Peace Trees ຫວຽດ​ນາມ ໜູນ​ຊ່ວຍ​ການ​ກໍ່​ສ້າງຕົວແບບໂຮງ​ຮຽນ​ອະ​ນຸ​ບານ K-ing ຢູ່​ຕາ​ແສງຊາຍແດນ ກວາງ​ບິ່ງ.

Peace Trees ຫວຽດ​ນາມ ໜູນ​ຊ່ວຍ​ການ​ກໍ່​ສ້າງຕົວແບບໂຮງ​ຮຽນ​ອະ​ນຸ​ບານ K-ing ຢູ່​ຕາ​ແສງຊາຍແດນ ກວາງ​ບິ່ງ.

ຍສໝ - ຄະນະ​ກຳມະການ​ປະຊາຊົນ​ແຂວງ​ກວາງ​ບິ່ງ ​ໄດ້​ອອກ​ມະຕິ​ສະບັບ​ເລກທີ 1116/QD-UBND ລົງ​ວັນ​ທີ 3 ພຶດສະພາ 2024 ກ່ຽວ​ກັບ​ການ​ຮັບຮອງ​ເອົາ​ໂຄງການ​ກໍ່ສ້າງ​ຕົວແບບໂຮງຮຽນ​ອະນຸບານ K-ing ຢູ່​ຕາ​ແສງຊາຍແດນ ຈ້ອງຮວາ (​ເມືອງ​ ມິງຮວາ) ​ໂດຍ​ອົງການ Peace Trees ຫວຽດນາມ (PTVN) ອຸປະຖຳ.

ສະຫະປະຊາຊາດ ໄດ້ເລືອກເອົາປີ 2026 ເປັນປີສາກົນ ແມ່ຍິງເຮັດວຽກງານກະສິກຳ

ສະຫະປະຊາຊາດ ໄດ້ເລືອກເອົາປີ 2026 ເປັນປີສາກົນ ແມ່ຍິງເຮັດວຽກງານກະສິກຳ

ຍສໝ - ສະ​ມັດ​ຊາ​ໃຫຍ່​ສະຫະປະຊາຊາດ ຫາກກໍເຫັນດີເປັນເອກະພາບ​ຜ່ານ​ມະຕິເລືອກເອົາປີ 2026 ເປັນປີສາກົນແມ່ຍິງເຮັດວຽກງານກະສິກຳ. ມະຕິ​ດັ່ງກ່າວ​ ໂດຍກຸ່ມຫຼັກແຫຼ່ງລວມມີ: ອາ​ເມ​ລິ​ກາ, ອາກຊັງຕິນ, ໂກໂລມບີ, ຝຣັ່ງ, ອີ​ຕາ​ລີ, ຍີ່ປຸ່ນ, ມາຣົກ, ​ເປຣູ, ຟີ​ລິບ​ປິນ ​ແລະ ຫວຽດນາມ ສະເໜີ ແລະ ໄດ້ມີ 126 ປະ​ເທດອຸປະຖຳຮ່ວມ.

ສື່​ມວນ​ຊົນ​ສາກົນ​ຍ້ອງຍໍ​ໄຊຊະນະ ​ດ້ຽນບຽນ​ຝູ ຂອງ​ ຫວຽດນາມ

ສື່​ມວນ​ຊົນ​ສາກົນ​ຍ້ອງຍໍ​ໄຊຊະນະ ​ດ້ຽນບຽນ​ຝູ ຂອງ​ ຫວຽດນາມ

ຍສໝ - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ໄຊຊະນະ​ດ້ຽນບຽນ​ຝູ, ສື່​ມວນ​ຊົນ​ໂລກ ​ໄດ້​ມີບັນດາບົດ​ຄວາມ​ຍ້ອງຍໍ​ໄຊຊະນະ​ນີ້, ຖື​ວ່າ​ແມ່ນບາດລ້ຽວໃນ​ປະຫວັດສາດແຫ່ງ​ການ​ປົກຄອງ​ແບບຫົວເມືອງຂຶ້ນ ແລະ ລະດົມກຳລັງໃຈຂະບວນການເອກະລາດ​ຂອງ​ຫຼາຍ​ປະ​ເທດ​ໃນ​ທົ່ວ​ໂລກ.

