍສໝ - ວັນທີ 17 ເມສາ, ທ່ານ ຫງວຽນຫງອກແຮ່ - ຮອງປະທານຄະນະກໍາມະການປະຊາຊົນນະຄອນ ເກີ່ນເທີ - ພ້ອມກັບການນໍາບັນດາພະແນກ, ຂະແໜງການທີ່ກ່ຽວຂ້ອງ ກໍໄດ້ມີການພົບປະກັບຄະນະປະຕິບັດງານຂອງກຸ່ມ G4 ລວມມີສະຖານທູດບັນດາປະເທດຄື: ການາດາ, ນິວຊີແລນ, ນອກແວ ແລະ ສະວິດ ທີ່ໄປຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ເກີ່ນເທີ.
ຍສໝ - ວັນທີ 19 ເມສາ, ສະຫະພັນສະຫະກອນແຂວງ ໄທງວຽນ ສົມທົບກັບ ສະມາຄົມເສດຖະກິດ - ວັດທະນະທໍາ ສ.ເກົາຫຼີ - ຫວຽດນາມ (KOVECA) ແລະ ບໍລິສັດ ຫວຽດນາມ - ສ.ເກົາຫຼີ Showroom ຈຳກັດ ໄດ້ຈັດການສຳມະນາ “ແລກປ່ຽນເສດຖະກິດ ເພື່ອສົ່ງເສີມການຄ້າ ຫວຽດນາມ ແລະ ສ.ເກົາຫຼີ”.
ຍສໝ - ທ່ານນາງ Anne Le Hénanff, ຜູ້ຕາງໜ້າສະພາແຫ່ງຊາດແຂວງ Morbihan, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຝຣັ່ງ - ຫວຽດນາມ ຂອງສະພາແຫ່ງຊາດ ຝຣັ່ງ ແລະ ຜູ້ຕາງໜ້າອົງການພັດທະນາ ຝຣັ່ງ (AFD) ປະຈຳ ຫວຽດນາມ ໄດ້ມີບັນດາການລົງຕົວຈິງທີ່ໜ້າຈັບໃຈ ເມື່ອມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮວ່າບິ່ງ ໃນໄລຍະທີ່ຜ່ານມານີ້.
ຍສໝ - ວັນທີ 18 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີລົງນາມໃນການຮ່ວມມືລະຫວ່າງເວທີປາໄສແມ່ຍິງ ຫວຽດນາມ ຢູ່ ເອີລົບ ກັບສະມາຄົມນັກທຸລະກິດຍິງນະຄອນ ຮ່າໂນ້ຍ
ຍສໝ - ນີ້ແມ່ນຄຳປາໄສຂອງທ່ານ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio ທີ່ການຮັບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາຊົນເຜົ່າ” ຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໃນວັນທີ 23 ເມສາຢູ່ ຮ່າໂນ້ຍ. ຫຼຽນກາລະນຶກ ແມ່ນລາງວັນເພື່ອຮັບຮູ້ບັນດາການປະກອບສ່ວນໃນການຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງປະຊາຊົນຫວຽດນາມ ແລະ ຍີ່ປຸ່ນ.
ຍສໝ - ວັນທີ 17 ເມສາ, ຢູ່ແຂວງ ດົ່ງນາຍ ໄດ້ດຳເນີນກອງປະຊຸມໃຫຍ່ສະມາຄົມມິດຕະພາບ ຫວຽດນາມ - ຝຣັ່ງ ແຂວງ ດົ່ງນາຍ ຄັ້ງທີ 2. ຢູ່ທີ່ນີ້, ປະທານສະມາຄົມມິດຕະພາບ ຫວຽດນາມ - ຝຣັ່ງ ແຂວງ ດົ່ງນາຍ ອາຍຸການ 2024 – 2029 ທ່ານ ກ່າວວັນກວາງ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ບັນດາສະມາຊິກ ຈະສາມັກຄີ, ເປັນເຈົ້າການ, ສ້າງສັນໃນການນຳການເຄື່ອນໄຫວຂອງສະມາຄົມມິດຕະພາບ ຫວຽດນາມ - ຝຣັ່ງ ແຂວງ ດົ່ງນາຍ ເຄື່ອນໄຫວຢ່າງມີປະສິດທິຜົນ, ມີຄຸນນະພາບ, ເສີມຂະຫຍາຍບົດບາດເປັນຂົວຕໍ່ມິດຕະພາບລະຫວ່າງປະຊາຊົນແຂວງ ດົ່ງນາຍ ກັບປະຊາຊົນ ຝຣັ່ງ; ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການເຄື່ອນໄຫວການຕ່າງປະເທດລວມຂອງແຂວງ.
