ຄະນະ​ປະຕິບັດງານ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ຢ້ຽມຢາມ​ທະຫານ​ເຂດ 4

14:48 | 03/07/2024

ຍສໝ - ໂດຍໄດ້ຮັບຄຳເຊີນຈາກກອງບັນຊາການທະຫານເຂດ 4, ຕອນເຊົ້າວັນທີ 1 ກໍລະກົດ, ທ່ານພົນຕີ ປະສິດ ທ່ຽງທໍາ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມກັນກັບພັນລະຍາ ແລະ ຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດລາວ ໄດ້ໄປຢ້ຽມຢາມທະຫານເຂດ 4. ທ່ານພົນຕີ ເຈີ່ນຫວໍຢຸ້ງ, ເລຂາຄະນະພັກ, ຜູ້ບັນຊາການທະຫານເຂດ 4 ພ້ອມກັນກັບຫົວໜ້າກອງບັນຊາການ​ ແລະ ບັນດາ​ອົງການ​ທະຫານ​ເຂດ 4 ​ໄດ້​ຕ້ອນຮັບ​ຄະນະ.

ລົງ​ນາມ​ໃນຂໍ້ຕົກລົງການ​ຮ່ວມ​ມື​ດ້ານ​ການ​ທະ​ຫານ - ການ​ປ້ອງ​ກັນ​ປະ​ເທດ ​ລະ​ຫວ່າງແຂວງ ຮ່າ​ຕິ້ງ ແລະ ແຂວງ​ບໍ​ລິ​ຄຳ​ໄຊ
ຫວຽດນາມ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ການ​ປ້ອງ​ກັນ​ປະ​ເທດ​ໃຫຍ່​ທີ່​ສຸດ​ຂອງ​ອາຊີ

ຕາງໜ້າໃຫ້ຄະນະພັກ, ກອງບັນຊາການທະຫານເຂດ 4, ທ່ານພົນຕີ ເຈີ່ນຫວໍຢຸ້ງ ໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບທ່ານພົນຕີ ປະສິດ ທ່ຽງທຳ ພ້ອມກັນກັບພັນລະຍາ ມາຢ້ຽມຢາມ; ພິ​ເສດ, ນີ້​ແມ່ນ​ການໄປຢ້ຽມ​ຢາມ​ ​ຫວຽດ​ນາມ​ ຄັ້ງ​ທຳ​ອິດ​ຂອງ​ທ່ານ​ພົນຕີ ປະສິດ ທ່ຽງທຳ ໃນຖານະຕຳແໜ່ງເປັນຮອງລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ; ສະ​ແດງ​ໃຫ້​ເຫັນ​ສາຍ​ພົວ​ພັນ​ແບບພິ​ເສດລະ​ຫວ່າງ​ສອງ​ປະ​ເທດ ແລະ ກອງ​ທັບ​ຂອງສອງປະເທດ ຢ່າງມີຊີວິດຊີວາ.

ຄະນະ​ປະຕິບັດງານ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ຢ້ຽມຢາມ​ທະຫານ​ເຂດ 4

ທ່ານພົນຕີ ເຈີ່ນຫວໍຢຸ້ງ, ເລຂາຄະນະພັກ, ຜູ້ບັນຊາການທະຫານເຂດ 4 ເປັນປະທານໃນການຕ້ອນຮັບທ່ານພົນຕີ ປະສິດ ທ່ຽງທຳ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ.

ໂດຍລາຍງານຕໍ່ສະຫາຍ ຮອງລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດລາວ ກ່ຽວກັບສະພາບການ ແລະ ບາງໝາກຜົນທີ່ພົ້ນເດັ່ນໃນການປະຕິບັດໜ້າທີ່ຂອງກໍາລັງປະກອບອາວຸດທະຫານເຂດ 4, ທ່ານພົນຕີ ເຈີ່ນຫວໍຢຸ້ງ ໄດ້ສະແດງຄວາມນັບຖືຢ່າງສູງ ແລະ ຮູ້ບຸນຄຸນຕໍ່ການໜູມຊ່ວຍອັນລ້ຳຄ່າຂອງພັກ , ລັດ, ກອງທັບ ​ແລະ ປະຊາຊົນ​ລາວ ຕໍ່ກັບຫວຽດນາມ ໃນ​ສົງຄາມ​ຕໍ່ຕ້ານ​ ​ປົດ​ປ່ອຍ​ຊາດ ​ແລະ ພາລະກິດແຫ່ງການປ່ຽນແປງໃໝ່.