ຢ້ຽມຢາມ ແລະ ລະດົມໃຈພະນັກງານ, ນັກຮົບ, ປະຊາຊົນ ເຈື່ອງຊາ ແລະ ເຮືອນຖານ DK1

ຢ້ຽມຢາມ ແລະ ລະດົມໃຈພະນັກງານ, ນັກຮົບ, ປະຊາຊົນ ເຈື່ອງຊາ ແລະ ເຮືອນຖານ DK1

ຍສໝ - ໃນລະຫວ່າງວັນທີ 26 ເມສາ ຫາວັນທີ 2 ພຶດສະພາ, ຄະນະຜູ້ແທນນະຄອນ ໂຮ່ຈີມິນ ໂດຍທ່ານ ວາທີພົນເຮືອເອກ ຝ້າມຢືຊວນ, ຮອງແມ່ທັບເຮືອເປັນຫົວໜ້າຄະນະ, ແລະ ທ່ານ ຫງວຽນເຝືອກໂລກ, ຮອງເລຂາຄະນະພັກນະຄອນ, ຫົວໜ້າຄະນະຜູ້ແທນນະຄອນ ໂຮ່ຈີມິນ ໄດ້​ລົງ​ຢ້ຽມຢາມ, ​ໃຫ້​ກຳລັງ​ໃຈ ​ແລະ ມອບ​ຂອງຂວັນ​ໃຫ້​ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ຢູ່​ເກາະ​ຈຳນວນ​ໜຶ່ງ​ຢູ່ ​ເຈື່ອງ​ຊາ, ​ແຂວງ​ແຄ໋ງຮ່ວາ ​ແລະ ເຮືອນຖານ DK1.

ສື່ມວນຊົນ ອາກຊັງຕິນ: ໄຊຊະນະດ້ຽນບຽນຝູ ມີຄວາມໝາຍປະຫວັດສາດອັນຍິ່ງໃຫຍ່

ສື່ມວນຊົນ ອາກຊັງຕິນ: ໄຊຊະນະດ້ຽນບຽນຝູ ມີຄວາມໝາຍປະຫວັດສາດອັນຍິ່ງໃຫຍ່

ຍສໝ - ບັນດາໜັງສືພິມ​ໃຫຍ່​ຂອງ ອາກຊັງຕິນ​ ​ໄດ້​ລົງ​ພິມ​ບົດ​ຄວາມ​ກ່ຽວ​ກັບການ​ໄຊຊະນະ​ດ້ຽນບຽນ​ຝູ, ຢືນຢັນ​ວ່າ​ການໄຊຊະນະ​ນີ້​ບໍ່​ພຽງ​ແຕ່​ໄດ້​ສົ່ງຜົນສະທ້ອນ​ເຖິງ​ປະຫວັດສາດ​ຂອງ​ຫວຽດນາມ​ເທົ່າ​ນັ້ນ, ຫາກ​ຍັງ​ປ່ຽນ​ແປງ​ສະພາບ​ການ​ໂລກ​ອີກ​ດ້ວຍ.

ຫວຽດນາມ ຍາມໃດກໍ່ຖືມະນຸດເປັນໃຈກາງ

ຫວຽດນາມ ຍາມໃດກໍ່ຖືມະນຸດເປັນໃຈກາງ

ຍສໝ - ທີ່​ກອງ​ປະ​ຊຸມສະພາລັດ​ຖະ​ມົນ​ຕີ OECD (MCM) ປີ 2024, ທ່ານ​ລັດ​ຖະ​ມົນ​ຕີການຕ່າງປະເທດ ຫວຽດນາມ ບູຍແທງເຊີນ ໄດ້​ແບ່ງ​ປັນ​ທິດ​ທາງ ແລະ ແນວ​ຄິດ​ພັດ​ທະ​ນາຂອງ​ຫວຽດ​ນາມ. ທ່ານ​​ເນັ້ນ​ໜັກ​ວ່າ ຫວຽດນາມ ບໍ່​ໄດ້​ເຕີບ​ໂຕ​ດ້ວຍການແລກດ້ວຍທຸກຢ່າງ, ຍາມໃດກໍ່ຖືມະນຸດເປັນໃຈກາງ, ເປັນເຈົ້າກຳ ແລະ ​ເປົ້າ​ໝາຍ​ຂອງການພັດທະນາ.

ໄຂງານວາງສະແດງສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7 ພຶດສະພາ 1954-7 ພຶດສະພາ 2024)

ໄຂງານວາງສະແດງສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7 ພຶດສະພາ 1954-7 ພຶດສະພາ 2024)

ຍສໝ - ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ໄຊຊະນະ ດ້ຽນບຽນ​ຝູ (7 ພຶດສະພາ 1954-7 ພຶດສະພາ 2024), ຕອນ​ເຊົ້າ​ວັນ​ທີ 3 ພຶດສະພາ, ຄະນະ​ຈັດ​ຕັ້ງ​ງານ​ລ້ຽງ​ສະ​ເຫຼີ​ມສະຫຼອງ​ວັນ​ບຸນ​ສຳຄັນ​ຂອງ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ​ດ້ວຍ​ຫົວ​ຂໍ້​ວ່າ: “​ໄຊຊະນະ​ດ້ຽນບຽນ​ຝູ - ກຳລັງ​ແຮງ​ຂອງ​ຫວຽດນາມ, ຮູບຮ່າງ​ຂອງ​ຍຸກ​ສະ​ໄໝ” ຢູ່​ຖະໜົນ​ຄົນ​ຍ່າງ ຫງວຽນ​ເຫ້ວ ​ແລະ ຖະໜົນ​ດົງ​ກອຍ, ເມືອງ 1.

ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ແຮງ​ງານ​ທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ

ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ແຮງ​ງານ​ທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ

ຍສໝ - ​ເພື່ອ​ຍົກສູງ​ຄວາມ​ຮັບຜິດຊອບ​ຂອງ​ທຸກ​ຂັ້ນ, ຂະ​ແໜງ​ການ​ໃນ​ການປະຕິບັດງານການ​ຄຸ້ມ​ຄອງ​ແຮງ​ງານທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ຕາມ​ສັນຍາ, ຄະນະ​ກຳມະການ​ປະຊາຊົນ​ແຂວງ ກອນ​ຕູມ ​ໄດ້​ອອກ​ຖະ​ແຫຼ​ງການ​ສະບັບ​ເລກທີ 1298/UBND-KGVX ກ່ຽວກັບການ​ເພີ່ມ​ທະວີ​ວຽກງານ​ຄຸ້ມ​ຄອງແຮງງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ຕາມ​ສັນຍາ.

ຫວຽດນາມ ສືບຕໍ່ສະໜັບສະໜູນ ແລະ ໜູນຊ່ວຍ ສປປ.ລາວ ດຳລົງຕຳແໜ່ງປະທານ ອາຊຽນ ຢ່າງສຳເລັດຜົນ

ຫວຽດນາມ ສືບຕໍ່ສະໜັບສະໜູນ ແລະ ໜູນຊ່ວຍ ສປປ.ລາວ ດຳລົງຕຳແໜ່ງປະທານ ອາຊຽນ ຢ່າງສຳເລັດຜົນ

ຍສໝ - ທ່ານ​ລັດຖະມົນຕີ ບຸ່ຍ​ແທງ​ເຊີນ ຢືນຢັນ​ວ່າ ຫວຽດນາມ ຈະ​ສືບ​ຕໍ່​ໜູນ​ຊ່ວຍ ​ແລະ ຊ່ວຍ​ເຫຼືອ​ລາວ ​ເພື່ອ​ຮັບດຳລົງ​ຕຳ​ແໜ່​ງປະທານ ອາ​ຊຽນ ​ໃນ​ປີ 2024 ຢ່າງ​ສຳ​ເລັດ​ຜົນ; ຮຽກຮ້ອງ​ໃຫ້​ລາວ ​ສົມທົບ​ກັນ​ຊຸກຍູ້​ການ​ພົວພັນ OECD - ອາ​ຊຽນ ​ແລະ ​ໂຄງການ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (SEARP) ຂອງ OECD.

