ຍສໝ - ນັ້ນແມ່ນເນື້ອໃນສະເໜີໂດຍທ່ານ ໂດ໊ວັນຈ້ຽນ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຢູ່ທີ່ການພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ແລະ ພະນັກງານ, ລັດຖະກອນສະຖານທູດ ຫວຽດນາມ ປະຈຳ ຝລັ່ງ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຂອງຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໃນໄລຍະການຢ້ຽມຢາມ ແລະ ເຮັດວຽກຢູ່ ຝລັ່ງ ແຕ່ວັນທີ 30 ມີຖຸນາ – ວັນທີ 2 ກໍລະກົດ.
ຍສໝ - ປີ 2024 ແມ່ນປີສະເຫຼີມສະຫຼອງ 30 ປີແຫ່ງວັນ ຫວຽດນາມ ແລະ Croatia ໄດ້ສ້າງຕັ້ງການພົວພັນທາງການທູດ (ວັນທີ 1 ກໍລະກົດ ປີ 1994 – ວັນທີ 1 ກໍລະກົດ ປີ 2024).
ຫວຽດນາມ-ລາວ ຜັນຂະຫຍາຍບັນດາເນື້ອໃນຮ່ວມມືດ້ານປ້ອງກັນຊາດໃຫ້ມີປະສິດທິຜົນ
ຍສໝ - ທ່ານພົນເອກ ຟານວັນຢາງ ຫວັງວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຮັກສາ, ຮັດແໜ້ນສາຍພົວພັນຫວຽດນາມ - ລາວ ເວົ້າລວມ ແລະການຮ່ວມມືດ້ານປ້ອງກັນຊາດເວົ້າສະເພາະ, ສຸມໃສ່ຂົງເຂດສໍາຄັນ, ຄື: ແລກປ່ຽນຄະນະຜູ້ແທນ, ເປັນຕົ້ນແມ່ນຄະນະຜູ້ແທນຂັ້ນສູງ; ສະຫຼຸບການປະຕິບັດອະນຸສັນຍາຮ່ວມມືດ້ານການປ້ອງກັນຊາດສອງຝ່າຍ ຫວຽດນາມ - ລາວ ໄລຍະ 2020-2024 ແລະລົງນາມໃນອະນຸສັນຍາສະບັບໃໝ່ໄລຍະ 2025-2029...
ຍສໝ - ທ່ານ ຟ້າມກວາງທ໊າຍ ຫົວໜ້າຄະນະຄຸ້ມຄອງໂຄງການເຂດແຂວງຮວ່າບິ່ງ ໃຫ້ຮູ້ວ່າ: ຜ່ານເວລາ 3 ປີທີ່ກໍ່ສ້າງມາ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນສະພາບພະຍາດໂຄວິດ-19 ກໍ່ຕາມ ແຕ່ດ້ວຍການໜູນຊ່ວຍ, ສົມທົບກັນຢ່າງແໜ້ນແຟ້ນຂອງຄະນະກໍາມະການຮ່ວມມືລະຫວ່າງສອງປະເທດ, ອໍານາດການປົກຄອງສອງແຂວງ, ໂຄງການໄດ້ສ້າງສໍາເລັດຖືກຕ້ອງຕາມຄວາມຄືບໜ້າ, ຄຸນນະພາບສາມາດຮັບປະກັນຕາມມາດຕະຖານນໍາໃຊ້.
ຍສໝ - ໃນສະພາບການປ່ຽນແປງຂອງໂລກມີການຜັນແປ, ວຽກງານການພົວພັນຕ່າງປະເທດ ແລະ ການທູດໃນ 6 ເດືອນຕົ້ນປີ 2024 ສືບຕໍ່ສ້າງສະພາບການການຕ່າງປະເທດທີ່ປະສົບຜົນສຳເລັດຢ່າງໜ້າປະທັບໃຈ, ປະກອບສ່ວນສຳຄັນເຂົ້າໃນການນໍາປະເທດຫວຽດນາມ ໃຫ້ມີທ່າແຮງ, ທີ່ຕັ້ງ ແລະ ມີຄວາມໄວ້ວາງໃຈຈາກສາກົນຄືປະຈຸບັນນີ້.
ຍສໝ - ວັນທີ 2 ກໍລະກົດ, ຢູ່ ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບນະຄອນ ຮ່າໂນ້ຍ ໄດ້ສົມທົບກັບຄະນະກໍາມະການປະຊາຊົນເມືອງ ໄຕໂຮ່ ແລະ ກອງທຶນສົນການດີນທາງສີຂຽວ ໄດ້ຈັດຕັ້ງລາຍການ “ດອກບົວເຊື່ອມຕໍ່ຄວາມຮັກແພງ” ເພື່ອຢ້ຽມຢາມ ແລະ ມອບຂອງຂວັນໃຫ້ 42 ຄອບຄົວນະໂຍບາຍຢູ່ນະຄອນ ຮ່າໂນ້ຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ (ວັນທີ 27 ກໍລະກົດ ປີ 1947 – ວັນທີ 27 ກໍລະກົດ ປີ 2024).