ພະນັກງານ, ນັກຮົບກຳລັງປະກອບອາວຸດທະຫານເຂດ 4 ທຸກມື້ນີ້ ຍາມໃດກໍ່ຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄວາມຮັກແພງ ແລະ ສາຍພົວພັນອັນສະໜິດແໜ້ນຂອງ 2 ປະເທດ, ສະໝັກໃຈຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຮີດ​ຄອງ​ປະ​ເພ​ນີ, ຄວາມມິດ​ຕະ​ພາບແບບພິເສດຂອງ​ສອງ​ພັກ, ສອງ​ລັດ, ກອງທັບ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ. ທ່ານໄດ້ສະແດງຄວາມປາດຖະໜາວ່າໃນຖານະຕຳແໜ່ງເປັນຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານພົນຕີ ປະສິດ ທ່ຽງທຳ ສືບຕໍ່ເອົາໃຈໃສ່ຊີ້ນຳບັນດາກໍາລັງ, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາທ້ອງຖິ່ນ, ກອງທັບ ແລະ ບັນດາກໍາລັງປະກອບອາວຸດຂອງທະຫານເຂດ 4, ປະກອບສ່ວນຍົກສູງຄຸນນະພາບ, ປະສິດທິຜົນຂອງການປະຕິບັດໜ້າທີ່, ເພີ່ມພູນຄູນສ້າງການ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ ຫວຽດນາມ - ລາວ ອ້າຍນ້ອງ.

ຄະນະ​ປະຕິບັດງານ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ຢ້ຽມຢາມ​ທະຫານ​ເຂດ 4

ການນຳທະຫານເຂດ 4 ມອບຂອງຂວັນຈາກກອງບັນຊາການທະຫານເຂດ ໃຫ້ແກ່ຄະນະປະຕິບັດງານ. ພາບ: qdnd.vn

ຄະນະ​ປະຕິບັດງານ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ຢ້ຽມຢາມ​ທະຫານ​ເຂດ 4

ທ່ານພົນຕີ ປະສິດ ທ່ຽງທຳ ມອບຂອງຂວັນໃຫ້ທະຫານເຂດ 4. ພາບ: qdnd.vn

ຄະນະ​ປະຕິບັດງານ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ຢ້ຽມຢາມ​ທະຫານ​ເຂດ 4

ຄະນະປະຕິບັດງານລາວ ​ຖ່າຍຮູບ​ທີ່​ລະນຶກ​ກັບ​ການ​ນຳ​ກອງ​ບັນຊາ​ການ ​ແລະ ອົງການທະຫານ​ເຂດ 4. ພາບ: qdnd.vn

ທ່ານຮອງລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດລາວ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສຸງຕໍ່ໝາກຜົນທີ່ກຳລັງປະກອບອາວຸດທະຫານເຂດ 4 ບັນລຸໄດ້ໃນໄລຍະທີ່ຜ່ານມາ. ຢືນຢັນວ່າ ພັກ, ລັດ, ກອງທັບ, ຄະນະພັກບັນດາຂັ້ນ, ອຳນາດການປົກຄອງ ແລະ ປະຊາຊົນ ລາວ ຍາມໃດກໍ່ຮັບຮູ້ ແລະ ຮູ້ບຸນຄຸນຕໍ່ການຊ່ວຍເຫຼືອອັນໃຫຍ່ຫຼວງ, ມີຄວາມສຸດອົກສຸດໃຈ, ມີຄວາມຮັບຜິດຊອບ, ມີປະສິດທິຜົນຂອງທະຫານເຂດ 4 ທີ່ມີຕໍ່ລາວ ໃນການຕໍ່ສູ້ຕ້ານສັດຕູໂຕດຽວກັນ ແລະ ໃນພາລະກິດແຫ່ງການປ່ຽນແປງໃໝໃນປະຈຸບັນ. ພິ​ເສດ, ​ໃນ​ການ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ລາວ​ ເພື່ອຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ພັດ​ທະ​ນາ​ເສດ​ຖະ​ກິດ, ລາວ ​ຍາມ​ໃດ​ກໍ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ອຸ່ນອ່ຽນໃຈ​ ເພາະ​ມີ​ບັນດາເພື່ອນ​ມິດ​ຫວຽດ​ນາມ ​ທີ່​ສັດ​ຊື່ບໍລິສຸດ, ຍາມໃດກໍ່ຮ່ວມເດີນທາງກັບປະເທດລາວ ທັງໃນຊ່ວງເວລາທີ່ຫຍຸ້ງຍາກທີ່ສຸດ.