ຍສໝ - ຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ນະຄອນ ໂຮ່ຈີມິນ ໂດຍທ່ານ ຮວິ່ງແທ່ງເລິບ, ປະທານສະມາຄົມເປັນຫົວໜ້າຄະນະ ຫາກໍມີການໄປຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງ New Delhi, ສາທາລະນະລັດ ອິນເດຍ ຕາມຄຳເຊີນຂອງກົງສຸນໃຫຍ່ ອິນເດຍ ປະຈຳນະຄອນ ໂຮ່ຈີມິນ.
ຍສໝ - ນີເຊຣີ ໄດ້ກາຍເປັນປະເທດທໍາອິດໃນໂລກທີ່ນຳໃຊ້ Men5CV, ວັກຊີນໃຫມ່ຊະນິດໜຶ່ງເພື່ອຕ້ານການອັກເສບເຫຍື່ອຫຸ້ມສະໝອງ.
ຍສໝ - ວັນທີ 20 ເມສາ, ຄະນະປະຕິບັດງານຂອງສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ຝຣັ່ງ ສົມທົບກັບກຸ່ມຜູ້ແທນມິດຕະພາບ ຫວຽດນາມ - ຝຣັ່ງ; ຄະນະຜູ້ແທນສະພາແຫ່ງຊາດແຂວງ ດ້ຽນບຽນ; ກອງທຶນປົກປ້ອງເດັກນ້ອຍ ຫວຽດນາມ; ໂຮງໝໍມິດຕະພາບ ຫວຽດດຶກ ໄດ້ຈັດຕັ້ງລາຍການເຮັດວຽກ ແລະ ມອບຂອງຂວັນຢູ່ເມືອງ ດ້ຽນບຽນດົງ, ແຂວງ ດ້ຽນບຽນ.
ຍສໝ - ໜັງສືພິມ The Sydney Morning Herald ຂອງ ອົດສະຕຣາລີ ໄດ້ຕີລາຄານະຄອນ ໂຮ່ຈີມິນ ເປັນຈຸດໝາຍປາຍທາງທີ່ດີສຳລັບການພັກຜ່ອນໄລຍະສັ້ນຢູ່ ຫວຽດນາມ, ໃນຂະນະນັ້ນ ໜ້າເວບ Yahoo! Life of Singapore ກໍໄດ້ແນະນຳ 9 ສະຖານທີ່ສວຍງາມທີ່ສຸດຢູ່ ຫວຽດນາມ ເຊີ່ງນັກທ່ອງທ່ຽວບໍ່ຄວນພາດ ເມື່ອມາຢ້ຽມຢາມດິນແດນຮູບຕົວອັກສອນ S ນີ້.
ຍສໝ - ກວ໋າງບິງ ຈະໜູນຊ່ວຍແຂວງ ສາລະວັນ ບຳລຸງສ້າງພະນັກງານ ແລະ ນັກສຶກສາລົງເລິກຂະແໜງຮຽນພາສາ ຫວຽດນາມ 10 ຄົນຢູ່ບັນດາຮາກຖານບຳລຸງສ້າງຂອງແຂວງໃນແຕ່ລະປີ. ແຂວງ ສາລະວັນ ຈະໜູນຊ່ວຍແຂວງ ກວ໋າງບິ່ງ ບຳລຸງສ້າງພະນັກງານ/ນັກສຶກສາ ຄົນໜຶ່ງຮຽນລະດັບປະລິນຍາຕີຢູ່ມະຫາວິທະຍາໄລແຫ່ງຊາດລາວ.
ຍສໝ - ຕາມນັກຂ່າວຈາກສຳນັກຂ່າວສານຫວຽດນາມປະຈຳລາວ, ຕອນເຊົ້າວັນທີ 18 ເມສານີ້, ສະມາຄົມຊາວຫວຽດນາມປະຈຳລາວໄດ້ສົມທົບກັບສະມາຄົມຊາວຫວຽດນາມອາໄສຢູ່ນະຄອນຫຼວງວຽງຈັນຈັດຕັ້ງພິທີສະເຫຼີມສະຫຼອງເຈົ້າຊີວິດຮຸ່ງ ປີ 2024 ຢ່າງສົມກຽດ.