ຍສໝ - ສະຫະພັນແມ່ຍິງແຂວງ ຝູເຖາະ (ຫວຽດນາມ) ຫາກໍ່ມອບເຮືອນແຫ່ງຄວາມຮັກແພງໃຫ້ 2 ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ 2 ບ້ານຂຶ້ນກັບເມືອງ ຫຼວງນ້ຳທາ, ແຂວງ ຫຼວງນ້ຳທາ (ລາວ).
ຍສໝ - ແຕ່ ວັນທີ 30 ມິຖຸນາ ຫາວັນທີ 1 ກໍລະກົດ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊ່າວຫວຽດນາມ ອາໄສຢຸ່ຕ່າງປະເທດ, ພ້ອມກັນກັບການນຳຂອງໜ່ວຍງານທີ່ກ່ຽວຂ້ອງ ຂຶ້ນກັບກະຊວງການຕ່າງປະເທດຈຳນວນໜຶ່ງ ໄດ້ໄປຢ້ຽມຢາມແຂວງ ບິ່ງເຟືອກ, ເຮັດວຽກກ່ຽວກັບວຽກງານການຕ່າງປະເທດຂອງທ້ອງຖິ່ນ, ວຽກງານຂອງຊາວຫວຽດນາມ ຢູ່ຕ່າງປະເທດ ແລະ ໜູນຊ່ວຍປະຊາຄົມຊາວ ຫວຽດນາມ ຢູ່ ກຳປູເຈຍ.
ຍສໝ - ວັນທີ 1 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານລັດຖະມົນຕີ ກະຊວງສຶກສາ ແລະບຳລຸງສ້າງ ຫວຽດນາມ ຫງວຽນກິມເຊີນ ໄດ້ມອບຫຼຽນກາລະນຶກ “ເພື່ອພາລະກິດການສຶກສາ” ໃຫ້ແກ່ທ່ານນາງ Rana Flowers, ຫົວໜ້າຜູ້ຕາງໜ້າກອງທຶນເພື່ອເດັກນ້ອຍ ສະຫະປະຊາຊາດ (UNICEF) ປະຈໍາ ຫວຽດນາມ. ລາງວັນດັ່ງກ່າວແມ່ນເພື່ອຮັບຮູ້ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານສຳລັບການສຶກສາ, ເດັກນ້ອຍ ເວົ້າສະເພາະ ແລະ ປະເທດ ຫວຽດນາມ ເວົ້າລວມ ໃນໄລຍະທີ່ຜ່ານມາ.
ຝຶກອົບຮົມວຽກງານຫ້ອງການ, ຂົນຂວາຍປະຊາຊົນ, ນະໂຍບາຍ ແລະເຕັກນິກການພິມໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປີ 2024
ນັກທ່ອງທ່ຽວສາກົນກວ່າ 8,8 ລ້ານເທື່ອຄົນ ມາຫວຽດນາມ
ຂີດໝາຍເພີ່ມທະວີການພົວພັນຮ່ວມມືລະຫວ່າງແຂວງ ຮວ່າບິ່ງ ແລະ ຫົວພັນ
ຮັບຮູ້ການປະກອບສ່ວນຂອງເອກອັກຄະລັດຖະທູດຊູແອັດ ໃຫ້ແກ່ການພົວພັນມິດຕະພາບສອງປະເທດ
ຍສໝ - ໂດຍໄດ້ຮັບຄຳເຊີນຈາກກອງບັນຊາການທະຫານເຂດ 4, ຕອນເຊົ້າວັນທີ 1 ກໍລະກົດ, ທ່ານພົນຕີ ປະສິດ ທ່ຽງທໍາ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມກັນກັບພັນລະຍາ ແລະ ຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດລາວ ໄດ້ໄປຢ້ຽມຢາມທະຫານເຂດ 4. ທ່ານພົນຕີ ເຈີ່ນຫວໍຢຸ້ງ, ເລຂາຄະນະພັກ, ຜູ້ບັນຊາການທະຫານເຂດ 4 ພ້ອມກັນກັບຫົວໜ້າກອງບັນຊາການ ແລະ ບັນດາອົງການທະຫານເຂດ 4 ໄດ້ຕ້ອນຮັບຄະນະ.
ຍສໝ - ຕາມນັ້ນແລ້ວ, ກ່ອນການສອບເສັງທ້າຍສົກຮຽນ ປີ 2024, ນັກສຶກສາ ລາວ ຈາກບັນດາມະຫາວິທະຍາໄລໃນນະຄອນ ດານັງ ຫຼາຍຄົນໄດ້ໄປວັດ ຕາມບາວ ເພື່ອຖະຫວາຍທູບທຽນ, ໄຫວ້ພະພຸດທະເຈົ້າ, ຈູດທູບທຽນ ແລະ ໂຄມໄຟເພື່ອອະທິຖານ ແລະ ປະຕິບັດນັ່ງຕັ້ງສະມາທິເພື່ອໃຫ້ຮູ້ສຶກທຸ່ນທ່ຽງ, ເຊື່ອໝັ້ນຕົນເອງກ່ອນເຂົ້າຫ້ອງສອບເສັງ.