ສົ່ງເສີມ, ໂຄສະນາການທ່ອງທ່ຽວສາກົນເປີດກວ້າງຢູ່ເມືອງຊາປາ ກັບບັນດາທ້ອງຖິ່ນຂອງ ຈີນ,ລາວ

ສົ່ງເສີມ, ໂຄສະນາການທ່ອງທ່ຽວສາກົນເປີດກວ້າງຢູ່ເມືອງຊາປາ ກັບບັນດາທ້ອງຖິ່ນຂອງ ຈີນ,ລາວ

ຍສໝ - ຕອນ​ບ່າຍ​ວັນ​ທີ 27 ​ເມສາ​ນີ້, ຢູ່​ທີ່ ​ຣີສອດ Lady Hill Sapa, ຄະນະ​ກຳມະການ​ປະຊາຊົນ​ເທດສະບານເມືອງ​ຊາ​ປາ​ ໄດ້​ສົມທົບ​ກັບ​ ສະມາຄົມມິດຕະພາບນະຄອນ​ທ່ອງທ່ຽວ​ສາກົນ ​ຄຸນ​ໝິງ ​ຈັດ​ຕັ້ງ​ກອງ​ປະຊຸມ​ໂຄສະນາ​ການທ່ອງທ່ຽວ​ສາກົນເປີດກວ້າງ.

ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ

ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ

ຍສໝ - ທ່ານ ຮວ່າງ​ບິ່ງ​ກວນ, ອະດີດ​ກຳມະການ​ສູນ​ກາງ​ພັກ, ອະດີດ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ, ​ເມື່ອ​ບໍ່​ດົນ​ມາ​ນີ້ ​ໄດ້​ຮັບ​ຫຼຽນ​ໄຊອາທິດອຸໄທ ​ໂດຍ​ລັດຖະບານ​ຍີ່ປຸ່ນ ມອບໃຫ້ ຍ້ອນມີ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ.

ຊຸກຍູ້ການ​ເຊື່ອມ​ໂຍງ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​​ແຂວງ ຫາຍ​ຟ່ອງ ກັບ​ບັນດາ​ຄູ່​ຮ່ວມ​ມື​ ສິງກະ​ໂປ

ຊຸກຍູ້ການ​ເຊື່ອມ​ໂຍງ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​​ແຂວງ ຫາຍ​ຟ່ອງ ກັບ​ບັນດາ​ຄູ່​ຮ່ວມ​ມື​ ສິງກະ​ໂປ

ຍສໝ - ວັນ​ທີ 2 ພຶດສະພາ, ຢູ່​ຮ່າ​ໂນ້ຍ, ທ່ານ ຫງວຽນ​ດຶກ​ຮຸ່ງ, ຮອງ​ປະ​ທານ-ເລຂາທິການ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ສິງ​ກະ​ໂປ (VSFA) ໄດ້​ຕ້ອນຮັບ​ ແລະ ເຮັດວຽກກັບທ່ານ Joe Tan, ຮອງ​ປະທານ​ບໍລິຫານ ​ບໍລິສັດ Sing-Viet Impact Ventures (SVIV).

ວາງສະແດງສະ​ແດງ​ປຶ້ມ​ກວ່າ 40 ຊື່​ກ່ຽວ​ກັບ​ຫວຽດ​ນາມ ຢູ່ ອາກ​ຊັງ​ຕິນ

ວາງສະແດງສະ​ແດງ​ປຶ້ມ​ກວ່າ 40 ຊື່​ກ່ຽວ​ກັບ​ຫວຽດ​ນາມ ຢູ່ ອາກ​ຊັງ​ຕິນ

ຍສໝ - ວັນທີ 30 ເມສາ, ສະຖານທູດຫວຽດນາມ ປະຈໍາ ອາກຊັງຕິນ ສົມທົບກັບສຳນັກພິມຈຳໜ່າຍ Acercando Ediciones ແລະ ສະມາຄົມປຶ້ມ ອາກຊັງຕິນ ໄດ້ຈັດຕັ້ງງານວາງສະແດງພື້ນທີ່ ຫວຽດນາມ ຢູ່ງານຕະຫຼາດນັດປຶ້ມ Buenos Aires.

ຊາວຫວຽດນາມຢູ່ລາວ ສະແດງຄວາມພູມໃຈໃນຜົນງານອັນດີເດັ່ນຂອງປະເທດຊາດ

ຊາວຫວຽດນາມຢູ່ລາວ ສະແດງຄວາມພູມໃຈໃນຜົນງານອັນດີເດັ່ນຂອງປະເທດຊາດ

ຍສໝ - 49 ປີ​ແຫ່ງ​ວັນ​ໄຊຊະນະ​ອັນ​ສະຫງ່າ​ລາສີ ​ເມື່ອ​ວັນ​ທີ 30 ເມສາ 1975, ​ໄດ້​ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ຄົບ​ຖ້ວນ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ປະ​ເທດ​ຊາດ​ມີຄວາມ​ສັນຕິພາບ, ​ຄວາມເປັນ​ເອກະ​ພາບ, ​ເສດຖະກິດ-ສັງຄົມ​ນັບ​ມື້​ນັບ​ພັດທະນາ, ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປັບປຸງ​ເພີ່ມ​ຂຶ້ນຢ່າງ​ວ່ອງ​ໄວ.

ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ 70 ຄົນ ​ໄປ​ຢ້ຽມຢາມ ​ເຈື່ອງ​ຊາ, ເຮືອນຍາມ DK-I ​ເນື່ອງ​ໃນ​ໂອກາດ​ວັນ​ທີ 30 ເມສາ

ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ 70 ຄົນ ​ໄປ​ຢ້ຽມຢາມ ​ເຈື່ອງ​ຊາ, ເຮືອນຍາມ DK-I ​ເນື່ອງ​ໃນ​ໂອກາດ​ວັນ​ທີ 30 ເມສາ

ຍສໝ - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 49 ປີ​ແຫ່ງ​ວັນ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ (30 ​ເມສາ 1975 – 30 ​ເມສາ 2024) ​ແລະ ​ປົດ​ປ່ອຍ​ໝູ່​ເກາະ​ ເຈື່ອງ​ຊາ (29 ​ເມສາ 1975), ຄົບຮອບ 69 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ເຮືອ​ປະຊາຊົນ​ຫວຽດນາມ (7 ພຶດສະພາ 1955), ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ - ກະຊວງການຕ່າງປະເທດ ຫວຽດນາມ ສົມທົບກັບກອງບັນຊາການທະຫານເຮືອ ໄດ້ຈັດຕັ້ງຄະນະຜູ້ແທນຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄປຢ້ຽມຢາມ, ລະດົມກຳລັງໃຈໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນເມືອງເກາະ ເຈື່ອງຊາ ແລະ ເຮືອນຍາມ DK-I ​ໃນຂອບເຂດຄະນະປະຕິບັດງານ ເລກທີ 11.

ກຳປູເຈຍ-ລາວ ເພີ່ມທະວີການຮ່ວມມືກໍ່ສ້າງເຂດຊາຍແດນສັນຕິພາບ

ກຳປູເຈຍ-ລາວ ເພີ່ມທະວີການຮ່ວມມືກໍ່ສ້າງເຂດຊາຍແດນສັນຕິພາບ

ຍສໝ - ວັນ​ທີ 30 ​ເມສາ​ນີ້, ​ບັດດາເຈົ້າໜ້າທີ່ຂັ້ນສູງປ້ອງ​ກັນ​ປະ​ເທດ ​ລາວ ​ແລະ ກຳປູ​ເຈຍ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​​ຈະ​ເພີ່ມ​ທະວີການປັບປຸງ ແລະ ເສີມຂະຫຍາຍການ​ພົວພັນ​ມິດຕະພາບ​ຕາມ​ຊາຍ​ແດນ​ຂອງ​ສອງ​ປະ​ເທດ, ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ ແລະ ການ​ພັດທະນາ​ຂອງ​ປະຊາຊົນ.

ຫວຽດນາມ ນອນໃນ top 2 ຂອງຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ລາວ

ຫວຽດນາມ ນອນໃນ top 2 ຂອງຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ລາວ

ຍສໝ - ຕາມ​ກົມ​ພັດທະນາ​ການທ່ອງທ່ຽວ​ຂຶ້ນກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ລາວ ແລ້ວ, ​ໃນ 3 ​ເດືອນ​ຕົ້ນ​ປີ 2024, ປະ​ເທດນີ້ ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ 1 ລ້ານ​ກວ່າ​ເທື່ອ​ຄົນ. ໃນນັ້ນ ຈຳນວນ​ນັກ​ທ່ອງ​ທ່ຽວ​ຫວຽດນາມ ຢືນ​ອັນ​ດັບ​ທີ 2 ເຊິ່ງໄດ້ຈັດອັນດັບຢູ່ຖັດຈາກ ​ໄທ ເທົ່ານັ້ນ.

|< < 1 2 3 4 5 > >|
ເຫດການ