ໂດຍສະແດງຄວາມປິຕິຊົມຊື່ນທີ່ໄດ້ມາຢ້ຽມຢາມທະຫານເຂດ 4 ແລະ ໄດ້ຮັບການຕ້ອນຮັບຢ່າງເຕັມໄປດ້ວຍມິດຈິດມິດໃຈ, ທ່ານຮອງລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດລາວ ກໍ່ເຊື່ອໝັ້ນຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ ອ້າຍນ້ອງເວົ້າລວມ ແລະ ກອງທັບສອງປະເທດເວົ້າສະເພາະ ຈະຂຽວສົດງົດງາມ ແລະ ໝັ້ນຄົງຄະນົງແກ່ນໄປຊົ່ວກາລະນານ, ຕາມຄວາມມຸ່ງຫວັງຂອງສອງພັກ, ລັດ, ກອງທັບ ແລະ ປະຊາຊົນ 2 ປະເທດ.

ພົບປະແລກປ່ຽນພະນັກງານນາຍ​ທະຫານ​ໜຸ່ມກອງທັບປະຊາຊົນຫວຽດນາມ - ລາວ ພົບປະແລກປ່ຽນພະນັກງານນາຍ​ທະຫານ​ໜຸ່ມກອງທັບປະຊາຊົນຫວຽດນາມ - ລາວ

ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ຄະນະ​ຜູ້​ແທນ​ນາຍ​ທະຫານ​ໜຸ່ມ​ກອງທັບ​ປະຊາຊົນ​ລາວ ​ໄດ້​ມີ​ການ​ຢ້ຽມຢາມ, ​ແລກປ່ຽນ, ປຶກສາ​ຫາລື​ກັບ​ນາຍ​ທະຫານ​ໜຸ່ມ​ຂອງ​ວິທະຍາຄານ​ເຕັກນິກ​ການ​ທະຫານຫວຽດນາມ.

ຮັດ​ແໜ້ນ​ນ້ຳ​ໃຈ​ສາ​ມັກ​ຄີ​ມິດ​ຕະ​ພາບ​ ລະ​ຫວ່າງ​ກຳ​ລັງ​ປະ​ກອບ​ອາ​ວຸດ ແລະ ປະ​ຊາ​ຊົນ​ຢູ່​ເຂດ​ຊາຍ​ແດນ​ຫວຽດ​ນາມ - ລາວ ຮັດ​ແໜ້ນ​ນ້ຳ​ໃຈ​ສາ​ມັກ​ຄີ​ມິດ​ຕະ​ພາບ​ ລະ​ຫວ່າງ​ກຳ​ລັງ​ປະ​ກອບ​ອາ​ວຸດ ແລະ ປະ​ຊາ​ຊົນ​ຢູ່​ເຂດ​ຊາຍ​ແດນ​ຫວຽດ​ນາມ - ລາວ

ຍສໝ - ການ​ເຄື່ອນ​ໄຫວ​ແທດ​ຈິງ ​ແລະ ມີ​ຄວາມ​ໝາຍ​ໄດ້​ປະກອບສ່ວນ​ຍົກ​ສູງ​ຄວາມ​ຮັບ​ຮູ້​ດ້ານ​ກົດໝາຍ​ໃຫ້​ປະຊາຊົນ​ສອງ​ຝັ່ງ​ຊາຍ​ແດນ​ຫວຽດນາມ - ລາວ; ຮັດ​ແໜ້ນ​ສາຍ​ພົວ​ພັນ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ ແລະ ປະ​ຊາ​ຊົນ​ຢູ່​ເຂດ​ຊາຍ​ແດນ.

ມີງດຶກ

ເຫດການ
302 Found

Found

The document has moved here.