ຍສໝ - ໄປຮຽນກຽມພາສາຫວຽດນາມ ຢູ່ມະຫາວິທະຍາໄລສ້າງຄູ-ມະຫາວິທະຍາໄລ ດານັງ, ບັນດານັກສຶກສາຕ່າງປະເທດ ໄດ້ຮັບການຝຶກອົບຮົມພ້ອມກັນ 4 ທັກສະ (ຟັງ, ເວົ້າ, ອ່ານ, ຂຽນ); ເຂົ້າຮ່ວມການໄປໄປລົງຕົວຈິງຫຼາຍຄັ້ງ... ໂດຍຜ່ານນັ້ນ ຈຶ່ງຊ່ວຍໃຫ້ບັນດານັກສຶກສາຕ່າງປະເທດມີຄວາມໝັ້ນໃຈຕົນເອງກ່ວາໃນການສື່ສານ ດ້ວຍພາສາຫວຽດນາມ.
ຍສໝ - ກ່ອນນີ້ 2 ປີ, ຄອບຄົວຂອງທ່ານ ລີວັນນໍ້ (ອາຍຸ 34 ປີ, ຊາວເຜົ່າມົ້ງ, ຢູ່ໝູ່ບ້ານສີດ່ຽງ, ຕາແສງເທື່ອງໂທນ, ເມືອງ ຮ່າກວາງ, ແຂວງ ກາວບັ່ງ) ໄດ້ດຳລົງຊີວິດຢູ່ໃນເຮືອນທີ່ຊຸດໂຊມ, ຫຼັງຄາຮ່ົວ. ດ້ວຍການຊ່ວຍເຫລືອຂອງລັດຖະບານ ແລະ ຜູ້ມີໃຈບຸນ, ປະຈຸບັນ, ຄອບຄົວຂອງລາວມີເຮືອນຢູ່ທີ່ໝັ້ນຄົງ ແລະ ມີຄວາມອຸ່ນໃຈໃນການເຮັດໄຮ່ ພະຍາຍາມຫຼຸດພົ້ນອອກຈາກຄວາມທຸກຍາກ.
ຍສໝ - “ອີຣານ ມີຊື່ສຽງດ້ວຍບັນດາທິວທັດທຳມະຊາດທີ່ສວຍງາມ, ຫວຽດນາມ ພັດແມ່ນສະຖານທີ່ດຶງດູດ ດ້ວຍທິວທັດທຳມະຊາດທີ່ສວຍງາມມີເອກະລັກພິເສດຂອງທິດຕາເວັນອອກ. ປະຊາຊົນທັງສອງປະເທດ ມີຄວາມເປັນມິດ, ຮັກແພງແຂກຄົນ... ນັ້ນແມ່ນບັນດາຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດ ເພື່ອໃຫ້ 2 ຝ່າຍພັດທະນາການທ່ອງທ່ຽວຜ່ານການແລກປ່ຽນປະສົບການ ແລະ ການຮ່ວມມື”. ທ່ານ Ali Akbar Nazari, ເອກອັກຄະລັດຖະທູດ ອີຣານ ປະຈຳ ຫວຽດນາມ ກ່າວຄຳປາໄສທີ່ລາຍການ “Roadshow ທ່ອງທ່ຽວ ອີຣານ - ອາຊີຕາເວັນອອກສ່ຽງໃຕ້ 2024 - ການສຳມະນາການທ່ອງທ່ຽວ ອີຣານ - ຫວຽດນາມ” ໄດ້ດຳເນີນໃນວັນທີ 1 ກໍລະກົດ ຢູ່ ຮ່າໂນ້ຍ. ນີ້ແມ່ນຄັ້ງທຳອິດທີ່ ອີຣານ ຈັດຕັ້ງການສຳມະນາສົ່ງເສີມການທ່ອງທ່ຽວຢູ່ ຫວຽດນາມ.
ຍສໝ - ໂດຍຫ່າງຈາກເທດສະບານ ຫງວ່ຽນບິ່ງ (ເມືອງ ຫງວ່ຽນບິ່ງ, ແຂວງ ກາວບັງ) ປະມານ 20 ກິໂລແມັດ, ໝູ່ບ້ານ ຮວ່າຍຂ່າວ (ຕາແສງ ກວາງແທ່ງ, ເມືອງ ຫງວ່ຽນບິ່ງ) ຕັ້ງຢູ່ໃນຮ່ອມພູ. ຢູ່ທີ່ນີ້, ພີ່ນ້ອງຊົນເຜົ່າ ຢ້າວຕຽນ ຍັງຄົງຮັກສາສິລະປະທີ່ເປັນເອກະລັກສະເພາະຂອງການພິມລວດລາຍດ້ວຍຂີ້ເຜິ້ງ.